ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ່ອງພຣະທາດຫຼວງ (ຕອນທີ ໑)

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ພຣະທາດຫຼວງ ເປັນນາມສາມັນ ແຕ່ຊື່ທີ່ຖືກຕັ້ງຂຶ້ນໃນສະໄໝການກໍ່ສ້າງນັ້ນວ່າ “ພຣະທາດ ໂລກະຈຸລາມະນີ” ຄືສ້າງຈຳລອງແບບພຣະທາດເກດແກ້ວລຸລາມະນີ ທີ່ບັນຈຸພຣະເກສາທາດຂອງອົງ ສົມເດັດພຣະສັມມາສັມພຸດທະເຈົ້າ ຢູ່ຊັ້ນຕາວະຕິງສາສະຫວັນຕາມຄວາມເຊື່ອທາງພຣະພຸດທະສະ ສາສະໜາ, ຕັ້ງຢູ່ນະຄອນຫຼວງວຽງຈັນໄປທາງດ້ານທິດຕາເວັນອອກ ໃນສະໄໝບູຮານພຣະທາດອົງນີ້ ຕັ້ງຢູ່ໃກ້ກຳແພງວຽງຮອບນອກຫ່າງຈາກກຳແພງວຽງເດີມປະມານ ໘໐໐ ແມັດ, (ປັດຈຸບັນ່າງຈາກຖະ ນົນຮອບເມືອງປະມານ ໘໐໐ ແມັດ.

ພຣະທາດຫຼວງປັດຈຸບັນ ຕັ້ງຢູ່ລະຫວ່າງກາງວັດ ໒ ວັດ ຄືວັດທາດຫຼວງໃຕ້ ຕັ້ງຢູ່ທາງທິດໃຕ້ ຂອງອົງ ພຣະທາດ ແລະວັດພຣະທາດຫຼວງເໜືອ ເຊິ່ງຕັ້ງຢູ່ທິດເໜືອຂອງອົງພຣະທາດ, ເມື່ອກ່ອນ ມີບ້ານຂຶ້ນກັບ ໓ ບ້ານ ຄື ບ້ານທາດຫຼວງເໜືອ, ບ້ານທາດຫຼວງກາງ ແລະບ້ານວຽງຈະເລີນ ເຊິ່ງເປັນ ບ້ານໃໝ່ ສ້າງຂຶ້ນໃນປີ ໑໙໘໔ ໂດຍໂຮມເອົາສ່ວນໜຶ່ງຂອງບ້ານປ່າມ່ວງ, ບ້ານທາດຫຼວງກາງ, ບ້ານໂພນເຄັງ, ລວມເປັນບ້ານວຽງ ຈະເລີນ ນັບແຕ່ປີ ໒໐໐໑ ເປັນຕົ້ນມາທາງບ້ານວຽງຈະເລີນໄດ້ສ້າງວັດ ໃໝ່ຂຶ້ນອີກວັດໜຶ່ງ ຍັງບໍ່ທັນສຳເລັດ, ວັດພຣະທາດຫຼວງເໜືອ ຈຶ່ງມີບ້ານຂຶ້ນກັບພຽງ ໒ ບ້ານ ຄືບ້ານ ທາດຫຼວງກາງ ແລະບ້ານ ທາດຫຼວງໃຕ້.

ພຣະທາດຫຼວງນັ້ນເປັນພຣະທາດທີ່ເກົ່າແກ່ຄູ່ນະຄອນຫຼວງວຽງຈັນ ແລະສ້າງພ້ອມໆກັບວຽງຈັນທັງ ສອງຄັ້ງ ຄື ຄັ້ງທີ ໑ ສ້າງໃນປີ ພ.ສ ໒໓໖ ພ້ອມໆກັບການສ້າງເມືອງຈັນທະບູຣີ ເຊິ່ງມີພຣະຍາ ຈັນທະບູຣີປະ ສິດທີສັກເປັນກະສັດນຳພາ, ສ້າງຄັງທີ ໒ ແມ່ນສ້າງຂຶ້ນໃນປີ ໑໕໕໑ ໂດຍພຣະເຈົ້າໄຊຍະ ເສດຖາທິຣາດ ເຊິ່ງມີປະ ຫວັດການກໍ່ສ້າງພໍສັງເຂບດັ່ງນີ້.

- ສະໄໝການກໍ່ສ້າງຄັ້ງທີ ໑

ພຣະທາດຫຼວງ ຫຼືພຣະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະສະຖານ ສຳຄັນ ຍິ່ງ ແຫ່ງນະຄອນຫຼວງວຽງຈັນທນ໌ນີ້ ກໍຄືປູຊະນີຍະສະຖານທາງພຣະພຸດທະສາສະ ໜາຂອງລາວທັງມວນນີ້ ມີປະຫວັດກ່າວໄວ້ໃນໜັງສືອຸຣັງຄະນິທານ ຫຼືອຸ ຣັງຄະທາດວ່າ “ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການ ຕັ້ງເມືອງວຽງຈັນທນ໌ຄັ້ງ ແຮກ ລຸນຫຼັງ ຈາກການສ້າງພຣະທາດພຣະນົມແລ້ວ” ຜູ້ສ້າງຄັ້ງທໍາອິດແມ່ນພຣະເຈົ້າຈັນ ທະ ບູຣີປະສິດທິສັກ ເຈົ້ານະຄອນວຽງຈັນອົງແຮກ ພ້ອມກັບພຣະອໍຣະຫັນ ໕ ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸຣົງຄະນິທານ ເຊິ່ງຂໍຄັດເອົາແຕ່ໃຈຄວາມສຳຄັນມາ ກ່າວໄວ້ໃຫ້ຟັງດັ່ງນີ້:-

ເມື່ອພຣະໂຄດົມສັມມາສັມພຸດທະເຈົ້າ ປະຣິນິພານແລ້ວໄດ້ ໘ ປີປາຍ ພຣະມະ ຫາກັດສະປະເຖຣະ ໄດ້ນຳເອົາອຸຣັງຄະທາດ ຄືດູກຫົວອົກຂອງພຣະພຸດ ທະເຈົ້າ ມາປະດິດສະຖານໄວ້ທີ່ພູກຳພ້າ ເຊິ່ງຮຽກວ່າດອຍກະປະນະຄີຣີ (ຄືທາດພນົມທຸກ ວັນນີ້) ໃນເວລາກໍ່ພຣະທາດຄັ້ງແຣກທີ່ພູກຳພ້ານັ້ນ ໄດ້ພຣະກະສັດ ທັງ ໕ ນະຄອນມາຮ່ວມຊຸມນຸມກັນຄື :-

໑. ພຣະຍາສຸວັນນະພິງຄານ ເຈົ້າເມືອງໜອງຫານຫຼວງ.

໒. ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ.

໓. ພຣະຍານັນທະເສນ ເຈົ້າເມືອງມະຣຸກຂະນະຄອນ ຄືເມືອງ ທ່າແຂກເກົ່າ.

໔. ພຣະຍາອິນທະປັດຖະນະຄອນ ເມືອງອິນທະປັດຖະ ປະເທດຂະເໝນ

໕. ພຣະຍາຈຸລນີພົມທັດ ເມືອງປາການ (ຄືແຂວງຊຽງຂວາງ).

ຄຳວ່າ “ປາການ” ໝາຍເຖິງເມືອງດ່ານ ຫຼືເມືອງຂອບຂັນ, ເປັ່ນຄຳວ່າປ້ອມປາການ ເຫຼົ່ານີ້ເປັນຕົ້ນ, ບາງທ່ານກໍວ່າເມືອງແກວປະກັນ (ມະຫາສີລາ ວິລະວົງ).

ຕໍ່ມາເມື່ອພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ແລະພຣະ ຍາຄຳແດງ ເມືອງໜອງຫານນ້ອຍ ສຸຣະຄົຕ (ຕາຍ) ໄປແລ້ວ ເລີຍເກີດນ້ຳຖ້ວມ ເມືອງທັງສອງໄຫຼລ່ວງເຖິງກັນ ຊາວເມືອງທັງສອງ ຈຶ່ງອົບພະຍົກ ໜີຂຶ້ນມາຕັ້ງ ຢູ່ແຄມນ້ຳຂອງ ໃນພວກອົບພະຍົກນີ້ ມີຜູ້ໜຶ່ງຊື່ ທ້າວຄຳບາງເປັນນ້າບ່າວຂອງ ພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ໄດ້ພາບ່າວໄພ່ບໍຣິວານຂຶ້ນມາ ຕັ້ງເມືອງໃໝ່ ຢູ່ແຄມຫ້ວຍເກົ້າລ້ຽວໃກ້ແມ່ນ້ຳຂອງ ໃສ່ຊື່ເມືອງໃໝ່ນີ້ວ່າເມືອງ ສຸວັນນະພູມ ສ່ວນບ່າວໄພ່ບໍຣິວານ ກໍ່ພາກັນແຍກຍ້າຍໄປຕັ້ງບ້ານຢູ່ອ້ອມແອ້ມ ເມືອງນັ້ນ, ໃນເວລານັ້ນ ມີຊາຍຄົນໜຶ່ງຊື່ວ່າບຸຣີຈັນ ໄດ້ພາຍາດພີ່ນ້ອງມາຕັ້ງ ບ້ານຢູ່ປາກໜອງຄັນແທເສື້ອນ້ຳ, ເຊິ່ງຮຽກວ່າບ້ານໜອງຄັນແທເສື້ອນ້ຳ ໃນ ຕອນນັ້ນມີພຣະອໍຣະຫັນ ໒ ອົງ ໄດ້ມາໂຜດ ຊາວບ້ານໜອງຄັນແທອົງໜຶ່ງຊື່ວ່າ ມະຫາພຸດທະວົງສາ ທ່ານຜູ້ນີ້ພັກເຊົາຢູ່ແຄມນຳ້ຂອງ, ອີກອົງໜຶ່ງຊື່ວ່າມະຫາ ສັສດີ ທ່ານພັກເຊົາຢູ່ບ້ານປ່າໂພນເໜືອນ້ຳບຶງ (ອາດຈະແມ່ນບໍຣິເວນທາດຝຸ່ນ ທຸກວັນນີ້) ບຸຣີຈັນເປັນຫົວໜ້າບ້ານໜອງຄັນແທ ໄດ້ເປັນຜູ້ອຸປະຖາກພຣະອໍຣະ ຫັນສອງອົງນີ້.

ໃນສະໄໝດຽວກັນນີ້ ທາງເມືອງສະເກດນະຄອນ(ຄືເມືອງຮ້ອຍເອັດ) ກໍ່ ເກີດຄວາມວຸ້ນວາຍ ເນື່ອງດ້ວຍມີຂ້າເສິກຊາວເມືອງກະຣຸນທະນະຄອນ ຄື ທະວາ ຣາວະດີອະຍຸທິຍາ ຍົກທັບມາຮົບກວນຊາວເມືອງສະເກດນະຄອນ ຈຶ່ງແຕກໜີມາ ເພິ່ງທ້າວຄຳບາງ ມີໝື່ນຫຼວງກາງໂຮງກັບ ໝື່ນນັນທະອາຣາມ ໄດ້ພາເອົາເຈົ້າ ສັງຂະວິຊາກຸມມານ ກັບຄົວບ່າວໄພ່ສອງແສນຄົນ ໜີຂຶ້ນມາຕັ້ງບ້ານເຮືອນໃນລ້ອງ ແມ່ນຳ້ຂອງ ໃນເວລານັ້ນເຈົ້າ ສັງຂະວິຊາ ໄດ້ພາບ່າວໄພ່ແສນຄົນມາຕັ້ງຢູ່ບ້ານ ໜອງຄາຍ ແລະຢາຍມາຕາມລ້ອງແມ່ນຳ້ຂອງຮອດຫ້ວຍບັງພວນ, ໝື່ນຫຼວງ ກາງໂຮງ ພາຄົວ ໕໐,໐໐໐ ຄົນ ມາຕັ້ງຢູ່ຫ້ວຍຄຸຄຳ, ໝື່ນນັນທະອາຣາມພາຄົວ ໕໐,໐໐໐ ຄົນມາຕັ້ງຢູ່ຕາມຫ້ວຍນົກຍູງ ຫຼືຫ້ວຍນຳ້ໂມ່ງ ບໍຣິເວນນີ້ຈຶ່ງມີ ຄົນໜາແໜ້ນຕໍ່ມາ.

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍໂພດອ່ານບໍ່ຫມົດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຫຼາຍໂພດອ່ານບໍ່ຫມົດ


ບໍ່ອ່ານຊຳ້

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈສຳລັບຂໍ້ມູນດີດີ


໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ໂຕກ່ອນຫາກະອ່ານຈົບ
ໂຕນີ້ເເຫ່ງຍາວກວ່າເກົ່າ

ເເຖມມີບາງວັກອ່ານ2ເທື່່ອຍັງບໍ່ເຂົ້າ
ຍອມຮັບຄວາມຮູ້ທາງດ້ານນີ້ມີໜ້ອຍ


໙ ກະທູ້
໙໔ ໂພສ
ນັກການກະທູ້
ຂໍໃຫ້ຄົນລາວ ເປັນຄື ພຣະທາດຫຼວງ
ຫມັ້ນຍືນ ຫມັ້ນຄົງ ດຸຫມັ່ນ(ຫມາຍເຖິງ ຄົນລາວທີ່ດຸຫມັ່ນປິ່ນປົວພຣະທາດຫຼວງ)


ເສົ້າໃຈທີ່ເຫັນຄົນລາວ "ຍອມແພ້"

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຂໍໃຫ້ຄົນລາວ ເປັນຄື ພຣະທາດຫຼວງ
ຫມັ້ນຍືນ ຫມັ້ນຄົງ ດຸຫມັ່ນ(ຫມາຍເຖິງ ຄົນລາວທີ່ດຸຫມັ່ນປິ່ນປົວພຣະທາດຫຼວງ)



ກໍຂໍຫວັງເເນວນັນເເລະ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ທາດຫຼວງສະໄໝໃໝ່ຕ່າງຈາກ ທາດຫຼວງສະໄໝເກົ່າບໍ

ຊົ່ວຢ່າງສ້າງສັນ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ສາຖຸ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆ ຫາຂໍ້ມູນ ຊອກອ່ານ ແລະ ເອົາມາໃຫ້ໝູ່ຮູ້

ຄິດດີ ເວົ້າດີ ເຮັດດີ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ...
ທາດຫຼວງສະໄໝໃໝ່ຕ່າງຈາກ ທາດຫຼວງສະໄໝເກົ່າບໍ


ຕ່າງ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ