ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄຳເວົ້າຂອງນັກປັດສະຍາ

໕໒ ກະທູ້
໗໒ ໂພສ
ນັກການກະທູ້
ຄວາມຫ່າງໄກ ເປັນເຄື່ອງສົ່ງເສີມຄວາມຊົມຊື່ນ ທີ່ຍີ່ງໃຫ່ຍ (ແມ່ນບໍ່ລະ)
ຕົວຢ່າງ ໝີໜູ່ຮຽນນຳກັນຮັກແພງກັນ ມີມັນກະຕ້ອງມີເຮົາ ແບບໄປໄສກະໄປນຳກັນ ເມື່ອຕ່າງຄົນຕ່າງໄປຕາມພາລະ ອີກ 10 ປີມາພໍໜ້າກັນ ຈັ່ງແມ່ນດີໄຈ ນອນລົມກັນ 5 ຄືນກະບໍ່ໜົດຄວາມລົມ
ບາດໜູ່ທີ່ເຫັນກັນເລື້ອຍໆກະທຳມະດາມີແຕ່ສະແດງຄຳທັກທາຍ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ໂອ້ຍ...ມື້ນີ້ໄດ້ເປີດສົດອີກແລ້ວ ອິອິ


໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ແມ່ນໆໆ


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນກະແມ່ນ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນດອກຂ້ອຍລົມກັນເປັນເດືອນກະບໍ່ໝົດ



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
um.............


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຫມູ້ຂ້ອຍ ຕອນພວກເຮົາອາຍຸ 8ປີ, ບ້ານຄົນລະຟາກທາງ ໄປໂຮງຮຽນນຳກັນທຸກມື້, ວັນເສົາ-ອາທິດກໍ່ຫລິ້ນນຳກັນ.
ຮູ້ຈັກກັນ 1ປີເຕັມໆ. ເນື່ອງຈາກຄອບຄົວຂອງຂ້ອຍຍ້າຍເຮື້ອນໄປຢູ່ບ່ອນອື່ນ, ພວກເຮົາຈຶ່ງບໍ່ໄດ້ເຫັນກັນອີກເລີຍ
ຂ້ອຍຄິດໃນໃຈສະເຫມີ ວ່າ ຈັກມື້ຫນຶ່ງ ຂ້ອຍຕ້ອງໄປຫາຫມູ່ຜູ້ນີ້ໃຫ້ໄດ້.

12ປີຜ່ານໄປ(ຈົບມໍປາຍ) ຂ້ອຍຕັດສິນໃຈໄປຫາລາວ, ຂ້ອຍໂຊກດີ ເຮືອນລາວຍັງຢູ່ບ່ອນເກົ່າ.
ແຕ່ລາວ ຈື່ຂ້ອຍບໍ່ໄດ້ແລ້ວ, ລາວວ່າ "ມັນດົນແລ້ວ ຂ້ອຍຈື່ບໍ່ໄດ້ອີ່ຫລີ".
ແຕ່ລາວເອົານ້ຳ,ເອົາທ່າ ມາຕ້ອນຮັບຢ່າງດີ.

ເຖິງແມ່ນວ່າ ລາວຈະຈື່ຂ້ອຍບໍ່ໄດ້, ບໍ່ເປັນໄປຕາມທີ່ຄາດຫວັງໄວ້,
ແຕ່ຢ່າງຫນ້ອຍ ຂ້ອຍກໍ່ໄດ້ເຮັດສິ່ງທີ່ຂ້ອຍໄດ້ຕັ້ງໃຈມານານແສນນານສຳເລັດລົງ.


໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ສ່ວນຂ້ອຍແມ່ນ ໝູ່ທີ່ບໍ່ເຈິກັນດົນເຫັນໜ້າລະບໍ່ມີແນວລົມ ທັ້ງທີແຕ່ກີ້ເຫັນໜ້າກັນແມ່ນຍາດກັນເວົ້າ
ສ່ວນພວກທີ່ໄດິເຈິປະຈໍາ ພັດລົມກັນດີປານບໍ່ເຫັນກັນຫຼາຍສິບປີ
ຂ້ອຍວ່າມັນຂຶ້ນກັບສິ່ງທີ່ລະຫວ່າງເຮົາພົບເຈິນຳກັນຫຼາຍກວ່າ ບໍ່ພົບກັນດົນບາງທີລົມກັນຍັງບໍ່ເຂົ້າໃຈ ທັ້ງທີ່ເວົ້າພາສາດຽວ ເລື່ອງດຽວ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັດໝູ່ຂ້ອຍທີ່ບໍ່ເຈີກັນດົນບັດມາເຈີກັນລະເປັນແບບນີ້ ງິງິ http://punlao.com/Virus2011/diary/20154/
ຄຳສຸພາສິດລາວ "ຮ່ວມກັນເຮົາຢູ່ແຍກໝູ່ເຮົາຕາຍ ແຕ່ຖ້າຮ່ວມກັນແລ້ວບໍ່ມີຄວາມໝາຍ ແຍກກັນໄປຕາຍດີກວ່າ" ແຮໆອັນນີ້ກະເປັນຄຳເວົ້າຂອງນັກປາດຄືກັນເດີ ແຮະໆໆ ໂດຍ ຂຸນບູລົມ ລາຊາທິລາດ ພຸ້ນໃດ໋ບໍ່ທຳມະດາ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !