![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ສ່ວນໃຫຍ່ທີ່ເຫັນຜ່ານມາແຕ່ລະບ່ອນເຮັດວຽກຈະມີການແຍກແບ່ງຊົນຊັ້ນຄົນຂ້ອຍຄົນເຈົ້າ ຄົນໄທເໜືອຄົນໄທໃຕ້ ເປັນຫຍັງຕ້ອງເປັນແບບນີ້ເຄີຍເຫັນມາແລ້ວຫລາຍໆບ່ອນ ເປັນຫຍັງເຮົາເປັນຄົນລາວຄືກັນແທ້ໆຄືບໍ່ຮັກກັນໄວ້ສາມັກຄີກັນໄວ້ນະ? ຮັກກັນດີກວ່າຊັງກັນແມ່ນບໍ່?
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ມາເປີດສົດກະທູ້ ![]() |
|
![]() ການທັກຖາມ ວ່າເປັນຄົນທ້ອງຖິ່ນໃດ? ເໜືອ,ໃຕ້,ກາງ ບາງທີຖ້າມີຄົນມາຖາມຂ້ອຍ ວ່າຂ້ອຍເປັນຄົນໃສ ບ້ານເກີດເມືອງນອນຢູ່ໃສ ຂ້ອຍກ່າຕອບເຂົາໄປຕາມນັ້ນ ບໍ່ເຫັນຊິແປກ ເປັນນຳເຈົ້າຄິດລະແວງຕົນເອງຫຼາຍເກີນໄປຕິບໍ |
|
![]() ແບ່ງຊົນຊັ້ນບໍ່ແມ່ນໃຊ້ກັບ ຖານະຫວາ ຖ້າຊິແບ່ງຄົນໃຕ້ເໜຶອກາງຂ້ອຍວ່າບໍ່ມີ ຖ້າແມ່ນ ເລຶ່ອງຜູ້ນີ້ຈົນຜູ້ນີ້ລວຍແມ່ນເຫັນຫຼາຍ ![]() |
|
![]() ![]() ![]() |
|
![]() ນ່າຈະເປັນແບ່ງພັກແບ່ງພວກກັນຫຼາຍກວ່າ.
♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥
|
|
![]() ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ... ການທັກຖາມ ວ່າເປັນຄົນທ້ອງຖິ່ນໃດ? ເໜືອ,ໃຕ້,ກາງ ບາງທີຖ້າມີຄົນມາຖາມຂ້ອຍ ວ່າຂ້ອຍເປັນຄົນໃສ ບ້ານເກີດເມືອງນອນຢູ່ໃສ ຂ້ອຍກ່າຕອບເຂົາໄປຕາມນັ້ນ ບໍ່ເຫັນຊິແປກ ເປັນນຳເຈົ້າຄິດລະແວງຕົນເອງຫຼາຍເກີນໄປຕິບໍບໍ່ແມ່ນຂ້ອຍລະແວງນີ້ມັນເປັນເລື່ອງຈິງທີ່ເກີດຂື້ນບໍ່ສະເພາະແຕ່ຂ້ອຍຫລາຍໆຄົນກະເຄີຍເຫັນບັນຫາແບບນີ້ຄືກັນ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ຕ່າງຄົນຕ່າງຖິ່ນ ສຳນຽງການເວົ້າ ລວມໄປເຖິງການດຳລົງຊີວິດ ມັນບໍ່ຄ່ອຍຈະຄືກັນຢູ່ແລ້ວ ເປັນທຳມະດາ ທີ່ຕ້ອງມີການຈຳແນກ ຫລື ແບ່ງແຍກ ![]() |
|
![]() ຍ້ອນລັດຂຶ້ກຳອຳນາດເທົ່າກັບພັກ,ພັກ-ລັກ ແມ່ນຄົນດຽວກັນ,ບໍ່ມີຜູ້ກວດກາ,ກວດບໍ່ໄດ້ເນື່ອງຈາກຜູ້ວາງແຜນ,ຜູ້ປະຕິບັດແລະ ຜູ້ກວດເປັນຄົນດຽວກັນ
ພັນທະຫົວໃຈ:
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ... ສ່ວນໃຫຍ່ທີ່ເຫັນຜ່ານມາແຕ່ລະບ່ອນເຮັດວຽກຈະມີການແຍກແບ່ງຊົນຊັ້ນຄົນຂ້ອຍຄົນເຈົ້າ ຄົນໄທເໜືອຄົນໄທໃຕ້ ເປັນຫຍັງຕ້ອງເປັນແບບນີ້ເຄີຍເຫັນມາແລ້ວຫລາຍໆບ່ອນ ເປັນຫຍັງເຮົາເປັນຄົນລາວຄືກັນແທ້ໆຄືບໍ່ຮັກກັນໄວ້ສາມັກຄີກັນໄວ້ນະ? ຮັກກັນດີກວ່າຊັງກັນແມ່ນບໍ່?ຄົນເໜືອ ຄົນໃຕ້ ບໍ່ແມ່ນການແບ່ງແຍກຕິເບາະ ແຕ່ຈຳແນກເພື່ອໃຫ້ຮູ້ເຖິງທີ່ມີຂອງທ້ອງຖິ່ນຊື້ໆ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
![]() ຂ້ອຍບໍ່ຄ່ອຍເຫັນຄົນລາວແບ່ງກັນເຣື່ອງ ໄທເໜືອ ໄທໃຕ້ ປານໃດ.. ແຕ່ຈະແບ່ງກັນເຣື່ອງ ຄົນໃຜ ຄົນມັນ ຫຼາຍກວ່າ.. |
|
![]() ເພາະຄົນເຫັນແກ່ຕົວ...ຄິດວ່າ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
![]() ຄົນລາວຈະບໍ່ໄດແບ່ງເລື່ອງຄົນເໝືອ ຄົນໃຕ້ ແຕ່ເລື່ອງຄົນຂ້ອຍຄົນເຈົ້າອັນນີ້ ປະຕິເສດບໍ່ໄດ້ ກະຄືວ່າຫັ້ນລະ ການເຫັນແກ່ຕົວ, ເຫັນແກ່ພັກພວກ ມັນເປັນເລື່ອ ງທີ່ມີມາແຕ່ດົນນານຢູ່ໃນ ໂລກໜ່ວຍນີ້ ![]() |
|
![]() ![]() ![]() ![]() ![]() |
|
![]() ຄົນລາວຈະບໍ່ໄດແບ່ງເລື່ອງຄົນເໝືອ ຄົນໃຕ້ ແຕ່ເລື່ອງຄົນຂ້ອຍຄົນເຈົ້າອັນນີ້ ປະຕິເສດບໍ່ໄດ້ ກະຄືວ່າຫັ້ນລະ ການເຫັນແກ່ຕົວ, ເຫັນແກ່ພັກພວກ ມັນເປັນເລື່ອ ງທີ່ມີມາແຕ່ດົນນານຢູ່ໃນ ໂລກໜ່ວຍນີ້ ![]() |
|
![]() ແບ່ງຊົນຊັ້ນບໍ່ແມ່ນໃຊ້ກັບ ຖານະຫວາ ຖ້າຊິແບ່ງຄົນໃຕ້ເໜຶອກາງຂ້ອຍວ່າບໍ່ມີ ຖ້າແມ່ນ ເລຶ່ອງຜູ້ນີ້ຈົນຜູ້ນີ້ລວຍແມ່ນເຫັນຫຼາຍ ![]() |
|
![]() ແຕ່ກະແຕນ້ອຍ ບໍ່ເປັນຄົນແບບນັ້ນເດີ້ ຄົນພາກໃດກາມັກໜົດ ຄົນສະຫວັນແຫ່ງມັກ ຮ່າຯຯຯຯຯຯ ![]()
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ແຕ່ກະແຕນ້ອຍ ບໍ່ເປັນຄົນແບບນັ້ນເດີ້ ຄົນພາກໃດກາມັກໜົດ ຄົນສະຫວັນແຫ່ງມັກ ຮ່າຯຯຯຯຯຯ ![]() ![]() ![]()
ei¶+1=0
|
|
![]() ອ້າງເຖິງຂໍ້ຄວາມຈາກ QoOoOoQ ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ແຕ່ກະແຕນ້ອຍ ບໍ່ເປັນຄົນແບບນັ້ນເດີ້ ຄົນພາກໃດກາມັກໜົດ ຄົນສະຫວັນແຫ່ງມັກ ຮ່າຯຯຯຯຯຯ ![]() ![]() ![]() ຍົກໂປ້ ແປວ່າຈັ່ງໃດ ເຈົ້າກາມັກຄົນສະຫວັນຄືກັນບໍ່?
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
![]() |
|
![]() ຜູ້ໃຫຍ່ຕ້ອງເປັນແວ່ນແຍງໃຫ້ລູກຫລານ ບໍ່ແມ່ນຈະມາແກ້ງແຍ່ງແຂ່ງຂັນຊີງດີຊີງເດັ່ນ ຕາມສຳນັກງານອົງການຕ່າງໆທັງພາກລັດ ແລະເອກະຊົນ ປາກກະເວົ້າຢູ່ວ່າບໍ່ແບ່ງແຍກຊົນຊັ້ນ ຄົນມີ ຄົນຈົນ ແຕ່ພື້ນຖານການກະທຳມັນບົ່ງບອກວ່າມີການຊີງດີຊີງເດັ່ນໃນຕົວຢ່າງສິ້ນຊີງ ຕົວຢ່າງ: ຕາມສຳນັກງານອົງການຖ້າໃຜມີຜີ່ມີນ້ອງມີອຳນາດຢູ່ທີ່ນັ້ນຕະກຸນນັ້ນກະແຫ່ກັນໄປ ຫລືບໍ່ກະຊື້ຈ້າງກັນເຂົ້າໄປ ຢູ່ສຳນັກຫ້ອງການໃນຕົວເມືອງພະນັກງານຈົນສິຢຽບກັນຕາຍ ແຕ່ຢູ່ເມືອງທີ່ຫ່າງໄກສອກຫລີກບາງບ່ອນລູກນ້ອງກະໂຕ ຫົວໜ້າກະໂຕເອງ ບັນຫານີ້ຕ້ອງແກ້ໄຂຢູ່ທີ່ຕົ້ນເຫດເພາະມັນເປັນມາຍາວນານແລ້ວ ບໍ່ແມ່ນຍາມໃດກະສິເອົາດີເຂົ້າຕົວເອົາຊົ່ວເຂົ້າຄົນອື່ນ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ແຕ່ກະແຕນ້ອຍ ບໍ່ເປັນຄົນແບບນັ້ນເດີ້ ຄົນພາກໃດກາມັກໜົດ ຄົນສະຫວັນແຫ່ງມັກ ຮ່າຯຯຯຯຯຯ ![]() ແມ່ນແທ້ ເບາະສາວກະແຕ ![]() ![]()
ຮັກແທ້ຄືແມ່
|
|
![]() ບໍ່ດີຫັ້ນລະຖ້າແບ່ງນະ ແຕ່ຖ້າຄົນຕິດພະຍາດນີ້ ບໍ່ແບ່ງຕິດໃດເນາະ ![]() ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ QoOoOoQ ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ແຕ່ກະແຕນ້ອຍ ບໍ່ເປັນຄົນແບບນັ້ນເດີ້ ຄົນພາກໃດກາມັກໜົດ ຄົນສະຫວັນແຫ່ງມັກ ຮ່າຯຯຯຯຯຯ ![]() ![]() ![]() ຍົກໂປ້ ແປວ່າຈັ່ງໃດ ເຈົ້າກາມັກຄົນສະຫວັນຄືກັນບໍ່? ກະຂ້ອຍເປັນຄົນສະຫວັນເດ ![]()
ei¶+1=0
|
|
![]() ຈະໄທໃຕ້ ຫຼື ໄທເໜືອກະຄົນຄືກັນ ຮັກກັນກຳໄລຊັງກັນຂາດທືນເນີພີ່ນ້ອງ |
|
![]() ແບ່ງພັກແບ່ງພວກ ແບ່ງຊົນຊັ້ນວັນນະ ຜູ້ທຸກຜູ້ຮັ່ງ ພະຍາດອັນນີ້ມັນເປັນພະຍາດຊຳເຮື້ອປົວແນວໃດກະບໍ່ເຊົາດອກ ![]() |
|
![]() ການຖາມວ່າເປັນຄົນມາແຕ່ໃສກະບໍ່ແປກ ສຳລັບໃນບ່ອນເຮັດວຽກບໍ່ແມ່ນແບ່ງຊົນຊັ້ນວັນນະ ແຕ່ເປັນການແບ່ງພັກແບ່ງພວກຫຼາຍກວ່າຕິ໋ ໃນສາຍວຽກມັນກະເປັນຊິແຫຼະ ໃຜເສັ້ນໃຫຍ່ກະດີໄປ ມີຄົນເກາະໜ້າຫ້ອຍທ້າຍ ບໍ່ແມ່ນຕັ້ງເວົ້າ ແຕ່ສ່ວນຫຼາຍເຫັນຢູ່ລາວນິ ໂອກາດມັກເປັນຂອງຄົນແບບນີ້ແຫຼະ ເວົ້າໄປເວົ້າມາເລີ່ມບໍ່ກ່ຽວ ![]()
Always Keep The Faith
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ... ສ່ວນໃຫຍ່ທີ່ເຫັນຜ່ານມາແຕ່ລະບ່ອນເຮັດວຽກຈະມີການແຍກແບ່ງຊົນຊັ້ນຄົນຂ້ອຍຄົນເຈົ້າ ຄົນໄທເໜືອຄົນໄທໃຕ້ ເປັນຫຍັງຕ້ອງເປັນແບບນີ້ເຄີຍເຫັນມາແລ້ວຫລາຍໆບ່ອນ ເປັນຫຍັງເຮົາເປັນຄົນລາວຄືກັນແທ້ໆຄືບໍ່ຮັກກັນໄວ້ສາມັກຄີກັນໄວ້ນະ? ຮັກກັນດີກວ່າຊັງກັນແມ່ນບໍ່?ຄົນເໜືອ ຄົນໃຕ້ ບໍ່ແມ່ນການແບ່ງແຍກຕິເບາະ ແຕ່ຈຳແນກເພື່ອໃຫ້ຮູ້ເຖິງທີ່ມີຂອງທ້ອງຖິ່ນຊື້ໆ ບໍ່ໄດ້ໝາຍຄວາມແບບນັ້ນມັນລັກສະນະຄ້າຍໆກັບວ່ານັ້ນກຸ່ມຄົນໄທເໜືອນັ້ນກຸ່ມຄົນໄທໃຕ້ຈັ່ງຊີ້ນະ ຍົກຕົວຢ່າງວ່າມີຜູ້ໃດໜຶ່ງເຮັດຫຍັງຜິດໜ້ອຍໜຶ່ງຫລືຫລາຍກະວ່າແລ້ວເດ ໂອຄົນໄທ.....ນັ້ນ. ໄທ....ນີ້ ເປັນແບບນັ້ນແບບນີ້ຄ້າຍໆກັບການແຍກແບ່ງພັກພວກຫັ້ນນະ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ຂ້ອຍບໍ່ຄ່ອຍເຫັນຄົນລາວແບ່ງກັນເຣື່ອງ ໄທເໜືອ ໄທໃຕ້ ປານໃດ..ແຕ່ຈະແບ່ງກັນເຣື່ອງ ຄົນໃຜ ຄົນມັນ ຫຼາຍກວ່າ.. ນັ້ນແຫລະແບບນັ້ນແຫລະມັນເປັນການແບ່ງພັກພວກຫັ້ນນະ
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ... ຜູ້ໃຫຍ່ຕ້ອງເປັນແວ່ນແຍງໃຫ້ລູກຫລານ ບໍ່ແມ່ນຈະມາແກ້ງແຍ່ງແຂ່ງຂັນຊີງດີຊີງເດັ່ນ ຕາມສຳນັກງານອົງການຕ່າງໆທັງພາກລັດ ແລະເອກະຊົນປາກກະເວົ້າຢູ່ວ່າບໍ່ແບ່ງແຍກຊົນຊັ້ນ ຄົນມີ ຄົນຈົນ ແຕ່ພື້ນຖານການກະທຳມັນບົ່ງບອກວ່າມີການຊີງດີຊີງເດັ່ນໃນຕົວຢ່າງສິ້ນຊີງ ຕົວຢ່າງ: ຕາມສຳນັກງານອົງການຖ້າໃຜມີຜີ່ມີນ້ອງມີອຳນາດຢູ່ທີ່ນັ້ນຕະກຸນນັ້ນກະແຫ່ກັນໄປ ຫລືບໍ່ກະຊື້ຈ້າງກັນເຂົ້າໄປ ຢູ່ສຳນັກຫ້ອງການໃນຕົວເມືອງພະນັກງານຈົນສິຢຽບກັນຕາຍ ແຕ່ຢູ່ເມືອງທີ່ຫ່າງໄກສອກຫລີກບາງບ່ອນລູກນ້ອງກະໂຕ ຫົວໜ້າກະໂຕເອງ ບັນຫານີ້ຕ້ອງແກ້ໄຂຢູ່ທີ່ຕົ້ນເຫດເພາະມັນເປັນມາຍາວນານແລ້ວ ບໍ່ແມ່ນຍາມໃດກະສິເອົາດີເຂົ້າຕົວເອົາຊົ່ວເຂົ້າຄົນອື່ນ ເຫດຜົນດີຫລາຍ ![]() ![]() ![]()
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ເລື່ອງນີ້ ມັນເປັນມາຕັ້ງແຕ່ສະໄໝດຶກດຳບັນລະ ການແບ່ງຊົນຊັ້ນ ມັນເກີດຂຶ້ນຕັ້ງແຕ່ທ້າຍຍຸກຫີນນນນນນນນນນນແລ້ວວວວວວວວວວວ ຍ້ອນການແບ່ງຜົນຜະລິດ(ຜົນກຳໄລ) ບໍ່ເທົ່າທຽມກັນ ຈຶ່ງເຮັດໃຫ້ມີການແບ່ງແຍກເກີດຂຶ້ນ
I believe in the IMPOSSIBLE
|