ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສູບຢາຮັກສາວັດທະນະທຳ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໖ ກະທູ້
໑໔໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ....



ບໍ່ໃຫ້ສົ່ງເສີ່ມກັນແນວໃດ ຢູ່ປາງບຸນໃຫ່ຍ, ງານກິລາ ຕະຫຼອດຮອດງານລ້ຽງ ງານດອງ ແມ່ນຫຍັງລະທີ່ມັກມອກໃຫ້ກັນເປັນ ລັງ ລັງ ໂຄສົກປະກາດອອກທາງເວທີ ຄຳຕອບ ເບຍ, ມັນແມ່ນຄວາມຊິນເຄຍໄປແລ້ວທ່ານ

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໖ ກະທູ້
໑໔໖ ໂພສ
ນັກການກະທູ້
ມາເວົ້າກັນທີ່ນີ້ກະບໍ່ມີຫຍັງເກີດຂຶ້ນ (ເພາະພວກເພີ່ນຜະລິດມາຈຳໜ່າຍແລ້ວ) ມັນເປັນໄປຕາມກົນໄກຂອງມັນ (ອາດຈະມີເງືອນໄຂບົ້ນຊ້ອນ ຊື່ງເຮົາບໍໍ່ສາມາດກ່າວມາໄດ້) ທາງທີ່ດີຄວນຮ້ອງຂໍມາຍັງຜູ້ຜະລິດ ຄຳນຶ່ງເຖິງຜູ່ບໍລິໂພກແດ່ (ເທື່ອໜ້າ) ຈະເຮັດຫຍັງກໍຕ້ອງຟັງຫາງສຽງຂອງສັງຄົມກ່ອນ, ແລະ ທີ່ສຳຄັນ ຜະລິດຕະພັນທີ່ເປັນການເບື່ອເມົາສັງຄົມ ເປັນສິນຄ້າປະເພດຟຸນເຟືອຍ ແລະ ທຳຮ້າຍສັງຄົນ(ຕົວຢ່າງ: ເຫຼົ່າເບຍກິນແລ້ວເມົາ ຟຸນເຟືອຍເບື່ອເມົາໄວໜຸ່ນ"ສັງເກດເສື້ອຂາວຢູ່ຮ້ານເບຍ" ເປັນຕົ້ນເຫດອຸປະຕິເຫດ, ຢາສູບເປັນສິ່ງເສບຕິດຊະນິດນຶ່ງ ''ຖືກກົດໝາຍ'' ແຕ່ທຳລາຍສຸຂະພາບຂອງຕົນເອງແລະຜູ່ອ້ອມຂ້າງ ເປືອງມົບປະມານ ການປິ່ນປົວ) ແລະ ເມື່ອຄວາມຈິງມັນເປັນແນວນນັ້ນມັນກໍຄືຂຸມດຳ ຊີ່ງຜູ້ຜະລິດເອງກໍຕ້ອງຮັບຜິດຊອບສ່ວນນີ້ ດ້ວຍການຖົມຂຸມດຳຂອງສັງຄົມ ຈະສັງເກດເຫັນວ່າໃນແຕ່ລະປີເພີ່ນໄດ້ ບໍລິຈາກໃຫ້ອົງການ ສຳນັກງານ ຫຼືພາກສ່ວນອື່ນ ຊື່ງເປັນທັນທະຕໍ່ສັງຄົມ. ສ່ວນຜູ່ບໍລິໂພດເອງກໍ່ຄວນ ຄຳນຶ່ງເຖິງຜົນກະທົບຂອງຕົນເອງກ່ອນບໍລິໂພດມັນ ພາກລັດເອງກໍຄວນເອົາໃຈໃສ່ກວດກາຕື່ມ ແລະ ເມື່ອເປັນແນວນີ້ຄວນຈະປັບອັດຕາອາກອນ ເພີ່ນຂຶ້ນຕື່ມ ເພື່ອຮັບສາລະດັບລາຄາໃນທ້ອງຕະຫຼາດໃຫ້ສູງໄວ້ ປ້ອງກັນບໍ່ໃຫ້ມີນັກສູບລາຍໃໝ່ເພີ່ນຂຶ້ນ

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ

ຊອງຍາສູບໄທ ເປັນຕາຍ່ານ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tipkao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ໂທດຜູ້ໃຫຍ່ເດີ...ໂດຍສະເພາະແມ່ນກະຊວງຖະແຫລ່ງຂ່າວ ແລະວັດທະນະທຳ . ກະຊວງສາທາລະນະສຸກ ທີ່ກ່ຽວຂ້ອງແມ່ນກົມ ອຢ ເປັນຝ່າຍປ່ອຍປະລະເລີຍເອງ...ເວົ້າພາສາຊາວບ້ານສະ (ເລື່ອງຜົນປະໂຫຍດແນ່ນອນໂດຍສະເພາະເງິນ) ເພາະມີສິດທີ່ຈະສັ່ງໃຫ້ໂຈະ ຫລື ປ່ຽນແປງເນື້ອຫາໃນດ້ານການໂຄສະນາທີ່ບໍ່ເມາະສົມ ແມ່ນພາກສ່ວນດັ່ງກ່າວມີສິດເຕັມໂຕຢູ່ແລ້ວ....ບໍ່ສະເພາະແຕ່ຢາສູບ ເບຍກະຄືກັນສ່ວນຫລາຍລະແມ່ນດຶງເອົາຮີດຄອງປະເພນີຂອງລາວເຈົ້າມາກ່ຽວຂ້ອງໝົດ.... ບ້ານເພີ່ນຢາສູບ, ເຫລົ້າ ແລະເບຍແມ່ນພາກັນຕໍ່ຕ້ານ ແຕ່ບ້ານເຮົາລະແມ່ນພ້ອມກັນສົ່ງເສີມ........ເອີແປກດີ....



ບໍ່ໃຫ້ສົ່ງເສີ່ມກັນແນວໃດ ຢູ່ປາງບຸນໃຫ່ຍ, ງານກິລາ ຕະຫຼອດຮອດງານລ້ຽງ ງານດອງ ແມ່ນຫຍັງລະທີ່ມັກມອກໃຫ້ກັນເປັນ ລັງ ລັງ ໂຄສົກປະກາດອອກທາງເວທີ ຄຳຕອບ ເບຍ, ມັນແມ່ນຄວາມຊິນເຄຍໄປແລ້ວທ່ານ


ຫັ້ນແລະມັນເປັນການປູກຈິດສຳນຶກປຸກລະດົມໃຫ້ຄົນພາຍໃນຊາດເບື່ອເມົາກັນທາງອ້ອມ....ເບິ່ງແມ໋ຄວາມຫຍໍ້ທໍ້ໃນສັງຄົມບໍ່ແມ່ນໜ້ອຍ ປານນັ້ນເຮັດພາກັນໄປເວົ້າໃຫ້ໄທອີກວ່າຂະເຈົ້າບໍ່ມີຄວາມສະງົບ ບ້ານເຮົາກະພໍໆກັບເຂົາຫັ້ນແລະ ເພີໆ ຫລາຍກ່ວາເຂົາອີກ.....


໑໑ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຜູ້ກ່ຽວຄືຊິມັກສູບຢາເນາະ

[img][/img]


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Anoxa ຂຽນວ່າ...
ຜູ້ກ່ຽວຄືຊິມັກສູບຢາເນາະ

[img][/img]




ເຮົາບໍມັກສູບດອກທ່ານ,ແຕ່ບາງຄັ້ງກະຄິດໆຢາກລອງຢູ່ໄດ! ແຕ່ບໍລອງດອກຖືກກິ່ນກະຍັງວິນຫົວແລ້ວ.


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ໄດ້ແຕ່ກີ່ນຢູ່ໃກ້ເປັນວິນເລີຍ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tonnum77 ຂຽນວ່າ...

ຊອງຍາສູບໄທ ເປັນຕາຍ່ານ


ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປານກັບວ່າສົ່ງເສີມໃຫ້ສູບຢາເນາະ
ຄືບໍ່ເອົາຮູບປອດດຳໆມາຕິດໃສ່ແນ່

ທ້າວທອງໃສ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ປານກັບວ່າສົ່ງເສີມໃຫ້ສູບຢາເນາະ
ຄືບໍ່ເອົາຮູບປອດດຳໆມາຕິດໃສ່ແນ່

ຂ້ອຍກະວ່າຄືເຈົ້າຫັ້ນແຫລະທາງທີ່ດີຂ້ອຍຢາກໃຫ້ເພີ່ນລົນນາລົງເຊົາຜະລິດອອກມາພຸ້ນແຫລະຈັ່ງແມ່ນບໍ່ມັກກະຍັງວ່າ ປານນັ້ນສະໂລແກນນະຄອນຫລວງວຽງຈັນປວດຄວັນຢາສູບວ່າຊັ້ນ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໖ ກະທູ້
໑໔໖ ໂພສ
ນັກການກະທູ້
ກະຄວນຈະເອົາໃຈເພີ່ນມາໃສ່ໃຈເຮົາ ເຮົາຢູ່ນຳສັງຄົນນະ ຂ້າພະເຈົ້າກະບໍ່ມັກເຮັ່ງຄືກັນ
ແຕ່ເຫັນໃຈຜູ້ເຄີຍສູດ ຕັດບັນຫາບາດດຽວຕາຍເລີຍ ຄວນບອກຄົນລຸ້ນໃໝ່ຫຼາຍກວ່າ ວ່າມັນເປັນສິ່ງລັງກຽດ

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tipkao ຂຽນວ່າ...
ກະຄວນຈະເອົາໃຈເພີ່ນມາໃສ່ໃຈເຮົາ ເຮົາຢູ່ນຳສັງຄົນນະ ຂ້າພະເຈົ້າກະບໍ່ມັກເຮັ່ງຄືກັນ
ແຕ່ເຫັນໃຈຜູ້ເຄີຍສູດ ຕັດບັນຫາບາດດຽວຕາຍເລີຍ ຄວນບອກຄົນລຸ້ນໃໝ່ຫຼາຍກວ່າ ວ່າມັນເປັນສິ່ງລັງກຽດ

ແມ່ນແລ້ວເຈົ້າເວົ້າຖືກບາງທີເຂົາອາດເຊົາບໍ່ໄດ້ເພາະໄດ້ຕິດແລ້ວເດເວົ້າງ່າຍໆຄືພໍ່ຂອງຂ້າພະເຈົ້ານີ້ແຫລະສູບມື້ລະຊອງ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໖ ກະທູ້
໑໔໖ ໂພສ
ນັກການກະທູ້
ການຫຼຸດຜ່ອນສຶ່ງຫຍໍ້ທໍ່ ເປັນບາດກ້າວສູ່ຫົນທາງການພັດທະນາທີ່ຍືນຍົງກວ່າ
ການຫັກລ້າງເປັນມາດຕະການຂູ່ເຂັນ ມີຜົນສະທ້ອນໄລຍະຍາວ ທ່ານເອີຍ

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ແລ້ວຊິເຮັດຈັ່ງໃດໃຫ້ເຂົາເຈົ້າເຊົາໄດ້ຊັ້ນນະ ມີເຄັດລັບຫຍັງແດ່?

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໖ ກະທູ້
໑໔໖ ໂພສ
ນັກການກະທູ້
ຊອກເບິ່ງເອົາ ຕາມໜັງສືວາລະສານ ອິນເຕີເນັດ ແລະ ທີ່ສຳຄັນເຄີຍມີປະສົບການຖາມພວກທີ່ເຄີຍຢາກເຊົາ
ເຂົາເຈົ້າວ່າມັນຕ້ອງອົດທົນຫຼາຍ

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຂ້ອຍຊອກແລ້ວແຕ່ບໍ່ຮູ້ວ່າຊິໄດ້ຜົນຫລືບໍ່? ຖ້າພໍ່ຂ້ອຍເຊົາສູບຢາໄດ້ຂ້ອຍຄືຊິດີໃຈຫລາຍ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ

ແຕ່ວ່າມັນບໍ່ຄືຫັ້ນຕິລະຢາສູບໄດ໋ມັນບໍ່ແມ່ນແນວອື່ນ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ

ແຕ່ວ່າມັນບໍ່ຄືຫັ້ນຕິລະຢາສູບໄດ໋ມັນບໍ່ແມ່ນແນວອື່ນ







ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ເປັນພຽງການສ້າງຮູບລັກສະນະໃຫ້ມັນງາມຂຶ້ນ ເທົ່ານັ້ນຕິເບາະ



ຖ້າຊິສ້າງຮູບພາບລັກສະນະໃຫ້ມັນງາມ ກໍຄວນເອົາຮູບພາບແນວອື່ນສາ ບໍຄວນເອົາວັນທະນະທຳມາປົນເປກັບສິ່ງທີ່ມື່ນເມົາ ແລະເສບຕິດແບບນີ້ ເບິ່ງແລ້ວມັນບໍຄວນປານໃດ.


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ແມ່ນແຫລະເບຍລາວກະຄືກັນ ມື້ໜ້າຊິໂພດຮູບມາໃສ່ໃຫ້ເບິ່ງ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ...
ແມ່ນແຫລະເບຍລາວກະຄືກັນ ມື້ໜ້າຊິໂພດຮູບມາໃສ່ໃຫ້ເບິ່ງ



ເບຍ Tiger, Make khong ບໍເປັນຫຍັງຫວາ?


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>