ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ລາວ ເປີດຕົວ ລະບົບ 4G ຂອງ Planet

໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ບໍ­ລິ­ສັດ ພລາ​ເນັດ​ຄອມ​ພິວເຕີ ໄດ້​ເປີດ​ບໍ­ລິ­ການ​ນຳ​ໃຊ້​ອິນ​ເຕີເນັດ 4G ມີ​ຄວາມ​ໄວ​ສູງ​ເຖິງ 10 ເມ​ກາ​ໄບ, ໃນ​ຂະ­ນະ​ທີ່​ຜູ້​ປະກອບ​ການ​ເປີດ­ເຜີຍ​ເບື້ອງ​ຕົ້ນ​ບໍ່ໄດ້​ຫວັງ​ຕະ­ຫລາດ​ສູງ​ປານ­ ໃດ ພຽງ​ຢາກ​ໂຄ­ສະ­ນາ​ໃຫ້​ຄົນ​ຮັບ​ຮູ້ວ່າ ສປປ ລາວ ກໍ່​ມີ​ການ​ພັດ​ທະນາ​ລະ­ບົບ​ສື່­ສານ​ທີ່​ທັນ​ສະ­ໄຫມໃນ​ລະ­ດັບ​ສາ­ກົນ. ຂະ­ນະ​ທີ່​ງານເປີດ​ຕົວ 4G ຄັ້ງ​ນີ້ ສ້າງ​ຄວາມສົນ­ໃຈ​ຕໍ່​ລູກ​ຄ້າ ເຊິ່ງ​ຄາດ​ວ່າ​ອະນາ​ຄົດ​ຈະ​ສາ­ມາດ​ດຶງ​ເຂົ້າ​ຫາ​ລະບົບ​ສື່­ສານ​ທີ່​ໄວ​ຂຶ້ນ​ໄດ້.

ງານ​ເປີດ​ຕົວ 4G ກໍ່​ຄື​ງານວາງ­ສະ­ແດງ​ສິນ­ຄ້າ​ພລາ​ເນັດເອັກ​ສະ​ໂປ ຈັດ​ຂຶ້ນ​ໃນ​ລະ­ຫວ່າງ ທີ 19-21 ສິງ­ຫາ​ນີ້ທີ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ນະຄອນ​ຫລວງ​ວຽງ​ຈັນ.

ທ່ານ ຮາ​ລີ້ ເພັດ​ຣາ​ສີ ຜູ້​ຈັດການ​ຝ່າຍ​ຂາຍ ແລະ ການ​ຕະຫລາດ ບໍ­ລິ­ສັດພລາ​ເນັດ​ຄອມພິວ​ເຕີ ເປີດ­ເຜີຍ​ຕໍ່​ທີມ​ຂ່າວ​ເສດຖະ​ກິດ​ວ່າ: ງານ​ພລາ​ເນັດ​ເອັກສະ​ໂປ​ທີ່​ຈັດ​ຂຶ້ນ​ແມ່ນ​ເພື່ອ​ເປີດ​ຕົວ 4G ອິນ​ເຕີ​ເນັດ ແລະ ນຳ​ສະ­ເຫນີຜະ­ລິດ​ຕະ​ພັນ​ເຄື່ອງ­ຮັບ​ສັນ­ຍານອິນ​ເຕີ​ເນັດ, ຖື​ເປັນ​ການ​ໂຄ­ສະນາ​ປະ­ຊາ­ສຳ­ພັນ​ໃຫ້​ຄົນ​ທັງ​ພາຍໃນ ແລະ ຕ່າງ­ປະ­ເທດ​ຮັບ​ຮູ້​ວ່າ ຄົນ​ລາວ​ສາ­ມາດ​ພັດ­ທະ­ນາ​ລະບົບ​ອິນ​ເຕີ​ເນັດ​ທີ່​ມີ​ຄວາມ​ໄວ​ສູງທຽບ​ເທົ່າ​ກັບ​ສາ­ກົນ ກໍ່​ຄື​ການ​ນຳສະ­ເຫນີ​ຜະ­ລິດ​ຕະ​ພັນ​ໃຫມ່​ທັນສະ­ໄຫມ​ຄວາມ​ໄວ​ສູງ​ໃຫ້​ແກ່​ລູກຄ້າ​ເປົ້າ​ຫມາຍ​ທີ່​ຕ້ອງ­ການ​ສື່ສານ​ທາງ​ດ້ານ​ອິນ​ເຕີ​ເນັດ​ໄດ້​ໄວຂຶ້ນ.

ການ​ເປີດ​ລະ­ບົບ 4G ອິນ​ເຕີເນັດ​ຂອງ​ບໍ­ລິ­ສັດພລາ​ເນັດຄອມພິວ​ເຕີ ພວກ​ເຮົາ​ນີ້ ເບື້ອງ​ຕົ້ນ​ຍັງບໍ່​ໄດ້​ຄາດ​ຫວັງ​ຫຍັງ​ຫລາຍ​ຈາກລູກ​ຄ້າ​ໃນ​ຕະ­ຫລາດ​ອິນ​ເຕີ​ເນັດຂອງ​ລາວ ໂດຍ​ຈະ​ເບິ່ງ​ຕະ­ຫລາດໄປ​ກ່ອນ​ທັງ​ສູ້​ຊົນ​ຂະ­ຫຍາຍ​ຕະຫລາດ​ໃຫ້​ປົກ​ຄຸມ​ທົ່ວ​ນະ­ຄອນຫລວງ ຫລັງ​ຈາກ​ນັ້ນ​ກໍ່​ຈະ​ຂະຫຍາຍ​ໄປ​ຍັງ​ຕ່າງ​ແຂວງ​ໃນ​ທົ່ວປະ­ເທດ.

ຈາກ​ການ​ເປີດ​ງານ​ສອງສາມ​ວັນ​ຜ່ານ​ມາ ​ກໍ່​ເຫັນ​ວ່າ​ລູກຄ້າ​ມີ​ຄວາມ​ສົນ­ໃຈ​ບໍ່​ຫນ້ອຍ​ຕໍ່​ລະບົບ 4G ອິນ​ເຕີ​ເນັດ ສຳ­ລັບ​ຄ່າ​ບໍລິ​ການ​ເບື້ອງ​ຕົ້ນ​ປະ­ມານ 2 ແສນກີບ ແລະ ຂຶ້ນ​ກັບ​ການ​ໃຊ້​ງານນ້ອຍ ຫລື ຫລາຍ.

ງານ​ດັ່ງ­ກ່າວ ບໍ­ລິ­ສັດ​ພລາເນັດ ຍັງ​ໄດ້​ເຊີນ​ບໍ­ລິ­ສັດ​ດາ​ຕາຄອມ, ເຄ​ພຣາ​ຊາ, ຈີ​ໂຣ ຄອມ​ພິວ ເຕີ ແລະ micc ນຳ​ເອົາ​ຜະ­ລິດຕະ​ພັນ​ຂອງ​ຕົນ​ເຂົ້າ​ຮ່ວມ ແລະ ປາ­ກົດ​ວ່າ​ສິນ­ຄ້າ​ຫລາຍ​ຢ່າງ​ກໍ່ໄດ້​ຮັບ​ການ​ຕອບ​ຮັບ​ດີ​ຈາກ​ລູກຄ້າ, ເປັນ­ຕົ້ນ: ໂນດ​ບຸກ, ແອວ​ຊີ ດີ, ໂທລະ­ສັບ ແລະ ອຸ­ປະ­ກອນຕ່າງໆ​ທາງ​ອິນ​ເຕີ​ເນັດ.

ທ່ານ ທັນ​ສະ​ໃຫມ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະຊວງ​ໄປ­ສະ­ນີ, ໂທລະ​ຄົມ​ມະ​ນາຄົມ ແລະ ການ​ສື່­ສານ​ກ່າວ​ວ່າ: ບໍ­ລິ­ສັດ​ພລາ​ເນັດໄດ້​ມີ​ການ​ພັດທະ​ນາ ແລະ ນຳ​ຜະ­ລິດ​ຕະ​ພັນໃຫມ່ໆ​ເຂົ້າ​ມາ​ຊ່ວຍ​ເຮັດ​ໃຫ້​ລະບົບ​ຂໍ້​ມູນ-ຂ່າວ­ສານ​ມີ​ການປ່ຽນ­ແປງ​ຫັນ​ໄປ​ສູ່​ຄວາມ​ທັນສະ­ໄຫມ​ໄວ​ພໍ​ສົມ­ຄວນ ແລະ ກ່ອນຫນ້າ​ນີ້​ລາວ​ເຮົາ ກໍ່​ມີ​ການ​ເປີດ​ບໍລິ​ການ​ລະ­ບົບ 3G ເທື່ອ​ນີ້​ເປັນການ​ເປີດ​ລະ­ບົບ 4G ອິນ​ເຕີ​ເນັດຖື​ວ່າ​ລະ­ບົບ​ການ​ສື່­ສານ​ຂອງລາວ​ໄດ້​ມີ​ການ​ພັດ­ທະ­ນາ​ໄວ.

ລາຍລະອຽດລາຄາ: http://www.laopdr.com/home/home.html


໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ບໍ­ລິ­ສັດ Planet computers ເປັນ​ຜູ້​ສະ­ໜອງ​ບໍ­ລິ­ການ​ອິນ​ເຕີ​ເນັດ (ISP) ຢູ່​ລາວ ແຕ່​ປີ 2000 ເປັນ­ຕົ້ນ​ມາ ແລະ ເປັນ​ບໍ­ລິ­ສັດ​ທຳ​ອິດ​ທີ່​ສະ­ໜອງ​ບໍ­ລິ­ການ​ອິນ​ເຕີ​ເນັດ​ແບບ​ບໍ່​ໃຊ້​ສາຍ​ຄວາມ​ໄວ​ສູງ​ໃນ​ປີ 2005 ປັດ­ຈຸ­ບັນ​ໄດ້​ຕິດ​ຕັ້ງ​ເຕັກ​ໂນ​ໂລ​ຊີ​ໃໝ່​ຫຼ້າ​ສຸດ ເອີ້ນ​ວ່າ WiMAX ເຊິ່ງ​ຫຼາຍ​ປະ­ເທດ​ເອີ້ນ​ວ່າ 4G ອິນ​ເຕີ​ເນັດ.



Planet ມີ​ເງິນ​ລົງ­ທຶນ​ເພີ່ມ​ເບື້ອງ​ຕົ້ນ​ປະ­ມານ 12ຕື້​ກີບ ຈາກ​ກອງ​ທຶນ​ພັດ­ທະ­ນາ ກຳ​ປູເຈຍ-ລາວ ເຊິ່ງ​ເປັນ​ບໍ­ລິ­ສັດ​ລົງ­ທຶນ​ຕັ້ງ​ຢູ່​ໃນ​ສະ­ຫະ­ພາບ​ເອີ​ຣົບ ໂດຍ​ມີ​ແຫຼ່ງ​ທຶນ​ຫຼັກ​ຈາກ​ປະ­ເທດ​ແຟັງ​ລັງ ສະ​ວິດ ໂຮນ​ລັງ ແລະ ສະ​ຖາ​ບັນ​ການ​ເງິນ​ສາ­ກົນ Planet ໄດ້​ຕິດ​ຕັ້ງ​ສະ­ຖາ­ນີ WiMAX ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ມໍ່ໆມານີ້ ແລະ ຈະ​ຕິດ​ຕັ້ງ​ຢູ່​ຫຼວງ​ພະ​ບາງ ສະ­ຫວັນ​ນະ​ເຂດ ຈຳ­ປາ​ສັກ ແລະ ຄຳ​ມ່ວນ ເພື່ອ​ສະ­ໜອງ​ບໍ­ລິ­ການ​ອິນ​ເຕີ​ເນັດ​ແບບ​ບໍ່​ມີ​ສາຍ​ຄວາມ​ໄວ​ສູງ ແລະ ສະ­ໜອງ​ບໍ­ລິ­ການ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ຢູ່​ຊົນ­ນະ­ບົດ.



ທ່ານ ດຣ.ໂລ​ເບີດ ວິນ​ຊ ປະ­ທານ​ບໍ­ລິ­ສັດ Planet computers Co Ltd ກ່າວ​ວ່າ: WiMAX ເປັນ​ເຕັກ​ໂນ​ໂລ​ຊີ​ໃຫ້​ບໍ­ລິ­ການ​ອິນ​ເຕີ​ເນັດ​ແບບ​ບໍ່​ມີ​ສາຍ ທີ່​ເຊື່ອມ​ລະ­ບົບ​ທີ່​ນຳ​ໃຊ້​ໃນ​ປັດ­ຈຸ­ບັນ ເພື່ອ​ສະ­ໜອງ​ບໍ­ລິ­ການ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ ແລະ ຄ້າຍ­ຄື​ກັບ​ເທັກ​ໂນ​ໂລ​ຢີ 4G ເຊິ່ງ​ນຳ​ໃຊ້​ຢູ່​ຫຼາຍ​ປະ­ເທດ​ທົ່ວ​ໂລກ ໂດຍ​ບໍ­ລິ­ສັດ​ສະ­ໜອງ​ບໍ­ລິ­ການ​ໂທລະ​ຄົມ ເອີ້ນ​ວ່າ Long Term Evolution ສະ­ພາ​ໂທລະ​ຄົມ­ມະ­ນາ­ຄົມ​ລະ­ຫວ່າງ​ປະ­ເທດ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ໄດ້​ກຳ­ນົດ​ເຕັກ​ໂນ​ໂລ​ຢີ​ແບບ​ບໍ່​ມີ​ສາຍ ໂດຍ​ເນັ້ນ​ໃຫ້​ສາ­ມາດ​ສະ­ໜອງ​ການ​ບໍ­ລິ­ການ End to End Internet Mobile DATA ທີ່​ສາ­ມາດ​ລວມ​ເອົາ​ບໍ­ລິ­ການ​ຂໍ້​ມູນ ຂໍ້​ມູນ​ສຽງ ແລະ ຂໍ້​ມູນ​ໂທລະ­ພາບ ກ່ອນ​ໜ້າ​ນີ້ Planet ໄດ້​ສະ­ໜອງ​ການ​ບໍ­ລິ­ການ​ອິນ​ເຕີ​ເນັດ ເອີ້ນ​ວ່າ fixed ຫຼື nomadic ເປັນ​ຄຳ​ສັບ​ທີ່​ນຳ​ໃຊ້​ເພື່ອ​ອະ­ທິ­ບາຍ​ຄື້ນ​ເຄື່ອນ​ຍ້າຍ ໂດຍ​ນຳ​ໃຊ້​ກ່ອງ​ໂມ​ເດັມ​ສຽບ​ໄຟ​ເພື່ອ​ສະ­ໜອງ​ສັນ­ຍານ​ເຊື່ອມ​ຕໍ່​ເຄືອ​ຂ່າຍ WiMAX ແລະ ອິນ​ເຕີ​ເນັດ​ທົ່ວ​ໂລກ ມີ​ສາຍ​ໄຟ​ຈາກ​ໂມ​ເດັມ​ເຊື່ອມ​ຕໍ່​ຈາກ​ຄອມ​ພິວ​ເຕີ ເຮັດ​ໃຫ້​ສາ­ມາດ​ຕໍ່​ອິນ​ເຕີ​ເນັດ​ໄດ້​ໃນ​ບໍ­ລິ­ເວນ​ຂອງ​ສະ­ຖາ­ນີ WiMAX ຄື​ກັນ​ກັບ​ເຕັກ​ໂນ​ໂລ​ຊີ​ບໍ່​ມີ​ສາຍ​ອື່ນໆ



ທ່ານ ທະ­ນຸ​ສອນ ພົນ​ນະ​ມາດ ຜູ້­ອຳ­ນວຍ­ການ​ຝ່າຍ​ບໍ­ລິ­ຫານ​ບໍ­ລິ­ສັດ Planet ກ່າວ​ວ່າ: ພວກ​ເຮົາ​ຕ້ອງ­ການ​ເຊື່ອມ​ແລັບ​ທອບ ຫຼື ໂທລະ­ສັບ​ມື​ຖື​ຕໍ່​ອິນ​ເຕີ​ເນັດ ເມື່ອ​ເຄື່ອນ​ຍ້າຍ​ໂດຍ​ບໍ່​ໃຊ້​ອິນ​ເຕີ​ເນັດ​ຢູ່​ບ້ານ​ຢ່າງ​ດຽວ ແຕ່​ຕ້ອງ­ການ​ໃຊ້​ຢູ່​ຫ້ອງ­ການ ແລະ ຈຸດ​ອື່ນໆ ໂດຍ​ການ​ພົກ​ອຸ­ປະ­ກອນ​ໜ້ອຍ​ທີ່​ສຸດ ງານ​ເທດ­ສະ­ການ​ຖະ­ແຫຼງ​ເປີດ​ຕົວ​ຂອງ​ເຄືອ​ຂ່າຍ​ຜະ­ລິດ​ຕະ​ພັນ ແລະ ການ​ບໍ­ລິ­ການ​ໃໝ່​ຂອງ WiMAX ໄດ້​ມີ​ຂຶ້ນ​ວັນ​ທີ 19-22 ສິງ­ຫາ 2011 ຢູ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ໂດຍ​ມີ​ບັນ­ດາ​ຜູ້​ຊ່ຽວ­ຊານ​ດ້ານ​ໄອ​ທີ ຜູ້​ຈຳ​ໜ່າຍ​ຄອມ​ພິວ​ເຕີ​ທີ່​ມີ​ຊື່​ສຽງ​ໃນ​ລາວ ເຊິ່ງ​ຈຸດ­ປະ­ສົງ​ຂອງ​ງານ​ນີ້ ໄດ້​ເນັ້ນ​ໃສ່​ວິ­ທີ​ການ​ລວມ​ຂອງ​ຄອມ​ພິວ​ເຕີ ກັບ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ທີ່​ດີ​ທີ່​ສຸດ ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ຂອງ​ທຸ­ລະ​ກິດ ແລະ ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງຄົມ​ຢູ່​ລາວ.


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
3G ຍັງໃຊ້ໄດ້ບໍ່ເຕັມທີ່ 4G ມາລະວະນິ?


໒ ກະທູ້
໒໔໐ ໂພສ
ນັກການກະທູ້
ຄືຊິໄວເນາະ (ຫລືຊິຊ້າລົງຫວະ)


໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ດີໆ

liverpool you"ll never walk alone

໑໙ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຊິເປີດໃຊ້ມື້ໃດ


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເປັນການເປີດໂຕຕໍ່ສື່ມວນຊົນໄດ້ດີ... ແຕ່ວ່າ ລາຄາແພງໂຄດໆ ບໍ່ມີປັນຍາເອົາມາໃຊ້

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
3G ຍັງໃຊ້ໄດ້ບໍ່ເຕັມທີ່ 4G ມາລະວະນິ?