ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຊິລົງໂທດນັກກິລາບານເຕະທີມຊາຍຂອງແຂວງຫຼວງພະບາງແນວໃດດີ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໖ ກະທູ້
໑໘໗ ໂພສ
ນັກການກະທູ້
ໃນຄວາມຄິດຂອງຂ້ອຍ.....ແລະ ຕາມມາດຕະຖານທີ່ FIFA ໄດ້ວາງອອກມາແມ່ນ ບໍ່ໃຫ້ລົງແຂ່ງກິລາອີກຕະຫລອດຊີວິດ

ແຫຼ່ງມົ້ວສຸມຂອງຄົນ.........ຮັກ-ຄອມ.....


໑໒ ກະທູ້
໙໑ ໂພສ
ນັກການກະທູ້
ມ່ວນດີເນາະ5555555555555


໒໓ ກະທູ້
໑໓໓ ໂພສ
ນັກການກະທູ້


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລ້າສຸດ 3.1.2012 ທ່ານ ປະສາດໄຊ ພິລາພັນເດດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວກ່າວວ່າ: ປັດຈຸບັນທາງສະຫະພັນໃດ້ຍື່ນໃບສະເໜີໃຫ້ແກ່ ທ່ານລັດຖະມົນຕີກະຊວງສຶກສາທິການແລະກິລາໃຫ້ພິຈາລະ
ນາຕາມທາງຄວນ ຄາດວ່າຈະຮູ້ຜົນພາຍໃນອາທິດນີ້
ເບື້ອງຕົ້ນຄາດວ່ານັກກິລາທີ່ຈະຖືກສະໜອງໂທດໜັກມີທັງໝົດແປດຄົນ ແລະ
ລວມຄູຝຶກ ຖານທີ່ບໍ່ສາມາດຫ້າມປາມລູກທີມຕົນເອງໃດ້ ແລະ ຍັງນຳລູກທີມອີກ.
ຕາມກົດສາກົນ ຟີຟ່າ ລັກສະນະໂທດແບບນີ້ ນັກກິລາລຸມຕີກຳມະການແມ່ນຈະຖືກຫ້າມແຂ່ງຂັນໃນລາຍການຕ່າງໆຫຼືເລີກຈາກການເປັນນັກເຕະບານອາຊີບຕະຫຼອດຊີວິດ ແຕ່ໃນລາວເຊິ່ງເປັນກໍລະນີທຳອິດ ແລະ ນັກກິລາໃນລາວແມ່ນຍັງບໍ່ແມ່ນນັກເຕະອາຊີບໂທດຄືສິບໍ່ໜັກ ແຕ່ເຊື່ອວ່ານ່າຈະພາກັນໃດ້ບົດຮຽນ ທ່ານຮອງປະທານເປັນຜູ້ກ່າວ
ໜັງສືພິມເສດຖະກິດສັງຄົມ ວັນທີ 3.1.2011

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແລ້ວບົດລົງໂທດທີມຫຼວງພະບາງ

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖະແຫລງຕໍ່ສື່ມວນຊົນໃນບາຍວັນນີ້(6ມັງກອນ) ທີ່ສູນຝຶກກິລາແຫ່ງຊາດ (ຫ້ວຍຫົງ) ເຖິງບົດລົງໂທດຄູຝຶກ ແລະ ນັກເຕະບານທີມແຂວງຫລວງພະບາງ ຫລັງຈາກມີບາງເຫດການທີ່ບໍ່ຄາດຄິດ ເກີດຂຶ້ນໃນການແຂ່ງຂັນບານເຕະນັດຊິງຊະນະເລີດ ມະຫາກໍາກີລາແຫ່ງຊາດຄັ້ງທີ9 ລະຫວ່າງທີມແຂວງຫລວງພະບາງ ກັບທີມນະຄອນຫລວງວຽງຈັນ.

ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ກໍ່ຄືການນໍາຂອງກະຊວງສຶກສາທິການ ແລະ ກິລາ, ອີງຕາມລະບຽບ ການແຂ່ງຂັນ, ລະບຽບຂອງສະຫະພັນບານເຕະແຫ່ງຊາດ ກໍ່ຄືລະບຽບຂອງສະຫະພັນບານເຕະສາກົນ. ສະຫະພັນບານເຕະແຫ່ງຊາດ ລາວ(ສຕລ) ໄດ້ມີການພິຈາລະນາປະຕິບັດວິໄນຕໍ່ຄູຝຶກ ແລະ ນັກກິລາທີມ ແຂວງຫລວງພະບາງຈໍານວນ10ຄົນດັ່ງນີ້:

ທ່ານ ເວີນສະຫວັນ ສີວິໄຊ ຄູຝຶກທີມແຂວງຫລວງພະບາງ ບໍ່ໃຫ້ມີການເຄື່ອນໄຫວກັບທີມຊາດ ແລະ ເຂົ້າຮ່ວມການ ແຂ່ງຂັນທຸກລາຍການທີ່ເປັນທາງການ ທີ່ຈັດໂດຍ ສຕລ, ສຕຂ ແລະ ກະຊວງສຶກສາທິການ ແລະ ກິລາເປັນເວລາ1ປີ ເນື່ອງຈາກປ່ອຍປະຫນ້າທີ່ຂອງຕົນ ບໍ່ສະກັດກັ້ນເຫດການດ້ວຍການໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ເຕັກນິກຈັດການແຂ່ງ ຂັນ ກໍ່ຄືເຈົ້າຫນ້າທີ່ຕໍາຫລວດໃນການຄວບຄຸມເຫດການແຕ່ກັບປ່ອຍໃຫ້ເຫດການບານປາຍ.

ທ້າວ ມຸກດາ ສຸກສະຫວັນ(15), ທ້າວ ສູນທະໄລ ໄຊສົງຄາມ(7), ທ້າວສິດມັງກອນ ອານຸພົງ ສາລີ(18), ທ້າວ ວັນ ນະສິດ ທິລາດວົງສາ(1), ທ້າວ ສຸບັນດິດ ຜູ້ຊ່ວຍຄູຝຶກ ຫ້າມບໍ່ໃຫ້ມີການເຄື່ອນໄຫວ ຝຶກແອບກັບທີມຊາດທຸກລຸ້ນ ພ້ອມ ທັງການແຂ່ງຂັນທຸກລາຍການທີ່ເປັນທາງການ ແລະໂດຍ ສຕລ, ສຕຂ ແລະ ກະຊວງສຶກສາທິການ ແລະ ກິລາ ເປັນ ເວລາ5ປີ ເນື່ອງຈາກມີເຈດຕະນາໃຊ້ກໍາລັງທໍາຮ້າຍຮ່າງກາຍກໍາມະການຕັດສິນ ເຮັດໃຫ້ກໍາມະການຕັດສິນໄດ້ຮັບບາດ ເຈັບ.

ທ້າວ ໄຊຍະເວດ ພູມສະຫວັນ(5), ທ້າວ ຄໍາປະສົງ ຊາພັກດີ(19), ທ້າວໄກສອນ ສຸຂະວົງ(13), ທ້າວ ເພັດຕິກອນ ປັນຍາສິດ(11) ຫ້າມບໍ່ໃຫ້ມີການເຄື່ອນໄຫວຝຶກແອບກັບທີມຊາດທຸກລຸ້ນ ພ້ອມທັງການແຂ່ງຂັນທຸກລາຍການທີ່ເປັນທາງການ ແລະໂດຍ ສຕລ, ສຕຂ ແລະກະຊວງສຶກສາທິການ ແລະກິລາ ເປັນເວລາ3ປີ ເນື່ອງຈາກຮ່ວມກໍ່ເຫດ ແລະ ພະຍາຍາມທໍາຮ້າຍຮ່າງກາຍກໍາມະການຕັດສິນ

ສ່ວນນັກກິລາສໍາຮອງ ແລະ ຄະນະນໍາຄົນອື່ນໆຈະໄດ້ມີການເຮັດຫນັງສືກ່າວເຕືອນໄປຍັງການຈັດຕັ້ງທີ່ກ່ຽວຂ້ອງທີ່ພວກ ກ່ຽວສັງກັດ ເພື່ອສຶກສາອົບຮົມດ້ານຄຸນສົມບັດຂອງການເປັນຄະນະນໍາ ແລະ ຄວາມມີນໍ້າໃຈນັກກິລາ.


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທ່ານປາເຂັງເນາະ .......

ບົດຮຽນນີ້ສອນຢ່າງ 1 ວ່າຖ້າເຮົາໃຊ້ຄວາມຮຸນແຮງກັບຄົນອື່ນກ່ອນສຸດທ້າຍຜູ້ທີ່ເຈັບທີ່ສຸດກໍ່ຄືເຮົາເອງ

ຄຶດເອົາວ່າເວລາ 1 ປີ 3 ປີ 5 ປີ ກັບອາຊີບໂຕເອງ ຊິເຮັດຫຍັງຕໍ່ກະໂຕໃຜໂຕມັນເດີ

ຄັນແມ່ນຂ້ອຍເປັນນັກກິລາຫລວງພະບາງ ຂ້ອຍບໍ່ເຖິງຂັ້ນເອົາກຳປັ້ນຫລືວ່າໄລ່ເຕະດອກ .....

ເພາະຂ້ອຍຝຶກການຄວາມຄຸມອາລົມໄວ້ ເຖິງວ່າ ແຕ່ໃຈຈິງຂ້ອຍກະຢາກໄລ່ເຕະຄືກັນ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລືມບອກແຫຼ່ງຂໍ້ມູນ ຂອບໃຈ ເວັບໄຊດ ເຊໂນທາມສ
http://www.senotimes.com/textDetail.php?textID=441


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ເຈົ້າໄດ້ມາເຊຍບານຢູ່ສະໜາມກິລາບໍຈຶ່ງວ່າຊິມາລົງໂທດນັກກິລາເຕະບານທີມຊາຍຫຼວງພະບາງ
ຕາມທີຂ້ອຍໄດ້ໄປເບິ່ງເຊຍບານຢູ່ສະໜາມກິລາ ລະຫວ່າງນັກກິລາທິມຊາຍຂອງແຂວງຫຼວງພະບາງ ແລະ ທີມຊາຍຂອງແຂວງກຳແພງນະຄອນ ແມ່ນບໍ່ໄດ້ມີຄວາມຜິດຫຍັງ ຂະເຂົ້າຫຼີ້ນດ້ວຍນ້ຳໃຈນັກກິລາ ແຕ່ວ່າກຳມະການບໍ່ເປັນກາງ ກຳມະການຜິດໆເຕັມປະຕູລະເປັນຫຍັງຈີ່ງຈະມາລົງໂທດນັກກິລາທີມຊາຍຫຼວງພະບາງບໍ່ເຂົ້າໃຈ ( ຂໍຢ້ຳນັກກິລາລະຫວ່າງສອງທີມແມ່ນບໍ່ມີຄວາມຜິດຫຍັງ ກຳມະການຜິດລ້ວນໆ )
ຂ້ອຍຍັງແຄ້ນແທນນັກກິລາຂອງແຂວງຫຼວງພະບາງເລີຍ ເປັນຫຍັງເຕະຂາກັນຈົນລົ້ມຂາຈົນຊິຮັກໄດ້ຫາມເຂົ້າລົດໄປໂຮງໝໍເປັນຫຍັງກຳມະການຄືບໍ່ເອົາລູກໂທດໃຫ້ຫຼວງພະບາງ ລຳອຽງສັດໆ ນັກກິລາຫຼວງພະບາງຕໍ່ວ່າລະເອົາບັດແດງໃຫ້ຂະເຈົ້າໄລ່ຕີຍັງໜ້ອຍໄປໆໆໆໆໆ



ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຫ້າມແຂ່ງຕະຫຼອດໄປ

ຊົ່ວຢ່າງສ້າງສັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ເຂົາຖືກລົງໂທດໄປລະເດ ຖືກຕັດສິດບໍ່ໃຫ້ລົງເດີ່ນ 3 ປີຕົວ, ອີງຕາມສະພາກາເຟແຈ້ງວ່າ ນັກກິລາທີມດັ່ງກ່າວ ສ່ວນຫລາຍແມ່ນແມ່ນຖືກຊື້ ໄປຈາກນະຄອນຫລວງພີ້ຕົວ


ປັດຈຸບັນ29.12.2011 ຍັງບໍ່ມີພາກສ່ວນໃດລົງໂທດຫລືວ່າທີມດັ່ງກ່າວອອກມາຮັບຜິດຊອບຫຍັງເລີຍ ຂ່າວທີ່ທ່ານຟັງມານັ້ນ ສົງໃສຂໍ້ມູນຜິດພາດ
ໂທຖາມ ຫນັງສືພິມກິລາໄດ້ 021 240064


ເກີນວ່າເຂົາສິບອກ ຮູ້ໆກັນຢູ່ວ່າຂໍ້ມູນຂ່າວສານ ນັກຂ່າວບ້ານເຮົາມັນບໍ່ຄ່ອຍເປັນທຳຢູ່ແລ້ວ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ເຂົາຖືກລົງໂທດໄປລະເດ ຖືກຕັດສິດບໍ່ໃຫ້ລົງເດີ່ນ 3 ປີຕົວ, ອີງຕາມສະພາກາເຟແຈ້ງວ່າ ນັກກິລາທີມດັ່ງກ່າວ ສ່ວນຫລາຍແມ່ນແມ່ນຖືກຊື້ ໄປຈາກນະຄອນຫລວງພີ້ຕົວ


ປັດຈຸບັນ29.12.2011 ຍັງບໍ່ມີພາກສ່ວນໃດລົງໂທດຫລືວ່າທີມດັ່ງກ່າວອອກມາຮັບຜິດຊອບຫຍັງເລີຍ ຂ່າວທີ່ທ່ານຟັງມານັ້ນ ສົງໃສຂໍ້ມູນຜິດພາດ
ໂທຖາມ ຫນັງສືພິມກິລາໄດ້ 021 240064


ເກີນວ່າເຂົາສິບອກ ຮູ້ໆກັນຢູ່ວ່າຂໍ້ມູນຂ່າວສານ ນັກຂ່າວບ້ານເຮົາມັນບໍ່ຄ່ອຍເປັນທຳຢູ່ແລ້ວ



ເຊີນອ່ານຄຳເຫັນຂ້າງເທິງ ບົດລົງໂທດຖືກຖະແຫຼງຂ່າວຮຽບຮ້ອຍແລ້ວ ຫຼື ບໍ່ກໍ່ເຂົ້າອ່ານຕາມລິ້ງຂ້າງລຸ່ມ
http://www.senotimes.com/textDetail.php?textID=441


໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
ໄກ່ຜູ້ໂອກເກມ!,,,,ສົມຊື່ອິຫຼີ!


໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
ຫ້າມ​ແຂ່ງ­ຂັນລາຍ­ການ​ທີ່​ເປັນ​ທາງ​ການ​ຍາວ 5 ປີ, ເບົາເກີນໄປ,,,,,ຄວນຈະໃສ່ໂທດຕາມກົດໝາຍ ,,,ເຈດຕະນາທໍາຮ້າຍຮ່າງກາຍເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ ,,,,,,,,(ມີບໍນໍໂທດແນວນິ)


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>