ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນໃຜທີ່ພໍມີປະສົບການຫຼາຍຊ່ວຍຕອບໃຫ້ແດ່ວ່າ:ເຮົາຈະຮູ້ໄດ້ແນວໃດວາເຂົາຄົນນັ້ນຮັກເຮົາແທ້ຫຼືບໍ່ໄດ້ຮັກເຮົາເລີຍ ເພາະວ່າບາງຄັ້ງກະເບິ່ງຄືວ່າຮັກເຮົາແຕ່ບາງຄັ້ງກະເວົ້າຄືບໍ່ໄດ້ຮັກເຮົາເລີຍ ໃຜຮູ້ຊ່ວຍຕອບແຕ່. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄວາມຮູ້ສືກຂອງເຮົາຫັ້ນແຫຼະທີ່ຈະບອກເຮົາເອົງ ແຕ່ກະບໍ່ໄດ້ໝາຍຄວາມວ່າໃຫ້ເຊື່ອແຕ່ຄວາມຮູ້ສືກພຽງຢ່າງດຽວ ໃຫ້ເບີ່ງຫຼາຍໆຢ່າງໃນໂຕຂອງຂະເຈົ້ານຳວ່າມີຄວາມຈິງໃຈກັບເຮົາຫຼາຍປານໃດ໋
♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
huk thae tha me khon huk thae kup hao tha me phai lin kor lin pai |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍ່ຮູ້ເດ ຂຶ້ນຢູ່ກັບໂຕບູກຄົນນະ ສິຮັກເເທ້ຫຼຶບໍ່ຮັກ
ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖ້າເຮົາຮັກຫຼິ້ນຄົນທີ່ເຮົາຮັກ ຄົນທີ່ຮັກເຮົາກະຮັກເຮົາຫຼິ້ນຄືກັນ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບາບເວນມີຈິງ ຖ້າເຮົາເຮັດຫັຍງກັບຄົນໜື່ງ ກະມີຄົນຊິເຮັດກັບເຮົາຄືກັນ ບໍ່ເຊື່ອຢ່າຫຼົບລູ່ເດີ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍ່ຍາກດອກ ໃຊ້ເວລາເປັນເຄຶ່ອງພິສູດແລ້ວຈະເຫັນແສງສະຫວ່າງ ອຸ໊ຍບໍ່ແມ່ນຈະເຫັນວ່າແທ້ຫລືຫລີ້ນ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກຮູ້ວ່າເຂົາຮັກຫລືບໍ່ຮັກ........ຮູ້ໄດ້ທີ່ຕົວເຮົານີ້ແລະ......ຖາມຕົວເຮົາກ່ອນວ່າເຮົາຮັກດຽວໃຈດຽວແລ້ວບໍ່? ຖ້າເຮົາຮັກແຕ່ເຂົາ.....ເຂົາກະຮັກແຕ່ເຮົາ.......ແລະກະຕ້ອງໃຊ້ເວລາ....... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ຢາກຮູ້ວ່າເຂົາຮັກຫລືບໍ່ຮັກ........ຮູ້ໄດ້ທີ່ຕົວເຮົານີ້ແລະ......ຖາມຕົວເຮົາກ່ອນວ່າເຮົາຮັກດຽວໃຈດຽວແລ້ວບໍ່?ຖ້າເຮົາຮັກແຕ່ເຂົາ.....ເຂົາກະຮັກແຕ່ເຮົາ.......ແລະກະຕ້ອງໃຊ້ເວລາ....... ແມ່ນແລ້ວ ທ່ານເອີຍ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍກະເປັນແນວນີ້ຄືກັນ
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮັກແທ້ແກ້ເສື້ອນິດໆ ແລ້ວຈະຮູ້ຢ່າງສະນິດໃຈ
-->-->-->
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮັກເຈົ້າດອກ ຈຶ່ງຍອກເຈົ້າຫຼິ້ນ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
berng2 pai hun thar fan jao bor care jao sa daeng va lao bor dai huk jao dc |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮັກກະຄືບໍ່ຮັກ
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເລື່ອງແບບນີ້ຕ້ອງໄດ້ຮຽນຮູ້ດ້ວຍຕົວເອງນະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໂອະ ປະສົບການໜ້ອຍ ຊ່ອຍບອກບໍໄດ້ ຂອງແບບນິ
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
zai ve la and bg pai num.....
ຄົນລາວຄົນມີນ້ຳໃຈ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມິຮັກກະຕອງມິຊັງ ຮັກຫຼາຍເເຮ່ງຊັງຫຼາຍ ຊັງຫຼາຍກະໃດ້ກັນຊຳ
ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຊັງຫຼາຍກະໄດ້ກັນຊ້ຳກະແຮງດີຕົວຊິໄດ້ຊັງເຂົາຄົນນັ້ນທີ່ເຮົາຮັກຫຼາຍຊັງເຂົາຫຼາຍໆຈັ່ງຄ່ອຍຊິໄດ້ກັນ ເພາະວ່າເວລາຮັກໃຜຕ້ອງມີອຸປະສັກຕະລອດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຮົາ ລະ ແອບ ຮັກ.. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄັນແອບຮັກລະບໍ່ປານໃດເພາະສຸດທ້າຍເຮົາຕ້ອງມາເສຍໃຈພາຍຫຼັງທີ່ບໍ່ໄດ້ມີໂອກາດໄດ້ເວົ້າມັນອອກໄປໃຫ້ເຂົາຄົນນັ້ນໄດ້ຮູ້ວ່າເຮົາຄິດແນວໃດບາງທີ ອາດຈະໃຈຕົງກັນກະໄດ້ໃຜຊິຮູ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ຢາກຮູ້ວ່າເຂົາຮັກຫລືບໍ່ຮັກ........ຮູ້ໄດ້ທີ່ຕົວເຮົານີ້ແລະ......ຖາມຕົວເຮົາກ່ອນວ່າເຮົາຮັກດຽວໃຈດຽວແລ້ວບໍ່?ຖ້າເຮົາຮັກແຕ່ເຂົາ.....ເຂົາກະຮັກແຕ່ເຮົາ.......ແລະກະຕ້ອງໃຊ້ເວລາ....... ຖືກຕ້ອງ ໄລຍະທາງພິສູດມ້າ ການເວລາ ພິສູດຄົນ ຕ້ອງທຳໃຈ ທຳໃຈເດີ ພີ່ນ້ອງ...
ມີສະຕິ ມີປັນຍາ ກ້າສະແດງອອກ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄວາມຮັກກິນບໍ່ໄດ້.........ແຕ່ຄົນເຮົາກະຢືນຢູ່ໄດ້ຍ້ອນຄວາມຮັກ..... ຄົນທີ່ບໍ່ມີຄວາມຮັກ ກະຄືກັບຄົນທີ່ຕາຍແລ້ວ.........ເຖິງບໍ່ມີໃຜມາຮັກເຮົາ ເຮົາກະຕ້ອງຮັກ ແລະໃຫ້ກຳລັງໃຈຕົວເອງ ຢ່າງໜ້ອຍທີ່ສຸດກະຍັງມີພໍ່ແມ່ທີ່ຍັງຮັກເຮົາໂດຍບໍ່ມີວັນປ່ຽນແປງ...... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ຄວາມຮັກກິນບໍ່ໄດ້.........ແຕ່ຄົນເຮົາກະຢືນຢູ່ໄດ້ຍ້ອນຄວາມຮັກ.....ຄົນທີ່ບໍ່ມີຄວາມຮັກ ກະຄືກັບຄົນທີ່ຕາຍແລ້ວ.........ເຖິງບໍ່ມີໃຜມາຮັກເຮົາ ເຮົາກະຕ້ອງຮັກ ແລະໃຫ້ກຳລັງໃຈຕົວເອງ ຢ່າງໜ້ອຍທີ່ສຸດກະຍັງມີພໍ່ແມ່ທີ່ຍັງຮັກເຮົາໂດຍບໍ່ມີວັນປ່ຽນແປງ...... ແມ່ນແລ້ວຄວາມຮັກກິນບໍ່ໄດ້ ແຕ່ທຸກຄົນກະຍັງຕ້ອງການມັນ ເຈັບກໍ່ຍ້ອນຄວາມຮັກ, ມີທັງສຸກ ມີທັງທຸກ ມີທັງດີໃຈ ມີທັງເສີຍໃຈ ທຸກຢ່າງລ້ວນແລ້ວແຕ່ແມ່ນເກີດຈາກຄວາມຮັກ ເຮັດໃຫ້ເຮົາມີກຳລັງໃຈເດີນໜ້າຕໍ່ໄປກະຍ້ອນຄວາມຮັກ ຄວາມຮັກເມື່ອເກີດຂຶ້ນແລ້ວສວຍງາມສະເໝີ ແຕ່ຈະເປັນແນວໃດນັ້ນຂຶ້ນຢູ່ກັບວ່າເຮົາຈະເປັນຄົນແຕ່ງເຕີມເສີມແຕ່ງໃຫ້ມັນ ບໍ່ມີໃຜດອກທີ່ບໍ່ຕ້ອງການຄວາມຮັກທຸກຄົນຕ້ອງການຄວາມຮັກໝົດ ທຸກຄົນ ມີພົບກໍ່ຕ້ອງມີພາກບໍ່ມີຫຍັງດອກທີ່ຈະຢູ່ກັບເຮົາໄປຕະຫລອດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເບີ່ງທ່າທີຫັ້ນເດ່
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຊີວິດຄົນບໍ່ມີຫຍັງແນ່ນອນ.......ວັນນີ້ອາດເປັນຂອງເຮົາ ແຕ່ວັນໜ້າກະອາດເປັນຂອງຄົນອື່ນໄດ້.... ເພາະທຸກຄົນມີສິດທີ່ຈະເລືອກ......... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ຊີວິດຄົນບໍ່ມີຫຍັງແນ່ນອນ.......ວັນນີ້ອາດເປັນຂອງເຮົາ ແຕ່ວັນໜ້າກະອາດເປັນຂອງຄົນອື່ນໄດ້....ເພາະທຸກຄົນມີສິດທີ່ຈະເລືອກ......... ແມ່ນແລ້ວ ສິ່ງທີ່ແນ່ນອນຄືສິ່ງທີ່ບໍ່ແນ່ນອນ |