ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຮັບສະໝັກອາສາສະໝັກ

໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ປະກາດຮັບສະໝັກ

ອາສາສະໝັກ


ອົງການກູດແຮນສ໌ປະຈຳລາວ ເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ສ້າງຕັ້ງຂຶ້ນໃນປີ 2004 ຈຸປະສົງລວມແມ່ນເພື່ອຊ່ວຍພັດທະນາການສຶກ ສາຊຸມຊົນ, ເພື່ອທະວີຄວາມອາດສາມາດຂອງຊຸມຊົນທ້ອງຖິ່ນ, ໂດຍຜ່ານການຄຸ້ມຄອງຈາກສູນໄວໝຸ່ມກູດແຮນສ໌ ຂອງອົງການກູດແຮນສ໌ລາວ

ສູນໄວໜຸ່ມກູດແຮນສ໌ຈະເປີດເອົາຮັບເອົາອາສາສະໝັກຜູ້ທີ່ມີຄວາມສົນໃຈເຂົ້າມາຮ່ວມເຄື່ອນໄຫວກິດຈະກຳກ່ຽວກັບການສຶກສາ, ກິດຈະກຳສົ່ງເສີມການອ່ານໃຫ້ກັບເດັກນ້ອຍລາວ ...ເຊິ່ງຜູ້ທີ່ຈະມາສະໝັກຕ້ອງເປັນຄົນທີ່ມີໃຈມັກໃນວຽກງານນີ້, ມີຄວາມກະຕືລືລົ້ນ, ຢາກພັດທະນາຕົນເອງ, ກ້າສະແດງອອກ, ສາມາດນຳພາເດັກນ້ອຍເຮັດກິດຈະກຳຕ່າງໆໄດ້ເຊັ່ນວ່າ ເລົານິທານ, ຫຼິ້ນເກມ, ແຕ້ມຮູບ, ຮ້ອງເພງ...

ລາຍລະອຽດຂອງກິດຈະກຳມີດັ່ງນີ້:

1. ອາສາສະໝັກປະຈຳສູນໄວໜຸມກູດແຮນສ໌ (ຈຳນວນ 6 ຄົນ)

ສຳຫລັບກິດຈະກຳຢູ່ໃນສູນໄວໜຸ່ມກູດແຮນສ໌ ຈະເຄື່ອນໄຫວເປັນປະຈຳທຸກໆມື້ໃນຕອນສວາຍ(ວັນຈັນ-ວັນເສົາ)
ເວລາ 13:00-18:00

1. ສອນພາສາອັງກິດ
2. ສອນວິທະຍາສາດ
3. ເຄື່ອນໄຫວກິດຈະກຳສົ່ງເສີມການອ່ານພາຍໃນສູນໄວໜຸ່ມກູດແຮນສ໌...

2. ອາສາສະໝັກ ຫ້ອງສະມຸດເຄື່ອນທີ່ Mobile library (ຈຳນວນ 6 ຄົນ)
ເຄື່ອນໄຫວກິດຈະກຳທຸກໆວັນອັງຄານ ແລະວັນສຸກ ຕອນສວາຍ ເວລາ(12:00-16:00)

1. ຮ່ວມເຄື່ອນໄຫວກິດຈະກຳໄປກັບລົດຫ້ອງສະໝຸດເຄື່ອນທີ່ຕາມໂຮງຮຽນປະຖົມເປົ້າໝາຍຕ່າງໆ
2. ເຄື່ອນໄຫວກິດຈະກຳສົ່ງເສີມການອ່ານ...
3. ນຳພາເດັກນ້ອຍເຮັດກິດຈະກຳ (ເລົ່ານິທານ, ແຕ້ມຮູບ, ຫຼີ້ນເກມ…)

ວິທີການສະໝັກ: ສົ່ງອີເມວເພື່ອຂໍແບບຟອມໃບສະໝັກ Xaygoodhands@hotmail.coml.com

ຫລື ເຂົ້າມາພົວພັນໄດ້ທີ່: ສູນໄວໜຸ່ມກູດສ໌ແຮນສ໌ ຕັ້ງຢູ່ຖະໜົນເລກທີ່13ໃຕ້, ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງຽງຈັນ (ດ້ານຫລັງຫ້ອງສຶກສາເມືອງໄຊທານີ).

www.goodhands.or.kr

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ: ຫ້ອງການກູດແຮນສ໌ 021-732363, 020 55111188 (ໄຊ), 77805568 (ຕິ່ງ) ໃນໂມງລັດຖະການ.

ປິດຮັບສະໝັກວັນທີ່ 20/8/2011


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ສົນໃຈຢູ່ ຖ້າໄດ້ກັບລາວກ່ອນເດີຊີແວ່ເຂົ້າໄປເບີ່ງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍບໍ່ຫວ່າງ ອິອິອິ


໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ສົນໃຈ ແຕ່ຫນ້າເສຍດາຍຂ້ອຍກຳລັງຈະຝຶກງານ ຄົງຈະບໍ່ມີເວລາ

liverpool you"ll never walk alone

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຢາກເຮັດຢູ່ ຍ້ານບໍ່ມີເວລາ

♡ເເມ່ລູກອ໋ອນ♡



.

໒ ກະທູ້
໒໔໐ ໂພສ
ນັກການກະທູ້
ມາຕອບຄືກັນກັບ 3ຄົນທາງດທິງ


໗ ກະທູ້
໒໑໒ ໂພສ
ນັກການກະທູ້

i love laos '' n u ''

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບ ນຳ ເດີ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສົນໃຈໆ
ແຕ່ໄປບໍ່ໄດ້... ເສຍດາຍ.... ມັນຕຳກັບຊົ່ວໂມງຮຽນ

I believe in the IMPOSSIBLE

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ເງິນດີງານເດີນ


໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຢາກຈະໄປຢູ່ ແຕ່ຕຳກັບເວລາອັບເກຣດ

ຄົນບໍ່ດີ ມີໄວ້ເຮັດຫຍັງ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເດີເງີນກະມາ 555


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເດີນເງີນກະມາ 555


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຄງການນີ້ຈະຮັບສມັຄໄປເລື້ອຍບໍ່..??


໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂຄງການນີ້ຈະຮັບສມັຄໄປເລື້ອຍບໍ່..??


ທາງເຮົາເປີດຮັບສະເພາະໃນຊ່ວງນີ້ (ອາສາສະໝັກປະຈຳສູນ) ເພາະຕອນນີ້ຢູ່ທາງສູນມີໂຄງການໃໝ່ ຄືໂຄງການ
- ຫ້ອງສະໝຸດເຄື່ອນທີ່ (ລົງເຄື່ອນໄຫວຕາມໂຮງຮຽນ)
- ໂຄງການສູນໄວໝຸ່ມ (ເຄື່ອນໄຫວກິດຈະກຳຢູ່ພາຍໃນສູນ)

ພິເສດ: ທຸກໆປີຈະນັກສຶກສາມາຈາກປະເທດເກົາຫລີ (2 ຄັ້ງ/ປີ) ມາຕັ້ງແຄ້ມເຄື່ອນໄຫວກິດຈະກຳຕ່າງໆ ຢູ່ລາວຕາມບ້ານປະຊາຊົນໃນເຂດຊົນ ນະບົດປະມານ 2 ອາທິດ ແລະ ຊ່ວງນັ້ນເຮົາຈະມີການຮັບສະໝັກມາຮ່ວມໃນແຄ້ມເທື່ອໜຶ່ງ.


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອນນີ້ຢູ່ໄຊຍະ ກັບໄປວຽງຈັນ ປະມານຕົ້ນເດືອນ 9 ທັນບໍ່

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ສະມັກນຳ ໄດ້ບໍ່


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄາວຽກຊ່ຳນະ


໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຕ້ອນນີ້ຢູ່ໄຊຍະ ກັບໄປວຽງຈັນ ປະມານຕົ້ນເດືອນ 9 ທັນບໍ່


ລອງຕິດຕໍ່ມາເບິ່ງເດີ້ ອົງການກູດແຮນສ໌ລາວ 021 732363 (ໄຊ 55111188) (ຕິ່ງ 77805568)


໓໑ ກະທູ້
໑໕໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ LoNa ຂຽນວ່າ...
ສະມັກນຳ ໄດ້ບໍ່


ໄດ້ເລີຍ ລອງຕິດຕໍ່ມາເບິ່ງເດີ້ ອົງການກູດແຮນສ໌ລາວ 021 732363 (ໄຊ 55111188) (ຕິ່ງ 77805568)