ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຮັກແທ້ມີຫຍູ່ໃສ

໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຜູ້ໃດມີປະສົບການເລື່ອງຄວາມຮັກຫລາຍຊ່ວຍອ່ານແລະຕອບໃຫ້ແດ່ ຄືວ່າຂ້ອຍລົມຜູ້ຍິງຜູ້ໜຶ່ງຊື່ວ່າເບຍຊື່ແທ້ຊື່(ວິໄລພອນ)ຮຽນຫຍູ່ປາກປ່າສັກທີ່ຮູ້ຈັກກັນກະຍ້ອນຫລິ້ນພັນລາວ ແລະ ກະໄດ້ເປັນແຟນກັນແຕ່ຫຍູ່ມາມື້ໜຶ່ງມື້ນັ້ນຂ້ອຍເອງໄປລິ້ນກັບໝູ່ມາແລະ ຂ້ອຍກະໄດ້ໂທລິ້ນນຳເບຍຕາມປົກກະຕິທຳອິດແມ່ນໂທຫລິ້ນນຳກັນແລ້ວດົນເຕີບແລ້ວສາຍມັນຕັດລະໂທໃໝ່ລະບໍ່ຮັບລະຂ້ອຍກະເລີຍນອນຫຼັງຈາກນັ້ນລາວໂທມາແລ້ວຂ້ອຍບໍ່ໄດ້ຍິນເພາະວ່າຂ້ອຍເມົາແດ່ກະເລີຍລັບບໍ່ຮູ້ເມື່ອຈົນຮອດແຈ້ງຫຼັງຈາກນັ້ນຮອດມື້ເຊົ້າມາຂ້ອຍມາກວດເບິ່ງໂທລະສັບເຫັນແຕ່ເບີເບຍທີ່ໂທເຂົ້າຜູ້ດຽວ 4 ສາຍທີ່ບໍ່ໄດ້ຮັບ ຫຼັງຈາກນັ້ນຮອດຕອນສວຍເບຍໂທມາຫາຖາມວ່າ ມື້ຄືນນີ້ລົມກັບໃຜ ກະຕອບຄືນວ່າບໍ່ໄດ້ລົມກັບໃຜສາບານກະໄດ້ເພາະວ່ານອນບໍ່ຮູ້ເມື່ອ ເມົາເບຍກະເລີຍຄຽດວ່າຂ້ອຍລົມຜູ້ໃໝ່ນອກໃຈລາວທັ້ງໆທີ່ຂ້ອຍເອງກະບໍ່ໄດ້ລົມໃຜເລີຍ ເບຍກະເລີຍບອກເລີກທັ້ງໆທີ່ໂຕຂ້ອຍເອງບໍ່ທັນໄດ້ຕັ້ງໂຕເລີຍອະທິບາຍແນວໃດກະບໍ່ຟັງທັ້ງທີ່ໂຕຂ້ອຍເອງບໍ່ເຄີຍຄິດນອກໃຈເບຍເລີຍແຕ່ເປັນຫຍັງຄົນທີ່ເຮົາຮັກແທ້ຈິງໃຈແລະຈິງຈັງກັບເຂົາຜູ້ດຽວເຂົາເຖິງບໍ່ເຊື່ອໃຈເຮົາເລີຍທັ້ງໆທີ່ໂຕເຮົາເອງເຊື່ອໃຈເຂົາແລະບໍ່ເຄີຍຄິດນອກໃຈເລີຍຕັ້ງໃຈຊື້ແຫວນມາວ່າຊິເອົາໄປໝັ້ນໄວ້ກະເລີຍວ່າບໍ່ມີໂອກາດໄດ້ເອົາໃຫ້ຊ້ຳ ຖາມແດ່ວ່າເຮົາຜິດຫຍັງເຂົາເຖິງບອກເລີກ? ຕົກລົງວ່າແມ່ນໃຜເປັນຄົນຜິດ? ແຕ່ສຳລັບຂ້ອຍຄິດວ່າເປັນນຳເຮົາທຳບຸນມານ້ອຍຕີ໋ກະເລີຍຮອດແຕ່ນີ່


໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ເຮີ້ຍ!!! ຢ່າໂທດຕົວເອງແລະຢ່າໂທດເຂົ້າຄົນນັ້ນ ຄວາມຮັກເປັນເລື່ອງບໍ່ເຂົ້າໃຜອອກໃຜ ມັນເປັນທຳມະ ຄວາມຮັກຈະມີຫຼືຢູ່ກໍຕໍ່ເມື່ອມະນຸດເຂົ້າໃຈຄວາມຮັກທີ່ແທ້ຈິງ ທັ້ງສອງຄົນເຂົ້າໃຈກັນແລະກັນ ເຄີຍສັງເກດບໍວ່າ ທຳມະດາປົກກະຕິ ເຮົາສອງຄົນເຄີຍສົນທະນາເວົ້າພາສາດ່ຽວກັັນສື່ສານກັນຮູ້ເລື່ອງ ນີ້ຄືພະລັງຮັກແຫ່ງພາສາໃຈ ແລະແມ້ຈະຕ່າງພາສາພະລັງຮັກກໍຍັງດຶງດູດຄົນສອງຄົນມາພົບຮັກກັນໂດຍພາສາກາຍ ແລະນີ້ຄືປະຕິຫານແຫ່ງຮັກແທ້ ແຕ່ຄົນບໍ່ເຂົ້າໃຈຄວາມຮັກ ຫລົງຄວາມໃຄ່ຣາຄະໃນນາມຄວາມຮັກ ກະເລີຍບໍ່ເຂົ້າກັນ ຈາກການເຄີຍລົມກັນສຸດທ້າຍລົມກັນບໍ່ເຂົ້າໃຈ ບໍ່ຮູ້ເລື່ອງອະທິບາຍແນວໃດກໍໄຮ້ເຫຕຜົນຫມົດຄວາມຫມາຍ ເຮີຍ!!!!! ສົງສານຫນໍ ນີ້ຫລືຄວາມຮັກເປັນສິງສວຍງາມສົດໃສ ທາງພຸທນັ້ນຄວາມຮັກຄືເມຕຕາທີ່ປະກອບດ້ວຍປັນຍາ ສຸດທ້າຍຮັກແທ້ຢູ່ທີ່ ນະຄອນຫລວງຫົວໃຈ ບໍລິຫານດ້ວຍ ສີ່ ກະຊ່ວງ ຜະລິດສີ້ນຄ້າເຂົ້າ-ອອກດ້ວຍຮ້ອຍຍີ້ມຈິງໃຈແບ່ງປັນ ອີກຂໍ້ ມອບຄາຖາສັກສິດໃຫ້ເດີ ເປັນຄາຖາກັ້ນອົກຫັກນ້ຳຕາໄຫລ່ ນັ້ນຄືຄວາມຮັກບໍ່ແມ່ນຂອງໃຜມັນ ບໍ່ທ່ຽງ ບໍ່ແທ້ ບໍ່ແນ່ບໍ່ນອນ ທ່ອງໄວ້ໃສ່ເວລາມີຄວາມຮັກ ທຸກຂັງ ອະນິຈັງ ອະນັຕຕາ ຈະເລີນພອນ ເພື່ອນ


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຂອບໃຈສຳລັບຄຳແນະທີ່ດີ


໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ເສຍໃຈນຳເດີ ທີ່ຄົນທີ່ເພີນຮັກ ແລະຄິດວ່າຮັກເພີ່ນນັ້ນ
ພັດບໍ່ເຈົ້າໃຈເພີນ

ຮັກແທ້ເປັນແນວໃດ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາຜູ້ໃໝ່ ຊະ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໗ ກະທູ້
໑໒໗ ໂພສ
ນັກການກະທູ້
ຮັກກະເປັນແບບນີ້


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອາດເປັນນຳເພາະເຮົາບໍ່ທັນຮູ້ຈັກກັນດີພໍເພາະວ່າຮັກແທ້ຕ້ອງໃຊ້ເວລາ ເວລາເທົ່ານັ້ນຈະເປັນເຄື່ອງພິສູດວ່າເຂົາຮັກເຮົາແທ້ຫຼືບໍ່ອາດຈະເປັນເພາະເຮົາຍັງບໍ່ທັນຮູ້ໃຈກັນດີພໍຕີ໋. ສຳລັບຂ້ອຍເອງຄິດວ່າລາວເຂົ້າໃຈຂ້ອຍແຕ່ສຸດທ້າຍລາຍບໍ່ເຄີຍເຂົ້າໃຈຂ້ອຍເລີຍແມ້ແຕ່ໜ້ອຍ.


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຮັກແທ້ຄົງມີພຽງແຕ່ນິທານຕີ໋ແມ່ນວາ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າບໍ່ຜິດດອກຫັ້ນລະ ລາວຍາກເລີກ
ກະເຮັດຄື ໂຍນຄວາມຜິດໃສ່ເຈົ້າ
ໂອຈັ່ງແມ່ນນໍ ຄວາມຮັກ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກແທ້ຢູ່ທີ່ຕົວເຮົາ.......ຖ້າເຮົາທຳດີທີ່ສຸດແລ້ວ ເຂົາຍັງຈາກເຮົາໄປອີກໂດຍບໍ່ມີເຫດຜົນກະບໍ່ຈຳເປັນທີ່ຈະໄປເສຍໃຈ....ຊີວິດຕ້ອງເດີນໜ້າ,,,,ຢ່າໄດ້ຖອຍຫລັງກັບ.
ໃຫ້ຄືດເປັນຄະຕິປະຈຳໃຈເລີຍວ່າ: ເຂົາບໍ່ສົມ ແລະບໍ່ຄູ່ຄວນກັບເຮົາ.......ເຖິງຜືນເອົາກັນໄປບໍ່ວັນໃດກະວັນໜຶ່ງມັນຕ້ອງມີການເລີກລາຢູ່ດີ ສະນັ້ນຄວນຕັດໄຟຕັ້ງແຕ່ຕົ້ນລົມ.....ແລ້ວເວລາຈະຊ່ວຍໃຫ້ເຮົາຂ້າມຜ່ານເຫດການໄປໄດ້ດ້ວຍດີ.



໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຢູ່່ນຳອີ່ແມ່

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງຊີ້ມັນຕ້ອງ ບໍ່ຕ້ອງໂທດໃຜທ່ານເຮັດວັນນີ້ໃຫ້ດີເທາະ


໗ ກະທູ້
໑໙໐ ໂພສ
ນັກການກະທູ້

THE GUNNER

໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຮັກແທ້ຢູ່ທີ່ຕົວເຮົາ.......ຖ້າເຮົາທຳດີທີ່ສຸດແລ້ວ ເຂົາຍັງຈາກເຮົາໄປອີກໂດຍບໍ່ມີເຫດຜົນກະບໍ່ຈຳເປັນທີ່ຈະໄປເສຍໃຈ....ຊີວິດຕ້ອງເດີນໜ້າ,,,,ຢ່າໄດ້ຖອຍຫລັງກັບ.
ໃຫ້ຄືດເປັນຄະຕິປະຈຳໃຈເລີຍວ່າ: ເຂົາບໍ່ສົມ ແລະບໍ່ຄູ່ຄວນກັບເຮົາ.......ເຖິງຜືນເອົາກັນໄປບໍ່ວັນໃດກະວັນໜຶ່ງມັນຕ້ອງມີການເລີກລາຢູ່ດີ ສະນັ້ນຄວນຕັດໄຟຕັ້ງແຕ່ຕົ້ນລົມ.....ແລ້ວເວລາຈະຊ່ວຍໃຫ້ເຮົາຂ້າມຜ່ານເຫດການໄປໄດ້ດ້ວຍດີ.




ຂອບໃຈຫລາຍໆສຳລັບກະທູ້ນີ້ທີ່ອ່ານແລ້ວແຮ່ງເຮັດໃຫ້ນ້ຳຕາໄຫຼຊ້ຳ
ຂອບໃຈສຳລັບທຸກຄົນທີ່ໃຫ້ຄຳແນະນຳທີ່ດີ
ດັ່ງທີ່ພະທ່ານວ່າທີ່ໄໜມີຣັກທີ່ນັ້ນມີທຸກຈິງໆ
ຄວາມແນ່ນອນຄືຄວາມໄມ່ແນ່ນອນ


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ມີຢູ່່ນຳອີ່ແມ່



ກະແມ່ນມີຢູ່ນຳອີ່ແມ່ ແຕ່ເອົາມາປຽບທຽບກັນບໍ່ໄດ້ດອນພໍ່ແມ່ແມ່ນຄວາມຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດເໜືອສິ່ງອື່ນໃດ


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ເຈົ້າບໍ່ຜິດດອກຫັ້ນລະ ລາວຍາກເລີກ
ກະເຮັດຄື ໂຍນຄວາມຜິດໃສ່ເຈົ້າ
ໂອຈັ່ງແມ່ນນໍ ຄວາມຮັກ



ກະບໍ່ຮູ້ຄືກັນວ່າເປັນເພາະເຫດຜົນໃດເພາະວ່າມື້ນັ້ນທີ່ລາວໂທມາລາວເສີຍໃຈຈົນໄຫ້ມື້ທີ່ລາວບອກເລີກ
ແຕ່ນິໃສລາວເປັນຄົນເອົາແຕ່ໃຈ.ໃຈນ້ອຍ ເພາະເປັນລູກສາວດຽວ ຖາມວ່າຮັກລາວບໍ່ກະຮັກເພາະວ່າບໍ່ມີໃຜດີພ້ອມໄປໝົດສະທຸກສິ່ງທຸກຢ່າງ ບາງທີລາວກະໂທມາລົມກັນບຶດໜຶ່ງຢູ່ຊື່ໆໂທລະສັບມັນຕັດເອງໂດຍບໍ່ມີໃຜມອດລາວກະວ່າຂ້ອຍມອດໃສ່ລະກະຄຽດກະບໍ່ຮູ້ຄືກັນວ່າເປັນຫຍັງ


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ຄວາມຮັກ ມັກຈະເປັນແບບນີ້ສະເໝີ
ຈະເອົາໃຈຊ່ວຍ ສູ້ໆເດີ

ຢູ່ຫ່າງໆ ຢ່າງຫ່ວງໆ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vilai ຂຽນວ່າ...
ເຮີ້ຍ!!! ຢ່າໂທດຕົວເອງແລະຢ່າໂທດເຂົ້າຄົນນັ້ນ ຄວາມຮັກເປັນເລື່ອງບໍ່ເຂົ້າໃຜອອກໃຜ ມັນເປັນທຳມະ ຄວາມຮັກຈະມີຫຼືຢູ່ກໍຕໍ່ເມື່ອມະນຸດເຂົ້າໃຈຄວາມຮັກທີ່ແທ້ຈິງ ທັ້ງສອງຄົນເຂົ້າໃຈກັນແລະກັນ ເຄີຍສັງເກດບໍວ່າ ທຳມະດາປົກກະຕິ ເຮົາສອງຄົນເຄີຍສົນທະນາເວົ້າພາສາດ່ຽວກັັນສື່ສານກັນຮູ້ເລື່ອງ ນີ້ຄືພະລັງຮັກແຫ່ງພາສາໃຈ ແລະແມ້ຈະຕ່າງພາສາພະລັງຮັກກໍຍັງດຶງດູດຄົນສອງຄົນມາພົບຮັກກັນໂດຍພາສາກາຍ ແລະນີ້ຄືປະຕິຫານແຫ່ງຮັກແທ້ ແຕ່ຄົນບໍ່ເຂົ້າໃຈຄວາມຮັກ ຫລົງຄວາມໃຄ່ຣາຄະໃນນາມຄວາມຮັກ ກະເລີຍບໍ່ເຂົ້າກັນ ຈາກການເຄີຍລົມກັນສຸດທ້າຍລົມກັນບໍ່ເຂົ້າໃຈ ບໍ່ຮູ້ເລື່ອງອະທິບາຍແນວໃດກໍໄຮ້ເຫຕຜົນຫມົດຄວາມຫມາຍ ເຮີຍ!!!!! ສົງສານຫນໍ ນີ້ຫລືຄວາມຮັກເປັນສິງສວຍງາມສົດໃສ ທາງພຸທນັ້ນຄວາມຮັກຄືເມຕຕາທີ່ປະກອບດ້ວຍປັນຍາ ສຸດທ້າຍຮັກແທ້ຢູ່ທີ່ ນະຄອນຫລວງຫົວໃຈ ບໍລິຫານດ້ວຍ ສີ່ ກະຊ່ວງ ຜະລິດສີ້ນຄ້າເຂົ້າ-ອອກດ້ວຍຮ້ອຍຍີ້ມຈິງໃຈແບ່ງປັນ ອີກຂໍ້ ມອບຄາຖາສັກສິດໃຫ້ເດີ ເປັນຄາຖາກັ້ນອົກຫັກນ້ຳຕາໄຫລ່ ນັ້ນຄືຄວາມຮັກບໍ່ແມ່ນຂອງໃຜມັນ ບໍ່ທ່ຽງ ບໍ່ແທ້ ບໍ່ແນ່ບໍ່ນອນ ທ່ອງໄວ້ໃສ່ເວລາມີຄວາມຮັກ ທຸກຂັງ ອະນິຈັງ ອະນັຕຕາ ຈະເລີນພອນ ເພື່ອນ


ແມ່ນໆໆອາຈານເພິ່ນເວົ້າຖືກ! ທ່ອງໄວ້! ທຸກຂັງ ອະນິຈຈັງ ອະນັຕຕາ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຮັກແທ້ຢູ່ທີ່ຕົວເຮົາ.......ຖ້າເຮົາທຳດີທີ່ສຸດແລ້ວ ເຂົາຍັງຈາກເຮົາໄປອີກໂດຍບໍ່ມີເຫດຜົນກະບໍ່ຈຳເປັນທີ່ຈະໄປເສຍໃຈ....ຊີວິດຕ້ອງເດີນໜ້າ,,,,ຢ່າໄດ້ຖອຍຫລັງກັບ.
ໃຫ້ຄືດເປັນຄະຕິປະຈຳໃຈເລີຍວ່າ: ເຂົາບໍ່ສົມ ແລະບໍ່ຄູ່ຄວນກັບເຮົາ.......ເຖິງຜືນເອົາກັນໄປບໍ່ວັນໃດກະວັນໜຶ່ງມັນຕ້ອງມີການເລີກລາຢູ່ດີ ສະນັ້ນຄວນຕັດໄຟຕັ້ງແຕ່ຕົ້ນລົມ.....ແລ້ວເວລາຈະຊ່ວຍໃຫ້ເຮົາຂ້າມຜ່ານເຫດການໄປໄດ້ດ້ວຍດີ.





ອັນນີ້ກ່າເປັນຕາໜ້າຄິດ! ຮູ້ໄວ້ບໍ່ເສຍຫາຍຫຍັງ!

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຮັກມັກເຮັດໃຫ້ຄົນເສຍໃຈ! ແຕ່ຄົນນັ້ນເອງທີ່ບໍ່ເຂົ້າໃຈໃນຄວາມຮັກ! ໃນເມື່ອເຂົາບໍ່ເຂົ້າໃຈໃນຄວາມຮັກແລ້ວ...ເຂົາຍ່ອມເລີກລາໄປແບບບໍ່ມີເຫດມີຜົນ! ເອົາໄປເອົາມາຜູ້ທີ່ເສຍໃຈແມ່ນພ່າຍຕົງຂ້າມນີ້...!ນີ້ລະນາ....ຍ້ອນຄວາມບໍ່ເຂົ້າໃຈ! ຍ້ອນຄວາມບໍ່ຊື່ຕົງ! ຍ້ອນຄວາມມັກຫຼາຍມັກງ່າຍ! ແລະຄວາມເປັນຜູ້ບໍ່ມີເຫດຜົນ!ຈຶ່ງຕ້ອງເປັນແບບນີ້...!

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ XangKo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ເຈົ້າບໍ່ຜິດດອກຫັ້ນລະ ລາວຍາກເລີກ
ກະເຮັດຄື ໂຍນຄວາມຜິດໃສ່ເຈົ້າ
ໂອຈັ່ງແມ່ນນໍ ຄວາມຮັກ



ກະບໍ່ຮູ້ຄືກັນວ່າເປັນເພາະເຫດຜົນໃດເພາະວ່າມື້ນັ້ນທີ່ລາວໂທມາລາວເສີຍໃຈຈົນໄຫ້ມື້ທີ່ລາວບອກເລີກ
ແຕ່ນິໃສລາວເປັນຄົນເອົາແຕ່ໃຈ.ໃຈນ້ອຍ ເພາະເປັນລູກສາວດຽວ ຖາມວ່າຮັກລາວບໍ່ກະຮັກເພາະວ່າບໍ່ມີໃຜດີພ້ອມໄປໝົດສະທຸກສິ່ງທຸກຢ່າງ ບາງທີລາວກະໂທມາລົມກັນບຶດໜຶ່ງຢູ່ຊື່ໆໂທລະສັບມັນຕັດເອງໂດຍບໍ່ມີໃຜມອດລາວກະວ່າຂ້ອຍມອດໃສ່ລະກະຄຽດກະບໍ່ຮູ້ຄືກັນວ່າເປັນຫຍັງ

ຢ່າມັນເທີ່......ຢ່າສີໄປເອົາໃຈເຂົາຫຼາຍ ເອົາໃຈໂຕເອງ ແນະ!

ຮັກແທ້ເປັນແນວໃດ

໙ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າ ຜູ້ຍິງຄົນນັ້ນຄືຊິໄດ້ອ່ານກະທູຂອງເຈົ້າແລ້ວ, ແລະ ລາວອາດຈະເຂົ້າໃຈເຈົ້າ ບໍ່ເຊື່ອລອງໂທຫາລາວແມ໋


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ vkh ຂຽນວ່າ...
ຂ້ອຍຄິດວ່າ ຜູ້ຍິງຄົນນັ້ນຄືຊິໄດ້ອ່ານກະທູຂອງເຈົ້າແລ້ວ, ແລະ ລາວອາດຈະເຂົ້າໃຈເຈົ້າ ບໍ່ເຊື່ອລອງໂທຫາລາວແມ໋


ລາວ ບໍ່ໄດ້ອ່ານດອກຄິດວ່າ


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bigharry ຂຽນວ່າ...
ຄວາມຮັກມັກເຮັດໃຫ້ຄົນເສຍໃຈ! ແຕ່ຄົນນັ້ນເອງທີ່ບໍ່ເຂົ້າໃຈໃນຄວາມຮັກ! ໃນເມື່ອເຂົາບໍ່ເຂົ້າໃຈໃນຄວາມຮັກແລ້ວ...ເຂົາຍ່ອມເລີກລາໄປແບບບໍ່ມີເຫດມີຜົນ! ເອົາໄປເອົາມາຜູ້ທີ່ເສຍໃຈແມ່ນພ່າຍຕົງຂ້າມນີ້...!ນີ້ລະນາ....ຍ້ອນຄວາມບໍ່ເຂົ້າໃຈ! ຍ້ອນຄວາມບໍ່ຊື່ຕົງ! ຍ້ອນຄວາມມັກຫຼາຍມັກງ່າຍ! ແລະຄວາມເປັນຜູ້ບໍ່ມີເຫດຜົນ!ຈຶ່ງຕ້ອງເປັນແບບນີ້...!


ບາງຄັ້ງລາວຢາກຄຽດລາວກະຄຽດໂດຍບໍ່ມີເຫດຜົນ
ກະຄິດວ່າເຮົາໄດ້ພະຍາຍາມທຳດີທີ່ສຸດແລ້ວຖ້າລາວຍັງຄິດທີ່ຈະຈາກໄປກະບໍ່ເສີຍໃຈດອກບາງທີລາວອາດຈະເຈີຄົນທີ່ດີກ່ວາ
ເພາະວ່າເຮົາອາດຈະບໍ່ດີພໍສຳລັບລາວກະເປັນໄດ້


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນຢູ່ນີ້ບມີຫວາ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?