ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ວິທີບອກຮັກໃນວັນວາເລັນທາຍ

໑ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ວັນວາເລັນທາຍ ເປັນວັນແຫ່ງຄວາມຮັກ ສະນັ້ນ, ການບອກຮັກ ຖ້າຈະໃຫ້ມີສະໄຕລ ແລະ ໃຫ້ຄົນຮັກຊາບຊຶ້ງມັນກໍ່ມີຢູ່ຫຼາຍວິທີດັ່ງຕໍ່ໄປນີ້:
ບອກ “ຮັກ“ ໄປເລີຍ
......ເວົ້າອອກໄປເລີຍວ່າ ຮັກຫຼາຍໆ ຫຼືຈະເປັນ ຮັກເດີເພິ່ນ ຫຼື ຮັກນະເດັກໂງ່ ເວົ້າແນວໃດກາໄດ້ ເພາະມັນເປັນຄຳສັ້ນໆງ່າຍໆ ແຕ່ໄດ້ໃຈຄວາມ ແລະ ເຂົ້າປະເດັນ. ວິທີບອກຮັກແບບນີ້ແມ່ນເໝາະສົມຫຼາຍ ສຳຫຼັບຄົນປາກໜັກ ບໍ່ເຄີຍເວົ້າຫວານໆໃສ່ແຟນເລີຍຈັກເທື່ອ ລອງຫາສະຖານທີ່ໂລແມນຕິກ ແລ້ວຊວນແຟນໄປ ແລ້ວບອກຮັກເບົາໆ ຊື່ມໃສ່ຂ້າງໆຫູ ຫຼື ຖ້າມີຄວາມກ້າຫຼາຍ (ກ້າແບບບ້າໆ) ລອງຮ້ອງແຮງໆ ບອກຮັກແຟນດັງໆ ຕໍ່ໜ້າຄົນອື່ນ ເຖິງມັນຈະເຮັດໃຫ້ແຟນໜ້າແດງ ແຕ່ທີ່ລົງທຶນລົງແຮງໄປນັ້ນ ຮັບຮອງໄດ້ໃຈແຟນມາແນ່ນອນ.
ໃຫ້ຂອງຂວັນບອກຮັກ
....ດອກໄມ້. ຕຸກກະຕາ ໆລໆ ທີ່ເຂົາມັກ ຫຼື ກຳລັງຢາກໄດ້ ເປັນວິທີບອກຮັກທີ່ເມື່ອໃດ ຄົນທີ່ຮັບໄດ້ຮັບຂອງຂວັນຕ້ອງຍິ້ມແກ້ມແດງ ໂດຍທີ່ເຈົ້າບໍ່ຕ້ອງເວົ້າວ່າຮັກ ແຕ່ເຂົາກໍ່ຮູ້ວ່າເຈົ້າຮັກເຂົາຫຼານປານໃດ ເພາະການໃຫ້ຂອງຂວັນ ປຽບເໝືອນການໃສ່ໃຈເລື່ອງເລັກໆນ້ອຍໆຂອງອີກຝ່າຍ ຖ້າຈະໃຫ້ດີຕ້ອງມີການວາງແຜນເຊີໄພຣ ໂດຍທີ່ບໍ່ໃຫ້ເຂົາຮູ້ລ່ວງໜ້າ ເຊັ່ນ: ແກ້ງໃຫ້ເຂົາໄປເອົາເຕື່ອງຂອງໃຫ້, ຫຼື ແອບເອົາໄປໄວ້ໃນລົດ, ກະເປົ໋າ ຫຼື ບ່ອນອື່ນໆ ທີ່ເຂົາຈະຕ້ອງເຫັນແນ່ນອນ.
SMS ບອກຮັກ
ຖ້າບໍ່ກ້າທີ່ຈະເວົ້າ sms ກໍ່ເປັນຕົວຊ່ວຍສົ່ງຄວາມຮັກທີ່ນິຍົມ ແຕ່ຖ້າຈະໃຫ້ເທ່ ອາດຈະຕ້ອງໃຊ້ຄວາມຄິດທີ່ແດ່ຈັກໜ່ອຍ ເຊັ່ນ: ພິມຂໍ້ຄວາມບອກຮັກໄວ້ລ່ວງໜ້າ (ພິມແບບກຽມສົ່ງ) ແລະ ໃນວັນສຳຄັນ ໃຫ້ເວົ້າກັບຄົນຮັກວ່າ ມີເລື່ອງຈະເວົ້ານຳ ພ້ອມເຮັດໜ້າຕາ ແລະ ນ້ຳສຽງທີ່ຈິງຈັງ (ຕ້ອງແອັກຕິ້ງໃຫ້ຄື) ແລະ ເມື່ອເຂົາຢາກຮູ້ ໃນຂະນະທີ່ເຈົ້າກຳລັງຈະເວົ້າ ໃຫ້ກົດສົ່ງ sms ອອກໄປໃນທັນທີທັນໃດ ເຊິ່ງອາດຈະເຮັດໃຫ້ເສຍບັນຍາກາດ ແຄ່ເມື່ອເຂົາໄດ້ອ່ານ sms ຫວານໆຈາກເຈົ້າແລ້ວ ຮັບຮອງຫົວໃຈເຂົາຕ້ອງຫຼົ່ນດັງຕຸ໊ບແນ່ນອນ.
ເພງຊຶ້ງໆບອກຮັກ
ສຳລັບໃຜທີ່ມັກຮ້ອງ ຄາລາໂອເກະ ວິທີບອກຮັກແບບນີ້ກໍ່ເໝາະສົມ ເຈົ້າອາດຈະຊວນເຂົາໄປ ດິນເນີໃນຮ້ານອາຫານທີ່ມີດົນຕີສົດໆ ແລະ ເຈົ້າອາດຈະເວົ້າກັບທາງຮ້ານໄວ້ແລ້ວ ວ່າຂໍຄິວຂຶ້ນຮ້ອງເພງຈັກເພງໜຶ່ງ ແລະ ເມື່ອເວລາເປັນໃຈ ເຈົ້າກໍ່ຂຶ້ນໄປຮ້ອງເພງຊຶ້ງໆໃຫ້ເຂົາຟັງ ຫຼືອາດເປັນເພງທີ່ເຂົາມັກແຕ່ຢ່າລືມບອກຜ່ານໄມໂຄຣໂຟນພ້ອມເດີ ວ່າເພງນີ້ມອບສຳລັບ ຫວານໃຈຂອງເຈົ້າເທົ່ານັ້ນ.
ໂນ໊ດບອກຮັກ
ວິທີບອກຮັກແບບນີ້ ເຮັດໄດ້ໂດຍການເອົາເຈ້ຍໂນ໊ດນ່າຮັກມາຂຽນຄຳບອກຮັກຫວານໆ ແລ້ວເອົາໄປຕິດໄວ້ໃນທຸກທີ່ໆ ທີ່ເຂົາສາມເບິ່ງເຫັນໄດ້ ຂໍບອກວ່າຫຼາຍເທົ່າໃດແຫ່ງດີ ຮັບຮອງວ່າ ຄົນຮັກຂອງເຈົ້າຈະຕ້ອງຍິ້ມບໍ່ຫຸບປາກແນ່ນອນ.
ບອກຮັກຜ່ານ ດີເຈ
ຖ້າເຈົ້າເປັນຄົນທີ່ກົດໂທລະສັບໄດ້ໄວພໍ ການຂໍເພງບອກຮັກຜ່ານດີເຈ ກໍ່ເປັນວິທີບອກຮັກທີ່ໂລແມນຕິກ ແຕ່ຕ້ອງແນ່ໃຈວ່າເຂົາຄົນນັ້ນກໍ່ກຳລັງຟັງວິທະຍຸຄຣື່ນດຽວກັນກັບເຈົ້າຢູ່ ແລະນອກຈາກຈະຂໍເພງເປັນຕົວແທນບອກຮັກແລ້ວ ຢ່າລືມຝາກຂໍ້ຄວາມຫວານໆ ເຖິງເຂົານຳເດີ.
ຈົດໝາຍຮັກ
ດົນປານໃດແລ້ວທີ່ເຈົ້າບໍ່ໄດ້ຂຽນຈົດໝາຍສົ່ງທາງໄປສະນີ ຫຼື ບໍ່ເຄີຍຂຽນເລີຍ ໃຫ້ເຈົ້າລອງຈັບເອົາກະດາດກັບບິກ ມາຂຽນຖ່າຍທອດຄວາມໃນໃຈຂອງເຈົ້າ ໄປຫາຄົນທີ່ຮັກກ່ອນເຖິງວັນສຳຄັນ ກໍ່ໂລແມນຕິກໄປອີກແບບ.

ເມື່ອໄດ້ອ່ານແລ້ວ ໃນວັນວາເລັນທາຍນີ້ ກໍ່ຢ່າລືມນຳໄປໃຊ້ບອກຮັກຄົນຮັກເດີ.
ຂອບໃຈກັບຄວາມຮູ້ດີໆນີ້ ແລະ ຖ້າຕ້ອງການຮູ້ຫຍັງເພີ່ມເຕີມ ກໍ່ເຂົ້າໄປເບິ່ງໄດ້ໃນ
http://variety.teenee.com/foodforbrain/33012.html



໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາທີ່ສອງ

ຄິດດີ ເວົ້າດີ ເຮັດດີ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາທີ່ສາມ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ມາທີ4ບໍ່ມີຫຍັງດອກ ຂ້ອຍມາຈອບເບີ່ງການບອກຮັກຊື່ໆ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາທີ່5ກະບໍ່ມີຫຍັງດອກ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາທີ6


໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
7 คนที่สุดทาย

啤酒...:

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
7 คนที่สุดทาย

啤酒...:

໒ ກະທູ້
໑໓໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ BeerYakuza ຂຽນວ່າ...
7 คนที่สุดทาย



8ເດີເບຍ

ALWAYS KEEP THE FAITH

໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ


໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ noi2min2 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ BeerYakuza ຂຽນວ່າ...
7 คนที่สุดทาย



8ເດີເບຍ


มาเเต่ใส

啤酒...:

໔ ກະທູ້
໒໘໔ ໂພສ
ນັກການກະທູ້
10 der


໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ກະທູ້ນັບເລກຫວານິ ສັນກະ 11

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາອັນດັບທີ່ 12
ຍາວໆ ກະທູ້ ອ່ານຮອດທັງກາງຈົນວ່າສິໄດ້ໃສ່ແຫວ່ນເລີຍ....


໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ໂອ!!!!!!!!!!!! ຍາວໆ ບໍ່ໄດ້ອານຊ້ຳນະ

ຮັກແທ້ເປັນແນວໃດ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາທີ14 ອ່ານແລ້ວດີ ຊົມເຊີຍ

~Vਕਆpïrєی™~

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊີນຮັກກັນໂລດຈ້າງກະບໍ່ໄດ້ກັນດອກ


໐ ກະທູ້
໑໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ເຊີນຮັກກັນໂລດຈ້າງກະບໍ່ໄດ້ກັນດອກ



บ่อได้และ คันบ่อยากเอา