ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຈົ້າຄີດບໍວ່າ ອີກຫຼາຍໆຂຸນເສີກຈະມ້ວຍ!!

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຫາດ້ວຍບັນຫາທີ່ຊາວໂລກຮູ້ກັນທົ່ວໄປ.
ເຫດມັນເກີດທີ່ປະເທດ ຕູເນຊີ, ເອຈິບ ແລະກຳລັງຮ້ອນຮົນທີ່ລີເບັຍ..
ມັນເປັນປະເທດທີ່ມີການປົກຄອງແບບຜເດັດການມານານ:
ທີ່ຕູເນຊີ ຜູ່ທີ່ຖືກໂຄ່ງລົ້ມໆ ລົງແບບງ່າຍໆ!
ພຽງວ່າຕຳຣວດກວດຈັບຊາຍໝຸ່ມທີ່ຄ້າຂາຍຫາລຽງຊີບນຳແຜງຂ້າງຖນົນ!!
ເຣື້ອງກະລວນລາມໄປ...
ຜົນກະຄືໄດ້ເຫັນມານຳກັນ..ຜເດັດການຜູ່ນີ້ ຄອງອຳນາດມາຊາວກວ່າປີ
ຂົນຄຳອອກກ່ອນຖືກຕົກຕັ່ງ ໄປ ຊາອຸດິອາຣະບີ ໑໕໐໐ກິໂລ..ກະສົມຄວນ ສຳຫຼັບຄົນທີ່ຮັກຊາດມາຊາວກວ່າປີ!

ທີ່ເອຈິບ ທ່ານມູບາຣັກກະຮັກຊາດມາແຕ່ປາງກິ໋ປາງກີ້ ຕອນ ພາກັນຍິງຊັນໂວ ໃສ່ ທ່ານ ອານວາ ຊາດັດ ຈົນບໍ່ຈື່ແລ້ວວ່າຈັກປີຜ່ານມາ ນັບແຕ່ພຸ້ນຮອດສອງເດືອນຫຼັງມາກະປີວໄປນຳລົມທະເລຊາຍປານກັນກັບ ໜູ່ຈາກຕູເນຊີ..
ບໍ່ຮູ້ແທ້ວ່າເງິນຄຳກຳແກ້ວໃນແຕ່ລະທະນາຄານຢູ່ໃສຕໍ່ໃສມາກນ້ອຍພຽງໃດ!!
ດີແຕ່ຊາວເອຈິບເຂົາເຈົາບໍ່ເອົາເກີບເບຕົງໃສ່ໃຫ້ແລ້ວປ່ອຍລົງແມ່ນ້ຳນິລຫັ້ນນໍ ວ່າບໍ!

ສ່ວນທ່ານ ກາດາຟີນັກປະຕິຫວັດປົດປ່ອຍຊາດຈາກການເປັນຫົວເມືອງຂື້ນຂອງຝຣັ່ງມາ ກະບໍ່ຮູ້ຈັກກິ່ສີບປີແລ້ວ ກະຢາກສະຖາປະນາຕົນຂື້ນເປັນປະມຸກຂອງຊາດຕຼອດຊີວີດ..
ແຕ່ທໍ່ນ້ຳມັນມັນໄຫຼອອກແລະບໍ່ຖອກເງິນເຂົ້າຄັງຫຼວງຂອງປະເທດມາກນ້ອຍພຽງໃດໃຜໆກະບໍ່ຮູ້
ກະແນວເພິ່ນຮັກຊາດມານານສົມຄວນຕ້ອງມີ ບັນຊີໃນທະນາຄານຂອງຊວິດເປັນຫຼາຍໂກດແນ່ນອນ..
ກະຍັງລໍວັນລໍຄືນວ່າຊິໄດ້ເປັນປະມຸກຄ້ຳຟ້າໄດ້ຫຼືບໍ່.
ປະຊາຊົນຊາວລີບີຄົງບໍ່ເຫັນ ເລົາຢູ່ຄ້ຳຟ້າ ອັນຮ້ອນຮົນນັ້ນຕໍ່ໄປແລ້ວ..
ສົງສັຍພາກັນເບື່ອຂີ້ໝ້າ ທ່ານ ກາດາຟີ ນັກປົດປ່ອຍຊາດຈາກຊາດອື່ນແຕ່ປະຊາຕົນຍັງເໜືອນກັບເປັນຂ້າທາດຢູ່!!
ອຸກໃຈນຳ ວ່າຈະແຫ້ງໃນທະເລຊາຍຫຼືວ່າປະເທດໃດຈະຮັບໄປເປັນໝາເຝົ້າຄອກແບ້!!!
ຄອຍເບິ່ງກັນຕໍ່ໄປ..
ຕໍ່ໄປມັນກໍ ເກັມໂດມິໂນອາຣັບຈະລົ້ມໄປທາງໃດອີກ..ແຖວຫຼັງຄົງແມ່ນ ອາລເຊຣີ, ເຢເມນ, ມາໂຣກໂກ, ແມ່ນແຕ່ ຊາອຸດິອາຣະບີ!!
ນັ້ນມັນເປັນຣະບອບຜະເດັດການທີ່ຢູ່ຍືນມາຫຼາຍຟ້າຫຼ້າປີ..

ຍັງມີອີກຣະບອບຜະເດັດການທາງ ແບບສັງຄົມ..ບໍ່ນິຍົມນີ້ກະຄ້າຍຄືກັນ ແມ່ນກຸ່ມຄົນຢູ່ກັນຊົ່ວລູກຊົ່ວຫຼານ..
ອີກບໍ່ດົນຄີດວ່າເກັມໂດມິໂນຂອງຜະເດັດການແບບນີ້ກະຢ້ານພາກັນຂາຫຼ່ອຍຄືກັນ!!
ເຫັນມັນຫຼ່ອຍມາແລ້ວໃນແຖວໝ້າເຂດໝາວ ກະຄຶດວ່າມັນຊິຫຼ່ອຍລົງນຳກັນໄປໜົດແຕ່ພັດບໍ່!!
ກະໄດ້ແຕ່ພາວັນນາໃຫ້ຟ້າປ່ຽນສີຈັກມື້ ກ່ອນ ເຂົາ..
ອ່ານແລ້ວຫາກເຈົ້າຄຽດແທນ ແມ່ນເຈົ້າອາຈລົ້ມຄືບັນດາຜູ່ທີ່ລົ້ມມາແລ້ວແລະກຳລັງຂາສັ່ນ..
ຫາກອ່ານແລ້ວເຈົ້າຫົວກາກໆແມ່ນວ່າເຮົາມີອາຣົມດີຄ້າຍໆກັນ..

ຂອບເຈິ!!!!

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາອຸກໃຈນຳ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ກະສະແດງໃຫ້ເຫັນແລ້ວວ່າ..
ບໍ່ສິ່ງໃດຢູ່ຄ້ຳຟ້າ..!!
ໄດ້ຕະຫຼອດເວລາ..

ຂອບໃຈການຕໍ່ສູ້ຮຽກຮ້ອງອິສະຣະພາບ ແລະ ປະຊາທິປະໄຕ ໃນບັນດາປະເທດອາຣັບ..
ທີ່ໄດ້ເປັນແວ່ນແຍງໃຫ້ປະຊາຊົນໃນບັນດາປະເທດລະບອບຜະເດັດການທົ່ວໂລກ..
ວ່າບໍ່ມີສິ່ງໃດຢູ່ຄ້ຳຟ້າ! ນອກເໜືອຈາກພະລັງລຸກຮືຂອງປະຊາຊົນ ຜູ້ເປັນເຈົ້າປະເທດຢ່າແທ້ຈິງ..!!

ແຕ່ທີ່ແນ່ຯເລື່ອງແບບນີ້ບໍ່ໜ້າຈະເກີດກັບປະເທດລາວເຮົາແນ່ນອນ..
ເພາະບ້ານເຮົາມີຜູ້ນຳທີ່ຊື່ສັດ ສຸຈະລິດ ສະຫຼາດສ່ອງໃສ ບໍ່ເຫັນແກ່ປະໂຫຍດສ່ວນຕົນ ແລະ ຕະກຸນພວກພ້ອງ ແລະ ບໍ່ເຄີຍເອົາປຽບປະຊາຊົນ..
ແລະ ປະເທດລາວເຮົາເປັນປະເທດທີ່ມີປະຊາທິປະໄຕ (ບໍ່ເຫັນເບາະຂຽນເປີ້ເຈີ້! ຢູ່ຊື່ເຕັມຂອງປະເທດຫັັ້ນ)..
ປະຊາຊົນລາວມີສິດເສຣີພາບ ຕາມສິດທິພື້ນຖານທຸກຢ່າງ ແລະ ມີຊີວິດການເປັນຢູ່ທີ່ດີ ແບບບໍ່ມີທີ່ຕິເລີຍ..

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊອມລອມ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ yaibigharry ຂຽນວ່າ...
ເປັນຕາອຸກໃຈນຳ

ສະບາຍດີ,

ເປັນການວາງມອງໄວ້ ປານນັ້ນ.
ວາງແລ້ວກະໝີໄປນໍ!!
ວຽກໝັກຫຼາຍ.
ຈົນວ່າ ອົງການສະຫາປະຊາຊາດລົງມະຕິໃຫ້``ພວກ`ມມະຫາອຳນາດ ພາກັນຈູດບັ້ງໄຟດອກໃສ່ທະເລຊາຍຂອງລີເບັຍ..
ເຫັນໃຈ ກັດດາຟີ !!ແຕ່ ຄວນແຍງແຫວ່ນແນ່ກະຄົງດີ!!
ຣາຍໄດ້ຈາກການຂາຍນ້ຳມັນ ຫາກອ້າງວ່າຕົນເປັນ ຜູ່ຮັກຊາດແທ້ຈິງເປັນຫຍັງແປດສີບເປິເຊັນຂອງຣາຍໄດ້ຈຶ່ງເຂົ້າກົງຂອງຕົນທີ່ຕ່າງປະເທດ!!
ເປັນຫຍັງບໍ່ສ້າງທະເລຊາຍໃຫ້ເປັນສວັນເທິງທະເລແຫ້ງຫັ້ນແກ່ປະຊາຊົນຂອງຕົນ!!
ຫຼືວ່າ ກັດດາຟີບໍ່ຍອມຮັບຮູ້ວ່າ ຊັບສິນເງິນຄຳຫັ້ນແມ່ນແຕ່ ກັດດາຟີ ກະຈະເອົາໄປນຳບໍ່ໄດ້..
ຫຼືວ່າເອົາໄປສ້າງ ສວັນຊັ້ນຟ້າໄວ້ ອັນນີ້ກະບໍ່ຮູ້ນຳ!!
ໂອຍຢ້ານວ່າໄດ້ຖືກຖົມແຈບຈຳເມັດຊາຍແທ້ແຫຼ້ວ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອັນນີ້ກະສະແດງໃຫ້ເຫັນແລ້ວວ່າ..
ບໍ່ສິ່ງໃດຢູ່ຄ້ຳຟ້າ..!!
ໄດ້ຕະຫຼອດເວລາ..

ຂອບໃຈການຕໍ່ສູ້ຮຽກຮ້ອງອິສະຣະພາບ ແລະ ປະຊາທິປະໄຕ ໃນບັນດາປະເທດອາຣັບ..
ທີ່ໄດ້ເປັນແວ່ນແຍງໃຫ້ປະຊາຊົນໃນບັນດາປະເທດລະບອບຜະເດັດການທົ່ວໂລກ..
ວ່າບໍ່ມີສິ່ງໃດຢູ່ຄ້ຳຟ້າ! ນອກເໜືອຈາກພະລັງລຸກຮືຂອງປະຊາຊົນ ຜູ້ເປັນເຈົ້າປະເທດຢ່າແທ້ຈິງ..!!

ແຕ່ທີ່ແນ່ຯເລື່ອງແບບນີ້ບໍ່ໜ້າຈະເກີດກັບປະເທດລາວເຮົາແນ່ນອນ..
ເພາະບ້ານເຮົາມີຜູ້ນຳທີ່ຊື່ສັດ ສຸຈະລິດ ສະຫຼາດສ່ອງໃສ ບໍ່ເຫັນແກ່ປະໂຫຍດສ່ວນຕົນ ແລະ ຕະກຸນພວກພ້ອງ ແລະ ບໍ່ເຄີຍເອົາປຽບປະຊາຊົນ..
ແລະ ປະເທດລາວເຮົາເປັນປະເທດທີ່ມີປະຊາທິປະໄຕ (ບໍ່ເຫັນເບາະຂຽນເປີ້ເຈີ້! ຢູ່ຊື່ເຕັມຂອງປະເທດຫັັ້ນ)..
ປະຊາຊົນລາວມີສິດເສຣີພາບ ຕາມສິດທິພື້ນຖານທຸກຢ່າງ ແລະ ມີຊີວິດການເປັນຢູ່ທີ່ດີ ແບບບໍ່ມີທີ່ຕິເລີຍ..

ສະບາຍດີນ້ອງ,

ເຫັນວ່າ ຟ້າເມືອງລາວຍັງແຈ່ມໄສໃຫ້ບັນດາທ່ານຜູ່ມີວາສນາ!!
ປານໃດສາຍຟ້າແລບຈຶ່ງຈະຜ່າຫົວງົວເຖົ້າທັງໜົດຍ້ອນຄຳຕົວະລ່າຍແບບໝ້າຕາເສີຍນີ້!
ຂ່າວໃໜ່ໆທີ່ໄດ້ຮູ້ມາຈາກນາງສາວທີ່ມາຢາມຕ່າງປະເທດ ແບບໂລດໂຜນນາງວ່າ.ແມ່ນແຕ່ທ່ານເລຂາທິການພັກອັນຍິ່ງໃຫຍ່ກະມີທັງເຮືອນໃຫ້ເຊົ່າເປັນສີບກວ່າຫຼັງ ມີ ເມັຍນ້ອຍນຳອີກ!!
ງົວເຖົ້າທັງຫຼາຍກະມັກກິນຫຍ້າອ່ອນແທບທຸກໂຕ!!
ຫ້າມບໍ່ໄດ້ແນວມີສິດມີອຳນາດ ມີເງິນເຕັມທະນາຄານໃນຕ່າງປະເທດ!!
ເຫັນໃຈແຕ່ຊາວບ້ານຂີ້ມູກຍ້ອຍ ຫາເຊົ້າກິນຄ່ຳ!
ແຜນການໃນຍຸກເກົ້ານີ້ແຮງຄັກ ມີແຕ່ຜູ່ປາກກ້າວ່າແຂງ, ສວຍງາມ ແບບຕົບຫົວແລ້ວຈຶ່ງຄອຍໃຫ້ເຕະກົ້ນ!
ບັນດາທ່ານນັກສແດງໂຂນທັງໜົດໃໜ່ນີ້ ແມ່ນໃຜເປັນຜູ່ຖືເຊືອກແກ່ດຶງກັນແບບໃດ!!
ໂອຍຊົມເຊີຍຜູ່ມີວາສນາ!!
ຂໍພຽງພາວະນາໃຫ້ຟ້າຜ່າແລ້ງຈັກມື້!!
ບໍ່ແມ່ນແຕ່ທ່ານຜູ່ນີ້

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ toonbig3 ຂຽນວ່າ...
ແວະມາຈອບເບິ່ງ ^_^

ມາຈອບຕອນຟ້າຄື້ມນໍເຈົ້າກະດາຍ.

ຕ້ອງເຮັດຫຍັງໃຫ້ມັນຄຶກຄັກກັນຂື້ນ ຫາກວ່າ ພັນລາວບໍ່ລືບອອກ!
ແຕ່ກ່ອນຊິລືບກະຂໍຮ້ອງນຳ ອັດມິນແນ່ ເຕືອນໄວ້ກ່ອນ ເພາະຈະຫາເວລາເກັບກຳຂໍ້ມູນໄວ້ ..
ບາງທີວັນໝຶ່ງຟ້າປ່ຽນສີກໍຈະເອົາມາອ້າງກັນວ່າ ເຣົາບໍ່ປາກບໍ່ເວົ້າບໍ່ແມ່ນວ່າເຮົາບໍ່ຄີດ!!
ຫັ້ນໝາ!
ສຽງຮ້ອງຂອງປະຊາຊົນອາຈມີໃຜໄດ້ງິນແຕ່ຫາກບໍ່ຢາກຟັງດັ່ງ ກັດດາຟີ ທີ່ວ່າເປັນປະທານ ເປັນພະເຈົ້າ ໄດ້ງິນແຕ່ສຽງຍ້ອງຍໍ ບໍ່ມັກສຽງຕໍ່ຕ້ານ ຫຼືຕຳໝິ!!
ໃຜກ້າຕຳໝິແມ່ນວ່າ ຖືກເນຣະເທດຈາກຄອບຄົວ..ສ່ວນຫຼາຍແມ່ນຖືກນຳໄປປູກໃນທະເລຊາຍໃຫ້ມັນມີທາດປຸ໋ຍທີ່ດີແກ່ດິນຊາຍ!!
ອີກກີ່ລ້ານກີ່ແສນປີກໍະກັຍກາຍເປັນທາດໝຶ່ງທີ່ອາຈກາຍເປັນສິນຄ້າດີ...
ອິດສາທະເລຊາຍທີຝັງໄວ້ແຕ່ຄວາມສວຍງາມແລະຊັບສິນອັນລ້ຳຄ່າ.
ແລ້ວລາວເຮົາກໍກຳລັງຢາກມີທະເລຊາຍຄືກັນ.
ເພາະການຖາງປ່າທີ່ນັບມື້ບໍ່ມີສິ່ງໃດກົດກັ້ນໄດ້..
ຮູ້ບໍ່ວ່າປ່າໃນລາວ ພາຍໃນຣະຍະສາມສີບຫ້າປີມານີ້ ຄວາມໝາຂອງປ່ານ້ອຍລົງຈາກ ໗໐ ເປິເຊັນ ລົງມາ ຍັງເຫຼືອພຽງສີ໋!!
ເວົ້າເຖິງປ່າທີ່ໝາແທ້ໆຫັ້ນເດິ!
ປ່າຢາງໜາກຕອຍ, ປ່າຫຍ້າແຝກຫັ້ນບໍ່ເວົ້າແຫຼ+!!
ປ່າທີ່ຍັງມີໄມ້ລຳໃຫຍ່ລຳຍາວ ຈົນວ່າສາວສອງຄົນກອດຄໍກັນໄຫ້ຫັ້ນ ແມ່ນຍັງຄົງມີພຽງສີ່ ສ່ວນຮ້ອຍ!!
ດີໃຈນຳທີ່ທາງການບຸກເບີກປ່າຢ່າງພິຣາດອາດຫານ..
ຍັງອີກສີ່ເປິເຊັນບໍ່ຫຼາຍ ສອງສາມເດືອນກະຄົງ ບຸກເບີກກັນກ້ຽງ!!
ນັ້ນກໍເປັນຄວາມສຳເຣັດອັນຍິ່ງໃຫຍ່ຂອງພັກແລະຣັຖທີ່ຮັກຊາດບ້ານເມືອງປານຂອງໂຕເອັງຕຼອດມາ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ yaibigharry ຂຽນວ່າ...
ມາຊອມລອມ

ເຈົ້າຄົງຢາກອ່ານຄວາມລຳເຄັນຂອງໃຜທີ່ຍັງບໍ່ທັນຢາກເຫັນເມືອງລາວທີ່ກຳລັງຈະກາຍເປັນປະເທດຜເດັດການແບບໃໜ່ ແບບ ວິທຍາສາດ ທີ່ຈະພາກັນກ້າວຂື້ນສູ່ສັງຄົມນິຍົມ, ແລະຄອມມູນິສ ດັ່ງໃນການປະຊູມພັກ``ປະຊາຊົນປະຕິຫວັດລາວ``ທີ່ມື້ໃດຍາມໃດກະເຫັນແຕ່ຜົນປະໂຫວດຂອງຊາດເປັນໃຫຍ່!!
ບໍ່ເຄີຍ, ແຕ່ໃດມາເຫັນຜົນປະໂຫຍດຂອງສະຫາຍເກີທາງຫຼັງສາຍພູ ຫຼື ເໝືອພູເບັ້ຍ!!
ປານນັ້ນປະຊາຊົນລາວຍັງພາກັນຕ້ອງຕິວ່າພັກບໍ່ຫຼິງຫຼ່ຳໂຕ!!
ຍາມສ້າງເຂື່ອນກະຍັງພາກັນມາຊ່ອຍຂົນຍ້າຍອອກຈາກອ່າງນ້ຳ ບໍ່ໃຫ້ນ້ຳມາຖ້ວມຫົວ!!
ຍາມປ່າເລິກກະຍັງພາກັນເອີ້ນອ້າຍນ້ອງມິດສຫາຍມາພາກັນຊ່ອຍຕດໄມ້ຖາງປ່າຊ່ອຍ..
ເຫັນບໍລະບາດນີ້ ປ່າເຮົາແປນເອີດເຕີດ ແຈ້ງຈ່າງປ່າງ ຍາມໝາວກະບໍ່ຕ້ອງຫົ່ມຜ້າໝາ ເພາະຄວາມຮ້ອນທີ່ພັກຣັຖເອົາໃຈໃສ່ສ້າງອຸນນະພູມສູງໃຫ້ ..
ນ້ໄໃຊ້ກະບ່ສີ້ນເປືອງເພາະບໍ່ມີນ້ຳ!!ແນວໂຮມຮັກຊາດ ແບບສາກົນ ອ້າຍໃຫຍ່ ແພນດ້າກະຕັນນ້ຳຂອງ ປ່ອຍນ້ຳໃຫ້ພວກອ້າຍນ້ອຍພໍບໍ່ໃຫ້ແຫ້ງຕາຍກັນ!!
ການພັທນາທີ່ຍິ່ງໃຫຍ່ແລະກ້າວໝ້າອັນລ້ຳໝ້າ ກໍຄືການສ້າງ ສໝາມກອຟ, ແລະໂຮງກາຊິໂນ!!
ເປັນຂແນງການເສຖກິດອັນໃໜ່ອ່ຽມທີ່ທາງປະຊາຊົນຄົນລາວພາກັນຈະໄດ້ຮັບຜົນປະໂຫຍດອັນລ້ຳຄ່າ..
ອີກບໍ່ດົນຖນົນຫົນທາງກໍຈະຖືກລາດຢາງແຖວນອກດັ່ງກັບໃນກູງ..
ຂໍຢ່າງດຽວຢ່າໃຫ້ປະຊາຊົນລາວຕາຂາວພາກັນນອນຫຼັບທັບສິດໂຕເອັງແລະພາກັນສໍ້ຣາຊບັງຫຼວງ ມັນບໍ່ຈົບບໍ່ງາມ..
ທາງທີ່ດີພາກັນແຫ້ນກະດູກທີ່ໄດ້ກັນມາແຂວນຄໍກະພໍ!!
ຢ່າຝືນໃຈຢາກເຫັນເດືອນເຫັນດາວກັນ ມັນໄຮ້ປະໂຫຍດ!!
ຍາມຂາດແຄນກະຂຽນຈົດໜາຍຫາຍາດພີ່ນ້ອງທາງເຂດທຸກຍາກແຖວໃດກະໄດ້ ຈະແມ່ນຝຣັ່ງ, ອະເມຣິກາ ໃຫ້ສົ່ງໃຫ້ຈັກຮ້ອຍສອງຮ້ອຍພໍຖູໄຖໄປຊາມຮອດມື້ຕາຍ..
ເວົ້າມາກະປານນ້ຳລົ້ນທ່າ..
ແຕ່ເອົານ້ຳມາແຕ່ໃສມາລົ້ນທ່າ

ຄົງແມ່ນນ້ຳລາຍຫັ້ນຕິ!

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາກເວົ້ານຳຫຼາຍຢູ່ ລູງ ເທົາ ເອີຍ!
ແຕ່ເວົ້າ ບໍໄດ້ ໄອກະບໍດັງ
ກະເລີຍໄດ້ແຕ່ຊັ່ງຂີ້ມູກ ໄປຈັ່ງຊີ້ລະ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ຍາກເວົ້ານຳຫຼາຍຢູ່ ລູງ ເທົາ ເອີຍ!
ແຕ່ເວົ້າ ບໍໄດ້ ໄອກະບໍດັງ
ກະເລີຍໄດ້ແຕ່ຊັ່ງຂີ້ມູກ ໄປຈັ່ງຊີ້ລະ

ສະບາຍດີ khu1000lao,

ຄ່ອຍໆເປັນຄ່ອຍໆໄປ ຟ້າຕ້ອງແຈ້ງແກ່ທຸກຄົນໃນມື້ໝ້າ ຫາກຍາມໃດມັນເຫຼືອອົດແລ້ວກໍອາຈປົງອະນິຈານຳກັນແລ້ວກະວ່າ ເອົາມັນເຖິງໃສເຖິງກັນໄດ້!
ບໍ່ມີຫຍັງແລະໃຜຈະຢູ່ຄ້ຳຟ້າຈັກຄົນດອກໝາ!
ດີໃຈທີ່ມາອ່ານຫຼີ້ນນຳກັນພໍໃຫ້ແສບຊວງ..

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລູງເທົາມີຈຸດປະສົງຫຍັງໃນໃຈບໍ? ຫຼານອ່ານອອກໃດຫັ້ນ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ລູງເທົາມີຈຸດປະສົງຫຍັງໃນໃຈບໍ? ຫຼານອ່ານອອກໃດຫັ້ນ

ຮູ້ໄຕກັນ ດີເນາະ ສອງເຖົ້າ ນິ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ລູງເທົາມີຈຸດປະສົງຫຍັງໃນໃຈບໍ? ຫຼານອ່ານອອກໃດຫັ້ນ

ສະບາຍດີ kett,

ເປັນຫຍັງຈື່ງຕ້ອງມີຈຸດປະສົງ?
ອາຈເປັນພຽງທໍ່ຣະບາຍອາຣົມທີ່ມັນແໝ້ນໃນເອິກທີ່ທຸກຄົນກະມີຄວາມດັນຫັ້ນຄືກັນແຕ່ ພາກັນອົດກັນອຳໄວ້ແມ່ນວ່າມັນຈະກົດດັນຢ່າງແຮງ ແຕ່ກະເອົາແບບປຣັຊຍາແບບລາວໆທີ່ວ່າ ``ບໍ່ເປັນຫຍັງ!`` ຫັ້ນຢູ່ ແມ່ນວ່າຟ້າຊິປີ້ນ ດິນຊິຖລົ່ມ ກະຕາມມັນ..ອົດໄວ້ດີກວ່າ!
ປ່ອຍໃຫ້ໃຜທີ່ເຂົາເອົາສັງກະສີໂອບໝ້າສວຍໂອກາດແລະໃຊ້ແລະຮັບຜົນປະໂຫຍດຂອງ, ທີ່ຄວນຈະເປັນສ່ວນຮວມເຂົ້າເປັນຜົນປະໂຫຍດສ່ວນໂຕຢ່າງໝ້າຕາເສີຍ!!
ບໍ່ແມ່ນສັນດານໄທເຮົາເປັນແບບນັ້ນ ແຕ່ຍ້ອນ ເຮົາຖືກສິດສອນມາໃຫ້ຟັງຄວາມຜູ່ໃຫຍ່ໄມ້ຫຼັກ ທີ່ພາກັນລັກກິນບ້ານກິນເມືອງຢ່າງບໍ່ອາຍຫັ້ນ ແລະກະຍ້ອນ ອີກແນວໝຶ່ງກໍຄືຄວາມຢ້ານກົວທີ່ບັນດາຜູ່ມີວາສນາຫັ້ນພາກັນແຈກຈ່າຍໄວ້ທຸກຄອກແຄແຈຮົ້ວດ້ວຍສີດແລະອຳນາດທີ່ຢູ່ເໝືອກົດໜາຍທີ່ຕົນເອັງວາງອອກ!
ທີ່ມີທັງເຄື່ອງມືທີ່ເປິະເປື້ອນດ້ວຍເລຶອດຢາງທັງສິລທັມປະຈຳໃຈເສື່ອມຫັ້ນຄອງເມືອງ.
ເວົ້າມາ ກະແມ່ນວ່າເປັນຈຸດປະສົງທີ່ຢາກເຫັນຟ້າສີຕ່າງ ແລະຢາກໃຫ້ພີ່ນ້ອງເຮົາຮູ້ຈັກກັບຄວາມມີ ແລະເປັນອິສຣະເສຣີທີ່ແທ້ຈິງ, ບໍ່ແມ່ນພຽງໃນເຈັ້ຍໃນສໍ ແມ່ນແຕ່ໃນກົດໜາຍຣັຖທັມມະນູນຫັ້ນ!
ນັ້ຄືຈຸດປະສົງທີ່ແທ້ຈິງ.
ໃຫ້ເຂົາເຈົ້າໄດ້ທຳມາຫາກິນຕາມອັທຍາສັຍທີ່ມີມາແຕ່ປູສັງຂະສາຍ່າສັງຂະສີ.
ຄົນເຮົາຢູ່ໄດ້ນ້ອຍຄົນເກິນຮ້ອຍປີ ສົມຄວນໃຫ້ເຂົາເຈົ້າເຫັນແສງສີຂອງຟ້າຂອງໜອກແລະວັທນະທັມຂອງຕົນແລະຂອງຜູ່ອື່ນ, ເຫັນຄວາມສຸຂມ່ວນຊື່ນ ເຫັນຄວາມສິວິລັຍອັນເຈີດຈ້າ ແລະຮັບຮູ້ຂ່າວຄາວຄວາມສຸຂທຸກຂອງຄົນໃນຊາດຕົນຫຼືຊາດອື່ນ ທີ່ປາສຈາກເຫດຜົນທາງການເມືອງເຂົ້າປົກຄູມແລະແຊກແຊງ..
ນັ້ນຄືຈຸດປະສົງ..
ໃຫ້ລູກເລັກເດັກແດງໄດ້ຣັບການສຶກສາຢ່າງເປັນທັມ, ຢ່າງທົ່ວເຖິງ, ບໍ່ເລືອກເຊື້ອສາຍສະກູນ.ສົ່ງເສີມເຂົາທຸກຄົນໃຫ້ໄດ້ຮັບການສຶກສາຢ່າງດຽວກັນກັບເດັກນ້ອຍໃນຊາດອື່ນ!!
ນັ້ນກໍເປັນອີກຈຸດປະສົງທີ່ປຣາຖນາສຸດໃຈ!!
ເອົາພຽງນີ້ສານໍ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ລູງເທົາມີຈຸດປະສົງຫຍັງໃນໃຈບໍ? ຫຼານອ່ານອອກໃດຫັ້ນ

ຮູ້ໄຕກັນ ດີເນາະ ສອງເຖົ້າ ນິ

ສະບາຍດີຫຼານ ຄູພັນລາວ,
ໃສເດຊິຮູ້ໃຈກັນໄດ້!
ໃຜກະເປັນພະເອກໃນເງົາມຶດກັນທັງນັ້ນ!
ສັດທາທີ່ມີໃຫ້ກັນຄົງພໍມີແລະຄີດວ່າຄົງຄຸຍກັນໄດ້ ຢູ່ໄກໆ!
ຫາກການຖົກຖຽງຢູ່ໃກ້ໆກັນອາຈບໍ່ລົງຮອຍກັນໄດ້.
ເຫັນວ່າໃນພັນລາວໝ້ອຍຄົນມາອອກຄວາມເຫັນ.ແຕ່ເຊື່ອຢູ່ວ່າຄົງມາແວ່ອ່ານຫຼີ້ນນຳກັນ.
ວ່າອີ່ຕາເຖົ້າຫົວງູນີ້ມີຫຍັງມາເວົ້າສູ່ຟັງຢູ່ບໍ ຫຼືວ່າໄປດົມດອກໄມ້ທາງຮາກແລ້ວ!!

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມາຫາດ້ວຍບັນຫາທີ່ຊາວໂລກຮູ້ກັນທົ່ວໄປ.
ເຫດມັນເກີດທີ່ປະເທດ ຕູເນຊີ, ເອຈິບ ແລະກຳລັງຮ້ອນຮົນທີ່ລີເບັຍ..
ມັນເປັນປະເທດທີ່ມີການປົກຄອງແບບຜເດັດການມານານ:
ທີ່ຕູເນຊີ ຜູ່ທີ່ຖືກໂຄ່ງລົ້ມໆ ລົງແບບງ່າຍໆ!
ພຽງວ່າຕຳຣວດກວດຈັບຊາຍໝຸ່ມທີ່ຄ້າຂາຍຫາລຽງຊີບນຳແຜງຂ້າງຖນົນ!!
ເຣື້ອງກະລວນລາມໄປ...
ຜົນກະຄືໄດ້ເຫັນມານຳກັນ..ຜເດັດການຜູ່ນີ້ ຄອງອຳນາດມາຊາວກວ່າປີ
ຂົນຄຳອອກກ່ອນຖືກຕົກຕັ່ງ ໄປ ຊາອຸດິອາຣະບີ ໑໕໐໐ກິໂລ..ກະສົມຄວນ ສຳຫຼັບຄົນທີ່ຮັກຊາດມາຊາວກວ່າປີ!

ທີ່ເອຈິບ ທ່ານມູບາຣັກກະຮັກຊາດມາແຕ່ປາງກິ໋ປາງກີ້ ຕອນ ພາກັນຍິງຊັນໂວ ໃສ່ ທ່ານ ອານວາ ຊາດັດ ຈົນບໍ່ຈື່ແລ້ວວ່າຈັກປີຜ່ານມາ ນັບແຕ່ພຸ້ນຮອດສອງເດືອນຫຼັງມາກະປີວໄປນຳລົມທະເລຊາຍປານກັນກັບ ໜູ່ຈາກຕູເນຊີ..
ບໍ່ຮູ້ແທ້ວ່າເງິນຄຳກຳແກ້ວໃນແຕ່ລະທະນາຄານຢູ່ໃສຕໍ່ໃສມາກນ້ອຍພຽງໃດ!!
ດີແຕ່ຊາວເອຈິບເຂົາເຈົາບໍ່ເອົາເກີບເບຕົງໃສ່ໃຫ້ແລ້ວປ່ອຍລົງແມ່ນ້ຳນິລຫັ້ນນໍ ວ່າບໍ!

ສ່ວນທ່ານ ກາດາຟີນັກປະຕິຫວັດປົດປ່ອຍຊາດຈາກການເປັນຫົວເມືອງຂື້ນຂອງຝຣັ່ງມາ ກະບໍ່ຮູ້ຈັກກິ່ສີບປີແລ້ວ ກະຢາກສະຖາປະນາຕົນຂື້ນເປັນປະມຸກຂອງຊາດຕຼອດຊີວີດ..
ແຕ່ທໍ່ນ້ຳມັນມັນໄຫຼອອກແລະບໍ່ຖອກເງິນເຂົ້າຄັງຫຼວງຂອງປະເທດມາກນ້ອຍພຽງໃດໃຜໆກະບໍ່ຮູ້
ກະແນວເພິ່ນຮັກຊາດມານານສົມຄວນຕ້ອງມີ ບັນຊີໃນທະນາຄານຂອງຊວິດເປັນຫຼາຍໂກດແນ່ນອນ..
ກະຍັງລໍວັນລໍຄືນວ່າຊິໄດ້ເປັນປະມຸກຄ້ຳຟ້າໄດ້ຫຼືບໍ່.
ປະຊາຊົນຊາວລີບີຄົງບໍ່ເຫັນ ເລົາຢູ່ຄ້ຳຟ້າ ອັນຮ້ອນຮົນນັ້ນຕໍ່ໄປແລ້ວ..
ສົງສັຍພາກັນເບື່ອຂີ້ໝ້າ ທ່ານ ກາດາຟີ ນັກປົດປ່ອຍຊາດຈາກຊາດອື່ນແຕ່ປະຊາຕົນຍັງເໜືອນກັບເປັນຂ້າທາດຢູ່!!
ອຸກໃຈນຳ ວ່າຈະແຫ້ງໃນທະເລຊາຍຫຼືວ່າປະເທດໃດຈະຮັບໄປເປັນໝາເຝົ້າຄອກແບ້!!!
ຄອຍເບິ່ງກັນຕໍ່ໄປ..
ຕໍ່ໄປມັນກໍ ເກັມໂດມິໂນອາຣັບຈະລົ້ມໄປທາງໃດອີກ..ແຖວຫຼັງຄົງແມ່ນ ອາລເຊຣີ, ເຢເມນ, ມາໂຣກໂກ, ແມ່ນແຕ່ ຊາອຸດິອາຣະບີ!!
ນັ້ນມັນເປັນຣະບອບຜະເດັດການທີ່ຢູ່ຍືນມາຫຼາຍຟ້າຫຼ້າປີ..

ຍັງມີອີກຣະບອບຜະເດັດການທາງ ແບບສັງຄົມ..ບໍ່ນິຍົມນີ້ກະຄ້າຍຄືກັນ ແມ່ນກຸ່ມຄົນຢູ່ກັນຊົ່ວລູກຊົ່ວຫຼານ..
ອີກບໍ່ດົນຄີດວ່າເກັມໂດມິໂນຂອງຜະເດັດການແບບນີ້ກະຢ້ານພາກັນຂາຫຼ່ອຍຄືກັນ!!
ເຫັນມັນຫຼ່ອຍມາແລ້ວໃນແຖວໝ້າເຂດໝາວ ກະຄຶດວ່າມັນຊິຫຼ່ອຍລົງນຳກັນໄປໜົດແຕ່ພັດບໍ່!!
ກະໄດ້ແຕ່ພາວັນນາໃຫ້ຟ້າປ່ຽນສີຈັກມື້ ກ່ອນ ເຂົາ..
ອ່ານແລ້ວຫາກເຈົ້າຄຽດແທນ ແມ່ນເຈົ້າອາຈລົ້ມຄືບັນດາຜູ່ທີ່ລົ້ມມາແລ້ວແລະກຳລັງຂາສັ່ນ..
ຫາກອ່ານແລ້ວເຈົ້າຫົວກາກໆແມ່ນວ່າເຮົາມີອາຣົມດີຄ້າຍໆກັນ..

ຂອບເຈິ!!!!

ຜະເດັດການ ແບບ ລິເບັຍ ຕູເນຊີ ດີກວ່າ ປະຊາທິປະໄຕແບບ ອີລັກ ແມ່ນບໍ່!

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ລູງເທົາມີຈຸດປະສົງຫຍັງໃນໃຈບໍ? ຫຼານອ່ານອອກໃດຫັ້ນ

ສະບາຍດີ kett,

ເປັນຫຍັງຈື່ງຕ້ອງມີຈຸດປະສົງ?
ອາຈເປັນພຽງທໍ່ຣະບາຍອາຣົມທີ່ມັນແໝ້ນໃນເອິກທີ່ທຸກຄົນກະມີຄວາມດັນຫັ້ນຄືກັນແຕ່ ພາກັນອົດກັນອຳໄວ້ແມ່ນວ່າມັນຈະກົດດັນຢ່າງແຮງ ແຕ່ກະເອົາແບບປຣັຊຍາແບບລາວໆທີ່ວ່າ ``ບໍ່ເປັນຫຍັງ!`` ຫັ້ນຢູ່ ແມ່ນວ່າຟ້າຊິປີ້ນ ດິນຊິຖລົ່ມ ກະຕາມມັນ..ອົດໄວ້ດີກວ່າ!
ປ່ອຍໃຫ້ໃຜທີ່ເຂົາເອົາສັງກະສີໂອບໝ້າສວຍໂອກາດແລະໃຊ້ແລະຮັບຜົນປະໂຫຍດຂອງ, ທີ່ຄວນຈະເປັນສ່ວນຮວມເຂົ້າເປັນຜົນປະໂຫຍດສ່ວນໂຕຢ່າງໝ້າຕາເສີຍ!!
ບໍ່ແມ່ນສັນດານໄທເຮົາເປັນແບບນັ້ນ ແຕ່ຍ້ອນ ເຮົາຖືກສິດສອນມາໃຫ້ຟັງຄວາມຜູ່ໃຫຍ່ໄມ້ຫຼັກ ທີ່ພາກັນລັກກິນບ້ານກິນເມືອງຢ່າງບໍ່ອາຍຫັ້ນ ແລະກະຍ້ອນ ອີກແນວໝຶ່ງກໍຄືຄວາມຢ້ານກົວທີ່ບັນດາຜູ່ມີວາສນາຫັ້ນພາກັນແຈກຈ່າຍໄວ້ທຸກຄອກແຄແຈຮົ້ວດ້ວຍສີດແລະອຳນາດທີ່ຢູ່ເໝືອກົດໜາຍທີ່ຕົນເອັງວາງອອກ!
ທີ່ມີທັງເຄື່ອງມືທີ່ເປິະເປື້ອນດ້ວຍເລຶອດຢາງທັງສິລທັມປະຈຳໃຈເສື່ອມຫັ້ນຄອງເມືອງ.
ເວົ້າມາ ກະແມ່ນວ່າເປັນຈຸດປະສົງທີ່ຢາກເຫັນຟ້າສີຕ່າງ ແລະຢາກໃຫ້ພີ່ນ້ອງເຮົາຮູ້ຈັກກັບຄວາມມີ ແລະເປັນອິສຣະເສຣີທີ່ແທ້ຈິງ, ບໍ່ແມ່ນພຽງໃນເຈັ້ຍໃນສໍ ແມ່ນແຕ່ໃນກົດໜາຍຣັຖທັມມະນູນຫັ້ນ!
ນັ້ຄືຈຸດປະສົງທີ່ແທ້ຈິງ.
ໃຫ້ເຂົາເຈົ້າໄດ້ທຳມາຫາກິນຕາມອັທຍາສັຍທີ່ມີມາແຕ່ປູສັງຂະສາຍ່າສັງຂະສີ.
ຄົນເຮົາຢູ່ໄດ້ນ້ອຍຄົນເກິນຮ້ອຍປີ ສົມຄວນໃຫ້ເຂົາເຈົ້າເຫັນແສງສີຂອງຟ້າຂອງໜອກແລະວັທນະທັມຂອງຕົນແລະຂອງຜູ່ອື່ນ, ເຫັນຄວາມສຸຂມ່ວນຊື່ນ ເຫັນຄວາມສິວິລັຍອັນເຈີດຈ້າ ແລະຮັບຮູ້ຂ່າວຄາວຄວາມສຸຂທຸກຂອງຄົນໃນຊາດຕົນຫຼືຊາດອື່ນ ທີ່ປາສຈາກເຫດຜົນທາງການເມືອງເຂົ້າປົກຄູມແລະແຊກແຊງ..
ນັ້ນຄືຈຸດປະສົງ..
ໃຫ້ລູກເລັກເດັກແດງໄດ້ຣັບການສຶກສາຢ່າງເປັນທັມ, ຢ່າງທົ່ວເຖິງ, ບໍ່ເລືອກເຊື້ອສາຍສະກູນ.ສົ່ງເສີມເຂົາທຸກຄົນໃຫ້ໄດ້ຮັບການສຶກສາຢ່າງດຽວກັນກັບເດັກນ້ອຍໃນຊາດອື່ນ!!
ນັ້ນກໍເປັນອີກຈຸດປະສົງທີ່ປຣາຖນາສຸດໃຈ!!
ເອົາພຽງນີ້ສານໍ!

ບໍ່ມີຄວາມຊົ່ວຮ້າຍໃດ ຈະຢູ່ຍືນຍົງດອກລູງເອີຍ ບໍ່ວັນໃດກໍ່ວັນໜຶ່ງ
ທຸກສິ່ງຍ່ອມມີການປ່ຽນແປງໄປຕາມຄວາມເປັນຈິງ ແລະ ຄວາມປາດທະໜາຂອງຄົນສ່ວນໄຫຍ່
ແໝນແຕໂລກເຮົາຍັງມີການປ່ຽນແປງຫັຼງຈາກເກີດແຜ່ນດິນໄຫວຢູ່ຍີ່ປຸ່ນ ແກນໂລກມີການເຄື່ອນທີ່ ເຮັດໃຫ້ໂລກປິ່ນໄວຂຶ້ນ 1ວັນ ໃນ 1ປີ ອາຍຸຄົນກໍ່ຈະສັ້ນເຂົ້າໄປນຳ ຈັກໜ່ອຍຄົນພວກນີ້ກໍ່ຕາຍໝົດແລ້ວ ບໍ່ຕ້ອງຫ່ວງ
ບໍ່ຢາກເຂົ້າປະເດັນປານໃດເນາະ

ສະບາຍດີມື້ໃໜ່ ຫຼານເກັດ!
ຕິດຕາມກັນມາຕຼອດຕິນໍ..
ຟ້ານັ້ນກະຍັງບໍ່ຮູ້ຄືກັນວ່າຍາມໃດຈະປ່ຽນສີ!
ແຕ່ຫຼາຍຄົນຈັ່ງແມ່ນອາຍຸຍືນ!
ຢາກເອົາເພັງ ຂອງ ບອບ ດີແລນມາໃຫ້ຟັງຈັກເພັງ ໂຕຢ່າງ " Blowing in the wind" ເປັນຕົ້ນ ຫຼື" THe time when they are changing"
ແຕ່ປະໄວ້ສານໍ ໃນ ຢູທູບ ກະມີ ເນື້ອນັຍຂອງມັນມີໃນ ໂປຣຟາຍ ຫາກສົນໃຈ.
ແນ່ລະ ຄ້ຳຟ້າ ມີແຕ່ສາວຂື້ນຄານອາຈຢູ່ຄ້ຳຟ້າໃນສາຍຕາຂອງນາງນັ້ນໆ.!!

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວສິເຂົ້າມາອ່ານໃຫມ່ ຍັງອ່ານບໍ່ຈົບ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ມາຫາດ້ວຍບັນຫາທີ່ຊາວໂລກຮູ້ກັນທົ່ວໄປ.
ເຫດມັນເກີດທີ່ປະເທດ ຕູເນຊີ, ເອຈິບ ແລະກຳລັງຮ້ອນຮົນທີ່ລີເບັຍ..
ມັນເປັນປະເທດທີ່ມີການປົກຄອງແບບຜເດັດການມານານ:
ທີ່ຕູເນຊີ ຜູ່ທີ່ຖືກໂຄ່ງລົ້ມໆ ລົງແບບງ່າຍໆ!
ພຽງວ່າຕຳຣວດກວດຈັບຊາຍໝຸ່ມທີ່ຄ້າຂາຍຫາລຽງຊີບນຳແຜງຂ້າງຖນົນ!!
ເຣື້ອງກະລວນລາມໄປ...
ຜົນກະຄືໄດ້ເຫັນມານຳກັນ..ຜເດັດການຜູ່ນີ້ ຄອງອຳນາດມາຊາວກວ່າປີ
ຂົນຄຳອອກກ່ອນຖືກຕົກຕັ່ງ ໄປ ຊາອຸດິອາຣະບີ ໑໕໐໐ກິໂລ..ກະສົມຄວນ ສຳຫຼັບຄົນທີ່ຮັກຊາດມາຊາວກວ່າປີ!

ທີ່ເອຈິບ ທ່ານມູບາຣັກກະຮັກຊາດມາແຕ່ປາງກິ໋ປາງກີ້ ຕອນ ພາກັນຍິງຊັນໂວ ໃສ່ ທ່ານ ອານວາ ຊາດັດ ຈົນບໍ່ຈື່ແລ້ວວ່າຈັກປີຜ່ານມາ ນັບແຕ່ພຸ້ນຮອດສອງເດືອນຫຼັງມາກະປີວໄປນຳລົມທະເລຊາຍປານກັນກັບ ໜູ່ຈາກຕູເນຊີ..
ບໍ່ຮູ້ແທ້ວ່າເງິນຄຳກຳແກ້ວໃນແຕ່ລະທະນາຄານຢູ່ໃສຕໍ່ໃສມາກນ້ອຍພຽງໃດ!!
ດີແຕ່ຊາວເອຈິບເຂົາເຈົາບໍ່ເອົາເກີບເບຕົງໃສ່ໃຫ້ແລ້ວປ່ອຍລົງແມ່ນ້ຳນິລຫັ້ນນໍ ວ່າບໍ!

ສ່ວນທ່ານ ກາດາຟີນັກປະຕິຫວັດປົດປ່ອຍຊາດຈາກການເປັນຫົວເມືອງຂື້ນຂອງຝຣັ່ງມາ ກະບໍ່ຮູ້ຈັກກິ່ສີບປີແລ້ວ ກະຢາກສະຖາປະນາຕົນຂື້ນເປັນປະມຸກຂອງຊາດຕຼອດຊີວີດ..
ແຕ່ທໍ່ນ້ຳມັນມັນໄຫຼອອກແລະບໍ່ຖອກເງິນເຂົ້າຄັງຫຼວງຂອງປະເທດມາກນ້ອຍພຽງໃດໃຜໆກະບໍ່ຮູ້
ກະແນວເພິ່ນຮັກຊາດມານານສົມຄວນຕ້ອງມີ ບັນຊີໃນທະນາຄານຂອງຊວິດເປັນຫຼາຍໂກດແນ່ນອນ..
ກະຍັງລໍວັນລໍຄືນວ່າຊິໄດ້ເປັນປະມຸກຄ້ຳຟ້າໄດ້ຫຼືບໍ່.
ປະຊາຊົນຊາວລີບີຄົງບໍ່ເຫັນ ເລົາຢູ່ຄ້ຳຟ້າ ອັນຮ້ອນຮົນນັ້ນຕໍ່ໄປແລ້ວ..
ສົງສັຍພາກັນເບື່ອຂີ້ໝ້າ ທ່ານ ກາດາຟີ ນັກປົດປ່ອຍຊາດຈາກຊາດອື່ນແຕ່ປະຊາຕົນຍັງເໜືອນກັບເປັນຂ້າທາດຢູ່!!
ອຸກໃຈນຳ ວ່າຈະແຫ້ງໃນທະເລຊາຍຫຼືວ່າປະເທດໃດຈະຮັບໄປເປັນໝາເຝົ້າຄອກແບ້!!!
ຄອຍເບິ່ງກັນຕໍ່ໄປ..
ຕໍ່ໄປມັນກໍ ເກັມໂດມິໂນອາຣັບຈະລົ້ມໄປທາງໃດອີກ..ແຖວຫຼັງຄົງແມ່ນ ອາລເຊຣີ, ເຢເມນ, ມາໂຣກໂກ, ແມ່ນແຕ່ ຊາອຸດິອາຣະບີ!!
ນັ້ນມັນເປັນຣະບອບຜະເດັດການທີ່ຢູ່ຍືນມາຫຼາຍຟ້າຫຼ້າປີ..

ຍັງມີອີກຣະບອບຜະເດັດການທາງ ແບບສັງຄົມ..ບໍ່ນິຍົມນີ້ກະຄ້າຍຄືກັນ ແມ່ນກຸ່ມຄົນຢູ່ກັນຊົ່ວລູກຊົ່ວຫຼານ..
ອີກບໍ່ດົນຄີດວ່າເກັມໂດມິໂນຂອງຜະເດັດການແບບນີ້ກະຢ້ານພາກັນຂາຫຼ່ອຍຄືກັນ!!
ເຫັນມັນຫຼ່ອຍມາແລ້ວໃນແຖວໝ້າເຂດໝາວ ກະຄຶດວ່າມັນຊິຫຼ່ອຍລົງນຳກັນໄປໜົດແຕ່ພັດບໍ່!!
ກະໄດ້ແຕ່ພາວັນນາໃຫ້ຟ້າປ່ຽນສີຈັກມື້ ກ່ອນ ເຂົາ..
ອ່ານແລ້ວຫາກເຈົ້າຄຽດແທນ ແມ່ນເຈົ້າອາຈລົ້ມຄືບັນດາຜູ່ທີ່ລົ້ມມາແລ້ວແລະກຳລັງຂາສັ່ນ..
ຫາກອ່ານແລ້ວເຈົ້າຫົວກາກໆແມ່ນວ່າເຮົາມີອາຣົມດີຄ້າຍໆກັນ..

ຂອບເຈິ!!!!

ຜະເດັດການ ແບບ ລິເບັຍ ຕູເນຊີ ດີກວ່າ ປະຊາທິປະໄຕແບບ ອີລັກ ແມ່ນບໍ່!

ສະບາຍດີ kaopai,
ເຈົ້າວ່າຈັ່ງຊັ້ນ!
ກ່ອນການທີ່ອິຣັກຈະຕົກມາເປັນແບບນີ້ ຊາວ ເຜົ່າຊົນ ``ເຄີດ``ຫັ້ນກໍບໍ່ຖຶກກັບ ອາດຍາ ຊັດດຳ
ຈຶ່ງພາກັນ ນອນແປ່ສາຍບືກັນທັງໂຄດ ແລະໜາບັກກ່ານ ຄາວອ້າຍໃຫຍ່ ປ່ອຍອາວຸດ ແລະສານເຄມີລົງໃນເຂດຢູ່ອາສັຍຂອງເຂົາເຈົ້າ!!
ໃນ ຕູເນເຊັຍ ເອຈິບ ຜ່ານມາ ຜະເດັດການກໍກຳເອົາໜົດທຸກຢ່າງ ຊາວໝຸ່ມທີ່ໄດ້ຮັບການສືກສາມາແຕ່ຢູໂຣບກະພໍເຫັນວ່າອັນໃດເປັນອັນໃດ
ແຕ່ອາດຍາສິດ ທີ່ສະຖາປະນາຕົນຂື້ນເປັນເຈົ້າຂອງຜູກຂາດປະເທດຫັ້ນເຫັນແກ່ແຕ່ຕົນແລະພັກພວກເພື້ອນຝູງທັງວົງສະກຸນໂຕເທົ່ານັ້ນ ເຫດມັນຈຶ່ງເກີດຂື້ນແບບນັ້ນ!!ບໍ່ຮູ້ວ່າໃນອີຣັກດີຂື້ນປານໃດ ໃນ ຕູເນເຊັຍຊົ່ວລົງປານໃດ..
ແຕ່ເຊື່ອແນ່ວ່າການປ່ຽນແປງຫັ້ນເປັນໄປໃນທາງດີຂື້ນ!
ໃນລີເບັຍ ມີຂ່າວວ່າ ລູກຊາຍຈອມໂຫດຂອງທ່າງພະເຈົ້າ ກັດດາຟີ ຖືກ ຂ້າຕາຍ ແມ່ນແຕ່ະພເຈົ້າ ກັດດາຟີ ກະນ້ຳຕາໄຫຼ!!
ແຕ່ ທ່ານນັ້ນບໍ່ເຄີຍຮັບຮູ້ຍາມທີ່ລູກຊາຍຂອງພະອົງຜູຊົງຣີດຫັ້ນຫ່ຳຫັ່ນຂ້າຟັນລູກຊາຍຫຼານຊາຍຜູ່ອື່ນຜ່ານມາ..
ແລ້ວພໍ່ແມ່ພີ່ນ້ອງເຂົາເຫຼົ່ານັ້ນເຈັບແສບມາມາກນ້ອຍພຽງໃດ ຄືຊິຮອດປານນີ້ ອາດຍາໃຫຍ່ກັດດາຟີຈື່ງຮູ້ເຈັບ ແລະກະຍັງບໍ່ເຫັນຄວາມເຈັບແສບຂອງຜູ່ອື່ນທີ່ສູນເສັຍລູກເຕົ້າໄປ..ເປັນນິສັຍຂອງຜູ້ເຮືອງຣີດທັງຫຼາຍ..
ສິ່ງດຽວຄືປ້ອງກັນອານາຈັກທີ່ກຳລັງຈະພັງທະລາຍນັ້ນດ້ວຍກົນໄກທຸກຢ່າງ..
ໃຜຈະຢູ້ຄ້ຳຟ້ານໍ!!
ແຕ່ເງິນຄຳກຳແກ້ວກອບໂກຍໄປເຮັດອີ່ຫຍັງຫຼວງຫຼາຍປານນັ້ນ?
ຕາຍໄປກະໄຮ້ຄ່າ ແທນທີ່ຈະເອົາມາສ້າງສາປະເທດໃຫ້ທຸກຄົນທີ່ເກີດໄດ້ໃຫຍ່ມາເທິງຫາດຊາດແຫ່ງນີ້ໄດ້ມີສຸຂທົ່ວກັນ ກັບກອບກຳໃສ່ທະນາຄານຂອງຊາດອື່ນໄວ້!!ປະຊາຊົນຂອງຕົນແມ່ນວ່າ ໃຫ້ຕາຍແຫ້ງກະແດ້ງໃນທະເລຊາຍຫັ້ນກະຊ່າງຫົວມັນ!!
ມີແຕ່ເຈົ້າຂອງທະນາຄານຂອງສວິສທີ່ດີໃຈເພາະເງິນຍັງເຕັມຄັງຂອງຕູ້ເກັບມ້ຽນ ຫາໃຜມາຮັບເອົາຄືນບໍ່ມີ!!
ຫາກເຈົ້າເຫັນວ່າເຫດການທີ່ເກີດຂື້ນມັນເປັນແນວບໍ່ດີໂດຍການເອົາບັນຫາຢ່າງອິຣັກປັດຈຸບັນມາຕໍ່ຮອງກັນສ່ວນໝຶ່ງເຈົ້າຄົງມີເຫດຜົນ..
ແຕ່ສພາບການທີ່ເປັນຢູ່ໃນປັດຈຸບັນໃນ ລີເບັຍ,ຕູເນເຊັຍແລະເອຈີບຫັ້ນມັນເປັນແບບຕ່າງກັນແນ່ນອນ..
ອີກປະການໝຶ່ງ ເຫດການທີ່ບໍ່ແນ່ນອນຂອງບັນດາຜະເດັດການໃນແຕ່ລະປະເທດແຖວນີ້ຈະບໍ່ຄົງທົນຢູ່ລອດ ແມ່ນແຕ່ໃນ ເຢເມນ ກໍຄືກັນ..ໃນ ຊີເຣັຍກໍກຳລັງຄຶກຄັກ!!
ດຽວນີ້ ເປັນວາຣະສຸດທ້າຍຂອງຜເດັດການສ່ວນບຸກຄົນແລະຄອບຄົວ!!
ຕໍ່ໄປຈະແມ່ນການສ້ຽງສຸດຂອງບັນດາຜເດັດການແບບກຸ່ມກ້ອນພັກຣັຖທີ່ຄອງອຳນາດໃຫ້ສ່ວນກຸ່ມຄົນ ເຊັ່ນໃນພະມ້າ, ເກົ່າຫຼີເໝືອ...ລາວ, ຫວຽດນາມ, ຄິວບາ, ເວເນຊູແອນລາ ແລະກະ ແນ່ນອນ ຈີນ!!
ຫຼືວ່າຟ້ານັ້ນຍັງບໍ່ທັນຢາກໂຜດ ຜີເຫຼົ່ານີ້ຢູ່?
ກະເປັນວາສນາທີ່ແສນສ້ວຍຂອງປະຊາຊົນຂອງແຕ່ລະປະເທດເຫຼົ່ານີ້!!
ອະນິດຈາ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ແລ້ວສິເຂົ້າມາອ່ານໃຫມ່ ຍັງອ່ານບໍ່ຈົບ

ສະບາຍດີ ແມນເຣດ,
ຮູບເຈົ້າໃນໂປຣຟາຍ ພາໃຫ້ຄີດເຖິງອະດີດ ຄາວນັກໝັງສືພິມ ໄທຣັດ ຂອງໄທ ແຕ້ມຮູບແບບດຽວກັນນີ້!!
ທີ່ບໍ່ຈຳເປັນອະທິບາຍກະເຂົ້າໃຈວ່າຢາກບອກຫຍັງກັນ!!
ເປັນຄາວ ທ່ານທີ່ໃຊ້ນາມປາກກາວ່າ ສີນ້ຳ!!
ມັນນານມາແລ້ວ!!
ແຕ່ຄວາມໜາຍຂອງມັນຍັງສົດໄສແລະມີຄ່າຄືເກົ່າບໍ່ຜິດ!!
ຫຍິບປາກໄວ້!!
ມາອ່ານກວນໃຈນຳກັນແມ່ນວ່າພໍໃຈແລ້ວ ບໍ່ຕ້ອງຂຽນຫຍັງກະໄດ້!!

ແຕ່ອີຣັກ ໃນປັດຈຸບັນ ຍິ່ງໂຫດຮ້າຍກວ່າ ອີຣັກໃນເມື່ອກ່ອນຫຼາຍ ແລະ ຈະໂຫດຮ້າຍໄປອີກດົນແສນນານ ທ່ານກໍ່ອາດຈະຮູ້ດີເນາະ
ແລະ ໂຫດຮ້າຍກວ່າ ລະບອບຜະເດັດການຂອງ ຊັດດຳອີກ ຫຼືບໍ່ແມ່ນ? ຖ້າລະບອບຂອງ ພັນເອກກັດດາຟີ ຫາກບໍ່ມີຄົນສະໜັບສະໜູນ ຄົງຈະຖືກປ່ຽນແປງຕັ້ງດົນນານແລ້ວ ແຕ່ຄົນໃນປະເທດສ່ວນຫຼາຍ ກໍ່ສະໜັບສະໜູນ ພັນເອກ ກັດດາຟີ ເຊິ່ງກໍ່ເປັນໄປຕາມ ສຽງສ່ວນຫຼາຍ (ເປັນລະບົບດຽວກັບ ປະຊາທິປະໄຕ ທີ່ຕ້ອງຂຶ້ນກັບສຽງສ່ວນຫຼາຍ) ແລະ ການປົກຄອງແບບ ຊົ່ວລູກຊົ່ວຫຼານນີ້ ປະເທດໄທກໍ່ ເປັນໜຶ່ງປະເທດ ລັກສະນະແບບນັ້ນ ເຊັ່ນກັນ ແລ້ວພັນທະມິດ ແລະ ສະຫະລັດອາເມລິກາ ເອົາເຄື່ອງບິນຮົບໄປຍິງໃສ່ປະເທດ ລິເບັຍ ບໍ່ໂຫດກວ່າກັດດາຟີບໍ່? ຄືຂ້ອຍບໍ່ໄດ້ສະໜັບການປົກຄອງລະບອບຜະເດັດການ ແຕ່ກໍ່ບໍ່ໝັກລະບອບທຶນນິຍົມ ທີ່ມີຕ່າງຊາດແລະ ນາຍທຶນ ເປັນສ່ວນຫຼາຍທີ່ເຂົ້າມາມີບົດບາດໃນການປົກຄອງ ໂດຍສະເພາະແມ່ນ ສະຫະລັດ ອາເມລິກາ ບາງເທື່ອລະບອບການປົກຄອງຂອງປະເທດ ສະຫະລັດອາເມລິກາ ອາດຈະໂຫດຮ້າຍກວ່າ ພັນເອກ ກັດດາຟີ ກໍ່ເປັນໄດ້ ໂດຍສະເພາະ CIA FBI ເປັນຕົ້ນ ຍັງບໍ່ລວມເຖິງອົງກອນສາກົນອື່ນໆໆ ທີ່ຮັບເງິນອຸດໜູນແບບບໍ່ເປັນທາງການຈາກ ນາຍທຶນຂອງພັກ ແລະ ຖະບານ ອາເມລິກາ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ຕາມທີ່ໄດ້ສຶກສາມາ ການປົກຄອງຂອງ ກາດາຟີ ກໍ່ດີຢູ່ໃດ!!! ທ່ານຮູ້ບໍວ່າ ຊາວລີບີ ເກີດໃໝ່ ຈະໄດ້ເງິນ ໗,໐໐໐ ໂດລາທັນທີ. ເງິນເດືອນຂັ້ນຕ່ຳຂອງພະນັກງານຢູ່ລີບີປະຈຸບັນນີ້ ໗໓໐ ໂດລາ/ເດືອນ. ຄອບຄົວໃດຕ້ອງການຊື້ຫ້ອງແຖວ ລັຖບາລສນອງເງິນໃຫ້ຊື້ຫ້ອງແຖວ(ເຮືອນຢູ່ໃຫ້ປະຊາຊົນ) ປະມານ ໖໔,໐໐໐ ໂດລາ. ເລື່ອງການສຶກສາ ແມ່ນຟຣີທຸກຢ່າງ. ຖ້າໃຜຮຽນເກັ່ງຢາກໄປຮຽນຕໍ່ທີ່ຕ່າງປະເທດ ລັຖບາລລີບີຈະຈ່າຍໃຫ້ທຸກຢ່າງ. ເວົ້າເລື່ອງໂຮງພະຍາບາລແມ່ນຟຣີ ບໍ່ມີການເກັບຄ່າທຳນຽມຫັຽງໝົດ. ສຳລັບຜູ້ທີ່ມີລູກຫຼາຽຄົນລັຖບາລຈະມີເອກະສານໃຫ້ເພື່ອຊື້ສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນໃນລາຄາທີ່ກຳນົດຕາມຮ້ານຄ້າຕ່າງໆ. ເທົ່ານັ້ນຍັງບໍ່ພໍໃນປີໜຶ່ງລັຖບາລຈະແບ່ງກຳໄລໃຫ້ສະມາຊິກໃນຄອບຄົວຄົນລະ ໑,໐໐໐ ໂດລາ. ໃນທີ່ຢູ່ອາໄສ ຄ່າໄຟ ແມ່ນຟຣີ. ຢູ່ລີບີມີກົດໝາຍຫ້າມດື່ມເຫຼົ້າ. ຄົນລີບີຖ້າຕ້ອງການເຮັດທຸລະກິດສ່ວນຕົວ ລັຖບາລຈະຈ່າຍເງິນສນັບສນູນ ໒໐,໐໐໐ ໂດລາ ໂດຍບໍ່ຄິດໄລ່ເອົາຄືນ. ໃນກໍລະນີຫາກ ຢາກເຮັດການກະເສດແມ່ນຂຽນໃບສເນີຫາລັຖບາລ, ທາງລັຖບາລກໍ່ຈະສນອງບັນດາອຸປະກອນເຕັກນິກແລະສນອງທຶນທັງໝົດໃຫ້ລ້າໆ. ຖ້າຄອບຄົວໃດຢາກຊື້ລົຖໃຫ່ຽ ລັຖຈະຈ່າຍໃຫ້ ໕໐% ອີກ ໕໐% ຈ່າຍຜ່ອນແບບບໍ່ມີດອກເບັ້ຽ. ລາຄານ້ຳມັນລິດໜຶ່ງກໍ່ປະມານ ໐.໑໔ ໂດລາ. ແຕ່ເຂົາວາງລະບຽບເຂັ້ມແຂງທີ່ສຸດເຊັ່ນ:ຖ້າຂາຽສິນຄ້າໝົດອາຍຸ ແມ່ນຖືກຈັບເຂົ້າຄຸກ. ຖ້າຈຳໜ່າຽຢາປິ່ນປົວທີ່ໝົດອາຍຸຈະຖືກ ປະຫານຊີວິດ. ທ່ານລອງຄິດເບິ່ງວ່າ ຄວາມຮັ່ງມີດັ່ງກ່າວຂອງຊາວລີບີຈະບໍ່ເຮັດໃຫ້ ອາເມຣິກາອິດສາຊັ້ນເບາະ? ໃນໂລກໜ່ວຍນີ້ບໍ່ມີລັຖບາລໃດເຮັດໄດ້ຄືປະເທດລີບີ. ປະຊາຊົນລີບີຢູ່ເຢັນເປັນສຸຂ ແຕ່ ຮ້ອນຮົນລັຖບາລອາເມຣິກາ. ສະນັ້ນອາເມຣິກາຈິ່ງຍຸແຍ່ກຸ່ມຄົນນ້ຽໆໜຶ່ງໃຫ້ອອກມາຕໍ່ຕ້ານລັຖບາລລີບີ, ເພື່ອເປັນບ່ອນອີງໃນການເຂົ້າຢຶດແຫຼ່ງເສຖກິດນ*ມັນຂອງໂລກ.

ກໍຣະນີຕ່າງຊາດມາກ່ຽວພັນ!
ການລຸກຮື້ໃນລີເບັຍຫັ້ນບໍ່ແມ່ນຕ່າງຊາດ ແມ່ນຊາວລີເບັຍເອັງຕໍ່ຕ້ານ ແລະຮຽກຮ້ອງຫາເສຣິພາບບໍ່ແມ່ນບໍ?
ສ່ວນຫຼາຍມີແຕ່ຜູ່ຊັງ ການເຂົ້າແຊກແຊງຂອງຕ່າງຊາດ ເຊັ່ນ ອະເມຣິກາ ແລະ``ບັນດາທາຍາດ``
ນາຣົກ ໃນ ອິຣັກ ແລະປະເທດອື່ນໆ ແມ່ນຄວາມບໍ່ພໍໃຈທີ່ຊາດອື່ນມາຄອບຄອງ ມາມີບົດບາດໃນບ້ານຕົນເມືອງຕົນ..
ແຕ່ ເມື່ອປີ ໑໙໙໐ ເມື່ອສະຫາຣັຖຖອນໂຕອອກ ຈາກອິຣັກຊາວອິຣັກກະຂ້າແກງກັນເອັງຄືເກົ່າ ບາດນີ້
ຫາກກອງກຳລັງຕ່າງຊາດຖອນໂຕອອກໄປ
ຫາກຊາວອິຣັກມີຄວາມສາມດສ້າງຄວາມຢູ່ເຢັນເປັນສຸຂດ້ວຍລຳແຄ່ງໂຕເອັງມັນກະຊິມີຫຍັງ!
ໃຜກໍຈະຖອນໂຕອອກໄປ ທີ່ມາປ້ອງກັນຄວາມສຫງົບໃຫ້ແຕ່ບັນດາ ຊາວອິຣັກຫັ້ນ ຍາມກອງຮັກສາຄວາມປອດພັຍອອກໄປແລ້ວຈະບໍ່ພາກັນຂ້າກັນແກງກັນເອັງສາບໍ?
ຄວາມໜັ້ນຄົງທີ່ກອງກຳລັງຕ່າງຊາດມີໃຫ້ດ້ວຍການລົງມະຕິຂອງອົງການສະຫາປະຊາຊາດ
ກະບໍ່ມແມ່ນວ່າໃຜຈະລ່ວງລ້ຳເຂົ້າໄປໂດຍລຳພັງ..
ແຕ່ ຄວາມຮັບຮູ້ມັນບໍ່ຄືກັນ!!
ຫາກວ່າໃນລີເບັຍບໍ່ມີການຂ້າກັນແບບໃຫ້ຄວາມທຸ່ນທ່ຽງພຽງແກ່ ທ່ານນາຍພົນ ກັດດາຟີ
ແລະພັກພວກ ກະບໍ່ຮູ້ວ່າແມ່ນໃຜມາພາກັນລຸກຮື້ຂ້າຟັນຣັນແທງກັນ ແມ່ນ ພວກນາຍທືນສົ່ງຄົນເຂົ້າໄປ, ທະຫານລັບຈ້າງທີ່ ທ່ານນາຍພັນກັດດາຟີຈ້າງໃຫ້ມາຂ້າປະຊາຊົນໂຕເອັງກະດີກວ່າ ກະແລ້ວແຕ່ຈະຄຶດກັນນໍ ແນວທາງການເບິ່ງໂລກມັນແຕກຕ່າງກັນ..
ສຳຫຼັບ ຜຂ ນີ້ ຫາກວັນໃດ ອາດຍາ ນາຍພົນກັກດາຟີ ໜົດອຳນາດຫັ້ນແຫຼະຈຶ່ງວ່າລີເບັຍຈະກ້າວໄປອີກກ້າວໝຶ່ງຂອງການສ້າງສາປະເທດ.
ແຕ່ກະບໍ່ແນ່ ໃນປະເທດແຖບນີ້ ມັກໃຫ້ມີ ມື ໝັກໆ ນຳພາ!ມັນອາຈປ່ຽນມາເປັນ ແບບໝີ ເສືອ ໄປພໍ້ແຂ້ ກະເປັນໄດ້!
ນັ້ນກະເປັນວາສນາຊາຕາຂອງຊາວລີເບັຍ.
ອີກຢ່າງໃນປະເທດ ອິຣັກ ການສ້າງຄວາມປັ່ນປ່ວນແລະກໍ່ການຮ້າຍ ມັນກະມີຫຼາຍຝ່າຍ..ທັງ ຈາກ ແນວທາງສາສນາແລະ
ອາລໄກດາ ອີກຂ້າງໝຶ່ງ ແລະ ອີກຂ້າງໝຶ່ງຄື ຝ່າຍພັນທະມີດ ເປິະເປື້ອນ ປະເທດຕາເວັນຕົກ ຂີ້ເຮື້ອນນໍ!!ຕາມວ່າກັນນຳໝ້າກໍໜາບ້າ ອະເມຣິກາ..
ຫາກໂລກນີ້ຂາດໜາບ້າ ໂຕນີ້ ການ ຟື້ນຟູ ການຊ່ອຍເຫຼືອຕອນ ແຜ່ນດິນໄຫວໃນ ຕາຮິຕີ ແລະສະພາບການຮ້າຍຕ່າງໆກໍຄົງບໍ່ມີຂື້ນ..ຫຼືວ່າຈັ່ງໃດ?
ຄີດວ່າໜາບ້ານີ້ກະຢູ່ບໍ່ເປັນສຸຂ!
ແຕ່ໜາບ້າແຖວອາຊີເດ?ກະມີບໍ?
ເຫດການຢູ່ໄທຂ້ອຍບໍ່ຮູ້ນຳ ແລະຄີດວ່າຫຼາຍຢ່າງກະຄວນປ່ຽນແປງ ຄືກັນ..
ຄາວມາບ້ານກະຍ້ອນພວກແດງພວກເຫຼືອງ ທີ່ຂ້ອຍກໍໄດ້ຮັບບາບນຳແທນທີ່ຈະໄປໆມາໆຕາມກຳໝົດກໍໄດ້ນັ່ງ
ເຈົ່າຖ້າເພິ່ນເລີກການສແດງສີໃສ່ກັນ!
ຫາກວ່າໃນເກົ່າຫຼີເໝືອດີ ຄືໃຜວ່າຫັ້ນຂ້ອຍກະບໍ່ວ່າຫຍັງດອກ ແຕ່ພຽງວ່າຂ້ອຍຫັ້ນບໍ່ເຫັນນຳເພາະເກົ່າຫຼີ ໃນສາຍຕາຂ້ອຍກະແມ່ນ ຜະເດັດການທີ່ແສນຮ້າຍກາດມານານ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ຕາມທີ່ໄດ້ສຶກສາມາ ການປົກຄອງຂອງ ກາດາຟີ ກໍ່ດີຢູ່ໃດ!!! ທ່ານຮູ້ບໍວ່າ ຊາວລີບີ ເກີດໃໝ່ ຈະໄດ້ເງິນ ໗,໐໐໐ ໂດລາທັນທີ. ເງິນເດືອນຂັ້ນຕ່ຳຂອງພະນັກງານຢູ່ລີບີປະຈຸບັນນີ້ ໗໓໐ ໂດລາ/ເດືອນ. ຄອບຄົວໃດຕ້ອງການຊື້ຫ້ອງແຖວ ລັຖບາລສນອງເງິນໃຫ້ຊື້ຫ້ອງແຖວ(ເຮືອນຢູ່ໃຫ້ປະຊາຊົນ) ປະມານ ໖໔,໐໐໐ ໂດລາ. ເລື່ອງການສຶກສາ ແມ່ນຟຣີທຸກຢ່າງ. ຖ້າໃຜຮຽນເກັ່ງຢາກໄປຮຽນຕໍ່ທີ່ຕ່າງປະເທດ ລັຖບາລລີບີຈະຈ່າຍໃຫ້ທຸກຢ່າງ. ເວົ້າເລື່ອງໂຮງພະຍາບາລແມ່ນຟຣີ ບໍ່ມີການເກັບຄ່າທຳນຽມຫັຽງໝົດ. ສຳລັບຜູ້ທີ່ມີລູກຫຼາຽຄົນລັຖບາລຈະມີເອກະສານໃຫ້ເພື່ອຊື້ສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນໃນລາຄາທີ່ກຳນົດຕາມຮ້ານຄ້າຕ່າງໆ. ເທົ່ານັ້ນຍັງບໍ່ພໍໃນປີໜຶ່ງລັຖບາລຈະແບ່ງກຳໄລໃຫ້ສະມາຊິກໃນຄອບຄົວຄົນລະ ໑,໐໐໐ ໂດລາ. ໃນທີ່ຢູ່ອາໄສ ຄ່າໄຟ ແມ່ນຟຣີ. ຢູ່ລີບີມີກົດໝາຍຫ້າມດື່ມເຫຼົ້າ. ຄົນລີບີຖ້າຕ້ອງການເຮັດທຸລະກິດສ່ວນຕົວ ລັຖບາລຈະຈ່າຍເງິນສນັບສນູນ ໒໐,໐໐໐ ໂດລາ ໂດຍບໍ່ຄິດໄລ່ເອົາຄືນ. ໃນກໍລະນີຫາກ ຢາກເຮັດການກະເສດແມ່ນຂຽນໃບສເນີຫາລັຖບາລ, ທາງລັຖບາລກໍ່ຈະສນອງບັນດາອຸປະກອນເຕັກນິກແລະສນອງທຶນທັງໝົດໃຫ້ລ້າໆ. ຖ້າຄອບຄົວໃດຢາກຊື້ລົຖໃຫ່ຽ ລັຖຈະຈ່າຍໃຫ້ ໕໐% ອີກ ໕໐% ຈ່າຍຜ່ອນແບບບໍ່ມີດອກເບັ້ຽ. ລາຄານ້ຳມັນລິດໜຶ່ງກໍ່ປະມານ ໐.໑໔ ໂດລາ. ແຕ່ເຂົາວາງລະບຽບເຂັ້ມແຂງທີ່ສຸດເຊັ່ນ:ຖ້າຂາຽສິນຄ້າໝົດອາຍຸ ແມ່ນຖືກຈັບເຂົ້າຄຸກ. ຖ້າຈຳໜ່າຽຢາປິ່ນປົວທີ່ໝົດອາຍຸຈະຖືກ ປະຫານຊີວິດ. ທ່ານລອງຄິດເບິ່ງວ່າ ຄວາມຮັ່ງມີດັ່ງກ່າວຂອງຊາວລີບີຈະບໍ່ເຮັດໃຫ້ ອາເມຣິກາອິດສາຊັ້ນເບາະ? ໃນໂລກໜ່ວຍນີ້ບໍ່ມີລັຖບາລໃດເຮັດໄດ້ຄືປະເທດລີບີ. ປະຊາຊົນລີບີຢູ່ເຢັນເປັນສຸຂ ແຕ່ ຮ້ອນຮົນລັຖບາລອາເມຣິກາ. ສະນັ້ນອາເມຣິກາຈິ່ງຍຸແຍ່ກຸ່ມຄົນນ້ຽໆໜຶ່ງໃຫ້ອອກມາຕໍ່ຕ້ານລັຖບາລລີບີ, ເພື່ອເປັນບ່ອນອີງໃນການເຂົ້າຢຶດແຫຼ່ງເສຖກິດນ*ມັນຂອງໂລກ.

ແຕ່ວ່າເປັນຫຍັງຈຶ່ງມີຜູ່ຄີດຕ່າງແລະຕໍ່ຕ້ານຊັ້ນນະ?
ເຫັນວ່າ ການແຈກຈ່າຍນີ້ ມັນບໍ່ທົ່ວເຖິງ!
ມີຊົນເຜົ່າບາງເຜົ່າຂອງລີເບັຍທີ່ບໍ່ໄດ້ສ່ວນແບ່ງ..ແລະເຫັນວ່າມີອີກຈຳນວນໝຶ່ງທີ່ຫວັງຢາກໃຫ້ມີ
ຄວາມເປັນອິສຣະໃນການເສຖກິດທ້ອງຖິ່ນຕົນມາກຂື້ນ ທີ່ທ່ານກັດດາຟີບໍ່ມັກ!!
ລູກຊາຍຂອງກັດດາຟີທີ່ຖຶກຂ້າຕາຍ ບໍ່ແມ່ນຍ້ອນຄວາມໂຫດຫ້ຽມຂອງມັນເອັງບໍ່ຂ້າມັນ!!
ເປັນຫົວໝ້າໝ່າວພິເສດທີ່ໃຊ້ອຳນາດເກິນຂອບເຂດແລະຊາວລີເບັຍກະບໍ່ມັກໝັງໝ້າ!!
ຂ້ອຍວ່າເຂົາບໍ່ອິດສາຊາວລີເບັຍຕິ ທີ່ມີເງີນໃຊ້ອັດປາກມາກມາຍຫັ້ນ.
ອາຈແມ່ນ ຜົນປະໂຫຍດທາງນ້ຳມັນ ແຕ່ຄົງບໍ່ແມ່ນອິດສາຊາວລີເບັຍ.
ລີເບັຍເຄີຍເປັນບ່ອນສ້າງພວກກໍ່ການຮ້າຍ, ລີເບັຍເຄີຍວາງຣະເບີດໃສ່ເຄຶ່ອງບິນໂດຍສານ ທີ່ຕົກລົງໃນ ສກອດແລນປາງກ່ອນ ຈົນກະທັ້ງສົມຍອມຈ່າຍຄ່າເສັຍຫາຍເປັນໂກດ ໂດລາ!!
ນັ້ນຄືຕົ້ນຕໍອັນໝຶ່ງຂ້ອຍວ່າ ທີ່ຈະໄປຄີດວ່າອິດສາຫັ້ນຄົງບໍ່ແມ່ນ.
ຊາວບຣູນາຍແຮງມີຫຼາຍກວ່າອີກເປັນຕື້ເປັນຫຍັງບໍ່ມາເຫດຮ້າຍຊັ້ນ!

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ແລ້ວສິເຂົ້າມາອ່ານໃຫມ່ ຍັງອ່ານບໍ່ຈົບ

ກະວ່າຫັນແຫຼະ ອ່ານໄດ້ເຄີ່ງໜື່ງກະເມື່ອຍແລ້ວ ຂຽນໄດ້ຍາວສຸດໆ

<marquee direction=up height= 130 onMouseOut=this.start()onMouseOver=this.stop() scrollmount= 0,5 scrolldelay=30 width=100%truespeed=true><center>★*.:。✿*゚-{❀S❤_❤K❀ }-゚・✿.。.:*★ (◕‿◕✿)</marqee></center>

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ

try do see

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ yaibigharry ຂຽນວ່າ...
ມາຊອມລອມ

ເຈົ້າຄົງຢາກອ່ານຄວາມລຳເຄັນຂອງໃຜທີ່ຍັງບໍ່ທັນຢາກເຫັນເມືອງລາວທີ່ກຳລັງຈະກາຍເປັນປະເທດຜເດັດການແບບໃໜ່ ແບບ ວິທຍາສາດ ທີ່ຈະພາກັນກ້າວຂື້ນສູ່ສັງຄົມນິຍົມ, ແລະຄອມມູນິສ ດັ່ງໃນການປະຊູມພັກ``ປະຊາຊົນປະຕິຫວັດລາວ``ທີ່ມື້ໃດຍາມໃດກະເຫັນແຕ່ຜົນປະໂຫວດຂອງຊາດເປັນໃຫຍ່!!
ບໍ່ເຄີຍ, ແຕ່ໃດມາເຫັນຜົນປະໂຫຍດຂອງສະຫາຍເກີທາງຫຼັງສາຍພູ ຫຼື ເໝືອພູເບັ້ຍ!!
ປານນັ້ນປະຊາຊົນລາວຍັງພາກັນຕ້ອງຕິວ່າພັກບໍ່ຫຼິງຫຼ່ຳໂຕ!!
ຍາມສ້າງເຂື່ອນກະຍັງພາກັນມາຊ່ອຍຂົນຍ້າຍອອກຈາກອ່າງນ້ຳ ບໍ່ໃຫ້ນ້ຳມາຖ້ວມຫົວ!!
ຍາມປ່າເລິກກະຍັງພາກັນເອີ້ນອ້າຍນ້ອງມິດສຫາຍມາພາກັນຊ່ອຍຕດໄມ້ຖາງປ່າຊ່ອຍ..
ເຫັນບໍລະບາດນີ້ ປ່າເຮົາແປນເອີດເຕີດ ແຈ້ງຈ່າງປ່າງ ຍາມໝາວກະບໍ່ຕ້ອງຫົ່ມຜ້າໝາ ເພາະຄວາມຮ້ອນທີ່ພັກຣັຖເອົາໃຈໃສ່ສ້າງອຸນນະພູມສູງໃຫ້ ..
ນ້ໄໃຊ້ກະບ່ສີ້ນເປືອງເພາະບໍ່ມີນ້ຳ!!ແນວໂຮມຮັກຊາດ ແບບສາກົນ ອ້າຍໃຫຍ່ ແພນດ້າກະຕັນນ້ຳຂອງ ປ່ອຍນ້ຳໃຫ້ພວກອ້າຍນ້ອຍພໍບໍ່ໃຫ້ແຫ້ງຕາຍກັນ!!
ການພັທນາທີ່ຍິ່ງໃຫຍ່ແລະກ້າວໝ້າອັນລ້ຳໝ້າ ກໍຄືການສ້າງ ສໝາມກອຟ, ແລະໂຮງກາຊິໂນ!!
ເປັນຂແນງການເສຖກິດອັນໃໜ່ອ່ຽມທີ່ທາງປະຊາຊົນຄົນລາວພາກັນຈະໄດ້ຮັບຜົນປະໂຫຍດອັນລ້ຳຄ່າ..
ອີກບໍ່ດົນຖນົນຫົນທາງກໍຈະຖືກລາດຢາງແຖວນອກດັ່ງກັບໃນກູງ..
ຂໍຢ່າງດຽວຢ່າໃຫ້ປະຊາຊົນລາວຕາຂາວພາກັນນອນຫຼັບທັບສິດໂຕເອັງແລະພາກັນສໍ້ຣາຊບັງຫຼວງ ມັນບໍ່ຈົບບໍ່ງາມ..
ທາງທີ່ດີພາກັນແຫ້ນກະດູກທີ່ໄດ້ກັນມາແຂວນຄໍກະພໍ!!
ຢ່າຝືນໃຈຢາກເຫັນເດືອນເຫັນດາວກັນ ມັນໄຮ້ປະໂຫຍດ!!
ຍາມຂາດແຄນກະຂຽນຈົດໜາຍຫາຍາດພີ່ນ້ອງທາງເຂດທຸກຍາກແຖວໃດກະໄດ້ ຈະແມ່ນຝຣັ່ງ, ອະເມຣິກາ ໃຫ້ສົ່ງໃຫ້ຈັກຮ້ອຍສອງຮ້ອຍພໍຖູໄຖໄປຊາມຮອດມື້ຕາຍ..
ເວົ້າມາກະປານນ້ຳລົ້ນທ່າ..
ແຕ່ເອົານ້ຳມາແຕ່ໃສມາລົ້ນທ່າ

ຄົງແມ່ນນ້ຳລາຍຫັ້ນຕິ!

ວ່າຕໍ່ໄປ ບໍ່ຕ້ອງຢ້ານນຳຖ້ວມດອກ

ຢ່າໄປຄີດວ່າຊິມີນ້ຳມາຖ້ວມອີກ!!
ຂ່າວທີ່ໝ້າຢາກຫົວສຸດ ກະຄືທ່ານ ຈູມມະລີ ກ່າວໃນກອງປະຊຸມພັກຄັ້ງທີ່ເກົ້າທີ່ວ່າ ສານສຶກສາ ໃນລາວເຮົາຍັງບໍ່ທັນເຂົ້າຂັ້ນດີແລະຄືກັບບ້ານອື່ນ!!
ຕອນ ກ່ອນປົດປ່ອຍ ຄົງແມ່ນທ່ານ ສີຊະນະ ນີ້ແຫຼະ ມື້ນຶ່ງໃນງານລ້ຽງວັນຊາດຂອງປະເທດສຳພັນທະມີດ..ວ່າລາວຈະສ້າງສາປະເທດໃຫ້ໄດ້ທັນປະເທດເຈົ້າພາບພາຍໃນເວລາ ສາມສີບປີ...
ບາດແລ້ວທ່ານເຈົ້າພາບກະຕອບວ່າ ຫາກໄທເຈົ້າຮູ້ສວຍໂອກາດ ເອົາຄວາມຊ່ວຍເຫຼືອເປັນຫັ້ນ ແນ່ນອນຄົງໃຊ້ເວລານ້ອຍກວ່າຍັ້ນ!!
ແຕ່ບາດແລ້ວ ການປ່ຽນຫັນທາງປະຫວັດສາກດ ກໍມາຮອດໃນປີ ແປດສີບ ແລະຕໍ່ມາ ກະມີວ່າບັນດາປະເທດໃນຢູໂຣບຕາເວນອອກກະພາກັນປະແນວຄີດແບບສັງຄົມນິຍົມກັນແບບວ່າ
ແມ່ນແຕ່ເຫັນທຸງໄມ້ຄ້ອນກັບກ່ຽວກະພາກັນຄື້ນໄສ້!!
ແລະດຽວນີ້ ບັນດາປເທດເຫຼົ່ານັ້ນທັງປະເທດນັ້ນກະໄປໄກແບບວ່າຕໍ່ໃຫ້ ພັກປະຊາຊົນປະຕິຫວັດລາວແລ່ນທັງມື້ທັງຄືນ,ສ້າງກັນທັງຄືນທັງເວັນອີກຫ້າສີບປີກະຄົງແນມບໍ່ເຫັນກົ້ນເຂົາ..
ຫາກຍາມໃດໃນຄວາມເວົ້າ ທີ່ມີພຽງຄຳເວົ້າ ບໍ່ມີຄວາມຈິງໃນວຽກງານແລະແຜນການ.
ຢາກກຳຈັດຜູ່ອື່ນບໍ່ໃຫ້ກິນບ້ານກິນເມືອງ,ສໍ້ຣາສບັງຫຼວງ ແຕ່ບໍ່ແນມເຫັນພວກແຫ້ນຊາດນັ້ນແມ່ນຢູ່ໃນບັນດານັກປະຕິຫວັດແລະຮ້ອງກາກໆວ່າຕົນຮັກຊາດກວ່າໃຜຫັ້ນ!
ອຳນາດໃຫຍ່, ຜະເດັດການໃຫຍ່ ທີ່ໃຫຍ່ ແມ່ນວ່າບໍ່ແມ່ນເປນຍ້ອນບຸກຄົນຜູ່ດຽວຄື ກັດດາຟີ, ຊັດດຳ..ແຕ່ ນີ້ມນແຮງຮ້າຍກວ່າ ມະເຮັງແຫ່ງການແຫ້ນແລະກິນຊາດເພາະວ່າ ມັນແຫ້ນຈາກທຸກບ່ອນ ແຕ່ນ້ອຍຂື້ນຫາໃຫຍ່ ແຕ່ໃຫຍ່ລົງຫານ້ອຍ!
ມະເຮັງໃຜກໍຮູ້ວ່າມັນຢັ່ງຮາກໄປຮອດໃສ ຄວາມຈິບຫາຍຂອງຮ່າງກາຍກໍນັບມື້ອ່ອນແອລົງແລະຄອງແຕ່ວັນຕາຍ!!
ຫາກວ່າບັນດານັກຮຽນນັກສືກສາທີີ່ເປັນລູກເຈົ້າຫຼານນາຍຫັ້ນເຫັນວ່າສິ່ງທີ່ຕົນບໍ່ມັກຄືຄວາມບໍ່ເປັນທັມໃນສັງຄົມ, ການສໍ້ຣາສບັງຫຼວງຫັ້ນ!!ວ່າ ທຸກຄົນທີ່ເຮັດສິ່ງນັ້ນແກ່ຊາດແມ່ນແຕ່ພໍ່ແມ່ໂຕເອັງກໍຄວນບໍ່ເຫັນດີນຳແລະຕິຕຽນ..ແຕ່ໃສໄດ້ ພວກນີ້ຊ້ຳພາກັນກິນແບບງຽບໆ ເໜືອນມະເຮັງ!!
ນີ້ຕິມັນຮ້າຍກວ່າຢ່າງອື່ນ ເພາະຮູ້ວ່າມັນບໍ່ຈົບບໍ່ງາມແລະບໍ່ດີແຕ່ ມັກງ່າຍເອົາແຕ່ຄວາມສຸຂສະບາຍຂອງຄອບຄົວຕົນ...
ນ້ຳແລ້ງແຕ່ຖ້ວມປາກນໍ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານນາຍຮ້ອຍເອກ ກຳລັງໜົດທີ່ຈັ້ງ!

ບໍ່ໄດ້ຫຍາມໜິ່ນດອກ ແຕ່ເຮັດຈັ່ງໃດ ທີ່ເອີ້ນຕົນເອັງວ່າຮັກຊາດປານຈະກືນກັບກິນຊາດມາຕັ້ງ໔໒ ປີແລ້ວ!
ເປັນຫຍັງຄວາມຮັກຊາດຈຶ່ງປ່ຽນມາເປັນກິນຊາດ?
ເຫັນໃນຫຼາຍໆກໍຣະນີ ແລະອຸດົມການ!!
ເຈົ້າຄິດບໍ່ວ່າ ບັນດານັກການເມືອງທີ່ປົກຄອງປະເທດ ກາຍສອງຍຸກ ມັກຈະກາຍເປັນ ຜເດັດການໄປໜົດ!
ນັບແຕ່ ຟິເດລ ກາສໂຕຣ, ກິມຈອງອິລ, ສະຕາລິນ, ຮອດ ມູບາຣັກ, ...ແລະກາດາຟີ ກະຄືກັນ!!
ຄວາມຮັກຊາດທີ່ກາຍເປັນຜູ້ແຫ້ນກິນຊາດໂຕເອັງ!
ແລ້ວໃນບັນດາປະເທດໃກ້ຄຽງລາວ ກະມີຜະເດັດການ ທີ່ພະມ້າ
ແຕ່ມັນບໍ່ຮ້າຍ ຢູ່ລາວເພາະຜະເດັດການພະມ້າກະກິນປະເທດພະມ້າ ແຕ່ຢູ່ບ້ານເຮົາບໍ່ແມ່ນຜະເດັດການຄືຢູ່ພະມ້າ ແຕ່ກະສະແຕກແດກປະເທດຄືກັນ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜ່ານມາຫຼາຍຄົນຄົງຄິດໄປວ່າຂ້ອຍບ້າ!
ທີ່ມາກ້າຂຽນແບບນີ້!
ບໍ່ດອກ
ຕາມກົງກັມກົງກວຽນທີ່ວຽນວົນໃນພິພົບນີ້ ທຸກສິ່ງຢ່າງມັນປ່ຽນໄປຕາມວົງຈອນຂອງມັນ
ບໍ່ມີຫຍັງຈະຢູ່ຄ້ຳຟ້າໄດ້ແມ່ນແຕ່ ເຊື້ອສາຍ ກິມອິນເຊັນອິນຊອງຫຼືກິມໃດໆທັງສິ້ນ!
ມື້ນຶ່ງມັນກໍຕ້ອງຈົບສິ້ນລົງ.
ແມ່ນແຕ່ ຜເດັດການທະຫານໃນພະມ້າທີ່ອົງອາດກ້າຫານຂົ່ມຂູ່ປະຊາຊົນທີ່ມີແຕ່ມືເປົ່າ ກັບຜ້າເຫຼືອງຂອງຄູບາທີ່ລຸກຂື້ນຕ້ານຢັນກັບປືນອັຕໂນມັດຂອງເຂົາຫັ້ນ
ແລ້ວວັນນຶ່ງກົນໄກແບບຜເດັດການທາງສັງຄົມດ້ວຍຄຳຂວັນແລະອຸດົມການກໍຈະໝົດໄປຄືກັນ
ຜ່ານມາ ລັດທິທີ່ຖືກັນວ່າຈະປ່ຽນແປງໂລກໃຫ້ກ້່ວໄປຕາມແນວຄິດຂອງ``ມາກແລະແອງເກນ``ທັງຂອງ``ເລນິນ``ທີ່ວ່າຈະຜັນໂລກຂອງຣະບອບທືນນິຍົມໃຫ້ມຸ່ນທະລາຍລົງແຕ່ສັຕວັດກ່ອນ
ແຕ່ ແທນທີ່ຈະເປັນໄປຄືແນວໂນ້ມແນວຄິດຂອງທ່ານທັງສາມກັບພັດແມ່ນຣະບອບໃໝ່ຫັ້ນລົ້ມລະລາຍໄປ ໃນປະເທດເຈົ້າພາຍ ຄື ຣັດເຊັຍ ແລະສາວົກ ສີບສາມປະເທດໃນຢູໂຣບ!
ແຕ່ໜ້າງຶດວ່າ ສ່ຳການພັທນາທາງເທກໂນໂລຈີຄືລາວ, ຫວຽດນາມແລະຄິວບາ ຈະໄປລອດ! ກະຍັງງຶດງໍ້ນຳຢູ່!
ຫຼືວ່າໃນປະເທດເຫຼົ່ານີ້ການພັທນາຄົນແລະເທກໂນໂລຈີໄປໄກກວ່າຣັດເຊັຍ ຫຼື ເຊັກໂກ? ຫຼືເຢິຣະມັນຕາເວັນອອກ?
ເຫັນຢ່າງດຽວໃນເມືອງລາວວຽກງານທີ່ສຳຄັນທາງດ້ານເທກໂນໂລຈີສູງແມ່ນມີແຕ່ຄົນຕ່າງຊາດກຳກັບ!
ນີ້ຕິຈຶ່ງວ່າ ມັນພາໃຫ້ງຶດຢູ່ບໍ່ແລ້ວ.
ເບິ່ງຄ້າຍໆຄືບໍ່ຢາກເຊື່ອກັບຄວາມສາມດຂອງຣັຖບານລາວເອົາແທ້ເອົາວ່ານໍ!
ກະເວົ້າຍາກ
ປາກກັບການປະຕິບັດມັນໄປກັນຄົນລະເສັ້ນທາງ
ະເລີຍເຫັນກັນຄົນລະແບບຊັ້ນໜາ!!

ທໍ່ນີ້ ຈັກໜ່ອຍຊິມີສຽງດ່າໂຄມຄາມມາ!

ແລ້ວທ່ານນາຍຮ້ອຍ ກັດດາຟີເດ ຜູ່ຍິ່ງໃຫຍ່ ຫຼົບໄປຊົ້ນຫົວຢູ່ໃສແລ້ວ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>