ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຝາກຖາມ ກະຊວງສຶກສາວ່າມີກິດຈະກຳແບບນີ້ແທ້ບໍ

໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ມີໂຮງຮຽນມັດທະຍົມຕອນຕົ້ນທາດຂາວ ນະຄອນຫຼວງ,ສັ່ງນັກຮຽນເກັບຝາແປ໊ບຊິ ແລະ ມີຣິນດ້າທີ່ມີຄຳວ່າ:ສະສົມ5ຝາ,ໃຫ້ໄດ້ຜູ້ລະ1ກິໄລ,ພ້ອມນັ້ນກໍ່ຍັງໃຫ້ເກັບຕຸກ໋ນ້ຳດື່ມສີຂາວ ໃຫ້ໄດັຜູ້15ຕຸ໋ກໄປໃຫ້ໂຮງຮຽນ,ຖ້ານັກຮຽນຜູ້ໃດບໍ່ໄດ້ທັງ2ຢ່າງຄົບຕາມຈຳນວນ,ແມ່ນທາງໂຮງຮຽນ
ຈະລົງໂທດ,ຝາກຖາມ ກະຊວງສຶກສາວ່າມີກິດຈະກຳແບບນີ້ແທ້ບໍ
ເພາະນັກຮຽນບາງຄົນທຸກຢາກ ຊວຍພໍ່ແມ່ຫາເຊົ້າກິນຄຳ


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ມັນມີແທ້ຫວາ ບາງເທື່ອເກັບໄປຂາຍຫາລາຍໄດ້ເຂົ້າຫ້ອງຮຽນກະດີກວ່າຖີ້ມລ້າໆ


ເຊື່ອຫຍັງກະເຊື່ອໄດ້ ເຊື່ອບໍ່ໄດ້ແຕ່ໃຈຄົນ

໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ເພາະວ່າບັນຫາມັນເປັນແນວນີ້ພໍ່ແມ່ນັກຮຽນເອົາເງິນໄປຊື້ຝາແປ໊ບຊີ1ກິໂລຫຼາຍພັນກີບແລ້ວເອົາໄປໃຫ້ອາຈານ
ຖ້າກິນແປ໊ບຊີເພຶ່ອເອົາຝາຄືຈະກິນໝົດຫຼາຍລັງ


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຜູ້ກ່ຽວເປັນຄົນເຫັນເອງບໍ ຫຼືວ່າໄດ້ຍີນມາແລ້ວເວົ້າສູ່ກັນຟັງຊື່ໆ?

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ບໍ່ວ່າແມ່ນຄວາມຈິງ

ຊົ່ວຢ່າງສ້າງສັນ

໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຫຼານຂ້ອຍເອງ,ພໍ່ລາວເປັນຜູ້ໄປຊື້ຝາແປ໊ບຊີໃຫ້,ຖ້າບໍ່ໄດ້ຄົບກຳນົດຈະຖືກຕັດຄະແນນຄຸນສົມບັດ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າຄິດວ່າ..
ກໍລະນີນີ້ອາດຈະເປັນກິດຈະກຳຂອງທາງໂຮງຮຽນ..
ທີ່ຢາກໃຫ້ນັກຮຽນຮູ້ຈັກໝູນໃຊ້ສິ່ງເສດເຫຼືອໃຫ້ເປັນປະໂຫຍດ..
ແຕ່ບໍ່ສົມຄວນທີ່ຈະກຳນົດປະລິມານ..
ແລ້ວລົງໂທດນັກຮຽນ..
ເພາະບາງຄົນອາດຈະເກັບໄດ້ໜ້ອຍເກັບໄດ້ຫຼາຍ..
ແຕກຕ່າງກັນໄປ..


໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເປັນກີດຈະກຳອານາໄມໂຮງຮຽນຫຼືຫາທືນລວມໃຫ້ຫ້ອງກະວ່າໄປ
ຈຳນວນຂະໜາດນັ້ນເກັບເຄີ່ງມຶ້ຈັກເກັບຄົບບໍ?
ບໍ່ສົມຄວນ
ຖາມເເນ່ຝາ,ກະຕຸກພວກນັ້ນໂຮງຮຽນເອົາໄປເຮັດຫຍັງ
ໃຊ້ສີດຜົນປະໂຫຍດເດັກນ້ອຍ。。。


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວນຈະຖາມໂຮງຮຽນທີ່ກ່ຽວຂອງ ເພາະຂ້ອຍຄິດວ່າຄືຊິບໍ່ກ່ຽວກັບກະຊວງສຶກສາດອກ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໓ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນແມ່ນແທ້ຫວານິ!?

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຄົງເປັນກິດຈະກຳຂອງໂຮງຮຽນ ແຕ່ບໍ່ຄວນມີການບັງຄັບ, ມີໂຮງຮຽນໃກ້ບ້ານຂ້ອຍເຂົາເຈົ້າມີທະນາຄານຂີ້ເຫຍື້ອ(ແຍກປະເພດຂາຍ) ເຊິ່ງທາງໂຮງຮຽນຈະຮັບຊື້ກັບນັກຮຽນທຸກໆຄົນທີ່ນຳເອົາແກ້ວ, ຖົງຢາງ,ຕຸກນ້ຳ, ເຈ້ຍທີ່ບໍ່ໄດ້ໃຊ້ ແລະ ອື່ນໆ ກິດຈະກຳນີ້ ເນັ້ນທີ່ການປູກຈິດສຳນຶກໃຫ້ນັກຮຽນຮັກສາ-ອະນາໄມສະພາບແວດລ້ອມ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫິ ເຫິ ແບບນີ້ກໍ່ມີເນາະ

ຮັກນ້ອງຕອນເມົາ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ມັດທະຍົມຕອນຕົ້ນທາດຂາວຫວາ?
ຄິດວ່າເຂົາຫາເງິນເປັນເງິນຄັງລວມຊື່ໆດອກ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ໃຜຊິມີເວລາ


໒ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຕິດຕໍ່ສອບຖາມກັບສະຖາບັນແຫ່ງດັ່ງກ່າວ ເນີທ່ານເນີ!

ພອນໃດທີ່ປະເສີດ ສິ່ງໃດທີ່ລ້ຳເລີດຈົ່ງເກີດແດ່ທ່ານ ຜູ້ຕັ້ງ-ຜູ້ຕອບ ແລະ ຜູ້ອ່ານ ເນີທ່ານເນີ!

ຄວບເຂັ້ມແຂງ ສະອາດ ສົດໃສ ສີວິໄລ ສະຫງົບ ສະຫງ່າ ປະຊາທິປະໄຕ ເຄົາລົບຈິດໃຈກັນ ເປັນການສ້າງ ຄວາມສະເໜ່ຫາ ໃຫ້ກັບຕົນ ກໍຄື ສັງຄົມບ້ານເມືອງ ເນີພີ່ນ້ອງເນີ!!!


໕ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຜິດກົດໝາຍແຮງງານ ຈະໆ ເລີຍນີ້ ໄປກຳນົດປະລິມານແບບນີ້, ຖ້າແມ່ນຢູ່ປະເທດທີ່ເຂົາມີກົດໝາຍເຂັ້ມງວດຫັ່ນ ຜູ້ທີ່ອອກມາດຕະການແບບນີ້ຕໍ່ເດັກນ້ອຍອາດຈະຖື ລົງໂທດກໍ່ເປັນໄດ້ ແຕ່ບໍ່ຮູ້ວ່າເລື່ອງຂອງເລື່ອງມັນເປັນແນວໃດ ມີຄວາມຈີງຊຳໃດ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຈ້ງໜ່ວຍງານທີ່ກ່ຽວຂ້ອງໂລດ. ຖ້າຈັດເພື່ອໃຫ້ນັກຮຽນຮູ້ຮັກສາສິ່ງແວດລ້ອມ ແລະ ຮູ້ການໝູນໃຊ້ວັດສະດຸເຫຼືອໃຊ້ ກໍດີຢູ່ ແຕ່ຖ້າມີການລົງໂທດມັນບໍ່ຖືກ.

ຄິດດີ ເວົ້າດີ ເຮັດດີ

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ມັນມີແທ້ຫວາ


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ແບບນີ້ກໍມີເນາະ












໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຊິໄປຖາມຫຍັງກະຊວງສືກສາ ຄາໄຈ ກະໄປຖາທອຳນວຍການໂລດແລະ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຕິ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຢາກຈະບັນຍາຍ
ພວກເຮົາປີກາຍນິ ຍັງຖືກອາຈານຕັດຄະແນນຕັ້ງ 20ເປີເຊັນ(ເປັນພາກວິຊາດອກ) ລະໃຫ້ ອຈ ໃຫ້ໄປຊອກເກັບຝາ ໂອອິຊິ ມາໃຊ້ຄະແນນ ວ່າຊັ້ນນນນນນນນນນນນ

I believe in the IMPOSSIBLE

໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ນີ້ແມ່ນເລື້ອງຈິງເດີທ່ານເອີຍ,ເປັນແມ່ແບບກໍ່ຕ້ອງເປັນແມ່ແບບທີ່ດີ,ພະລິດຕະພັນອອກມາກໍ່ຍອ່ມດີ,......
ຂອບໃຈທຸກທ່ານທີ່ມາໃຫ້ຄວາມເຫັນ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຊັ້ນກະໄປຖາມ ຜອ ເບິ່ງຊັ້ນແລ້ວ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່