ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຟ້າເທົ້ານັ້ນ..

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຊື່ເພັງແຕ່ກີ້ແຕ່ກ່ອນ ຄາວຍັງໝຸ່ມ ກະມ່ວນໄປນຳ.

ບໍ່ນານມານີ້ ໄດ້ຮູ້ຈັກເປັນການສ່ວນໂຕກັບທ່ານຜູ່ທີ່ຮ້ອງເພັງນີ້ຢ່າງໃກ້ຊິດ.

ວັນໝຶ່ງເກັ້ຍກ່ອມໃຫ້ເພິ່ນຮ້ອງສູ່ຟັງ ໂອຍ ສຽງຍັງເສາະໄສປານໃຍແກ້ວ.

ຂື້ນຕົ້ນກັນແບບວ່າຫາໃຜທຽບໄດ້:

``ພຽງຟ້າເທົ້ານັ້ນ....ທີ່ຮູ້ທັນອ້າຍຮັກນ້ອງນາງພຽງໃດ..``

ທ່ານນັກຮ້ອງສຽງອັມມະຕະຜູ່ນີ້ຍັງມີສຽງດີ, ແຕ່ທ່ານບໍ່ໄດ້ໃຊ້ສຽງເປັນການດຳຣົງຊີວີດ.
ຫາກວ່າໃນແຫ່ງອື່ນ ຄົງຄອງຄວາມເປັນດາຣານັກຮ້ອງສຽງທອງໄວ້ແນ່ນອນ, ທຸກສໄໜ.
ຫາກໃຜເຄີຍໄດ້ຟັງສຽງຂອງເພິ່ນແຕ່ກີ້ ຄົງຈະກ່າວຄຳຊົມຄືກັນ..
ແຕ່ ຫາກບອກໄປວ່າທ່ານນັກຮ້ອງຜູ່ນັ້ນຄື.
ປັດຈຸບັນ ດຣ. ບຸນທົງ ວົງສາລີ.
ຫຼາຍຄົນຄົງ ເອິ່ ເຄີຍໄດ້ງິນ.. ເພັງຂອງເພິ່ນ..
ຈະແມ່ນ ``ສັນຍາໃຈ,`` ``ສຫຼັກຈິດ`` ຫຼື ``ຄົນທີ່ເຂົາລືມ...``, ``ຍັງຮັກນ້ອງຢູ່``.....
ຜຂ ມັກສຸດໃຈອີກເພັງໝຶ່ງ ຄື:``ນິມິດພິສວາດ`` ແລະ``ເໜຶອນຄົນມີກັມ``.

``ຕົ້ນຂາມຄືນນັ້ນແສງຈັນກະຈ່າງ..
ໃຜກອດໃຜຈູບລູບໄລ້ນວນນາງ..
ໃຜຄ່ຳຄວນຄາງ ຢ່າລືມຢ່າເລືອນສັນຍາ.`
`

ຍັງມີໃຜແນ່ນັກສິລປິນຄາວກ່ອນທີ່ຍັງແຂງຂັນ?
ຮູ້ວ່າທ່ານຄຳເຕີມ ຊານຸບານກະ ເຈັບເປັນ ແລະຖຶກຄຸກເຂັນດ້ວຍພະຍາດຮ້າຍ..
ສຽງຈາກອະດີດຍັງຄົງຈະກັບມາກ້ອງດັງ ຫາກວ່າ ເຮົາຢາກໃຫ້ຄືນມາ.
ຫຼືວ່ານັກສິລປິນຮູ້ນໃໜ່ ບໍ່ຄີດເປີດທາງ..

ຮັກແພງ.

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້!! ທ່ານບຸນທົງ ວົງສາລີ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂອ້!! ທ່ານບຸນທົງ ວົງສາລີ..

ສະບາຍດີນ້ອງເບລລ,
ແມ່ນລະ ເພິ່ນມາເປັນທູດລາວປະຈຳກູງເບິລິນ ແລະມີວຽກກວມເອົາໂປແລນນຳ.
ມີໂອກາດກະໄດ້ໂອ້ລົມກັນຄັກ ແນວວ່ານິສັຍດີບໍ່ຖືໂຕຄືນັກປານທູດຄົນອື່ນໆທັງມີເຣື້ອງລົມທີ່ຖືກໃຈ.
ກະຄື ປີ ຫົກສີບທີ່ນ້ອງມັກຫັ້ນ.
ຕອນແລ້ວເກັ້ຍກ່ອມຢາກຊວນເພິ່ນໄປ ກູງປາຣີນຳກັນວ່າຈະມີການສັງສັນອະດີດນັກຮຽນລີເຊສວັນ!າອາຈມີທ່ານ ວິນລຽມ ດິດທະວົງໄປຮ່ວມນຳ..
ແຕ່ເພິ່ນກະຄາວຽກຫຼາຍໄປນຳບໍ່ໄດ້..
ມີເພັງຫຼາຍໆເພັງທີ່ເພິ່ນຮ້ອງຄາວກີ້ ໂອຍເວົ້າມາແລ້ວ ມັນຍາວ ໄດ້ໂອກາດນັ່ງຮິ່ນເບັຍນຳກັນ ຊາກເອົາກິຕາອອກມາໃສ່ຄືຊິມ່ວນແລະມີບັນຍາກາດດີ.
ແຕ່ເພັງເກົ່າໆຫັ້ນຫາໃສກະບໍ່ມີ ແລ້ວນ້ອງໄດ້ເຂົ້າ ເບິ່ງໃນ ອາກຊິວ ຂອງກົມວິທຍຸແລ້ວບໍ?
ຫາກຫາມາໄດ້ກະບອກແນ່!!

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັດໄປບໍ່ໃຫ້ເສຍ ລູງເທົາ
ເພງ: ສັນຍາໃຈ ໂດຍ: ບຸນທົງ ວົງສາລີ
<object width="425" height="349"><param name="movie" value="http://www.youtube-nocookie.com/v/xtemyDA9NdI?version=3&amp;hl=en_US"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube-nocookie.com/v/xtemyDA9NdI?version=3&amp;hl=en_US" type="application/x-shockwave-flash" width="425" height="349" allowscriptaccess="always" allowfullscreen="true"></embed></object>

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລະເພງນີ້ກໍ່ອາດຈະແມ່ນ
ຮັກແອມ
<object width="425" height="349"><param name="movie" value="http://www.youtube-nocookie.com/v/m6YlF6z1iSI?version=3&amp;hl=en_US"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube-nocookie.com/v/m6YlF6z1iSI?version=3&amp;hl=en_US" type="application/x-shockwave-flash" width="425" height="349" allowscriptaccess="always" allowfullscreen="true"></embed></object>

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຈັກ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງເລີຍເຮົາ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂອ້!! ທ່ານບຸນທົງ ວົງສາລີ..

ສະບາຍດີນ້ອງເບລລ,
ແມ່ນລະ ເພິ່ນມາເປັນທູດລາວປະຈຳກູງເບິລິນ ແລະມີວຽກກວມເອົາໂປແລນນຳ.
ມີໂອກາດກະໄດ້ໂອ້ລົມກັນຄັກ ແນວວ່ານິສັຍດີບໍ່ຖືໂຕຄືນັກປານທູດຄົນອື່ນໆທັງມີເຣື້ອງລົມທີ່ຖືກໃຈ.
ກະຄື ປີ ຫົກສີບທີ່ນ້ອງມັກຫັ້ນ.
ຕອນແລ້ວເກັ້ຍກ່ອມຢາກຊວນເພິ່ນໄປ ກູງປາຣີນຳກັນວ່າຈະມີການສັງສັນອະດີດນັກຮຽນລີເຊສວັນ!າອາຈມີທ່ານ ວິນລຽມ ດິດທະວົງໄປຮ່ວມນຳ..
ແຕ່ເພິ່ນກະຄາວຽກຫຼາຍໄປນຳບໍ່ໄດ້..
ມີເພັງຫຼາຍໆເພັງທີ່ເພິ່ນຮ້ອງຄາວກີ້ ໂອຍເວົ້າມາແລ້ວ ມັນຍາວ ໄດ້ໂອກາດນັ່ງຮິ່ນເບັຍນຳກັນ ຊາກເອົາກິຕາອອກມາໃສ່ຄືຊິມ່ວນແລະມີບັນຍາກາດດີ.
ແຕ່ເພັງເກົ່າໆຫັ້ນຫາໃສກະບໍ່ມີ ແລ້ວນ້ອງໄດ້ເຂົ້າ ເບິ່ງໃນ ອາກຊິວ ຂອງກົມວິທຍຸແລ້ວບໍ?
ຫາກຫາມາໄດ້ກະບອກແນ່!!

ຕ້ອງຍອມຮັບວ່າເຮົາຄົງເຂົ້າເຖິງອາຄິວູມໄດ້ຍາກ..
ຕາບໃດທີ່ຍັງບໍ່ໄດ້ເປັນພະນັກງານຂອງສຖານີວິທຍຸແຫ່ງຊາຕ..
ແຕ່ຕອນນີ້ກະລອງຄິດຯແດ່ລະ..
ຖ້າມີໂອກາດຢາກເຂົ້າໄປສະເໜີໃຫ້ມີຣາຍກາຣເພັງລາວເກົ່າຯຢູ່ຫັ້ນ..
ແລ້ວຖ່າຍທອດສົດຜ່ານອິນເທີເນັດ ຄືສິມີຄົນຕິດຕາມຈາກທົ່ວມຸມໂລກເປັນໄດ້..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເພງ ສລັກຈິຕ ເພງມ່ວນຯໂດຍນ້ຳສຽງຂອງ ທ່ານ ບຸນທົງ ວົງສາລີ ມາຝາກ..
ຈາກປາຍປາກກາຂອງ ອາຈານ ຄຳຫຼ້າ ໜໍ່ແກ້ວ..
<object width="560" height="349"><param name="movie" value="http://www.youtube-nocookie.com/v/uLOpnseX_Qc?version=3&amp;hl=en_US&amp;rel=0"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube-nocookie.com/v/uLOpnseX_Qc?version=3&amp;hl=en_US&amp;rel=0" type="application/x-shockwave-flash" width="560" height="349" allowscriptaccess="always" allowfullscreen="true"></embed></object>

໐ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ngg

ຂ້ອຍ ຫຼື ເຈົ້າ ທີ່ບໍ່ດີ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ຈັດໄປບໍ່ໃຫ້ເສຍ ລູງເທົາ
ເພງ: ສັນຍາໃຈ ໂດຍ: ບຸນທົງ ວົງສາລີ
<object width="425" height="349"><param></param><param></param><param></param><embed src="http://www.youtube-nocookie.com/v/xtemyDA9NdI?version=3&hl=en_US" width="425" height="349"></embed></object>

ສະບາຍດີ ເກັດ,
ຂອບໃຈທີ່ສຸດສຳຫຼັບເພັງສັນຍາໃຈນີ້...ຊື້ງໃຈແທບນ້ຳຕາໄຫຼ!
ເຄີຍໂອ້ໂລມກັບທ່ານຜູ່ຮ້ອງເພັງນີ້ ສອງສາມຄັ້ງດ້ວຍຄວາມພໍໃຈແລະພາກພູມໃຈທີ່ໄດ້ສຳພັດກັບ ``ໄອດອລ`ມຈາກອະດີດ ທີ່ເປັນກັນເອັງສຸດເລີຍ..
ຄັ້ງທຳອິດທີ່ວໍຊໍ, ຄັ້ງຕໍ່ມາກະຢູ່ວໍຊໍ-ເມືອງຫຼວງຂອງໂປແລນ ແລະຄັ້ງສຸດທ້ານ ທີ່ເມຶອງ `` Brno" Tcheque Republic.
ສົນທະນາກັນແບບເລິກເຊິ່ງທີ່ສຸດໃນຊີວີດ.
ພາກັນກັບໄປຫາບັນຍາກາດຂອງປີຫົກສີບຢ່າງສົມໃຈ.
ເອີ້ນເພິ່ນເປັນອ້າຍໃນໃຈກະເອີ້ນເພິ່ນຄື ທ່ານທູດແຕ່ຄຳວ່າອ້າຍພາໃຫ້ໃກ້ຊິດກັນຫຼາຍກວ່າ..
ເພັງນີ້ໄດ້ຝາກແລະສົ່ງໄປໃຫ້ເພິ່ນຟັງ...ຄິດວ່າພາໃຫ້ເພິ່ນກະຫວນຄິດເຖິງອະດີດຄືນຫຼັງຄືກັນ..
ຫາກວ່າໃນສະຣະຄະດີເຣື້ອງນີ້ ໜູ່ເຮົາ,ໄທເຮົາຫາກຈະພາກັນເກັບກຳສິ່ງເກົ່າແບບນີ້ ແມ່ນວ່າເປັນພຽງສຽງເພັງນີ້ກໍຕາມ,
ວັນນຶ່ງເຮົາອາຈພາກັນພາກພູມໃຈທີ່ໄດ້ມີສ່ວນປະກອບໃນການເກັບກຳມູນມັງມໍຣະດົກທາງສິລປະແລະວັນນະຄະດີລາວເຮົາ ທີ່ ຜຂ ເຫັນວ່າເປັນສິ່ງນຶ່ງທີ່ບົ່ງບອກຄວາມເປັນລາວແລະສີສັນຂອງຊາດຫຼາຍກວ່າຄຳຂວັນອັນໄຮ້ປະໂຫຍດບາງອັນ!!
ເບິ່ງຕິ ເປັນຫຍັງພຣະທາດຫຼວງຈຶງຍັງຄົງຢູ່..
ກະເພາະມັນເປັນສັນຍາລັກທີ່ຄົນລາວທຸກຄົນເຫັນຄ່າ..
ຜຂ ນັ້ນຫາກເຫັນຄ່າທາງກາພກອນ, ກອນລຳ ແລະສຽງເພັງ...ຄິດວ່າບໍ່ຜິດກົດໜາຍໃດໆໆດອກເນາະ!!
ຮັກແພງ,
ເທົາ-ຢ່າຟ້າວເອົາໄປເຮັດລາບ!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ແລະເພງນີ້ກໍ່ອາດຈະແມ່ນ
ຮັກແອມ
<object width="425" height="349"><param></param><param></param><param></param><embed src="http://www.youtube-nocookie.com/v/m6YlF6z1iSI?version=3&hl=en_US" width="425" height="349"></embed></object>

ຫຼານເກັດ,
ເພັງນີ້ບໍ່ແມ່ນອ້າຍບຸນທົງຮ້ອງແຕ່(ຄິດວ່າແມ່ນວົງດົນຕຣີຈາກຫຼວງພຣະບາງ!) ແຕ່ບໍ່ຈື່ຊື່ວ່າວົງໃດເພາະເຂົາເຈົ້າມີຜົນງານບໍ່ຫຼາຍປານໃດ!!
ແຕ່ກະຍັງຈື່ວ່າເພັງນີ້ເຄີຍຮ້ອງຢອກສາວແອມແຖວສາງນ້ຳມັນທີ່ປາກເຊ!!
ກະເປັນເພັງຈາກສໄໜນັ້ນ.
ຂອບໃຈເກັດອີກຄັ້ງນຶ່ງ..ຫາມາຊ່ອຍກັນໄວ້ຫຼາຍໆເດິ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bing ຂຽນວ່າ...
ບໍ່ຮູ້ຈັກ

ສະບາຍດີ,
ຈົ່ງຄ່ອຍຕິດຕາມເຫດການທີ່ຈະມີຂື້ນ ອາຈພາໃຫ້ເຫັນປັນຫາແລະຄວາມເປັນມາບາງຢ່າງ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thailove ຂຽນວ່າ...
ງົງເລີຍເຮົາ

ສະບາຍດີ,

ງົງຫຍັງລະ?

ບັນຫາທີ່ກ່າວມາຂ້າງເທິງນີ້ບໍ?

ຫາກວ່າອັນໃດບໍ່ແຈ້ງຂາວກະຖາມໄດ້..
ເປັນບັນຫາກ່ຽວກັບຣະຍະນຶ່ງຂອງອະດີດວົງການເພັງລາວສະໄໜ!!ທີ່ນື່ງໃນບັນດານັກຮ້ອງສຽງ
ອັມມະຕະແຕ່ກ່ອນທ່ານນຶ່ງກໍຄື ທ່ານ ບຸນທົງວົງສາລີ ຜູ່ນີ້..
ຫາກວ່າມີຫຍັງຍັງຂ້ອງໃຈກໍຢ່າລັ່ງເລໃຈຖາມກັນມາພໍຕອບໄດ້ກໍຈະຕອບຕາມທີ່ຮູ້..
ຂອບໃຈທີ່ມາແວ່.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂອ້!! ທ່ານບຸນທົງ ວົງສາລີ..

ສະບາຍດີນ້ອງເບລລ,
ແມ່ນລະ ເພິ່ນມາເປັນທູດລາວປະຈຳກູງເບິລິນ ແລະມີວຽກກວມເອົາໂປແລນນຳ.
ມີໂອກາດກະໄດ້ໂອ້ລົມກັນຄັກ ແນວວ່ານິສັຍດີບໍ່ຖືໂຕຄືນັກປານທູດຄົນອື່ນໆທັງມີເຣື້ອງລົມທີ່ຖືກໃຈ.
ກະຄື ປີ ຫົກສີບທີ່ນ້ອງມັກຫັ້ນ.
ຕອນແລ້ວເກັ້ຍກ່ອມຢາກຊວນເພິ່ນໄປ ກູງປາຣີນຳກັນວ່າຈະມີການສັງສັນອະດີດນັກຮຽນລີເຊສວັນ!າອາຈມີທ່ານ ວິນລຽມ ດິດທະວົງໄປຮ່ວມນຳ..
ແຕ່ເພິ່ນກະຄາວຽກຫຼາຍໄປນຳບໍ່ໄດ້..
ມີເພັງຫຼາຍໆເພັງທີ່ເພິ່ນຮ້ອງຄາວກີ້ ໂອຍເວົ້າມາແລ້ວ ມັນຍາວ ໄດ້ໂອກາດນັ່ງຮິ່ນເບັຍນຳກັນ ຊາກເອົາກິຕາອອກມາໃສ່ຄືຊິມ່ວນແລະມີບັນຍາກາດດີ.
ແຕ່ເພັງເກົ່າໆຫັ້ນຫາໃສກະບໍ່ມີ ແລ້ວນ້ອງໄດ້ເຂົ້າ ເບິ່ງໃນ ອາກຊິວ ຂອງກົມວິທຍຸແລ້ວບໍ?

ຄວາມຝັນແບບນີ້ ອາຈເປັນຈິງຂື້ນໄດ້ໄດ໋ນ້ອງເບລລ ໃນຍຸກປັດຈຸບັນນີ້ ທີ່ທຸກຢ່າງມັນສັບສົນໂດຍສະເພາະ
ພວກເຈົ້າໃຫຍ່ນາຍໂຕພາກັນໄປເຫິ່ເຫີມທາງອື່ນ ແລະຫົວປູ້ທາງໄຮເທກ.
ເປັນຄວາມຝັນທີ່ອ້າຍຢາກໃຫ້ເປັນຈິງທີ່ສຸດ..
ດັ່ງດຽວກັບຄວາມຝັນໃນບົດຂຽນຂອງອ້າຍ`` ໄຜ່ໝາມ ອາເວນູ``ຫັ້ນ!!
ເຫັນວ່າບັນຫານີ້ໄດ້ແກ່ກັນອອກໄປທາງເພັງຂອງທ່ານ ບຸນທົງວົງສາລີ..
ເພັງສຸດທ້າຍຂອງເພິ່ນທີ່ອ້າຍຈື່ໄດ້ຄົງແມ່ນ``ອາໄລຮັກ``ທີ່ທ່ານຄຳຫຼ້າໝໍ່ແກ້ວແຕ່ງ:
``ອາໄລອາວອນ ຕ້ອງນອນສະອື້ນໂສກສັນ
ຄົນເຄີຍຮັກກັນຕ້ອງມາໝີໝ້າຫ່າງໄກ
ຝືນຢູ່ອົດສູຣະທົມບໍ່ວາຍ
ທົນໜອງໄໜ້ຫົວໃຈແທບພັງຂາດຮອນ.....
ຮື ຮຶໆໆໆ ໆໆໆໆ......``

ຈະເກບດົນຕຣີມາໃຫ້ຟັງນຳກັນ!!

ຫາກຫາມາໄດ້ກະບອກແນ່!!

ຕ້ອງຍອມຮັບວ່າເຮົາຄົງເຂົ້າເຖິງອາຄິວູມໄດ້ຍາກ..
ຕາບໃດທີ່ຍັງບໍ່ໄດ້ເປັນພະນັກງານຂອງສຖານີວິທຍຸແຫ່ງຊາຕ..
ແຕ່ຕອນນີ້ກະລອງຄິດຯແດ່ລະ..
ຖ້າມີໂອກາດຢາກເຂົ້າໄປສະເໜີໃຫ້ມີຣາຍກາຣເພັງລາວເກົ່າຯຢູ່ຫັ້ນ..
ແລ້ວຖ່າຍທອດສົດຜ່ານອິນເທີເນັດ ຄືສິມີຄົນຕິດຕາມຈາກທົ່ວມຸມໂລກເປັນໄດ້..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເອົາເພງ ສລັກຈິຕ ເພງມ່ວນຯໂດຍນ້ຳສຽງຂອງ ທ່ານ ບຸນທົງ ວົງສາລີ ມາຝາກ..
ຈາກປາຍປາກກາຂອງ ອາຈານ ຄຳຫຼ້າ ໜໍ່ແກ້ວ..
<object width="560" height="349"><param></param><param></param><param></param><embed src="http://www.youtube-nocookie.com/v/uLOpnseX_Qc?version=3&hl=en_US&rel=0" width="560" height="349"></embed></object>

ເບລລ ເກັບມາແຕ່ໃສນີ້!!
ຂອບໃຈໆໆໆ.
ເອົາເປັນວ່າ ພາກັນຄົ່ວຫາເພັງເກົ່າໆຂອງທ່ານ ບຸນທົງ ວົງສາລີ ໃນໂອກາດນີ້ ເກັບເອົາມາໄວ້ ມາໂຮມກັນໄວ້ ເປັນ ເພລ ລິສ ອັນສະງ່າ..
ຫາກວ່າຟ້າແຖນອຳນວຍກະຈັດສັນການພົບປະສັງສັນກັນແບບ ``ເບເນຟິສ``
ຄືວ່າການໃຫ້ກຽດຄົນທີ່ສ້າງຜົນງານດີເດັ່ນໃຫ້ແກ່ສັງຄົມ ແລະສິລປະວັນນະຄດີລາວ..
ບໍ່ແມ່ນລຽນແບບ ຫົກສີບປີອິ່ຫຍັງຫັ້ນເດິ!!
ຂອບໃຈອີກ ສຳຫຼັບເພັງ `ມສະຫຼັກຈິດ`
ມາຟັງນຳກັນອີກເນາະ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mayhukkop ຂຽນວ່າ...
ngg

ຢາກວ່າຫຍັງສູ່ຟັງ...

ຄ່ອຍຕິດຕາມ ຫາກວ່າອ່ານຄວາມລາວໄດ້..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເອົາເພງ ສລັກຈິຕ ເພງມ່ວນຯໂດຍນ້ຳສຽງຂອງ ທ່ານ ບຸນທົງ ວົງສາລີ ມາຝາກ..
ຈາກປາຍປາກກາຂອງ ອາຈານ ຄຳຫຼ້າ ໜໍ່ແກ້ວ..
<object width="560" height="349"><param></param><param></param><param></param><embed src="http://www.youtube-nocookie.com/v/uLOpnseX_Qc?version=3&hl=en_US&rel=0" width="560" height="349"></embed></object>

ເບລລ ເກັບມາແຕ່ໃສນີ້!!
ຂອບໃຈໆໆໆ.
ເອົາເປັນວ່າ ພາກັນຄົ່ວຫາເພັງເກົ່າໆຂອງທ່ານ ບຸນທົງ ວົງສາລີ ໃນໂອກາດນີ້ ເກັບເອົາມາໄວ້ ມາໂຮມກັນໄວ້ ເປັນ ເພລ ລິສ ອັນສະງ່າ..
ຫາກວ່າຟ້າແຖນອຳນວຍກະຈັດສັນການພົບປະສັງສັນກັນແບບ ``ເບເນຟິສ``
ຄືວ່າການໃຫ້ກຽດຄົນທີ່ສ້າງຜົນງານດີເດັ່ນໃຫ້ແກ່ສັງຄົມ ແລະສິລປະວັນນະຄດີລາວ..
ບໍ່ແມ່ນລຽນແບບ ຫົກສີບປີອິ່ຫຍັງຫັ້ນເດິ!!
ຂອບໃຈອີກ ສຳຫຼັບເພັງ `ມສະຫຼັກຈິດ`
ມາຟັງນຳກັນອີກເນາະ!!

ພໍດີລອງຊອກຢູ່ໃນຍູທູບ ລະບັງເອີນໄປເຫັນ..
ເວີຊັ່ນນີ້ອ້າຍເທົາພໍຈື່ໄດ້ບໍ່ວ່າເປັນເວີຊັ່ນດັ້ງເດີມບໍ່..?? ປະມານປີໃດ (ທີ່ແນ່ຯກ່ອນເຈັດຫ້າ)
ເວົ້າມາລະກະຫາກະຮູ້ວ່າບ້ານ ອ. ຄຳຫຼ້າ ໜໍ່ແກ້ວ ຢູ່ແຖວຕລາດສວນມອນ ຈາກຜູ້ເຖົ້າຢູ່ບ້ານເວົ້າໃຫ້ຟັງ..
ສົມພໍເພິ່ນແຕ່ງເພງ ສວນມອນລຳລຶກ ໄດ້ລຶກຊຶ້ງຫຼາຍ..
ເສຍດາຍທີ່ເພິ່ນບໍ່ສາມາດເປັນສິລປິນແຫ່ງຊາຕໄດ້..
ຍ້ອນເພິ່ນບໍ່ໄດ້ຮັບໃຊ້ກຸ່ມໃດກຸ່ມໜຶ່ງ..
ແຕ່ຢ່າເທາະ ອ. ຄຳຫຼ້າ ແລະ ບັນດາອາຈາຣຍ໌ເພັງລາວຜູ້ອື່ນຯຢ່ານ້ອຍໃຈ..
ຜົນງານຂອງທ່ານຈະຢູ່ໃນຄວາມຊົງຈຳ ແລະ ຈະບໍ່ມີວັນເສື່ອມສລາຍຈາກໃຈຂອງຄົນລາວ..

ເບລລ,
ຫາກນ້ອງໄດ້ຮູ້ວ່າ ທ່ານອ.ຄຳຫຼ້າ ໝໍ່ແກ້ວຫັ້ນເປັນຜູ່ທີ່ມີຜົນງານຫຼາຍກວ່າບັນດາທ່ານນັກສິລປິນທັງໜົດໃນ
ແຜ່ນດິນລາວນ້ອງຄົງຫາຍໃຈໂຫຼ່ງຂື້ນແມ່ນບໍ?
ນ້ອງຈົ່ງສູດດົມລົມຫາຍໃຈເຂົ້າສູ່ປອດຂອງນ້ອງຢ່າງເຕັມໃຈ.
ອ້າຍໄດ້ເອົາຜົນງານຂອງເພິ່ນລົງໄວ້ໃນພັນລາວສາມບົດທີ່ອ້າຍຄິດວ່າສຳຄັນ ໃນນັ້ນກໍມີ:``ສັນຕິພາບຢູ່ໃສ?``, ສັນຕິພາບມາແລ້ວ``ແລະ`` ພັທນາກອນ``
ຫາກນ້ອງເຂົ້າເບິ່ງໃນໄດອະຣິຂອງອ້າຍແຕ່ຕົ້ນໆຫັ້ນຄົງຈະເຫັນ!
ອ້າຍເຄີຍກິນເຂົ້າຮ່ວມພາກັບທ່ານ ອ. ຄຳຫຼ້າ ໜໍ່ແກ້ວມາຄັ້ງນຶ່ງເພາະເພິ່ນເປັນອ້າຍເຂີຍຂອງໜູ່ຮັກຂອງອ້າຍທີ່ຮຽນນຳກັນ.
ແຕ່ກ່ອນຫາກນ້ອງໄດ້ຮູ້ປະຫວັດຂອງຄຳຫຼ້າ ໝໍ່ແກ້ວກ່ອນຈະໝີຈາກເມຶອງລາວ (ໃນເພັງ ພັທຍາກອນ.ມີບ່ອນນຶ່ງວ່າ
ຫາກໃຜສໍ້ຣາຊບັງຫຼວງຈະໄດ້ສເວິຍສວັນຊຳເຄ້ແນ່ນອນ! ທ່ານຄຳຫ໕້າ ໝໍ່ແກ້ວກ່ອນຈະໝີຈາກລາວແມ່ນວ່າໄດ້
ຖຶກກັກຂັງໃນຊຳເຄ້າ ເພາະຖຶກກ່າວຫາແນວໃດອ້າຍບໍ່ຮູ້!)
ແຕ່ເຂົ້າໃຈວ່າ ຫຼັງການປົດປ່ອຍ ອ.ຄຳຫຼ້າບໍ່ຢາກຈະໝີໄປໃສ ແຕ່ ເພາະ ອຸດົມການນໍນ້ອງ ມັນຈຶ່ງປ່ຽນໃຫ້ເປັນໄປ.
ຍາມອອກຈາກທີ່ຄຸມຂັງ ກະຈຳເປັນຕ້ອງໄດ້ໝີໄປ..
ເປັນວິທີນຶ່ງຂອງຣະບອບທີ່ ຜູ່ທີ່ບໍ່ແມ່ນມິດ ກະຄື ສັດຕຣູ! ຜູ່ທີ່ບໍ່ເຫັນດີນຳ ກະຄື ຄູ່ປໍຣະປັກ! ໃນຖ້ຳດຽວເສຶອສອງໂຕກະຢູ່ນຳກັນບໍ່ໄດ້..
ນ້ອງກະຮູ້!!
ແຕ່ການພົບປະຄັ້ງນັ້ນສຳຫຼັບອ້າຍມີຄວາມໜາຍເພາະ ທ່ານອ.ຄຳຫຼ້າ ໝໍ່ແກ້ວ ຄື ``ໄອດອລ``ຂອງອ້າຍຜູ່ນຶ່ງ.
ຫາກນ້ອງໄດ້ງິນເພັງ``ຜູ່ແທນຣາສດອນ``ແລ້ວ ອ້າຍວ່ານ້ອງກະຊິຫຼັ່ງນ້ຳຕາຄືອ້າຍ ໃນຣິແຟຣງວ່າ:
``ຢ່າເປັນຜູ່ແທນນັ່ງຄັນຫູ
ຍົກມືນຳໜູ່ບໍ່ຮູ້ຫຍັງ ຫາຄວາມມັ່ງຄັ່ງນັ່ງເສີອອນຊອນ
ຢ່າຫຼົງວ່າເງິນແສນໄຖ່ດີກວ່າບ່າໄພ່ຣາສດອນ....``
ມັນຊື້ງປານໃດ ນ້ອງຄົງເຂົ້າໃຈ.
ມັນອັມມະຕະແທ້ໆແຫຼະນອງ.
ແລ້ວຈະບໍ່ໃຫ້ຮັກແລະຫວງແຫນທ່ານຄຳຫຼ້າ ໝໍ່ແກ້ວໄດ້ຈັ່ງໃດ?
ສວນມອນລຳຣຶກ ກະເປັນບ້ານເມັຍຂອງເພິ່ນ ແລະຂອງເພິ່ນເອັງ.
ວັນນຶ່ງອ້າຍຈະນຳພາພວກທ່ານ ທັງຫຼາຍເຊັ່ນ ຄຳຫຼ້າ ໝໍ່ແກ້ວ, ສ.ແສງສີຣິວັນ ແລະຜູ່ອື່ນໆຄືນມາສູ່ວົງສັງຄົມລາວແລະວົງສິລປິນລາວໃຫ້ສງ່າຜ່າເຜິຍ..
ດ້ວຍຄວາມຊ່ອຍເຫຼຶອຈາກພວກນ້ອງນຸ່ງທີ່ເຫັນວ່າ ນັ້ນຄືເພັດອັນລ້ຳຄ່າແທ້ໆ ບໍ່ແມ່ນເພັດຂີ້ຫຼ້ຍໆທັງຫຼາຍທີ່ມີຖົມເຖໃນວຽງຈັນ.
ຫາກນ້ອງມີໃຈຮັກແທ້ ລອງຟັງເພັງອື່ນໆຂອງ ບຸນທົງ ວົງສາລີ, ພົມມະພິມມະສອນ, ສີລາວົງ, ວໍຣະເດດ..ປ. ຕຣີຈັນ ຫຼື ພໍ່ປູ່ຂອງ ຊານຕຣາ ທີ່ມີນາມປາກກາ ບຸນຊ່ວຍແລ້ວນ້ອງຈະຫາຍໃນໂຫຼ່ງເອິກ..
ດ້ວຍຮັກໃນນ້ຳໃຈແລະຄະຕິດຽວກັນ.

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳລັບເຮົາສິລປິລແຫ່ງຊາຕທີ່ແທ້ຈິງຫຼັກຯແມ່ນ..
ອ. ສ.ແສງສິຣິວັນ..
ອ. ຄຳຫຼ້າ ໜໍ່ແກ້ວ..
ອ. ສີລາວົງ..
ເຈົ້າຄຳຜາຍ ກຸລວຸທ໌..
ອ. ວໍຣະເດທ ດິທວົງ..

ຖ້າມີນອກເໜືອນຈາກນີ້..
ອາຈຈະເປັນຍ້ອນເຮົາເຂົ້າບໍ່ເຖິງຜົລງານຂອງເພິ່ນກໍເປັນໄດ້..
ແຕ່ໃນບັນດາທ່ານທີ່ກ່າວມານັ້ນ..
ເຮົາຈະຍັງສືບຕໍ່ຣວບຣວມຜົລງານຂອງເພິ່ນຕໍ່ໄປ..
ເພັງໃດທີ່ມີກໍຈະເກັບໄວ້ ເພັງໃດທີ່ບໍ່ມີກໍຈະສືບຕໍ່ຊອກຫາ..
ເພາະສິ່ງເຫຼົ່ານັ້ນ ແມ່ນມໍຣະດົກອັນລ້ຳຄ່າທີ່ຄົນຣຸ່ນຫຼັງຈະຄວນຮັກສາໄວ້..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ສຳລັບເຮົາສິລປິລແຫ່ງຊາຕທີ່ແທ້ຈິງຫຼັກຯແມ່ນ..
ອ. ສ.ແສງສິຣິວັນ..
ອ. ຄຳຫຼ້າ ໜໍ່ແກ້ວ..
ອ. ສີລາວົງ..
ເຈົ້າຄຳຜາຍ ກຸລວຸທ໌..
ອ. ວໍຣະເດທ ດິທວົງ..

ຖ້າມີນອກເໜືອນຈາກນີ້..
ອາຈຈະເປັນຍ້ອນເຮົາເຂົ້າບໍ່ເຖິງຜົລງານຂອງເພິ່ນກໍເປັນໄດ້..
ແຕ່ໃນບັນດາທ່ານທີ່ກ່າວມານັ້ນ..
ເຮົາຈະຍັງສືບຕໍ່ຣວບຣວມຜົລງານຂອງເພິ່ນຕໍ່ໄປ..
ເພັງໃດທີ່ມີກໍຈະເກັບໄວ້ ເພັງໃດທີ່ບໍ່ມີກໍຈະສືບຕໍ່ຊອກຫາ..
ເພາະສິ່ງເຫຼົ່ານັ້ນ ແມ່ນມໍຣະດົກອັນລ້ຳຄ່າທີ່ຄົນຣຸ່ນຫຼັງຈະຄວນຮັກສາໄວ້..

ຮ້ວຍບ່ທັນນອນບໍນ້ອງເບລລ!

ເຣັດໃຫ້ດວງຕາຂອງອ້າຍຊືມ!!
ຈົ່ງເບິ່ງອີກວ່າ ທ່ານ ບຸນທະມາລີ ບຸນຊ່ວຍ-ປູ່ຂອງ ຊານຕຣາ ແມ່ນຜູ່ທີ່ແຕ່ງເພັງ ກຸຫຼາບປາກເຊ, ແລະຫຼາຍທເພັງທີ່,ໃນຂະນະນີ້ອ້າຍຍັງຄິດບໍ່ພໍ້.ກະເປັນຜູ່ນຶ່ງທີ່ມີບົດບາດໃນວົງສັງຄົມສິລປິນລາວ.
ນ້ອງກໍຮູ້ວ່າ ປ. ຕຣີຈັນທີ່ແຕ່ງເພັງ ທີ່ວ່າ:`ມຢາກຝາກເພັງນີ້ແກ່ນາງ ຫົວໃຈອ້າຍສັ່ນຕື່ນຕັນໄຫວຫວັ່ນສະທ້ານ
ເໜືອນດັ່ງມົນຕຣາຟ້າຫຼັ່ນ...``ມີໃຜເກັບມາຮ້ອງຄືນໃໜ໋
ອ້າຍເຄີຍໄປຮ່ວມ ພິທີສົມຣົດຂອງນ້ອງສາວຂອງນ້ອງຮັກ ທີ່ວຽງຈັນຄັ້ງນຶ່ງ ທີ່ ທ່ານ ປ.ຕຣີຈັນກັບມາແຕ່ ຮາວາຍເພື່ອຈະຮ່ວມ
ງານພິທີສົມຣົດນັ້ນ ມື້ນັ້ນ, ຄືນນັ້ນເພິ່ນຮ້ອງເພັງ:``ທີ່ອ້າຍບໍ່ຈື່ວ່າຊື່ເພັງວ່າຈັ່ງໃດແຕເນື້ອຄວາມມີວ່າ
:``ຕາ ເປັນສິ່ງສຳຄັນ ແສດງໃຫ້ຮູ້ທັນເຖິງນ້ຳໃຈບອກມາ ພຽງແຕ່ເຫັນໃນຕາ....``
ອ້າຍພູມໃຈທີ່ໄດ້ຮູ້ຈັກນ້ອງ.
ຫວັງວ່າເຣົາຄົງໄດ້ສຶບຕໍ່ພົວພັນກັນໄປນານ..
ຮັກແພງ,
ສຸດໃຈ.

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງທຳອິດນັ້ນແມ່ນເພງ ຢາກຝາກຄວາມຮັກ..
ພໍດີເຮົາເປີດເຫັນຢູ່ປຶ້ມຣວມເພັງລາວ 199 ເພັງ..
ເລີຍໄປຊອກຢູ່ຍູທູບມາໃຫ້.. (ສ່ວນເພັງທີສອງຂໍອະພັຍ ຊອກບໍ່ເຫັນແທ້ຯ)
<object width="560" height="349"><param name="movie" value="http://www.youtube-nocookie.com/v/f9W7k0Wl5FI?version=3&amp;hl=en_GB"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube-nocookie.com/v/f9W7k0Wl5FI?version=3&amp;hl=en_GB" type="application/x-shockwave-flash" width="560" height="349" allowscriptaccess="always" allowfullscreen="true"></embed></object>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເພງທຳອິດນັ້ນແມ່ນເພງ ຢາກຝາກຄວາມຮັກ..
ພໍດີເຮົາເປີດເຫັນຢູ່ປຶ້ມຣວມເພັງລາວ 199 ເພັງ..
ເລີຍໄປຊອກຢູ່ຍູທູບມາໃຫ້.. (ສ່ວນເພັງທີສອງຂໍອະພັຍ ຊອກບໍ່ເຫັນແທ້ຯ)
<object width="560" height="349"><param></param><param></param><param></param><embed src="http://www.youtube-nocookie.com/v/f9W7k0Wl5FI?version=3&hl=en_GB" width="560" height="349"></embed></object>

ສະບາຍດີນ້ອງເບລລ,
ບໍ່ໄດ້ຕອບກັບ ແຕ່ໄດ້ມານັ່ງຟັງສອງສາມຄັ້ງເພາະຂັດສົນຫຍັງທາງໃຈແນ່ເລີຍບໍ່ຢາກປາກຢາກເວົ້າຫຍັງ.
ຈັກໝ່ອຍມັນຊິໂພ່ອອກມາແບບກຳກັບບໍ່ໄດ້ອາຍເພິ່ນ.
ເພັງນີ້ ມັນກະແມ່ນຂອງແທ້ແລະດັ້ງເດີມທີ່ທ່ານ ປ.ຕຣີຈັນຮ້ອງ ຄາວນັ້ນ ແນ່ນອນເປັນປີ ຫົກສີບ.
ທີ່ເກັບກຳກັນມາໄດ້ຈັ່ງຊີ້ ກະພາໃຫ້ມີຄວາມຄິດຂື້ນມາ ແຕ່ອ້າຍຄົງເຮັດບໍ່ໄດ້ ແມ່ນຢາກໃຫ້ນ້ອງນັ້ນ
ຈັດເປັນຄືວ່າໄວ້ເປັນແຄດຕາລອກ ເພັງເກົ່າໆ ເປັນຂອງທ່ານນັ້ນນີ້ ເປັນໜວດໄວ້ກະດີໄດ໋ອ້າຍວ່າ.
ເຊັ່ນຂອງບຸນທົງ ວົງສາລີ ກະເອົາເປັນ ແຟ້ມໄວ້!!
ຫາກເຣັດໄດ້ກໍຈະເປັນການດີ!
ອ້າຍເຄີຍຄິດຈະເຮັດແບບນີ້ ແຕ່ຫາໃສບໍ່ໄດ້ ຕົກມາຮອດສອງສາມມື້ຫຼັງມານີ້ນ້ອງກະໄປຄົ້ນພົບຂຸມຄຳ
ເກົ່າກະຊ່ອຍກັນຖນຸຖນອມຕູ້ມຕອມເອົາໄວ້ ກະດີໄດ໋.
ຫຼືນ້ອງວ່າຈັ່ງໃດ?

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາອີນສະເປັກເບີ່ງ ຊື່ໆໆໆ ແຮ່ໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
bor ngong tae I am meut teup 5555555

Bad boy

໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ເກີດບໍ່ທັນ ເສຍດາຍເດເນາະ 555

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ເຂົ້າມາອີນສະເປັກເບີ່ງ ຊື່ໆໆໆ ແຮ່ໆໆໆ

ມາກວດກາວ່າມີຫຍັງທີ່ອາຈພາໃຫ້ຜູ່ນຳເຄື່ອນຄອນຊັ້ນບໍ?
ດີໃຈທີ່ມາແວ່ເບິ່ງຢ່າງນ້ອຍກະຍັງມີຜູ່ເປັນຫ່ວງເປັນໄຍນໍ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ yaguzar ຂຽນວ່າ...
bor ngong tae I am meut teup 5555555

ເປີດຄອມແລ້ວກໍເປີດໄຟ ແລະຕ້ອງຫາອ່ານໃນບາງບົດຂຽນກ່ຽວກັບສິລປະແລະວົງສັງຄົມຄາວປາງກ່ອນກໍອາຈຮູ້ໄດ້ວ່າມັນກ່ຽວກັບຫຍັງນໍ!!
ແມ່ນຫວັງຈະນຳທຸກຄົນໄປສູ່ສໄໜເກົົ່າຂອງວົງການເພັງລາວສໄໜປາງກ່ອນ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ neda ຂຽນວ່າ...
ເກີດບໍ່ທັນ ເສຍດາຍເດເນາະ 555

ສັງວ່າຊັ້ນ!
ເກິດຫຼັງຫຼືພໍດີ ກະຍັງມີໃຜເກັບກຳຂອງເກົ່ານີ້ໄວ້ ສາມາດຊອກຫາຟັງແລະຊາບຊື້ງໄດ້ ຫາກວ່າສົນໃຈ...
ມັນເປັນມູນມໍຣະດົກຂອງຊາວລາວເຮົາ!
ມາຮັກສາໄວ້ນຳກັນກ່ອນທີ່ມັນຈະສາບສູນໄປ!!

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເພງທຳອິດນັ້ນແມ່ນເພງ ຢາກຝາກຄວາມຮັກ..
ພໍດີເຮົາເປີດເຫັນຢູ່ປຶ້ມຣວມເພັງລາວ 199 ເພັງ..
ເລີຍໄປຊອກຢູ່ຍູທູບມາໃຫ້.. (ສ່ວນເພັງທີສອງຂໍອະພັຍ ຊອກບໍ່ເຫັນແທ້ຯ)
<object width="560" height="349"><param></param><param></param><param></param><embed src="http://www.youtube-nocookie.com/v/f9W7k0Wl5FI?version=3&hl=en_GB" width="560" height="349"></embed></object>

ສະບາຍດີນ້ອງເບລລ,
ບໍ່ໄດ້ຕອບກັບ ແຕ່ໄດ້ມານັ່ງຟັງສອງສາມຄັ້ງເພາະຂັດສົນຫຍັງທາງໃຈແນ່ເລີຍບໍ່ຢາກປາກຢາກເວົ້າຫຍັງ.
ຈັກໝ່ອຍມັນຊິໂພ່ອອກມາແບບກຳກັບບໍ່ໄດ້ອາຍເພິ່ນ.
ເພັງນີ້ ມັນກະແມ່ນຂອງແທ້ແລະດັ້ງເດີມທີ່ທ່ານ ປ.ຕຣີຈັນຮ້ອງ ຄາວນັ້ນ ແນ່ນອນເປັນປີ ຫົກສີບ.
ທີ່ເກັບກຳກັນມາໄດ້ຈັ່ງຊີ້ ກະພາໃຫ້ມີຄວາມຄິດຂື້ນມາ ແຕ່ອ້າຍຄົງເຮັດບໍ່ໄດ້ ແມ່ນຢາກໃຫ້ນ້ອງນັ້ນ
ຈັດເປັນຄືວ່າໄວ້ເປັນແຄດຕາລອກ ເພັງເກົ່າໆ ເປັນຂອງທ່ານນັ້ນນີ້ ເປັນໜວດໄວ້ກະດີໄດ໋ອ້າຍວ່າ.
ເຊັ່ນຂອງບຸນທົງ ວົງສາລີ ກະເອົາເປັນ ແຟ້ມໄວ້!!
ຫາກເຣັດໄດ້ກໍຈະເປັນການດີ!
ອ້າຍເຄີຍຄິດຈະເຮັດແບບນີ້ ແຕ່ຫາໃສບໍ່ໄດ້ ຕົກມາຮອດສອງສາມມື້ຫຼັງມານີ້ນ້ອງກະໄປຄົ້ນພົບຂຸມຄຳ
ເກົ່າກະຊ່ອຍກັນຖນຸຖນອມຕູ້ມຕອມເອົາໄວ້ ກະດີໄດ໋.
ຫຼືນ້ອງວ່າຈັ່ງໃດ?

ຕອນນີ້ເຮົາກໍເຣີ່ມສສົມເພງເກົ່າຯຈາກຍູທູບໄວ້ແດ່ແລ້ວ..
ແຕ່ກໍຈະສສົມໄປເລື້ອຍຯ..
ແຫ່ງສະມັຍນີ້ມັນເປັນໄຟລ໌ເຮັດໃຫ້ຮັກສາງ່າຍ ຄຸນພາບກະບໍ່ຫຼຸດ..
ເອົາໄວ້ໃຫ້ມັນຟັງໄດ້ອີກຫຼາຍສິບປີໄປຫັ້ນລະນໍ້..
ບາດມີລູກມີຫຼານກະສິໄດ້ເອົາເປັນມໍຣະດົກໃຫ້ເຂົາຫັ້ນລະນໍ້..

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>