ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍສົນໃຈວ່າຜູ້ຍິງຄົນນີ້ລາວເປັນຄົນແບບໃດ? ຕັ້ງຊື່ສົມມຸດໃຫ້ລາວວ່າ: “ນາງ ກ“ ກ່ອນເນາະ! ລາວເປັນຄົນຖານະທຳມະດາ, ລາວຄົບຄົນອາຍຸສູງເພື່ອເງິນ ເຖີງບາງຄົນຈະມີເມຍແລ້ວກໍ່ຕາມ, ນາງ ກ ນັ້ນກໍ່ບໍ່ສົນໃຈຄຳນິນທາຂອງໃຜເລີຍ, ລາວພະຍາຍາມຮຽນເພີ່ມພາສາອັງກິດ ແລະ ຕິດຕໍ່ໝູ່ທາງອິນເຕີເນັດມາຕະຫຼອດ, ຈົນຮຽນຈົບຊັ້ນສູງ ລາວກໍ່ໄປສະໝັກວຽກ ເດືອນທຳອິດລາວໄດ້ 1.500.000 ກີບ, ຕໍ່ມາລາວລາອອກໄປສະໝັກບ່ອນໃໝ່ ໄດ້ເດືອນລະ 5.000.000 ກີບ, ໄປບ່ອນໃໝ່ອີກໄດ້ 20.000.000 ກີບ, ປັດຈຸບັນລາວກໍ່ຄົບຄົນອາຍຸສູງທີ່ຮຽນຈົບປະຣິນຍາເອກ ເງິນມື້ໜຶ່ງປະມານ 900 ໂດລາ. ນາງ ກ ຮຽນຕໍ່ຈົນຈົບປະຣິນຍາໂທ. 4 ປີຜ່ານໄປ ຮອດປີ 2011ນີ້ ລາວຊອກຫາເບີຂ້ອຍນຳໝູ່ ແລ້ວ ລາວກໍ່ມາພົບຂ້ອຍ, ລາວຂີ່ວີໂກ້ມາຫາຂ້ອຍ ອາຍຸລາວຫາກໍ່ 24ປີ ແຕ່ລາວມີລົດວີໂກ້ເປັນຂອງຕົວເອງ, ລາວເວົ້າວ່າ ລາວປ່ຽນລົດມາເປັນຄັນທີ່ 3 ແລ້ວ ຈາກລົດເກງ, ລົດຕູ້, ລົດອິຫຍັງອີກຂອງລາວລະ, ປັດຈຸບັນນີ້ລາວເຮັດວຽກນຳທະນາຄານໂລກປະຈຳຢູ່ລາວ, ລາວໄດ້ 4 ພາສາແລ້ວຄື: ພາສາອັງກິດ, ຈີນ, ຣັດເຊຍ, ຍີ່ປຸ່ນ, ລາວຢູ່ພະແນກສຳພາດ ປະຊາສຳພັນ, ລາວໄດ້ໄປມາແລ້ວ ກວ່າ 8 ປະເທດຄື: ອົດສຕາຣີ, ຣັດເຊຍ, ອັບພະການິສະຖານ, ອັງກິດ........ ລາວໄດ້ໄປຖ່າຍຮູບກັບດາຣາຮໍລີວູດລະດັບໂລກຫຼາຍຄົນແລ້ວວ່າຊັ້ນ... ຕອນນີ້ເງິນເດືອນລາວປະມານ 5000 ໂດລາ ຖ້າເຮັດວຽກເຕັມ, ຖ້າເຮັດບໍ່ເຕັມໄດ້ປະມານ 3000ໂດລາ, ລາວມີດິນຕອນບັກໃຫຍ່ ມີເຮືອນກໍ່ຫຼັງງາມ 2 ຊັ້ນບັກໃຫຍ່, ຄອບຄົວທີ່ບໍ່ຄ່ອຍມີຫຍັງຜ່ານມາຂອງພໍ່ແມ່ລາວ, ລາວກໍ່ໄດ້ເປີດມິນິມາກຫຼັງໃຫຍ່ໃຫ້ພໍ່ແມ່ລາວ, ແຖມສົ່ງເສີມຍາດພີ່ນ້ອງ. ລາວເວົ້າວ່າຊິເຮັດວຽກອີກປະມານ 2 ປີກໍ່ພໍແລ້ວ, ຫຼັງຈາກນັ້ນຊິຕັ້ງອາພາດເມັ້ນໃຫ້ຄົນເຊົ່າແລ້ວເກັບເງິນ, ຖ້າມີໂອກາດຮຽນຕໍ່ເອກ ລາວຊິໄປຮຽນຕໍ່ປະຣິນຍາເອກທີ່ຈີນ, ຖ້າບໍ່ມີເງື່ອນໄຂ ລາວຊິໄປເຮັດວຽກຢູ່ອົດສະຕາຣີ, ລາວເວົ້າວ່າ: ຖ້າໄປຮອດພຸ້ນເງິນລາວຈະໄດ້ມື້ໜຶ່ງປະມານ 5000 ໂດລາ........ ຂ້ອຍເຮັດບໍ່ໄດ້ຄືລາວ ເພາະຂ້ອຍຮັກຄົນທີ່ຫົວໃຈ ອິອິ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເພື່ອເງິນເຮັດໄດ້ທຸກຢ່າງບໍ່ແຄໃຜ ຂໍແຕ່ໄດ້ເງິນມາແລ້ວໃຜໆກໍ່ຈະແຄເຮົາ ນັ້ນຄືຊິແມ່ນຄຳຂວັນຂອງລາວ ອິອິອິ ແຕ່ສຳລັບຂ້ອຍຖ້າເຮົາບໍ່ຄ່ອຍມີລະໄປຄົບກັບຄົນມີລະເຮົາຈະອຶດອັດໃດແມ່ນບໍ່? ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ກຳລັງຈະແນະນຳໃຫ້ຜູ້ຍິງຄົບຕາເຖົ້າມີເງິນຫວະ
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ nixsona ຂຽນວ່າ... ກຳລັງຈະແນະນຳໃຫ້ຜູ້ຍິງຄົບຕາເຖົ້າມີເງິນຫວະ ຂ້ອຍບໍ່ໄດ້ມັກຄົນເຖົ້າໃດ ແຕ່ສົນໃຈວ່າລາວຄືຄົບຄົນເຖົ້າ ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ nixsona ຂຽນວ່າ... ກຳລັງຈະແນະນຳໃຫ້ຜູ້ຍິງຄົບຕາເຖົ້າມີເງິນຫວະ ເລົ່າໃຫ້ຟັງຊື່ໆຫັ້ນນ໋າ ແຕ່ຂ້ອຍມັກຄົນໜຸ່ມຄົນຫຼໍ່ໃດ ຄົນເຖົ້າ ຮັກແບບພໍ່ ແບບລຸງຫັ້ນນ໋າ 5555555 ບໍ່ໄດ້ຮັກແບບຊູ້ແບບແຟນເດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຖົ້າແຕ່ກາຍຫົວໃຈຍັງໜ່ມແໜ້ນ ຢາກມີແຟນສາວນ້ອຍຈັກ1ຄົນ ໃຜຈະວຳເຖົ້າຫົວງູກາບໍ່ສົນ ອຶອຶອຶ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ເຖົ້າແຕ່ກາຍຫົວໃຈຍັງໜ່ມແໜ້ນ ຢາກມີແຟນສາວນ້ອຍຈັກ1ຄົນໃຜຈະວຳເຖົ້າຫົວງູກາບໍ່ສົນ ອຶອຶອຶ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍຂໍຊົມເຊີຍໃນຄວາມອົດທົນຂອງລາວ ລາວມີຄວາມຝັນທີ່ແສນໄກ ທີ່ຜ່ານມາເປັນອາດີດທີ່ລາວເຮັດໄປກໍອາດເປັນເພາະລາວຕ້ອງດີນລົ້ນເພື່ອຫາລ້ຽງຕົນເອງ ແລະ ຄອບຄົວ, ລາວເປັນຄົນເກັ່ງຫຼາຍ ຂ້ອຍຢາກເຫັນລາວເດ. ນັ້ນແຫຼະເຂົ້້າວ່າຜູ້ຍິງທີ່ເຂັ້ມແຂງ, ບໍ່ຕ້ອງໜ້ອຍໜ້າຜູ້ຊາຍ ເລີ່ມຈາກສິ່ງທີ່ບໍ່ມີພະຍາຍາມຫາລ້ຽງຕົນເອງຈົນເຮັດໃຫ້ຄອບຄົວມີຄວາມສຸກໄດ້ ເຮັດໃຫ້ພໍ່ແມ່ມີທີ່ຢູ່ອາໄສ. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຍາວໂພດ ເອົາສັ້ນໆໄດ້ເບາະ
ຂ້ອຍແມ່ນ ”ລາວ“
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
``ມື້ລະຫ້າພັນ$ ນັບຖືໃນຄວາມສາມາດໃນການຫາເງີນລາວ ຂ້ອຍຈົນຢ້ານ ເເລະເປັນຄົນບໍ່ຮູ້ຈັກປະເສດໃນການຄົ້ນຄວ້າຫາໂອກາດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ... ``ມື້ລະຫ້າພັນ$ນັບຖືໃນຄວາມສາມາດໃນການຫາເງີນລາວ ຂ້ອຍຈົນຢ້ານ ເເລະເປັນຄົນບໍ່ຮູ້ຈັກປະເສດໃນການຄົ້ນຄວ້າຫາໂອກາດ ຫັ້ນລະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຫາແນວໄດ໋ ກະໄດ້ແນວນັ້ນ
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ນັບຖືໃນນຳໃຈຂອງລາວ
ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍວ່າລາວກໍ່ດີຢູ່ທີ່ຫາເງິນແນວນັ້ນເພື່ອການສຶກສາຍັງດີກວ່າຍິ່ງບາງຄົນທີ່ເຮັດແນວນັ້ນເພື່ອໃຫ້ໄດ້ເງິນໄປຫຼິ້ນຊື່ໆເີບໍ່ດີຍັງເອົາເງິນນຳຄົນໜຶ່ງໄປລ້ງອີກຄົນໜຶ່ງ, ສິ່ງທີ່ຍິ່ງຄົນນັ້ນເຮັດມາອາດບໍ່ເປັນຕາເບິ່ງແຕ່ເພື່ອການສຶກສາລາວຍອມເສຍສະລະບາງຢ່າງທີ່ສຳຄັນແລະຍອມຮັບເອົາຄວາມດູຖູກມີ່ນປະມາດກຽດສັກສີເພື່ອແລກເອົາອີກຢ່າງທີ່ສຳຄັນຍິ່ງກວ່າ ແລະ ສິ່ງທີ່ລາວໄດ້ມາຂ້ອຍວ່າມັນຄຸ້ມຄ່າກັບສິ່ງທີ່ລາວເສຍໄປ ຢາກເຈີໂຕຈິງເບິ່ງເຫວີຍຜູ້ຍິງທີ່ທັ້ງເກັ່ງ,ເຂັ້ມແຂງແລະອົດທົນແນວນີ້ນະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
: |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ພິມຫລາຍໂພດ
Louk saila
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Phaa ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ... ຂ້ອຍວ່າລາວກໍ່ດີຢູ່ທີ່ຫາເງິນແນວນັ້ນເພື່ອການສຶກສາຍັງດີກວ່າຍິ່ງບາງຄົນທີ່ເຮັດແນວນັ້ນເພື່ອໃຫ້ໄດ້ເງິນໄປຫຼິ້ນຊື່ໆເີບໍ່ດີຍັງເອົາເງິນນຳຄົນໜຶ່ງໄປລ້ງອີກຄົນໜຶ່ງ, ສິ່ງທີ່ຍິ່ງຄົນນັ້ນເຮັດມາອາດບໍ່ເປັນຕາເບິ່ງແຕ່ເພື່ອການສຶກສາລາວຍອມເສຍສະລະບາງຢ່າງທີ່ສຳຄັນແລະຍອມຮັບເອົາຄວາມດູຖູກມີ່ນປະມາດກຽດສັກສີເພື່ອແລກເອົາອີກຢ່າງທີ່ສຳຄັນຍິ່ງກວ່າ ແລະ ສິ່ງທີ່ລາວໄດ້ມາຂ້ອຍວ່າມັນຄຸ້ມຄ່າກັບສິ່ງທີ່ລາວເສຍໄປ ຢາກເຈີໂຕຈິງເບິ່ງເຫວີຍຜູ້ຍິງທີ່ທັ້ງເກັ່ງ,ເຂັ້ມແຂງແລະອົດທົນແນວນີ້ນະກະມີຄົນຍ້ອງລາວຫຼາຍຢູ່ເນາະ ທຳມະດາຢູ່ແລ້ວ ເພາະລາວເຮັດໄດ້ທຸກຢ່າງເພື່ອອານາຄົດທີ່ດີເດ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ AlwayLoveU ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ sailalpb ຂຽນວ່າ... ພິມຫລາຍໂພດຫຍໍ້ລົງໃຫ້ອີກລະເດີ
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຈີ່ງຊັ້ນບໍ,ຫຼືລາວເວົ້າໃຫ້ຟັງຊືຯ,ຖ້າເວົ້າໃຫ້ຟັງໃຜກໍເປັນເດີ
ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ບໍ່ຢາກເຊື່ອ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍຄິດວ່າລາວເປັນຄົນສະຫຼາດຮູ້ຫາເງິນລ້ຽງຄອບຄົວເຖິງແມ່ນວ່າລາວຈະເອົາໂຕເຂົ້າແລກ ເພື່ອໃຫ້ໄດ້ເງິນມາ ແຕ່ກະຂໍຊົມເຊີຍລາວທີ່ມີແນວຄິດຢາກຮ່ຳຢາກຮຽນຈົນຈົບສູງຄົນລວຍບາງຄົນຍັງເຮັດບໍ່ໄດ້ວແລະໃຊ້ຄວາມຮູ້ຂອງລາວຫາກິນໃນອານາຄົດໃນພາຍພາກໜ້າ ໂດຍບໍ່ໃຊ້ໂຕເຂົ້າແລກແຕ່ເມື່ອກ່ອນ ກົງກັນຂ້າມບາງຄົນທີ່ເລືອກຫາເງິນເສັ້ນທາງນີ້ ມີແຕ່ຫຼິ້ນແຕ່ກິນທ່ຽວໄປວັນໆ ບໍ່ຮູ້ຮ່ຳຮູ້ຮຽນ ອານາຄົດບໍ່ມີ ຈົບບໍ່ຊ່າງຊິເວົ້າຕໍ່ |