ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂໍຈົ່ມແດ່ເດີ

໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ຂ້ອຍເຮັດວຽກຢູ່ຫ້ອງການແຫ່ງໜຶ່ງຢູ່ຫ້ອງການນີ້ກໍ່ບໍ່ໄດ້ມີວຽກຫຍັງຫຼາຍກໍ່ຄືກັບຫ້ອງການທົ່ວໄປຫັ້ນແຫຼະ
ແຕ່ບັນຫາທີ່ເກີດຂຶ້ນກັບຂ້ອຍແມ່ນບັນຫາລະຫວ່າງຂ້ອຍກັບຫົວໜ້າ ແລະ ເພື່ອນຮ່ວມງານເລື່ອງມີຢູ່ວ່າ
ຂ້ອຍຕ້ອງເຮັດວຽກກ່ຽວກັບເງິນ(ປະມານວ່າບັນຊີ)ຂ້ອຍມີໜ້າທີ່ນຳເອົາເອກະສານສັນຍາກູ້ຢືມເງິິນໄປເຊັ່ນ
ຫຼັງຈາກນັ້ນກໍ່ນຳເງິນຈາກບັນຊີເງິນສົດມາໃຫ້ກັບລູກຄ້າຟັງເບິ່ງແລ້ວມັນກໍ່ເປັນວຽກງ່າຍໆທີ່ໃຜໆກໍ່ສາມາດເຮັດໄດ້
ແຕ່ບັນຫາມັນມີຢູ່ວ່າຫົວໜ້າກັບບັນຊີເງິນສົດນັ້ນຂ້ອຍບໍ່ຮູ້ວ່າພວກເຂົາເຈົ້າມີບັນຫາຫຍັງກັນເຮັດວຽກນໍາກັນແຕ່ບໍ່
ຍອມປະສານງານກັນ, ເວລາມີບັນຫາກໍ່ມັກຈະມາລົງໃສ່ທີ່ຂ້ອຍຄົນດຽວທາງຫົວໜ້າກໍ່ເວົ້າມາບັນຊີເງິນສົດກໍ່ເວົ້າມາຂ້ອຍເປັນ
ຄົນຢູ່ເຄິ່ງກາງລະບໍ່ຮູ້ຈະເຮັດແນວໃດ, ທາງນັ້ນເວົ້າແນວໜຶ່ງທາງນິ້ລະເວົ້າອີກແນວໜຶ່ງພໍບອກໃຫ້ລົມກັນເອງກັບບໍ່ຍອມລົມ
ບັນຫາສ່ວນໃຫ່ຍທີ່ເກີດຂຶ້ນກໍ່ແມ່ນກ່ຽວກັບເງິນຫັ້ນແຫຼະຈົນຕອນນີ້ຂ້ອຍລະທັງທໍ້ທັງເມື່ອຍໃຈຢ້ານຄຸກຈະຖາມຫາກະປານນັ້ນ.
ເພາະເງິນກະບໍ່ແມ່ນເງິນຂ້ອຍທີ່ຈິງຖ້າເຮັດໄປຕາມຂັ້ນຕາມຕອນຂ້ອຍກໍ່ບໍ່ວ່າຫຍັງແຕ່ອັນນີ້ເຮັດວຽກບໍ່ເປັນລະບົບບໍ່ມີກົດມີ
ເກນຫຍັງ, ໃຊ້ແຕ່ອຳນາດມາບັງຄັບຜູ້ຢູ່ໃຕ້ບັນຊາເຫັນເງິນລະບໍ່ໄດ້ຕ້ອງມາບັງຄັບເອົາແຕ່ວ່າກະສົ່ງຄືນຢູ່ແຕ່ວ່າມັນກະຊ້າ ແລະ
ບັນຊິເງິນສົດກໍ່ມາຕຳນິຂ້ອຍແຕ່ຖ້າບໍ່ໃຫ້ເພິ່ນກໍ່ດ່າກໍ່ເວົ້າສາລະພັດ, ມີຄຳເວົ້າໜຶ່ງທີ່ເຮັດໃຫ້ຂ້ອຍເຈັບທີ່ສຸດຄືລາວເວັ້າວ່າ: "ຂ້ອຍແມ່ນຫົວໜ້າເຈົ້າເວລາຂ້ອຍສັ່ງຫຍັງເຈົ້າຕ້ອງປະຕິບັດຕາມ" ແຕ່ບັນຫາຄືເພິ່ນກຳລັງເຂົ້າບຳນານແລ້ວ, ບັນຫານີ້ກາຍເປັນບັນຫາແກ່ຍາວມາເກືອບປີແລ້ວ ແລະ ເປັນບັນຫາຊ້ຳຊາກເກີດຂຶ້ນທຸກເດືອນເລີຍ
ຕອນນີ້ຂ້ອຍບໍ່ຢາກໄປຮອດຫ້ອງການ, ຂ້ອຍຢາກຈະລາອອກແຕ່ຂ້ອຍໄດ້ເຊັ້ນສັນຍາໄປແລ້ວ ແລະ ໃນສັນຍາກັບບອກວ່າ
ຈະປັບໃໝຖ້າລັກໜີ(ສັນຍາລັດຖະກອນ)ຂ້ອຍຄວນເຮັດແນວໃດດີຖ້າຢູ່ຕໍ່ກະຕ້ອງເຈີບັນຫາແບບນີ້ໄປຮອດມື້ໃດກ່າບໍ່ຮູ້ໂອ້ຍຢ້ານຄຸກກໍ່ຢ້ານເຈັບກະບານເຫຼືອເກີນຕອນນີ້
ຂໍໂທດເດີຂ້ອຍບໍ່ໄດ້ຕັ້ງໃຈຈະປະຈານໃຜ ແລະ ກ່າວຫາໃຜແນວໃດກ່າຂໍໂທດພຽງແຕ່ຢາກລະບາຍຊື່ໆ

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ