ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮາໆໆໆໆໆ ຈັ່ງແມ່ນເຈົ້າດຸພິມເນາະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ... ຮາໆໆໆໆໆ ຈັ່ງແມ່ນເຈົ້າດຸພິມເນາະກະຂຽນແທນຜູ່ມັກອ່ານ!! ຫາກມີໃຜມາອ່ານກະພໍມີໃຈຢາກຂຽນ ແລະຫວັງວ່າ ມີສາຣະນຳພ້ອມ ຫາກວ່າຂຽນໄປແບບ ນ້ຳລົ້ນທ່າລັ້ນລ້າ ມັນກະປານວ່າບ່ຂຽນ! ແຕ່ຈິງແທ້ ແນວຢູ່ຜູ່ດຽວ ການຂີດຂຽນເປັນເໜືອນກັບໜູ່ຄູ່ສົນທະນາກະວ່າໄດ້! ຫາສາວນ້ອຍສາວໃຫຍ່ມາເວົ້າຈາພາທີກະຍາກ ໃຜກະມີແຕ່ແລ່ນນຳກົ້ນອ້າຍບ່າວໄປໜົດ! ກະໄດ້ແຕ່ຈົ່ມຜູ່ດຽວນີ້ແຫຼະເຫຼຶອຢູ່ ເປັນທັງໜູ່ສົນທະນາແລະຊູ້ຜູ່ບໍ່ທໍຣະຍົດຫຼືຂອກແຟນຄົນໃໜ່ມາແທນ! ກະຈຶ່ງຂຽນໆ-ເວົ້າຈາກັນຈົນເດິກດື່ນ ບາງຄັ້ງກໍກາຍຂ້ອນຄືນໄປກະຍັງບໍ່ພໍໃຈ ຍັງຢາກໂອ້ຢາກລົມກັນຢູ່ບໍ່ແລ້ວ!! ຫັ້ນແຫຼະຄືທີ່ມາແບບນີ້!! |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮ້ອນນຳແບບນີ້ນ່າ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ່າວສົດໆຮ້ອນໆພໍດີ ທ່ານຜເດັດການ ຮ້ອຍເອກ ກັດດາຟີ ຖືກຂ້າຕາຍແລ້ວມື້ນີ້! ຫຼາຍກະແສບອກວ່າແມ່ນຖືກເຄື່ອງບິນຂອງອົງການນາໂຕ ຖື້ມຂີ້ເຫຼື່ອໃສ່! ບາງກະແສບອກວ່າແມ່ນພວກກຳລັງຮື້ຕໍ່ສູ້ໄດ້ສັງຫານຜູ່ກ່ຽວເອັງ..ແຕ່ທີ່ຈິງແທ້ໃຜກະບໍ່ຮູ້ວ່າແມ່ນໃຜຍິງຂ້າສັງຫານນັ້ນ! ແຜ່ນດິນລິເບັຍກະຊິໜົດຜູ່ໃຈດຳອຳມະຫິດໄປອີກຄືບ່ອນອື່ນ! ຍັງພາກັນຕັ້ງຄຳຖາມຂື້ນວ່າ ແລ້ວ ພວກຜເດັດການທັງຫຼາຍໃນໂລກກະຊິຍັງສັນໂດດໂລດເຕັ້ນຢາກເປັນຜະເດັດການຕໍ່ໄປບໍ! ຍັງ ຊືເຣັຍ, ເກົາຫຼີເໝືອ, ເວເນຊູແອລລາ..ຄິວບາ..ພະມ້າ ແບບສ່ວນບຸກຄົນ ບາດແບບສ່ວນການຈັດຕັ້ງ ພັກການເມືອງກະຍັງມີບໍ່ຫຼາຍປານໃດແລະກະບໍ່ໄກບໍ່ໃກ້!!! ເຈົ້າຮູ້ແລ້ວວ່າຢາກເວົ້າເຖິງໃຜ!! ກະຊິພາກັນແຈບຄືກັນຫັ້ນແຫຼະ!! |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍ່ແມ່ນຫຍາມມິ່ນກັນດອກ ກະໄດ້ເວົ້າໄວ້ແລ້ວວ່ານັກຜະເດັດການນີ້ ນັບມື້ ດິນເຈື່ອນຫວິດຕິນນັບມື້ເຂົ້າຊັກໄຊ້! ເຫັນຮູ້ບນາຍຮ້ອຍເອກ ກັດດາຟີມາກະເປັນຕາສັງເວດກະພໍປານກັນແຕ່ເຣັດຈັ່ງໃດໄດ້ ກັມໃຜເວນມັນນໍ! ຍັງອີກຫຼາຍໆຄົນທີ່ສ້າງບາບກັມກັນໄວ້ຈັ່ງຊີ້ ມື້ນຶ່ງ ເທວະດາກະບໍ່ວ່າຫຍັງດອກ ແຕ່ພະຍາຍົມຊິມາທວງໜີ້ແນ່ນອນ!! |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ລະຈະມາອ່ານຕໍ່ເດີ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຫດການໃໝ່ທີ່ເກີດຂື້ນໃນຂົງເຂດແຫຼມເກົ່າຫຼີມັນໃກ້ຈະເດືອດແລ້ວ ບັກຫຳນ້ອຍຫົວສກັນກຳລັງຈະຫຼິ້ນກັບໄຟ.. ແຕ່ຂ່າວຄາວທີ່ຮູ້ມາທັງໃນແລະນອກເຂດໄຟຈະໄໝ້ຫັ້ນບອກໄປຫຼາຍຢ່າງ.. ເມື່ອຍົກເຫາະ ເບ-2 ໄດ້ບິນຂ້າມເໜືອນ່ານນ້ຳດິນແດນຂອງທັງສອງເກົ່າຫຼີໄປທັງໄດ້ຖິ້ມຣະເບີດປອມລົງໄວ້ໃນເຂດປອດທຫານຫັ້ນພາໃຫ້ອົງກິມນ້ອຍເດືອດດານຂື້ນມາ..ຢາກຈະແຜງຣີດ... ເກງແລະອຸກໃຈນຳຄົນກ້າ... ບໍ່ຮູ້ວ່າປະຊາຊົນເກົ່າຫຼີເໜືອຍັງມີແຮງພໍຈະແບກພາຣະໜ້າທີ່ໆຂຸນກິມຈ່ອງອູນຢາກໃຫ້ຊ່ອຍກັນແບກຫັ້ນ? ແຕ່ຂ່າວທາງອື່ນບອກໄປວ່າ ຂຸນກິມນ້ອຍນີ້ມີກົງໃນທະນາຄານຕ່າງໆໃນ ປະເສວິຊເປັນສອງຮ້ອຍເລກ? ແລະເງິນຄຳປະໄວ້ໃຊ້ສອຍຍາມທີ່ຕ້ອງໄປທ່ຽວຕ່າງປະທດບໍ່ໜ້ອຍເລີຍ ມີພຽງແຕ່ ຫ້າໂກດກວ່າໂດລາ.. ເວົ້າມາກະເປັນຕາຢາກໄດ້ຈັກ0,0001 ເປິເຊັນນໍ ພໍຊິໄດ້ໄປແອ່ວສາວນ້ອຍຢູ່ພັດພົງ..ຫຼືແຄມຂອງຢູ່ວຽງຈັນ-ດອນຈັນພາເລຊ!!! ກວນໃຈຫຼາຍໆຄົນແຕ່ກະພຽງແຕ່ເປັນການແຈ້ງຂ່າວທີ່ແນ່ນອນເອີ້ນກັນເຕັມປາກວ່າເປົ່າປີວ ແຕ່ແມ່ນຂ່າວແທ້ທີ່ໂລກເຂົາໂສກັນ!! |