ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສູບຢາຮັກສາວັດທະນະທຳ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຖາມເລີຍເນາະ!
ທ່ານຄິດແນວໃດກ່ຽວກັບຊອງຢາສູບຂອງບໍລິສັດຢາສູບລາວທີ່ອອກມາຮູບແບບໃຫມ່?
ຄືວ່າຊອງຂອງຢາສູບນັ້ນແມ່ນມີຮູບທີບົງບອກເຖິ່ງວິຖີຊີວິດວັດທະນະທຳຂອງຄົນລາວເຮົາ.

ເບິ່ງແລ້ວເປັນຕາອອນຊອນຢາກຈັບຢາກບາຍຢາກຈົກຖົງເອົາເງິນມາຊື້ພຸ່ນລະເພາະພາບທິ່ຕິດຢູ່ຊອງແມ່ນງາມຫລາຍ.
ແຕ່ຄວາມງາມທີ່ເຫັນພາຍນອກນັ້ນມັນສຳພັດກົງກັນຂ້າມກັບພາຍໃນຢ່າງສິ້ນເຊິງຄືວ່າທາງໃນນັ້ນ
ແມ່ນເຕັມໄປດ້ວຍສານເສບຕິດທີ່ເປັນພິດຕໍ່ຮ່າງກາຍຂອງຄົນເຮົາ(ຜູ່ທີ່ສູບຄວນ)

ໃນນາມ ຂພຈ ກໍເປັນປະຊາຊົນຄົນທຳມະດາຄົນຫນຶ່ງທີ່ໄດ້ສັງເກດເບິ່ງຮູບພາບແລ້ວມັນບໍສົມຄວນເລີຍທີ່ຈະເອົາພາບດັ່ງກ່າວນັ້ນ
ມາຕິດກັບຊອງຢາສູບ ເບິ່ງແລ້ວມັນບໍເຫມາະສົມປານໃດ ເພາະວ່າທຸກວັນນີ້ສັງຄົມກຳລັງເຜີຍແພ່ເຖິງຜົນຮ້າຍຂອງຄວນຢາສູບ
ດັ່ງນັ້ນ ຂພຈ ຄິດວ່າຄວນເອົາຮູບທີມັນບົງບອກເຖິ່ງຜົນຮ້າຍຂອງຄວນຢາສູບມາໃສ່ຄືຊິເຫມາະສົມກ່າວ.



ນີ້ຄືພາບທີ່ສື່ເຖິ່ງວັດທະນະທຳຂອງລາວທີ່ຕິດຢູ່ຊອງຂອງຢາສູບ









ໃນຄວາມຫມາຍທີ່ເອົາພາບມາຕິດກັບຊອງຂອງຢາສູບນີ້ ຂພຈ ບໍຮູ້ວ່າມັນຫມຍເຖິ່ງຫຍັງ?
ມື້ນັ້ນບັງເອີນຢາງໄປໂຮງຮຽນເລີຍເຫັນເດັກນ້ອຍ2-3ຄົນອາຍຸປະມານ 15-16ປີ ກຳລັງສູບຢາກັນກຸ໊ບ ແລ້ວພວກເຂົາເວົ້າວ່າ ''ພວກເຮົາສູບຢາ ເພື່ອຮັກສາວັດທະນະທຳ ''[color=red]
....[/color]


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ສົມຄວນ ພັກ-ລັດຕ້ອງເບິ່ງຄືນໃໝ່


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ດາວນ໌ໂຫລດມາລອງສູບເບິ່ງກະໄດ້ຫວ໋າ 555+ (ເວົ້າຢອກ ຂ້ອຍບໍ່ສູບຢາ ແຕ່ເຄີຍລອງສູບ)


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍໂພດສ ຮູບລົງ ນຳ ເບາະ ກິຕ້າ

ຮັກແທ້ຄືແມ່

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ຄືບໍໂພດສ ຮູບລົງ ນຳ ເບາະ ກິຕ້າ



ດຽວເດີ້...
ໄປຂໍຖ່າຍພາບນຳເຂົາເຈົ້າກ່ອນ ລະຊິເອົາມາໂພດໃຫ້ເບິ່ງ.


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຍັງບໍ່ທັນເຫັນ ຖ້າເບິ່ງຮູບຢູ່ເດີ້

"no one is perfect"

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຍັງບໍ່ເຫັນ ໂພດສ ຮູບລົງ ໃຫ້ເບິ່ງແດ່


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ຂໍຮູບເບີ່ງແດ່ດູ້


໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ກະ.........ແລ້ວແຕ່ໃຜຈະເບີ່ງໄປໃນມຸມມອງໄດ


໑ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຂໍວິຈານບໍ່ສົມຄວນ ເບຍລາວນຳເດີ້ ເຮັດຄືເບຍລາວສ້າງຊາດ


໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຢາກເຫັນ ຊອງຢາເດ້ ບາດຫນ້າເອົາມາງລົງໃຫ້ເບຶ່ງແດ່ເດີ ພີ່ນ້ອງ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພື່ອກຳໄລທາງທຸລະກິດ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນຮູບລະເນາະ! ເສຍດາຍພາບບໍຄ່ອຍແຈ້ງປານໃດເນາະ.


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເສຍໝົດ
ເມົາກັນເຂົ້າໄປ໊


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ໂອ້ ເອົາວັດທະນະທຳມາປະສົມກັບສິ່ງມຶນເມົາ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ceng ຂຽນວ່າ...
ຍັງບໍ່ທັນເຫັນ ຖ້າເບິ່ງຮູບຢູ່ເດີ້

ຢາກເຫັນຮູບໃຜນະ ກິຕາຫວາ?

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຄຳເຕືອນ: ຢາສູບເປັນອັນຕະລາຍຕໍ່ສຸຂະພາບ
ຫ້າມຂາຍຢາສູບໃຫ້ແກ່ເດັກທີ່ມີອາຍຸຕ່ຳກວ່າ18ປີ
ວ່າຊັ້ນ ແຕ່ແມ່ຄ້າບໍ່ໄດ້ຄິດແບບນັ້ນໃຜມີເງິນຊື້ຂາຍໃຫ້ໝົດ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຂ້ອຍນັ້ນຈັກເປັນຈັ່ງໃດພໍແຕ່ໄດ້ກິ່ນຢາສູບຢູ່ໃກ້ໆກະຍັງຫັນໃຈຍາກແລ້ວ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ....


໐ ກະທູ້
໒໖໒ ໂພສ
ນັກການກະທູ້
໕໕໕໕໕໕໕໕໕ !!!! ໕໕໕໕໕໕໕໕໕໕ !!!໕໕໕໕໕໕໕໕໕໕ ຫົວຍາວໆສາມຄັ້ງໃຫ້ອາຍຸຍືນຕື່ມດີກວ່າ. ບໍ່ຂໍມີຄຳເຫັນ


໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ

try do see

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+=

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໖ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ແມ່ນແຫລະຂ້ອຍກະແປກໃຈຄືກັນ ພໍແຕ່ເຫັນທີແລກຄິດວ່າແມ່ນຂະໜົມເດັກນ້ອຍຊັ້ນດອກພໍເບີ່ງໃກ້ໆແມ່ນຢາເສບຕິດ

ຄົນກ່ຳພ້າແຟນ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຍໆໆໆ ປ່ຽນແປງດ່ວນ

ຮັກນ້ອງຕອນເມົາ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ຕາຍໆໆໆ ປ່ຽນແປງດ່ວນ

ແມ່ນແລ້ວຕ້ອງປ່ຽນຄືນ ໃຫ້ພາກສ່ວນກ່ຽວຂ້ອງເບີ່ງຄືນອີກ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ....



ທາງຜູ່ໃຫຍ່ ເພິ່ນຄືຊິບໍເວົາຫຍັງຕິ! ເພາະວ່າເພິ່ນຖືເອົາຄຳສຸພາສິດທີ່ວ່າ ''ໄມ້ຄ້ຳກ້ວຍ ກ້ວຍຄ້ຳໄມ້'' ຕ່າງພາຍຕ່າງໄດ້ປະໂຫຍດວ່າຊັ້ນຊະ
ຜົນປະໂຫຍດເຫລົ່ານັ້ນຄືຊິບໍໄດ້ຄຳນືງເຖິງຜົນເສຍຫາຍພາບພົດຂອງສົງຄົມ .
ສະເພາະຄົນລາວເຮົາຄືຊິບໍປານໄດດອກທີ່ເຫັນພາບແບບນີ້ ຕິດຢູ່ຊອງຂອງຢາເສບຕິດ ແຕ່ບໍອາຍຕ່າງປະເທດແດ່ບໍ? ໂດຍສະເພາະແມ່ນປະເທດເພື່ອນບ້ານເຮົານິ. (ຄິດວ່າ)



໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
good suggestion , good advice thumm up..up>>>




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ pounna ຂຽນວ່າ...
good suggestion , good advice thumm up..up>>>




thank you.


໒໓ ກະທູ້
໒໖໓ ໂພສ
ນັກການກະທູ້


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>