ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຕ້ອງການເລີກດື່ມເຫຼົ້າ ແຕ່ບໍ່ຢາກເສຍໝູ່ເພື່ອນ ທ່ານມີວິທີໃດແດ່

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ຄຳເຫັນຂອງທ່ານ ຈະເປັນຜົນຕໍ່ຜູ້ທີ່ຢາກເລີກດື່ມເຫຼົ້າເບຍ ເພື່ອສຸຂະພາບ


໗ ກະທູ້
໑໑໑ ໂພສ
ນັກການກະທູ້
ເປີດພົມມະຈັນ ກທ

ຢູ່ເສີຍໆກະງາມ/ຫລໍ່ແລ້ວ

໗ ກະທູ້
໑໑໑ ໂພສ
ນັກການກະທູ້
ບໍ່ຊ່າງບອກນະ ສູ່ມື້ນິຂ້ອຍກະຄິດຄື່ກັນ

ຢູ່ເສີຍໆກະງາມ/ຫລໍ່ແລ້ວ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າກະຫຼຸດຜ່ອນປະຣິມານລົງກະສິເປັນຫຍັງ..
ກະນັດເຈິກັນທຸກທ້າຍອາທິຕຍ໌ກະພໍ..


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່ອຍໆຫລຸດໄປເທື່ອລະຫນ້ອຍເອົາ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງເລືອກເອົາ ຢ່າງໄດ໋ຢ່າງໜຶ່ງ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະຍາມຍາມປະຕິເສດໝູ່ຊ່ວນ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະໄປນຳໝູ່ທີຄວນໄປ
ແລ້ວຄ່ອຍໆໆໆປະຕິເສດ


໐ ກະທູ້
໒໗໗ ໂພສ
ນັກການກະທູ້
ຕາຍ


໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ດື່ມນົມແທນ

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ: ກ່ອນນີ້ມີສຸພາສິດລາວເຕືອນວ່າ “ ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ” ຄິດເອົາ
ແຕ່ດຽວນີ້ບາງຄົນພັດວ່າ “ ເພື່ອນກິນພໍຫາໄດ້ ແຕ່ເພື່ອນຕາຍມີຫລາຍກ່ວາ”....ຄິດວ່າຈັ່ງໃດ ຊີວິດເປັນຂອງເຮົາເລືອກເອົາເອງ.


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອບຍາກເຫມືອນກັນເນາະ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາວິທີລ່ຽງເອົາ ນານໄປເທື່ອ ເຮັດໃຫ້ຫມູ່ຮູ້ຈັກເຮົາແບບນັ້ນ ໂອ໋ ບັກນີ່ ມັນບໍ່ຄ່ອຍກິນເບຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຊ່າບອກເພາະມັນກະມີຫຼາຍວິທີ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄົນບໍ່ດື່ມເຫຼົ້າກໍ່ຍັງເຫັນມີໝູ່ຄູ່ຫລາຍຢູ່ໃດ໋ລະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ໄປທາງໃດກະກິນແຕ່ເຫຼົ້າແຕ່ເບຍຫັ້ນຕິ, ຖ້າເຮົາປະຕິເສດ ເທື່ອໜ້າເຂົາກໍ່ບໍ່ໂທຊວນເຮົາອີກ ແລະ ເຮັດໃຫ້ເຮົາຢູ່ແຕ່ຫ້ອງ ເຫງົາກໍ່ເຫງົາ (ຢູ່ຫ້ອງແຖວ). ອີກຢ່າງ ຜູ້ທີ່ ໂທຊວນເຮົາກິນ ພັດແມ່ນ ຜູ້ອາວຸໂສ ມີຖານະຕຳແໜ່ງ ຫັ້ນຕິລະ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ໄປທາງໃດກະກິນແຕ່ເຫຼົ້າແຕ່ເບຍຫັ້ນຕິ, ຖ້າເຮົາປະຕິເສດ ເທື່ອໜ້າເຂົາກໍ່ບໍ່ໂທຊວນເຮົາອີກ ແລະ ເຮັດໃຫ້ເຮົາຢູ່ແຕ່ຫ້ອງ ເຫງົາກໍ່ເຫງົາ (ຢູ່ຫ້ອງແຖວ). ອີກຢ່າງ ຜູ້ທີ່ ໂທຊວນເຮົາກິນ ພັດແມ່ນ ຜູ້ອາວຸໂສ ມີຖານະຕຳແໜ່ງ ຫັ້ນຕິລະ



ເປັນທັງສັງຄົມເລີຍ !!! ຍາກໆໆໆໆ


ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຂ້ອຍຄິດວ່າ ກະໄປນຳໜູ່ໄປຫຼີ້ນໂລດເຮົາກະບໍ່ເສຍໜູ່ ແຕ່ເຮົາບໍ່ກິນເບຍບອກໜູ່ກິນບໍ່ໄດ້ຫັນໄປກິນນ້ຳນົມຫຼືນ້ຳຫວານກະໄດ້ແລ້ວ ໜູ່ກະມີຫຼາຍພວກ ພວກມັກຫຼີ້ນມັກກິນເຮົາກະບໍ່ໄປແຫກສ່ຽວນຳກະແລ້ວ ຫັນໄປເປັນໜູ່ນຳຄົນດີຕັ້ງໃຈຮຽນກະບໍ່ໄດ້ກິນເຫຼົ້າເບຍ ກະຍັງມີໜູ່ຄູ່ຫຼາຍຄືເກົ່າ



໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kiengkai ຂຽນວ່າ...
ຕາຍ



ເວົ້າຄັກແທ້ເດຫມໍນິ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ຄ່ອຍໆໄປຫນ້ອຍເທື່ອ...ເອົາແຕ່ງານສຳຄັນ.
2.ຄ່ອຍໆຫລຸດເວລາລົງ....ຈາກກິນ 6 ຊົ່ວໂມງກະເຫລືອ 5 ຊົ່ວໂມງແຕ່ບໍ່ຄວນຕ້ຳກ່ວາ 2ຊົວໂມງ(ມັນກະເທີນ).
3.ເວລາກິນກະຄ່ອຍໆຈິບໆ ບໍ່ແມ່ນໝູ່ຊວນໝົດແກ້ວກະບໍ່ໃຫ້ເຫລືອ.
4.ອ້າງນັ້ນໆນີ້ ໆ ຖ້າບໍ່ຈຳເປັນໄປ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຕົວະວ່າສຸຂະພາບບໍ່ດີແຕ່ຕ້ອງກີນແມວອື່ນແທນເວລາໝູ່ມາຫາ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຊິເລິກອີຫຼີ ຕ້ອງຫັກດິບເລີ້ຍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະບໍພໍເສຍຍ້ອນ ດອກ ເຮົາ ບໍ່ ດື່ມ ກະບອກ ວ່າບໍ່ ດື່ມ ຫາກ ເຂົາ ເປັນ ໝູ່ ເຮົາ ກະ ຕ້ອງບໍ່ ຊູ່ ຊີ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ທ່ານ ກາປະສົບບັນຫາກັບ ຂ້າພະເຈົ້າຢູ່ເນາະ....


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຢາກເລີກຕ້ອງອອກຈາກມັນປະຕິເສດໃນທຸກຂັ້ນຕອນ ມັນຫາກໄດ້ເວລານັ້ນແລະສຳຄັນໃຫ້ອົດດົນໆດຽວກ້າເບື່ອເອງ ຄັນຍັງຢູ່ໃກ້ມັນເລີກບໍ່ໄດ້
ໃຫ້ຄິດສະເໝີວ່າເຫຼົ້າເບຍຄືດັ່ງຝົນຫາກເຮົາຢືນຕາກຝົນເຮົາຕ້ອງປຽກແນນອນຄັນບໍ່ຢາກປຽກຕ້ອງເຂົ້າຮົ່ມຫລືຫາແນວມາບັງ ວິທີເລີກເຫຼົ້າເບຍ
ກໍ່ຄືກັນ ຄັນຍັງບໍ່ອອກຈາກມັນເຮົາບໍ່ເມົາຫຼາຍກໍ່ເມົາໜ້ອຍ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ອີ່ປາວ່າ: ກ່ອນນີ້ມີສຸພາສິດລາວເຕືອນວ່າ “ ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ” ຄິດເອົາ
ແຕ່ດຽວນີ້ບາງຄົນພັດວ່າ “ ເພື່ອນກິນພໍຫາໄດ້ ແຕ່ເພື່ອນຕາຍມີຫລາຍກ່ວາ”....ຄິດວ່າຈັ່ງໃດ ຊີວິດເປັນຂອງເຮົາເລືອກເອົາເອງ.