ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້,
ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເປັນອາການທີ່ສາມາດເກີດຂື້ນໄດ້ກັບທຸກຄົນ ລວມທັງໂຕຂອງຂ້າພະເຈົ້າເອງທີ່ກ້ຳລັງນັ່ງຂຽນຢູ່ຕອນນີ້ , ເປັນເລື້ອງປົກກະຕິທີ່ທຸກຄົນເວລາເຈັບເປັນຕ້ອງໃປພົບແພດໝໍເຊີ່ງໂຕຂ້ອຍເອງກໍ່ມີແພດປະຈຳໂຕຊື່ວ່າ: Mr. Johnie Walkerແລະ Mr.Tiger head ໂດຍປົກກະຕິທັງສອງທ່ານມັກຈ່າຍຢາໃຫ້ຂ້ອຍເປັນຢານ້ຳ ໂດຍແນະນ້ຳໃຫ້ກີນເປັນປະຈຳໃນເວລາກາງຄືນ ອາການຈະດີຂື້ນຖ້າຢູ່ໃນສະຖານທີ່ມີໄຟແສງສີ ແລະເປີດເພັງສຽງດັງ ປົກກະຕິແລ້ວເພີ່ນທັງສອງຈະແນະນຳໃຫ້ອອກກຳລັງກາຍດ້ວຍການເຄື່ອນໄຫວໃປມາ ຊື່ງຂ້ອຍກໍ່ຈະປະຕິບັດຕາມຢ່າງບໍ່ຮູ້ສືກອາຍ ເລີຍໄດ້ອອກກຳລັງກາຍໄປຫຼາຍຊົ່ວໂມງ ກວ່າຈະໄດ້ເຂົ້ານອນກໍ່ປະມານ 2 - 3 ໂມງແລ້ວ. ພໍຕື່ນເຊົ້າມາກໍ່ຈະມີອາການມືນໆ ຄົນທົ່ວໄປເອີ້ນວ່າ: "ເມົາຄ້າງ" ຫຼື " Hang Over " ນັ້ນເອງ...ແຕ່ສຳລັບຂ້ອຍແລ້ວ ອາການເຫຼົ່ານັ້ນຈະບໍ່ເກີດເພາະຂ້ອຍມີວິທີແກ້ແບບງ່າຍໆ ແລະ ມື້ນີ້ຂ້ອຍກໍ່ໄດ້ກຽມມານຳສະເໜີໃຫ້ ສຳມະຊິກ ****** ໄດ້ລອງເອົາໄປໃຊ້ເບີ່ງ
ໃນນີ້ຈະເວົ້າເຖີງສີ່ງທີ່ຕວນເຮັດ ແລະບໍ່ຄວນເຮັດເມື່ອເກີດອາການເມົາ
1. ຫ້າມກີນຢາ Paracetamol ແມ່ນຢູ່ວ່າອາການເມົາຄ້າງຢ່າງໜື່ງອາດຈະເຮັດໃຫ້ເຈັບຫົວ ດັ່ງນັ້ນບາງທ່ານອາດຈະກີນຢາParacetamol ເພື່ອບັນເທົາອາການປວດ ແຕ່ທ່ານຮູ້ຫຼືບໍ່ວ່າ ໃນຂະນະທີ່ຕັບຂອງທ່ານກຳລັງເຮັດວຽກໜັກໃນການຂັບ Alcohol ອອກຈາກຮ່າງກາຍຢູ່ນັ້ນ ການກີນຢາ Paracetamol ເຂົ້າໄປຈະຍີ່ງເປັນການເພີ່ມພາລະໃຫ້ກັບຕັບຂອງທ່ານຍີ່ງຂື້ນອີກ ຜົນອາດຈະເຮັດໃຫ້ຕັບຊຸດໂຊມໄດ້ ຂໍ້ນີ້ຄວນລະວັງໃຫ້ດີ
ກີນຢາ Ibuprofen ດີກວ່າ ຊື່ທາງການຄ້າແມ່ນ Ibufen ຫຼື Trofen ມີລິດໃນການແກ້ປວດ ແລະຕ້ານການອັກເສບ ແນະນຳໃຫ້ໃຊ້ໃນຂະໜາດ 200 - 400 mg ຫຼັງຈາກຕື່ນນອນ ເພາະວ່າຢານີ້ບໍ່ມີຜົນຂ້າງຄຽງກ່ຽວກັບຕັບ ດັ່ງນັ້ນຈີ່ງບໍ່ມີອັນຕະລາຍຄືກັນກັບຢາ Paracetamol ແຕ່ບໍ່ແນະນຳໃຫ້ໃຊ້ເປັນປະຈຳ ເອົາໄວ້ໄຊ້ໃນຍາມຈຳເປັນຈີ່ງຄ່ອຍກີນເຊັ່ນ: ມີປະຊຸມດ່ວນໃນຕອນເຊົ້າ ຫຼື ຕ້ອງເຂົ້າຫ້ອງເສັງໃນຕອນເຊົ້າ
2. ດື່ມກາເຟ ...ແຕ່ໜ້ອຍ ຫຼາຍໆຄົນຄິດວ່າຖ້າເມົາຄ້າງຕ້ອງດື່ມກາເຟເພື່ອແກ້ງ້ວງ ອັນນີ້ແມ່ນຄວາມຈີງເພາະວ່າການດື່ມກາເຟເຮັດໃຫ້ຮ່າງກາຍແລະສະໝອງເຮັດວຽກໄດ້ຢ່າງມີປະສິດທິພາບແທ້ ແຕ່ຖ້າດື່ມຫຼາຍບໍ່ໄດ້ຊ່ວຍໃຫ້ອາການເມົາຄ້າງໄດ້ ແຕ່ມັນຍີ່ງກະຕຸ້ນໃຫ້ເກີດອາການປວດຖ່າຍເບົາເລື້ອຍໆເພາະລຳພັງເຫຼົ້າທີ່ເຮົາກີນເຂົ້າໄປກໍ່ໄປກະຕຸ້ນໃຫ້ຖ່າຍເບົາດຸຢູ່ແລ້ວນອກຈາກນີ້ຈະເຮັດໃຫ້ເກີດອາການຄໍແຫ້ງອີກດ້ວຍ ຖ້າຢາກດື່ມຂໍແນະນຳໃຫ້ດື່ມຊາດຳ ຫຼືກາເຟທີ່ມີຄຸນນະພາບດີບໍ່ແມ່ນແບບຊອງ 3in1 ນອກນັ້ນຄວນດື່ມນ້ຳຫຼາຍໆເພື່ອຊ່ວຍໃຫ້ຕັບເຮັດວຽກໄດ້ຢ່າງສະດວກສະບາຍ
3. ຢ່າກີນອາຫານປະເພດຈືນ ຫຼືອາຫານປະເພດມັນ ເພາະອາຫານເຫຼົ່ານີ້ ອາດເຮັດໃຫ້ລຳໃສ້ເຮັດວຽກຊ້າລົງ ລືເອີ້ນວ່າອາຫານບໍ່ຍ່ອຍນັ້ນເອງ ນອກຈາກນັ້ນທ່ານຍັງເຮັດໃຫ້ຮ່າງກາຍຂອງທ່ານໄດ້ຮັບສານອາຫານບໍ່ພຽງພໍຕໍ່ຄວາມຕ້ອງການຫຼັງຈາກທີ່ກະເພາະໄດ້ຮັບພຽງແຕ່ເຫຼົ້າໝົດຄືນ. ສຳລັບອາຫານທີ່ຈະແນະນຳແມ່ນໄຂ່ຕົ້ມ ເພາະໃນໄຂ່ຈະມີສານທີ່ຊື່ວ່າ Cysteine ຊື່ງສານນີ້ຈະເຮັດໜ້າທີ່ກ່ຽວກັຍລະບົບຂັບສານພິດ ຊື່ງ Alcohol ຖືວ່າເປັນສານພິດໃນຮ່າງກາຍ ສະນັ້ນໄຂ່ຕົ້ມຈື່ງສາມາດແກ້ອາການເມົາຄ້າງໄດ້ນັ້ນເອງ
4. ງົດການອອກກຳລັງກາຍ ເພາະການດື່ມເຫຼົ້ານັ້ນຈະໄປກະຕຸ້ນລະບົບຂັບຖ່າຍ ຄືດັ່ງທີ່ວ່າໄວ້ຂ້າງເທີງແລ້ວ ມັນອາດຈະເຮັດໃຫ້ຮ່າງກາຍຂາດນ້ຳໄດ້ ແນະນຳໃຫ້ທ່ານອາບນ້ຳແລະພັກຜ່ອນຫຼາຍຈະດີກວ່າ
5. ບໍ່ກີນອາຫານກ່ອນເມືອເຮືອນ ບາງທ່ານອາດມັກຈະກີນອາຫານຮ້ອນໆ ຫຼັງຈາກດື່ມເຫຼົ້າເມົາ ເພາະເຊື່ອວ່າເຮັດໃຫ້ຊ່ວງເມົາໄດ້ ນີ້ແມ່ນຄວາມຄິດທີ່ຜິດ ລອງຄິດເບີ່ງໃນກະເພາະຂອງເຮົາມີແຕ່ເຫຼົ້າ ຂະນະດຽວກັນທີ່ເຮົາກີນອາຫານເຂົ້າໄປ ເຫຼົ້າກໍ່ຈະປະສົມເຂົ້າກັນກັບອາຫານ ເອີ້ນໄດ້ວ່າອາຫານຈະດູດຊືມເອົົາເຫຼົ້າເຂົ້າເປັນເນື້ອດຽວກັນ ດັ່ງນັ້ນເວລາຮ່າງກາຍດຼດຊືມເອົາອາຫານນັ້ນ ກໍ່ຈະດູດຊືມເອົາອາຫານທີ່ມີເຫຼົ້າປົນໄປນຳເຊີ່ງຈະເຮັດໃຫ້ທ່ານເມົາຄ້າງໜັກຂື້ນໄປອີກ
ສີ່ງທີ່ຂ້ອຍແນະນຳຄື ໃຫ້ດື່ມນ້ຳຫຼາຍໆ ເພາະວ່ານ້ຳຈະໄປເຮັດໃຫ້ເຫຼົ້າເຈືອຈາງລົງແລະຂັບອອກມາເປັນນ້ຳຍ່ຽວຈົນໝົດ ໂດຍບໍ່ຖືກດຼດຊືມເອົາໄປໄຊ້ງານຄືກັບເວລາທີ່ເຫຼົ້າປະສົມກັບອາຫານ.