ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຟ້າເທົ້ານັ້ນ..

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ເຮົາເອົາເພງ ເພັຊໃນຕົມ ມາຝາກ..
ຜົລງານປຣະພັນຂອງ ພຣົມມາ ສົມສຸທິ..
ໂດຍສຽງຮ້ອງຂອງ ພຣເທພ ເທພພິທັກ..
<object width="560" height="349"><param name="movie" value="http://www.youtube-nocookie.com/v/ebOCJm5JgkM?version=3&amp;hl=en_GB"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube-nocookie.com/v/ebOCJm5JgkM?version=3&amp;hl=en_GB" type="application/x-shockwave-flash" width="560" height="349" allowscriptaccess="always" allowfullscreen="true"></embed></object>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີນ້ອງເບລລ,
ເປັນເພັງທີ່ອອນຊອນອີກເພັງນຶ່ງປາງກ່ອນ!!
ມີບາງຄົນກະເອົາເພັດແບບນີ້ມາຜັດໃຫ້ເປັນເພັດໄສໆ!!
ຫວັງວ່າຄົງດຳເນິນການເກັບກຳນີ້ຕໍ່ໄປ.
ກັບມາພບກັນໃໜ່ຫຼັງຈາກການເດິນທາງໄປ ກູງປາຣີເດິນ້ອງ.
ໄປສັງສັນກັນກັບໜູ່ຄູ່ອະດີດລິເຊສວັນ ແລະຈະເລີຍໄປຢາມຫຼານທີ່ແຄມ ມະຫາສະມຸດ ແອດແລນຕິກ!
ກັບມາແລ້ວຄ່ອຍວ່າກັນ.
ຢາກຊວນ ທ່ານ ດຣ.ບຸນທົງວົງສາລີ ໄປຮ່ວມນຳແຕ່ ເພິ່ນຄາວຽກຫຼາຍ!!ເສັຍດາຍ ຫວັງວ່າຫາກເພິ່ນໄປນຳຍັງຈະໃຫ້ໜູ່ທາງຝຣັ່ງເຊື້ອເຊິນທ່ານ ວິນລຽມ ດິທວົງມາຮ່ວມ ແຕ່ກະປີນີ້ໂຊກບໍ່ທັນຢາກເຂົ້າຂ້າງ..
ພົບກັນໃໜ່ນໍນ້ອງ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງໃດກໍຂໍໃຫ້ມ່ວນຯເດີ້..
ເກັບບັນຍາກາສມາຝາກກັນແດ່ກໍດີ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຈັ່ງໃດກໍຂໍໃຫ້ມ່ວນຯເດີ້..
ເກັບບັນຍາກາສມາຝາກກັນແດ່ກໍດີ..



ສະບາຍດີນ້ອງເບລລ,
ມ່ວນສຸດໃຈທັງໜູ່ຄູ່ທີ່ຍັງມີລົມຫາຍໃຈແລະຍັງຍ່າງໄດ້ດ້ວຍຂາແຄ່ງໂຕເອັງຢູ່!!
ຫຼາຍຄົນກະແມ່ນວ່າຫາຍໝ້າຫາຍຕາໄປແລ້ວ!
ມ່ວນຈົນວ່າຕົກຍົນ!!
ການເດິນທາງໆຣົຖບັສໃນປາຣີແມ່ນວ່າ ຫາກຟ້າວແລ້ວຢ່າຂື້ນເລີຍ!
ຕ້ອງລົງຮູຣົຖເມໂຕຣດີກວ່າ!
ຫຼືວ່າຫາກຢາກເບິ່ງທີວທັດເມືອງປາຣີແລ້ວຄ່ອຍຂື້ນ!
ເປັນວ່າໄດ້ຢູ່ປາຣີຕື່ມອີກສາມມື້!!ກະພໍດີໄດ້ໄປເບິ່ງຫັ້ນໝີ້ຈົນຂາຫຼ່ອຍ!
ເສັຍດາຍແຕ່ບໍ່ມີໃຜຍ່າງນຳຂ້າງຫາກມີກິກຈັກຄົນກະຄືຊິບໍ່ເມື່ອຍປານໃດ!ແຕ່ຖົງອາຈຮົ່ວຫຼາຍກວ່ານັ້ນທໍ່ນັ້ນ!
ໄດ້ມີປະສົບການໃໜ່ ແບບຄົນບ້ານນອກເຂົ້າເມືອງ.
ແຕ່ຄົງເປັນປະໂຫຍດໃນວັນໝ້າຫາກວ່າຟ້າແຖນອຳນວຍກໍອາຈໄດ້ໄປອີກ!!
ໜູ່ຄູ່ຄົນລາວແມ່ນວ່າເປັນກັນເອັງແລະອົບອຸ່ນໃນນ້ຳໃຈ.ແທບວ່າຫາຍາມໃຫ້ທ້ອງຫວ່າງຈາກເຫຼົ້າແວງແລະເບັຍຍາກ!!
ທັງອາຫານການກິນກະນັບບໍ່ຖ້ວນ
ໄດ້ໄປກິນກູ້ງເຕັ້ນທີ່ປາຣີນ້ອງເອິຍ ຊາໃຈຢາກໄປໃຫ້ເຖິງປາຣີຫັ້ນແຫຼະແຕ່ໜູ່ຄູ່ເຮົາເຂົາບໍ່ສົນໃຈປານໃດແລ້ວທາງໂລກແບບນັ້ນ!
ຈຶ່ງວ່າໄປບໍ່ຮອດປາຣີເລີຍ!!


໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງ

..........................................................................
..........................................................................

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະພໍໄດ້ມ່ວນໄດ້ຊື່ນໄປນໍ້..
ດົນໄດ້ພົບພໍ້ມິຕຕະພາບເກົ່າຯ..


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ ດົນໆກະຄິດຮອດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bandithkonsayabouly ຂຽນວ່າ...
ມາຈອບເບິ່ງ


ເສັຍດາຍບໍ່ມີຫຍັງໃໜ່ໆມາຝາກ ມີແຕ່ຄວມອິດເມື່ອຍເທົ່ານັ້ນທີ່ຍັງຄອງໃຈ ຊາໃຈແທ້ຢາກເອົເພັງ ``ຝົນຕົກ``
ຂອງທ່ານຄຳຫຼ້າ ໝໍ່ແກ້ວມາຝາກ ເພາະເຫັນວ່າ ນ້ຳຖ້ວມອີກແລ້ວ!!

ຫາກວ່າເຂື່ອນຢູ່ຈີນເຈື່ອນ ແຮງຊິໂຫດນໍ!!ວອນເທວະດາຢ່າໃຫ້ເຂື່ອນນັ້ນໆເຈື່ອນກະພໍ ເພາະຢ້ານໄດ້ກັບມາຊ່ອຍຝັງສົບນຳ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ກະພໍໄດ້ມ່ວນໄດ້ຊື່ນໄປນໍ້..
ດົນໄດ້ພົບພໍ້ມິຕຕະພາບເກົ່າຯ..



ໂອມ່ວນແທ້!
ເສັຍແຕ່ວ່າເວລາມັນໝ້ອຍແລະຖົງແປໂພດ!
ໜູ່ຄູ່ຫຼາຍຄົນກະມາແຕ່ ອະເມຣິກາ, ສວິສເຊິແລນ, ເຢິຣະມັນແລະເຮົາຜູ່ດຽວຈາກ ເຂດ ອະດີດ ຫຼັງມ່ານເຫຼັກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ກະພໍໄດ້ມ່ວນໄດ້ຊື່ນໄປນໍ້..
ດົນໄດ້ພົບພໍ້ມິຕຕະພາບເກົ່າຯ..



ໂອມ່ວນແທ້!
ເສັຍແຕ່ວ່າເວລາມັນໝ້ອຍແລະຖົງແປໂພດ!
ໜູ່ຄູ່ຫຼາຍຄົນກະມາແຕ່ ອະເມຣິກາ, ສວິສເຊິແລນ, ເຢິຣະມັນແລະເຮົາຜູ່ດຽວຈາກ ເຂດ ອະດີດ ຫຼັງມ່ານເຫຼັກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thailove ຂຽນວ່າ...
ແມ່ນໆ ດົນໆກະຄິດຮອດ



ບໍ່ແມ່ນແຕ່ຄວາມຄິດຮອດກັນທໍ່ນັ້ນ..
ໃນຂັ້ນນີ້ແລ້ວ ແຕ່ລະປີຫຼາຍຄົນເມື່ອຍຖ້າການພົບປະສັງສັນ ກະໄດ້ພາກັນລາໂລກໄປແບບງ່າຍໆ!
ບໍ່ຫ່ວງໝ້າຫ່ວງຫຼັງ ຈຶ່ງເປັນແຮງໃຈອີກແບບນຶ່ງທີ່ດຶງໃຫ້ໄປຫາໄປພົບໝ້າຄ່າຕາກັນ!
ເວົ້າງ່າຍໆກະວ່າ ກ່ອນຊິຈາກກັນແບບບໍ່ຫັນຫຼັງກັບຫັ້ນດອກ!

ແມ່ນບໍລະ!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເປັນວ່າໄປງານນີ້ໄດ້ຟັງເພງຫຍັງແດ່ນໍ້.. ອ້າຍເທົາ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແທບວ່າທຸກເພັງຈາກອະດີດ.ແຕ່ອ້າຍໄດ້ຂື້ນຮ້ອງນຳເຂົາພຽງເພັງດຽວ ຄື ລາກ່ອນຈາກ!!ເພາະເຂົາເໜົາກັນໜົດພວກເຈົ້າຖິ່ນ!!
ແຕ່ກະມ່ວນດີ.ຟັງໜູ່ຮ້ອງກະດີຄືກັນ!
ສາວຈິດດາຣານີແມ່ນວ່າທັງຮ້ອງເພັງທັງລຳ!!ເກັ່ງສົມຊື່!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເກັບກຳເອົາເພັງຂອງທ່ານ ດຣ.ບຸນທົງວົງສາລີມາໄວ້ເປັນອະນຸສອນ ແຕ່ກະບໍ່ທັນຊ້ຳ ເຈົ້າຂອງຜູ່ທີ່ມີກະລືບອອກຈາກ ຢູທູບໄປໜົດ ຈັ່ງແມ່ນວ່າຂີ້ໝຽວທັງໆທີ່ບໍ່ແມ່ນຂອງໂຕເອັງ!
ກະຊ່າງເທາະນໍ!

ເຄີຍໄດ້ລົມນຳທ່ານ ດຣ.ບຸນທົງມາຄັ້ງນຶ່ງທີ່ ``BRNO" ປະເທດ ເຊັກໂກ ຄາວໄປຮ່ວມບຸນປີໃໜ່ທີ່ບ້ານຂອງ ອຳພອນ ທີ່ ໂຮງແຮມ ``AMPHONE" ເມື່ອນັ້ນ. ເພິ່ນບອກວ່າມີໃຜລັກເອົາເພັງຈາກສຖານິວິທຍຸແຫ່ງຊາດ ໜາຍຄວາມວ່າຈາກ ``ອາກຊິວ``ຂອງສະຖານີວິທຍຸໄປໜົດ.
ເພິ່ນຍັງວ່າແມ່ນພວກທີ່ໄປ ຢູ່ ໂອສຕຣາລີວ່າຊັ້ນ!
ສົມຄວານເອົາມາເຜິຍແຜ່ໃຫ້ແກ່ຊາວລາວດ້ວຍກັນ!
ມັນບໍ່ແມ່ນຂອງສ່ວນໂຕຂອງໂຕເອັງ
ບາດຕາຍໄປແລ້ວໃຜຈະໄດ້ຮູ້ໄດ້ເຫັນໄດ້ຟັງນຳ..ແນ່ນອນລູກຫຼານຂອງພວກທ່ານກະຊິບໍ່ສືບຕໍ່ ແລ້ວກຜົນງານນັ້ນກໍຈະສາບສູນໄປ.
ທີ່ນຳເອົາຣ້ຳຄຳຂອງທ່ານດຣ.ບຸນທົງມາອ້າງບໍ່ແມ່ນວ່າຢາກໃຫ້ເພິ່ນເຊື່ອມເສັຍກຽດແລະສັກສີແຕ່ຢ່າງໃດ ທຸກຢ່າງ ຜຂ ຂໍຮັບຜິດຊອບທຸກຖ້ອຍຄຳທີ່ຂຽນລົງໄປນີ້!
ຫາກແມ່ນທ່ານໃດມີເພັງຕ່າງໆຈາກສໄໜເກົ່າໄວ້ໃນຄວາມຄອບຄອງຈົ່ງຊ່ອຍເກັບມາແບ່ງປັນໃຫ້ຊົນຮຸ້ນເກົ່າແລະຮູ້ນຫຼັງໃຫ້ໄດ້ຮູ້ໄດ້ຟັງນຳກໍຈະດີ ນັ້ນແມ່ນສົມບັດຂອງຊາດລາວທັງມວນບໍ່ແມ່ນຂອງທ່າຍໃດທ່ານນຶ່ງໃນຈັກພົບ!!

ຫາກຍັງເປັນຄົນທີ່ເຫັນແກ່ໂຕຢູ່ກະບໍ່ຮູ້ຈະວ່າແນວໃດລະ!
ກະພໍແຕ່ຈະໄດ້ປົງອະນິຈັງໄປທໍ່ນັ້ນແຫຼະ!
ຮັກແພງ.


໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ມາຈອບເບິ່ງ

..........................................................................
..........................................................................

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີເພັງເກົ່າຂອງທ່ານ ສ.ແສງສີຣິວັນທີ່ແຕ່ງປະກອບຮູບເງົາເຣື້ອງ``ເມື່ອສີ້ນຄວັນໜອກ`` ແຕ່ກີ້ໆພຸ້ນກ
ຫວ່າງສອງສາມມື້ກ່ອນໄດ້ງິນໃນຣາຍການ ສຽງເອເຊັຍເສຣີ ທີ່ເອົາມາອອກ ແຕ່ເປັນສຽງຂອງແສນສັກດາ! ກະມ່ວນຄືເກົ່າແມ່ນມີການດັດແປງໄປແນ່ກະຕາມ.
ແຕ່ກີ້ແມ່ນທ່ານ ພົມມະ ພິມມະສອນຮ້ອງ!
ເມື່ອສີ້ນຄວັນໜອກ ຄິດວ່າເປັນໝັງເຣື້ອງທຳອິດທີ່ສ້າງໃນລາວ!!
ຫາກໃຜສາມາດຫາມາໃຫ້ກັນເບິ່ງໄດ້ກໍຈະດີ!!
ທໍ່ນີ້ນໍມື້ນີ້!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຟັງຕິບາດນີ້ ສຽງອັມມະຕະທີ່ຂ້ອຍວ່າໄວ້ ມັນຈິງປານໃດ!

ຟັງນະທີ່ຮັກ ຈາກສຽງຮ້ອງຂອງ ທ່ານ ດຣ.ບຸນທົງວົງສາລີ ທີ່ເກັບມາຈາກຄວາມອຸປກາຣະຂອງບ່າວລາວຈາກ ໂອສຕຣາລີ!!

Link ຟັງນະທີ່ຮັກ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
kuk noc


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
kuk noc



ມັກແທ້ບໍລະ?
ເປັນເພັງນຶ່ງທີ່ຍັງຫວານຊື້ງ!!



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າສຽງເພັງເກົ່າແບບນີ້ ຍັງມີສິ່ງທີ່ດຶງດູດໃຈໄດ້ ກະດີ!
ເພາະມັນເຄີຍມີບົດບາດຄາວຫຼັງ!

ຜູ່ຮ້ອງແຕ່ກີ້ກະວ່າ ໜ້າຮັກແລະເປັນທີ່ສົນໃຈແກ່ເພດກົງກັນຂ້າມທີ່ສຸດ!ທັງຍ້ອນສຽງອັມມະຕະແລະຮູບຊົງທັງ ສະຖາບັນທີ່ສຶກສາຫັ້ນ!
ນັບແຕ່ເພິ່ນກັບມາຈາກປະຈຳການທີ່ເບິລິນມາແລ້ວ ການພົວພັນກໍຂາດຫາຍໄປ!
ຫວັງວ່າເພິ່ນຄົງຍັງຄ່ອຍສະບາຍດີຕາມເດີມ.
ທີ່ເວົ້າເຖິງນີ້ແມ່ນເວົ້າເຖິງ ທ່ານ ດຣ ບຸນທົງ ວົງສາລີ ນັກຮ້ອງສຽງທອງຈາກອະດີດ!
ດ້ວຍຄວາມເຄົາຣົບນັບຖືຢ່າງສູງ.


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີອ້າຍເທົາ..
ຊ່ວງນີ້ບໍ່ໄດ້ມາຫຼິ້ນພັນລາວປານໃດ..
ມາມື້ນີ້ມີຂອງມາຕິດໄມ້ຕິດມືມານຳ..
ເປັນເພັງທີ່ເຮົາເຈິຢູ່ຍູທູບ..
ເປັນເພັງ ເຊື້ອດອກບົວ..
ຂັບຮ້ອງໂດຍ ດາຣາເພັຊ໌ ຂຸນສະທອນ
ປຣະພັນທ໌ໂດຍ ເຈົ້າຄຳຜາຍ ກຸລວຸທ໌
[url= http://www.youtube.com/watch?v=6cQmYJHrFBY]ເຊື້ອດອກບົວ..[/url]


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີນ້ອງເບລລ,
ໃນໜ້ານັ້ນທີ່ນ້ອງເກັບມາ ມີຄົນທີ່ໄດ້ຮູ້ຈັກກັນ ຊື່ວ່າ ຣັຕນະພອນ!!ເປັນນັກຮ້ອງ ສາວ ຄົງແມ່ນເຊື້ອສາຍຄົນຫຼວງພຣະບາງ.
ເຫັນໜ້າຕາງາມແລະກະມີຮຸ່ນທີ່ເປັນທີ່ຈັບໃຈບໍ່ລືມ..
ມີ ເວບໄຊ້ຂອງ ຄພນພ ຣັຕນະພອນ ຫາກນ້ອງເບິ່ງເຫັນແລ້ວຈັ່ງມາວ່າກັນ
ອ້າຍວ່າ ຄົນງາມກວ່າລິລາດການຮ້ອງ!
ຫຼືອ້າຍມັນສຫຼອກກອກໂພດບໍ!


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ

.ເຮີເຮີ



໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ສະບາຍດີນ້ອງເບລລ,
ໃນໜ້ານັ້ນທີ່ນ້ອງເກັບມາ ມີຄົນທີ່ໄດ້ຮູ້ຈັກກັນ ຊື່ວ່າ ຣັຕນະພອນ!!ເປັນນັກຮ້ອງ ສາວ ຄົງແມ່ນເຊື້ອສາຍຄົນຫຼວງພຣະບາງ.
ເຫັນໜ້າຕາງາມແລະກະມີຮຸ່ນທີ່ເປັນທີ່ຈັບໃຈບໍ່ລືມ..
ມີ ເວບໄຊ້ຂອງ ຄພນພ ຣັຕນະພອນ ຫາກນ້ອງເບິ່ງເຫັນແລ້ວຈັ່ງມາວ່າກັນ
ອ້າຍວ່າ ຄົນງາມກວ່າລິລາດການຮ້ອງ!
ຫຼືອ້າຍມັນສຫຼອກກອກໂພດບໍ!


ສະບາດີ ອ້າຍເທົາ..
ຕອນນີ້ເຮົາຢາກໄດ້ ເພັງ ເຊື້ອດອກບົວ ເວີຊັ່ນ ຕ້ອມ ເຣນໂບວ໌..
ຊອກຊື້ຢູ່ວຽງບໍ່ໄດ້..
ພີ່ນ້ອງຢູ່ ເມກາ ຝຣັ່ງ ກະບໍ່ເຫັນວ່າຊັ້ນ..
ໄດ້ແຕ່ຖ້າຣໍຄອຍໃຫ້ຜູ້ໃຈບຸນໂພສໄວ້ທີ່ຍູທູບ..
ກະຍັງບໍ່ເຫັນ..
ສົງສັຍຕ້ອງໄດ້ຖ້າຕໍ່ໄປ..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍເອັງຫາໄດ້ຮູ້ຈາກນ້ອງນີ້ແຫຼະ!
ບໍ່ເຄີຍໄດ້ຟັງມາກ່ອນ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຈຮັກຍັງໜັ້ນ

ມອບແດ່ນ້ອງເບລລ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
old song
https://soundcloud.com/vinai6320/unknow-khamteum


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ສະບາຍດີນ້ອງເບລລ,
ໃນໜ້ານັ້ນທີ່ນ້ອງເກັບມາ ມີຄົນທີ່ໄດ້ຮູ້ຈັກກັນ ຊື່ວ່າ ຣັຕນະພອນ!!ເປັນນັກຮ້ອງ ສາວ ຄົງແມ່ນເຊື້ອສາຍຄົນຫຼວງພຣະບາງ.
ເຫັນໜ້າຕາງາມແລະກະມີຮຸ່ນທີ່ເປັນທີ່ຈັບໃຈບໍ່ລືມ..
ມີ ເວບໄຊ້ຂອງ ຄພນພ ຣັຕນະພອນ ຫາກນ້ອງເບິ່ງເຫັນແລ້ວຈັ່ງມາວ່າກັນ
ອ້າຍວ່າ ຄົນງາມກວ່າລິລາດການຮ້ອງ!
ຫຼືອ້າຍມັນສຫຼອກກອກໂພດບໍ!


ສະບາດີ ອ້າຍເທົາ..
ຕອນນີ້ເຮົາຢາກໄດ້ ເພັງ ເຊື້ອດອກບົວ ເວີຊັ່ນ ຕ້ອມ ເຣນໂບວ໌..
ຊອກຊື້ຢູ່ວຽງບໍ່ໄດ້..
ພີ່ນ້ອງຢູ່ ເມກາ ຝຣັ່ງ ກະບໍ່ເຫັນວ່າຊັ້ນ..
ໄດ້ແຕ່ຖ້າຣໍຄອຍໃຫ້ຜູ້ໃຈບຸນໂພສໄວ້ທີ່ຍູທູບ..
ກະຍັງບໍ່ເຫັນ..
ສົງສັຍຕ້ອງໄດ້ຖ້າຕໍ່ໄປ..


ອ້າຍບໍ່ຮູ້ຈັກເພງນີ້ດອກ
ແຕ່ເອົາເພງຂອງອາຈານຄຳເຕີມ ຊານຸບານທີ່ເພີ່ແຕ່ງເອງມາໃຫ້ຟັງນຳ
ຍັງມີອີກເພງນື່ງທີ່ເພີ່ນແຕ່ງເອງ ຄືສວນດອກໄມ້ ໃນອະດີດ ຫາກວ່ານ້ອງເຂົ້າໄປໃນ ເຟສບູກ ຫ້ອງຈຳປາ ຂອງອ້າຍຄົງຫາຟັງໄດ້..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ສະບາຍດີນ້ອງເບລລ,
ໃນໜ້ານັ້ນທີ່ນ້ອງເກັບມາ ມີຄົນທີ່ໄດ້ຮູ້ຈັກກັນ ຊື່ວ່າ ຣັຕນະພອນ!!ເປັນນັກຮ້ອງ ສາວ ຄົງແມ່ນເຊື້ອສາຍຄົນຫຼວງພຣະບາງ.
ເຫັນໜ້າຕາງາມແລະກະມີຮຸ່ນທີ່ເປັນທີ່ຈັບໃຈບໍ່ລືມ..
ມີ ເວບໄຊ້ຂອງ ຄພນພ ຣັຕນະພອນ ຫາກນ້ອງເບິ່ງເຫັນແລ້ວຈັ່ງມາວ່າກັນ
ອ້າຍວ່າ ຄົນງາມກວ່າລິລາດການຮ້ອງ!
ຫຼືອ້າຍມັນສຫຼອກກອກໂພດບໍ!


ສະບາດີ ອ້າຍເທົາ..
ຕອນນີ້ເຮົາຢາກໄດ້ ເພັງ ເຊື້ອດອກບົວ ເວີຊັ່ນ ຕ້ອມ ເຣນໂບວ໌..
ຊອກຊື້ຢູ່ວຽງບໍ່ໄດ້..
ພີ່ນ້ອງຢູ່ ເມກາ ຝຣັ່ງ ກະບໍ່ເຫັນວ່າຊັ້ນ..
ໄດ້ແຕ່ຖ້າຣໍຄອຍໃຫ້ຜູ້ໃຈບຸນໂພສໄວ້ທີ່ຍູທູບ..
ກະຍັງບໍ່ເຫັນ..
ສົງສັຍຕ້ອງໄດ້ຖ້າຕໍ່ໄປ..


ອ້າຍບໍ່ຮູ້ຈັກເພງນີ້ດອກ
ແຕ່ເອົາເພງຂອງອາຈານຄຳເຕີມ ຊານຸບານທີ່ເພີ່ແຕ່ງເອງມາໃຫ້ຟັງນຳ
ຍັງມີອີກເພງນື່ງທີ່ເພີ່ນແຕ່ງເອງ ຄືສວນດອກໄມ້ ໃນອະດີດ ຫາກວ່ານ້ອງເຂົ້າໄປໃນ ເຟສບູກ ຫ້ອງຈຳປາ ຂອງອ້າຍຄົງຫາຟັງໄດ້..


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>