![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ບໍ່ຮູ້ວ່າຢູ່ພັນລາວເຮົາມີຄົນເຄີຍໄດ້ຍິນກົດນີ້ບໍ່ ບໍ່ຮູ້ວ່ານິຍາມມັນວ່າແນວໃດແທ້ ແຕ່ສະຫລຸບແລ້ວປະມານວ່າ ຖ້າສົມມຸດວ່າເລື່ອງໃດເລື່ອງມີເປີເຊັນທີ່ຈະເກີດຄວາມຜິດພາດຂຶ້ນມາແລ້ວ ມັນຕ້ອງຜິດພາດຂຶ້ນມາຢ່າງແນ່ນອນ ຫລືວ່າ ຖ້າວ່າຄວາມຜິດພາດມີໄດ້ແບບດຽວ ມັນຈະເກີດຂຶ້ນໃນຊ່ວງທີ່ເຮັດໃຫ້ເຈົ້າຊວຍທີ່ສຸດ ແລະ ຖ້າມັນມີຫລາຍແບບ ແບບ ໂຕທີ່ເຮັດໃຫ້ເກີດຫາຍະນະຫລາຍສຸດຈະເກີດກ່ອນສະເໝີ ປະມານນີ້ແຫລະ ຕົວຢ່າງ ສົມມຸດວ່າເຮົາກຳລັງຕໍ່ແຖວເພື່ອຊື້ຫຍັງຈັກຢ່າງ ເຮົາຈະຮູ້ສຶກວ່າແຖວອື່ນຈະໄປໄວກວ່າເຮົາສະເໝີ ໃນເວລາທີ່ເຮົາຕ້ອງການຂອງສິ່ງໃດສິ່ງໜຶ່ງ ເຮົາຈະຫາມັນບໍ່ເຫັນ ທັ້ງໆທີ່ໃນຍາມບໍ່ຈຳເປັນເຮົາຈະເຫັນມັນໄດ້ຕະຫລອດ ສົມມຸດເຈົ້າໃສ່ເພງໃນໂທລະສັບຫລາຍເພງ ແລ້ວເປີດໂໝດ shuffle ເຈົ້າຈະຮູ້ສຶກວ່າເພງທີ່ເຈົ້າຢາກຟັງຈະບໍ່ຖືກຫລິ້ນສະເໝີ ແລ້ວໝູ່ເພື່ອນພັນລາວເດມີໃຜເປັນແບບນີ້ບໍ່ ແລ້ວຄິດແນວໃດກັບກົດຂໍ້ນີ້ ????
ຫວານຕົ້ນຈືດປາຍ
|
|
![]() ເຄີຍ...ລະກະຫນ້າສົນໃຈ......
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
![]() ຊື່ກົດບອກວ່າກົດເມີຣ໌ຟີ້ ແຕ່ໃນຄວາມເປັນຈິງບໍ່ແມ່ນເມີຣ໌ຟີ້ ທີ່ເປັນຄົນຕັ້ງກົດ... (ແປກຕັ້ງແຕ່ເລີ່ມມີການຕັ້ງກົດລະ...) ແລະ ບາງກົດກໍ່ເປັນພຽງກໍລະນີບັງເອີນ ຫລື ບາງກົດກໍ່ເກີດກັບບຸກຄົນສ່ວນຫນ້ອຍຊື່ໆ........
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
![]() ເຄີຍອ່ານເຈິະຢູ່ນີ້ເລີຍເອົາລິ້ງມາໃຫ້ກົດໄປອ່ານ http://th.uncyclopedia.info/wiki/%E0%B8%81%E0%B8%8E%E0%B8%82%E0%B8%AD%E0%B8%87%E0%B9%80%E0%B8%A1%E0%B8%AD%E0%B8%A3%E0%B9%8C%E0%B8%9F%E0%B8%B5%E0%B9%88
When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you. |
|
![]() ເຄີຍໄດ້ຍິນຢູ່ ເພິ່ນວ່າ ກົດຂອງເມີຟີ້ພິສູດບໍ່ໄດ້ທາງວິທະຍາສາດ ແຕ່ພິສູດໄດ້ທາງຄວາມຊົງຈຳຂອງເຮົາ ເພາະສະຫມອງຄົນເຮົາຈະຈື່ຈຳເລື່ອງທີ່ຮ້າຍໆ ແລະເລື່ອງສະເທືອນໃຈໄດ້ງ່າຍກວ່າເລື່ອງປົກະຕິຫັ້ນນະ
.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........
|
|
![]() ບໍ່ເຄີຍໄດ້ຍິນຈັກເທື່ອ
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
![]() |
|
![]() ບໍຮູ້
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
![]() ຍັງບໍ່ເຄີຍໄດ້ຍິນ ແລະ ກະຍັງບໍ່ເຄີຍໄດ້ຮູ້ |
|
![]() ກົດເກັນນີ້ ອະທິບາຍຍາກນໍ ແຕ່ບໍ່ຢາກຈະໃຫ້ມັນເກິດມີແກ່ໜູ່ພັນລາວຈັກເທຶ່ອ ແກ່ຈັກຄົນເດິ! |
|
![]() ນັ້ນເປັນເພາະວ່າເວລາຂອງເຈົ້າມັນໄວກ່ວາປົກກະຕິຫຼື ອີກໃນໜື່ງແມ່ນມັນສັ້ນລົງ ຮ່າ ຮ່າ ຮ່າ ![]() ![]() ![]() ![]() |
|
![]() ບໍ່ຮູ້ວ່າມັນຊິຖືກກັບກົດທີ່ວ່ານີ້ຫຼືບໍ່ ໃນມື້ເສັ້ນຕາຍທີ່ຂ້ອຍຕ້ອງສົ່ງລາຍງາຍໃຫ້ອາຈານ ນັ່ງເຮັດໝົດມື້ບໍ່ມີບັນຫາຫຍັງ ບາດຊິພິມ (print) ປະກົດວ່າໝຶກໝົດ (ບໍ່ເປັນຫຍັງໄປພິມຢູ່ໂຮງຮຽນກະໄດ້) ອອກມາປະກົດວ່າຝົນຕົກ (ມັນກະລົດຕິດແຫຼະບາດນິ) ຍັງບໍ່ພໍໄປຮອດໂຮງຮຽນຄິດວ່າຊິໄປພິມຢູ່ຫັ້ນ ມັນກະໄຟດັບ (ເອົາເຂົ້າໄປ) ເອີ່ຕູອອກໄປພິມຢູ່ຮ້ານນອກໂຮງຮຽນກະໄດ້ ມັນເສືອກປິດຮ້ານ (ຕູຢາກບ້າຕາຍ)
ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ
|
|
![]() ເຄີຍໄດ້ຍິນຄຳນີ້, ແຕ່ຫາກະຮູ້ວ່າຄຳນີ້ມັນກ່ຽວກັນເຫດການແນວນີ້ ອືມ....ໜ້າຄົ້ນຄິດຕິດຕາມເນາະ. ສຳຫລັບຂ້ອຍແລ້ວ....ການນັ່ງເວັຟຂອງກິນເວລາຫິ້ວເຂົ້າແຮງ,ເວັຟແຄ່2ນາທີມັນຄືເບິ່ງວ່າດົນແສນດົນ, ທັງທີ່ເວລາເຮົານັ່ງຫຼິ້ນເນັດຕັ້ງຫລາຍຊົ່ວໂມງຄືວ່າແປບດຽວ.
ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!
|
|
![]() ອ້າງເຖິງຂໍ້ຄວາມຈາກ vip ຂຽນວ່າ... ບໍ່ຮູ້ວ່າມັນຊິຖືກກັບກົດທີ່ວ່ານີ້ຫຼືບໍ່ ໃນມື້ເສັ້ນຕາຍທີ່ຂ້ອຍຕ້ອງສົ່ງລາຍງາຍໃຫ້ອາຈານ ນັ່ງເຮັດໝົດມື້ບໍ່ມີບັນຫາຫຍັງ ບາດຊິພິມ (print) ປະກົດວ່າໝຶກໝົດ (ບໍ່ເປັນຫຍັງໄປພິມຢູ່ໂຮງຮຽນກະໄດ້) ອອກມາປະກົດວ່າຝົນຕົກ (ມັນກະລົດຕິດແຫຼະບາດນິ) ຍັງບໍ່ພໍໄປຮອດໂຮງຮຽນຄິດວ່າຊິໄປພິມຢູ່ຫັ້ນ ມັນກະໄຟດັບ (ເອົາເຂົ້າໄປ) ເອີ່ຕູອອກໄປພິມຢູ່ຮ້ານນອກໂຮງຮຽນກະໄດ້ ມັນເສືອກປິດຮ້ານ (ຕູຢາກບ້າຕາຍ) ແມ່ນລະ ກົດເມີຟີ້ມັນກະຄ້າຍໆກັບວ່າ ເຮົາກຳລັງຖືກສະຫວັນເຮັດໃສ່ປະມານນີ້ລະ 5555+
ຫວານຕົ້ນຈືດປາຍ
|
|
![]() ໂອ.....ມັນໜ້າຈະແມ່ນໃດນໍ ![]() ![]() ![]()
ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ
|
|
![]() ຂ້ອຍກະບໍ່ເຄີຍໄດ້ຍິນ ![]() |