ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຖ້າເບື່ອຈະເຮັດແນວໃດໃຫ້ເຊົາເບື່ອ

໑໔ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ຊ່ວງນີ້ຂ້ອຍເບື່ອໜ່າຍກັບຊີວິດຫຼາຍປິດເທີມໂຮງຮຽນກະບໍ່ໄດ້ໄປແຕ່ລະມື້ບໍ່ມີຫຍັງເຮັດຢູ່ແຕ່ບ້ານໂທຊວນໝູ່ກະເຈົ້າກະບໍ່ໄປນຳຂ້ອຍ
ລະເບື່ອຊິຕາຍລ່ະຈັກຊິເຮັດຫຍັງແຕ່ລະມື້ຕື່ນມາມັນລະປານວ່າເປັນມື້ສຸດທ້າຍຂອງໂລກ
ບໍ່ມີຄວາມສຸກເລີຍຄິດຫຍັງບໍ່ອອກວ່າຈະຕື່ນມາເຮັດຫຍັງ
ບໍ່ຮູ້ຮອດວ່າມື້ນີ້ຊິຢູ່ຈັງໃດຂ້ອຍລະຢ້ານຄິດຫຼາຍຈົນເປັນບ້າ
ໃຜມີໄອເດີຍດີໆວ່າຈະເຮັດຫຍັງມາຊ່ວຍບອກແດ່

ປລ ຊ່ວງນີ້ປະເທດລາວມີໂປຼເຈັກຫຍັງບໍ່ເພາະຮູ້ສືກວ່າຊ່ວງນີ້ມັນງຽບໆເຫງົາໆຈັງໃດບຸແຫຼະ
ຫຼືຍ້ອນຂ້ອຍກຳລັງເຫງົາເລີຍເບີ່ງທຸກຢ່າງໜ້າເບື່ອໄປໝົດ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ບັນຫາກໍ່ຄື :ບໍ່ມີການວາງແຜນຊີວິດ ແລະ ຫຼາຍໆຢ່າງທີ່ເຮັດອາດຊຳໆກັນໄປ ຈິ່ງເຮັດໃຫ້ບໍ່ມີຄວາມທ້າທາຍ.. ຂອ້ຍຄິດວ່າ.ເຈົ້າຄວນມີການວາງແຜນວ່າວັນໜຶ່ງ໋໋ຈະເຮັດຫຍັງດີ ..-ແລະຫາສິ່ງທີ່ທ້າທາຍເຮັດເປັນສິ່ງທີ່ເຈົ້າມັກກະໄດ້ແຕ່ຢ່າລືມວ່າຕ້ອງເປັນສິ່ງທີ່ດີໃດ໋ລະ ເພາະສິ່ງທີ່ຈະໃຫ້ຄວາມສຸກໃນໄລຍະຍາວ ເຊັ່ນການເຂົ້າເຮັດວຽກສັງຄົມສົງເຄາະ ,ການຮັບອາສາເຮັດວຽກຊ່ວຍຄົນອື່ນ
-ການເຮັດໃຫ້ເຫື່ອອອກກໍ່ເປັນວິທີໜຶ່ງທີ່ ເຮັດໃຫ້ຮ່າງການຕື່ນໂຕແລ້ວມັນຈະກະຕຸ້ນການເຮັດວຽກຂອງຫົວໃຈ.ຈະເຮັດໃຫ້ຮ່າງ ກາຍລັງສານ ອະລິນນາລີນ..ເມື່ອໄດ້ເຮັດສິ່ງທີ່ທ້າທາຍອັນໃດອັນໜຶ່ງ....ແລະເມື່ອໃດທີ່ສິ່ງທີ່ທ້າທາຍນັ້ນເຮົາໄດ້ລົງມືເຮັດເຕັມທີ່ແລ້ວ ໄດ້ຮັບຜົນ ເມື່ອນັ້ນ ສານທີ່ເຮົາເອີ້ນວ່າ ສານ ເອັນໂດຟີນ ຄືສານແຫ່ງຄວາມສຸກກໍ່ຈະລັງອອກ
-ອາດຈະໃຊ້ ວິທີກິນຂອງເຜັດໆໆ ເພາະໃນໝາກ ເຜັດມີສານ ທີ່ເຮົາເອີ້ນວ່າສານເອັນໂດຟີນ ຈະຊ່ວຍ ໃຫ້ກະຕຸ້ນຄວາມຕື່ນໂຕຂອງຮ່າງກາຍໄດ້ຊົ່ວຄາວ ແລະ ໄດ້ໄວອີກດ້ວຍ....

- ການເບິ່ງຕະລົກ ເຮັດໃຫ້ຮ່າງກາຍມີຄວາມຕຶ່ນເຕັ້ນ ມ່ວນຊື່ນ
- ອອກກຳລັງກາຍ
- ນັ່ງສະມາທິ
-




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເປັນຄືກັນນະ ເຮັດແນວໃດດີ


໔ ກະທູ້
໒໓໑ ໂພສ
ນັກການກະທູ້
ไปหนั่งกินเบย เบิ่งผู้สาว เท่านี้กะหายเบึ่อละ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ເຈັບຫົວກະກິນຢາປາລາເຊຕາໂມນ ຖ້າເບື່ອກະກິນຢາເບື່ອມັນຈຶ່ງຫາຍເບື່ອ...ຮາໆ..ເວົ້າມາລະງົງ

-->-->-->

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ noykiku ຂຽນວ່າ...
ไปหนั่งกินเบย เบิ่งผู้สาว เท่านี้กะหายเบึ่อละ


ແມ່ນໆ ເວົ້າຖືກ

liverpool you"ll never walk alone

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າມາລະຢາກກີນເບຍສົດໆເດຈັກຈອກ ອິອິອິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !