ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄົນລາວມີນ້ຳໃຈ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ໃຜມີປະສົບການປະທັບໃຈລະຫວ່າງຄວາມມີນ້ຳໃຈຂອງຄົນລາວນຳກັນມາເວົ້າສູ່ກັນຟັງແນ່



໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ຂໍເປີດສົດ ກະທູ້:
ເວລາຢ່າງຕາກແດດຮ້ອນໆ ກາຍໜ້າບ້ານ ໄດ້ຍິນສຽງເຈົ້າຂອງບ້ານຮ້ອງໃສ່ວ່າ:
" ມາແວ່ດື່ມນ້ຳເຢັນໆ ກ່ອນເດີ ແລ້ວຈິ່ງໄປຕໍ່ " ອັນນີ້ແມ່ນໄດ້ຍິນເລື້ອຍໆ ເວລາໄປ ລົງເຮັດວຽກຢູ່ ຊົນນະບົດ

ມີສະຕິ ມີປັນຍາ ກ້າສະແດງອອກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລາລົດຕາຍ ຂະເຈົ້າຈະມາຍູ້ຊ່ວຍ.............


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສວ່ນຫລາຍຄົນລາວຈະມີນ້ຳໃຈເອົາໃສ່ກັນ
ສະແດງອອກບອ່ນວ່າການລົງໄປເຣັດວຽກຢູ່ຕາມບ້ານປະຊາຊົນຢຸ່ຫ່າງໄກຊອກຫລີ້ກເຣົາຈະໄດ້ເຫັນ
ການໄປພັກເຊົາຢູ່ເຣືອນເຂົ້າ ແລະ ເຂົ້າມີນ້ຳໃຈຕໍ່ເຣົາໂດຍບໍ່ຫວັງສິ່ງຕອບເທດມີແຕ່ຄວາມຈິ່ງໃຈ.

ນີ້ແລະຄຶຄວາມມີນ້ຳໃຈຄົນລາວ "ເລົ່າຈາກປະສົບການຕົວຈິ່ງ"


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ແຖວບ້ານເຮົາ, ລົດໃຫຍ່ຕາຍ ຊວນກັນຊຸກ. ລົດຈັກລົ້ມ ຫຼື ອຸບັດຕິເຫດ, ຊວນກັນເບິ່ງ ຊ່ວຍເທົ່າທີ່ຈະຊ່ວຍໄດ້ (ນຳຄົນຕຳແລ້ວໜີ ຈົນໄດ້ ທັ້ງທີ່ບໍ່ຮູ້ຈັກກັນກັບຄົນທີ່ຖືກລົດຕຳ). ຈອດລົດ ໃຫ້ຄັນທາງໜ້າໄປກ່ອນ (ຖ້າເຫັນວ່າຖ້າດົນໆ). ມາແຕ່ຕ່າງປະເທດ, ແບ່ງແນວກິນເລັກໆນ້ອຍໆ ປັນກັນຊິມ ສາມສີ່ຫຼັງຄາເຮືອນໄກ້ບ້ານ.

ຄິດດີ ເວົ້າດີ ເຮັດດີ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລາເຮົາໄປວາງພວງມະລາຫັນເດປະທັບໃຈສຸດໆເລີຍເມືອເຫັນອາຍທະຫານ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາມັກຈະແບ່ງປັນເວລາໃນການຊ່ວຍວຽກ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ມິນຳ້ໃຈຫຼາຍກະມິຜົນຮ້າຍຊຳ້ ມິເຫັດການໜຶ່ງ ຢາມລົດຕຳກັນຫັນນະ ມິຄົນຜູ້ໜຶ່ງຂະເຈົ້າພົບເຫັນເລິຍໄປຊອ່ຍຜູ້ເຈັບໄປໂຮງໝໍເນາະ ລະເບິ່ງເເມ່ຂະເຈົ້າບໍໃດຕຳໂຕເອງເເທ້ໆລະມາຫວາຂະເຈົ້າຕຳ ນິ້ຫວາຄຳຫວາ ມິດນຳ້ໃຈໃມຕິ ບໍ່ມິເລິຍຄົນຜູ້ນັ້ນ ຊຳ້ບໍໜຳໃດ້ຮັບເຄາະເເທນຊຳ້

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໒ ກະທູ້
໑໑໘ ໂພສ
ນັກການກະທູ້
ຄົນລາວມີນໍ້າໃຈເເບ່ງປັ້ນກັນ
ຊ່ວຍຫເຫຼືອເຊີງກັນເເລະກັນ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບອກໄດ້ຄຳດຽວຄົນລາວນິໃສດີ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກຢ່າງເວລາໄປບ່ອນໃດໜຶ່ງແລ້ວຫລົງທາຂະເຈົ້າຈະບອກ ຫລືພາໄປສົ່ງ.........


໑໕ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຄົນລາວມີນ້ຳໃຈເອື້ອເຟື້ອເພື່ອແຜ່


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laojobmarket ຂຽນວ່າ...
ຄົນລາວມີນ້ຳໃຈເອື້ອເຟື້ອເພື່ອແຜ່


ລະວັງຢ່າໃຫ້ຂະເຈົ້າໄດ້ດ່າເດີລະ.........ອະອະ..........ໆ ເວົ້າຢອກເດີ.


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາ​ຈອບ​ກ່ອນ ດຽວ ມາ ​ເມ້ນ​ເດີ້ ຮີ່ໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລານັ່ງເບິ່ງໂທລະພາບ ຊ່ອງລາວ ເຫັນເຂົາເຈົ້າເວົ້າເລື້ອຍໆວ່າ “ ຄົນລາວ ຄົນມີນ້ຳໃຈ“


໐ ກະທູ້
໑໒໙ ໂພສ
ນັກການກະທູ້
ໄປຫຼິ້ນຕາດມູນຄົນລາວເຮົາຮ້ອງກິນເຂົ້າສຸດທາງເລີຍ,

ຂ້ອຍຮັກປະເທດລາວ

໐ ກະທູ້
໓໘ ໂພສ
ຂາປະຈຳເວັບບອດ
:


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວມີ່ນ້ຳໃຈ ຂະໜາດເຄີຍບໍ່ຮູ້ຈັກຫຍັງກັນ ແຕ່ເມື່ອເວລາມີບັນຫາ ເພິ່ນກະເອື້ອເຟຶ້ອມາຊ່ວຍເຮົາ

I believe in the IMPOSSIBLE

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ວຍຫເຫຼືອເຊີງກັນເເລະກັນ


໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ຄົນລາວເຮົາ ຮັກແພງກັນ
ມີເຂົ້າຈານດຽວກໍ່ປັນກັນກິນ
ແຈ່ວຖ້ວຍດຽວກໍ່ປັນກັນຈ້ຳ
ບໍ່ຮູ້ວ່າຕົນເອງຈະເດືອດຮ້ອນຊ່ຳໃດ ແຕ່ຖ້າຫາກໝູ່ຄູ່ຕ້ອງການຄວາມຊ່ວຍເຫຼືອ
ບໍ່ເໜືອບ່າກ່ວາແຮງ ກໍ່ພ້ອມຈະຍື່ນມືເຂົ້າຊ່ວຍ

ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..