ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫຍັງໂທລະພາບ ຊ່ອງ Lao star channel ມີແຕ່ໂຄສະນາຂາຍສິນຄ້າ

໘ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເວລາຂ້ອຍເບີ່ງໂທລະທັດ ຂ້ອຍກົດເບີ່ງຊ່ອງລາວສະຕຣາ ຂ້ອຍຫງຸດງິດຕະຫຼອດ ເພາະວ່າທາງຊ່ອງມີແຕ່ໂຄສະນາຂາຍສິນຄ້າໝົດມີ້ເລີຍ ໂດຍທີ່ບໍ່ມີ ລາຍການດີໆ ສາລະດີໆ ມາມາເປີດເລີຍ


ໝູ່ເພື່ອນຢູ່ພັນລາວກະຄຶດຄືຂ້ອຍບໍ່


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈ໋ະເອ lao sata channel


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ຖ້າບໍ່ມີໂຄສະນາ
ເຂົາເຈົ້າກໍ່ຢູ່ບໍ່ໄດ້ລະເນາະ
ສະຖານີວີທະຍຸ,ໂທລະທັດ.....ລ້ວນແລ້ວແຕ່ມີລາຍຮັບມາຈາກໂຄສະນາ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຊ່ອງນີ້ບໍ່ມີຫຍັງເປັນຕາເບິ່ງຂ່າວກະບໍ່ມີມີແຕ່ໂຄສະນາເບື່ອໄຮ້ສາລະ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ໂຄສະນາຍັງກໍ່ຍັງດີຢູ່ ນັ້ນຄືເສັ້ນເລືອດຂອງຄວາມຢູ່ລອດຂອງເຂົາ ແຕ່ທີ່ຫ່ວຍແຕກທີ່ສຸດກໍ່ຄືເປິດໄປຕອນໃດມີແຕ່ລາຍການເພງ ບໍ່ມີແນວບັນເທິງ ສິສົ່ງເສິມໃຫ້ປັນຍາປະຊາຊົນແມ່ນບໍ່ມີ ເຊັ່ນໄປສຳພາດນຳເວົ້າຖຶງ ວິສັຍທັດ ທິດທາງການບໍລິຫານປະເທດ ຍັງບໍ່ເຄີຍເຫັນຈັກເທື່ອ
ມີແຕ່ຍ້ຽມນັ້ນຍ້ຽມນີ້ ຊິວ່າ ເຮັດນັ້ນເຮັດນີ້ແມ່ນບໍ່ມີເສີຍດາຍເງິນພາສີ


໘ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ crazyguy ຂຽນວ່າ...
ຖ້າບໍ່ມີໂຄສະນາ
ເຂົາເຈົ້າກໍ່ຢູ່ບໍ່ໄດ້ລະເນາະ
ສະຖານີວີທະຍຸ,ໂທລະທັດ.....ລ້ວນແລ້ວແຕ່ມີລາຍຮັບມາຈາກໂຄສະນາ




ແຕ່ເປັນຫຍັງສະຖານີບາງບາງຊ່ອງຂອງຕ່າງປະເທດ ໂຄສະນາໜ້ອຍໆ ແລ້ວເປີດສາລະຄະດີຫຼາຍໆ ເຂົາກະຍັງຢູ່ລອດຊັນນາ
ຂ້ອຍຄຶດວ່າເປັນນຳການບໍລິຫານຫຼາຍກວ່າບໍ່


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະມີ ໂຄສະນາຫລາຍໂພດ ກະເຂົ້າໃຈ ຢູ່ ວ່ານັ້ນ ຄືລາຍໄດ້
ແຕ່ເຮົາຜູ້ເບິ່ງ ກະຢາກເບິ່ງ ແນວອື່ນແດ່ ລະເນາະ
ຮຽກຮ້ອງ ຫນັງ ອິນເດຍ ກັບມາຄືນແດ່ ສະເພາະຊ່ອງໂທລະພາບແຫ່ງຊາດດອກເດີ້ ຫລື ສະໄຫມກ່ອນແມ່ນຊ່ອງລາວທາດຫລວງ ນັ້ນ ລະ
ມົນຮັກຊາຕານ, ໝາລ້ຽງລູກຄົນ, ຕ່າຕ້າລາມູນ, ວິໄຊສັກເສນາ, ເຈົ້າພໍ່ຊັງເກີ້
ຢາກເຫັນຫນັງອິນເດຍ ແບບເກົ່າໆໆໆໆ ເອົາມາສາຍໃຫ້ເບິ່ງແດ່

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ເບີ່ງດົນແລ້ວ ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ເຂົາຄິດວ່າ ໂຄສະນາ ແລ້ວໄດ້ເງິນ, ຕົວຢ່າງ: ມີຄົນບອກວ່າ ລົງອັນນີ້ໃຫ້ແດ່ ແລະກໍ່ຍື່ນເງິນໃຫ້... ເອີ, ມັນງ່າຍດີ... ຄ້ວາໄວ້ກ່ອນ...ລາຍການສາລະຄະດີ ມີປະໂຫຽດ ມັນເຮັດຍາກ ຍ້ອນຂາດຄວາມຮູ້ ວິຊາການ ປະສົບການ ແລະຍັງໄດ້ຕ້ອງລົງທຶນ (ເສຍເງິນ).


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າເບິ່ງແຕ່ HBO ກັບ Star Movies ເລີຍບໍ່ມີບັນຫາ ຊ່ອງ ລາວສະຕາ ເອົາໄວ້ເບິ່ງຍາມຖ່າຍທອດສົດເຕະບານລາວເທົ່ານັ້ນ
ສຳລັບຊ່ອງຂ່າວ ບໍ່ມີຫຍັງເປັນຕາເບິ່ງ ມີແຕ່ເລື່ອງເກົ່າຍ້ອງກັນໄປມາເທົ່ານັ້ນ


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kheng ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ crazyguy ຂຽນວ່າ...
ຖ້າບໍ່ມີໂຄສະນາ
ເຂົາເຈົ້າກໍ່ຢູ່ບໍ່ໄດ້ລະເນາະ
ສະຖານີວີທະຍຸ,ໂທລະທັດ.....ລ້ວນແລ້ວແຕ່ມີລາຍຮັບມາຈາກໂຄສະນາ




ແຕ່ເປັນຫຍັງສະຖານີບາງບາງຊ່ອງຂອງຕ່າງປະເທດ ໂຄສະນາໜ້ອຍໆ ແລ້ວເປີດສາລະຄະດີຫຼາຍໆ ເຂົາກະຍັງຢູ່ລອດຊັນນາ
ຂ້ອຍຄຶດວ່າເປັນນຳການບໍລິຫານຫຼາຍກວ່າບໍ່


ຊ່ອງຂອງຕ່າງເທດເຂົາເຈົ້າໄດ້ເກັບເງີນນຳຜູ້ຊົມໂດຍກົງ
ເຊັ່ນ:ຊ່ອງ True sport 1,2,3........
ຄ້າຍໆກັບ cable tv ໃນບ້ານເຮົານີລະ
ຖ້າບໍ່ດັ່ງນັ້ນເຂົາກໍ່ຢູ່ບໍ່ໄດ້ຄືກັນ
ແຕ່ຊ່ອງທີ່ເປັນຂອງລັດຖະບານຈະບໍ່ມີໂຄສະນາ ,ມີແຕ່ຂ່າວ


໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Ninjanoy ຂຽນວ່າ...
ໂຄສະນາຍັງກໍ່ຍັງດີຢູ່ ນັ້ນຄືເສັ້ນເລືອດຂອງຄວາມຢູ່ລອດຂອງເຂົາ ແຕ່ທີ່ຫ່ວຍແຕກທີ່ສຸດກໍ່ຄືເປິດໄປຕອນໃດມີແຕ່ລາຍການເພງ ບໍ່ມີແນວບັນເທິງ ສິສົ່ງເສິມໃຫ້ປັນຍາປະຊາຊົນແມ່ນບໍ່ມີ ເຊັ່ນໄປສຳພາດນຳເວົ້າຖຶງ ວິສັຍທັດ ທິດທາງການບໍລິຫານປະເທດ ຍັງບໍ່ເຄີຍເຫັນຈັກເທື່ອ
ມີແຕ່ຍ້ຽມນັ້ນຍ້ຽມນີ້ ຊິວ່າ ເຮັດນັ້ນເຮັດນີ້ແມ່ນບໍ່ມີເສີຍດາຍເງິນພາສີ


ຄວາມຄິດທ່ານ ກົງກັນກັບຂ້າພະເຈົ້າຫລາຍ ຢາກບອກຕື່ມອີກວ່າ ສື່ທີ່ດີນັ້ນ ຕ້ອງລາຍງານສະພາບສັງຄົມ ການເມືອງ ຢ່າກົງໄປກົງມາ ຖ້າເປັນສື່ສານມວນຊົນ ສະເຫນີຂ່າວເບື້ອງດຽວ ແຕ່ເບື້ອງຫນຶ່ງບໍ່ສະເຫນີ ເປັນແບບນີ້ປະຊາຊົນຊິໄດ້ຮັບຄວາມຢຸດຕິທັມຈາກສື່ໄດ້ແນວໃດ໋ ສື່ຕ້ອງເປັນກະບອກສຽງໃຫ້ປະຊາຊົນ ປະເທດໃດ໋ສື່ເປັນກະບອກສຽງໃຫ້ລັດຖະບານຫມົດ ແມ່ນປະເທດນັ້ນປະຊາຊົນ ຕົກຢູ່ໃນວົງຈອນເສຍປຽບ ແລະຖືກເອົາລັດເອົາປຽບຈາກຜູ້ມີອຳນາດຢ່າງໃຫຍ່ຫລວງ

ພາວະນາ ພິກຂຸ