ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ອື່ນ ໆ » ລົມໄປເລື້ອຍ ~ » ໄດ້ຍິນຂ່າວວ່າ ບັນດາເວັບໄຊທີ່ລະເມີດລິຂະສີດຈະຖືກປິດ:ເຊັ່ນ: google, 4shared, youtube
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄັດຈາກເວັບ: Linkhttp://lime.goldensoft.co.th/board/forum.php?mod=viewthread&tid=5835 ຊິເປັນໄປໄດ້ບໍ່. ຈັກໜ້ອຍກະບໍ່ມີ ຫຍັງໃຫ້ດາວໂຫລດຟຣີ... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ຮູຈັກເດ ຫາກໍ່ໄດ້ຍິນນຳນີ້ແຫຼະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແມ່ນຄວາມແນວໄປລະເມີດຂອງມີລິຂະສິດຊະຂະໜາດນັ້ນ MV ເພງໃໝ່ໆຫາໄດ້ສະບາຍ... ແລະກະບໍ່ແນ່ຄືກັນໃຜທີ່ມັກ jailbreak iPhone, iPod & iPad ກໍ່ມີສິດອາດຈະຕິດຄຸກໄດ້ ເພາະສານຄຸ້ມຄອງຜູ້ບໍລິໂພກຈະໝົດວາລົງໃນທ້າຍປີນີ້ແລ້ວ ລາຍລະອຽດຕາມລິ້ງນີ້... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຮື່ໆ ບາດນິຈິໄປຫາໂຫຼດຢູີໃສວະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
MegaUpload - Closed 4shared - Deleting files with copyright and waits in line at the FBI. MediaFire - Called to testify in the next 90 days and it will open doors pro FBI FileSonic - the news is arbitrary (under FBI investigation) FileJungle - Deleting files. Locked in the U.S ຄໍເອວີໂດນໄປແລ້ວທ່ານເອີຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຫງົດການນຳໃຊ້ອິນເຕີເນັດເລີຍດີກ່ວາ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຖ້າ ກູເກິ້ລ ປິດ ນິກະຢາກວ່າເປັນບັນຫາໃຫຍ່(ສຳລັບ ຂພຈ)
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເລື່ອງໃຫຍ່ ອີກລະບາດນິ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໃຜກ້າປິດ ກູເກີ້
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ຖ້າ ກູເກິ້ລ ປິດ ນິກະຢາກວ່າເປັນບັນຫາໃຫຍ່(ສຳລັບ ຂພຈ) ແມ່ນແລ້ວສະຫມອງເຮົາກະຝາກຢູ່ google |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ຖ້າ ກູເກິ້ລ ປິດ ນິກະຢາກວ່າເປັນບັນຫາໃຫຍ່(ສຳລັບ ຂພຈ) ແມ່ນແລ້ວສະຫມອງເຮົາກະຝາກຢູ່ google ທັງສະໝອງ ທັງຊີວີແຫຼະ ຮະຮະຮະ ເພາະລຳພັງເຮົາເອງ ຄືຊິໄປຊອກຂໍ້ມູນຢູ່ໃສໄດ້ຫຼາຍປານນັ້ນບໍ່ໄດ້ ແລ້ວອາຈານກູ(ເກິ້ລ) ໄປລະເມີດລິຂະສິດອັນໃດ??
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເລີ່ມບໍ່ມັກ Obama ລະ . ຢ່າວ່າຊັ້ນວ່າຊີ້ສະ ຂ້ອຍບໍ່ມັກ ອາເມລິກາ .. ມາຖິ້ມລະເບີດໃສ່ ຍັງບໍ່ມາກູ້ . |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເມື່ອຫລາຍຄົນລວມທັງ Google ແລະ Wikipedia ໄດ້ຍິນວ່າ ໃນວັນທີ 24 ເດືອນມັງກອນ ປີ 2012 ວຸດທິສະພາຂອງສະຫາຣັດອະເມຣິກາຈະຮັບພິຈະລະນາຮ່າງກົດໝາຍທີ່ວ່າດ້ວຍ SOPA/PIPA , ເຂົາກໍໄດ້ເຮັດການປະທ້ວງ ແລະໃນທີ່ສຸດຮ່າງກົດໝາຍວ່າດ້ວຍ SOPA/PIPA ກໍບໍ່ໄດ້ຖືກນໍາຂຶ້ນມາເວົ້າໃນວັນທີດັ່ງກ່າວ ແຕ່ວ່າໃນອານາຄົດ ຮ່າງກົດໝາຍນີ້ອາດຖືກນໍາຂຶ້ນມາກ່າວມາສະເໜີໃນສະພາອີກ. ຖ້າຫາກວ່າກົດໝາຍວ່າດ້ວຍ SOPA/PIPA ຖືກສ້າງຫລືຮັບຮອງ website ຕ່າງໆທີ່ມີ link ໄປສູ່ media files ທີ່ເປັນຂອງລະເມີດລິຂະສິດ website ນັ້ນໆຕ້ອງເປັນຜູ້ຮັບຜິດຊອບ (ຮັບໂທດ). ແລ້ວຖ້າສົມມຸດວ່າ ມີສະມາຊິກຂອງ PunLao, LaoUpLoad, etc... ເອົາ link ຂອງ media files ທີ່ລະເມີດລິຂະສິດ ມາ post ໃນ PunLao ຫລື ອັບໂຫຼດ media files ທີ່ລະເມີດລິຂະສິດ ທາງບໍລິສັດເຈົ້າຂອງລິຂະສິດໃນສະຫະຣັດອະເມຣິກາ ກໍມີສິດດໍາເນີນການທາງກົດໝາຍກັບ PunLao ຫຼືສາມາດສັ່ງປິດ PunLao ໄດ້. ຖ້າຫາກວ່າມື້ໜຶ່ງ ກົດໝາຍທີ່ວ່າດ້ວຍ SOPA/PIPA ອອກມາແທ້ google, youtube ແລະບໍລິສັດຍັກໃຫຍ່ຕ່າງໆທາງ internet ຈະບໍ່ຍອມປ່ອຍໃຫ້ບໍລິສັດຂອງເຂົາຖືກປິດດອກ ຖ້າຫາກມີຄົນເອົາ link ຂອງ media files ທີ່ລະເມີດລິຂະສິດ ມາ post ລົງໃນ website ຂອງເຂົາ ແນ່ນອນ ເຂົາຕ້ອງເອົາ link ນັ້ນອອກກ່ອນ ກ່ອນທີ່ບໍລິສັດເຈົ້າຂອງລິຂະສິດຈະຮູ້. ວັນທີ 24 ເດືອນມັງກອນ ປີ 2012 ກໍກາຍມາແລ້ວ ແແລະກໍບໍ່ມີຫຍັງເກີດຂຶ້ນ. ຂ້າພະເຈົ້າສັງເກດເຫັນວ່າ ຄົນລາວຫລາຍຄົນໄດ້ໄປອ່ານຂໍ້ຄວາມທີ່ຄົນໄທຫລືຄົນຕ່າງປະເທດໂດຍທີ່ບໍ່ໄດ້ພິຈາລະນາຢ່າງທີ່ຖ້ວນວ່າ ຂໍຄວາມນັ້ນມັນ out of date ບໍ່ ຫລືມັນມີຄວາມເປັນໄປໄດ້ບໍ່. |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ພວກຝະລັ່ງຂີ້ນົກ ສ້າງກົດຂື້ນມາເອງເພື່ອຜົນປະໂຫຍດຂອງຕົນເອງແທ້ໆ ຖ້າກົດຫມາຍນີ້ຜ່ານກະບໍ່ຫມາຍຄວາມວ່າຊິໃຊ້ໄດ້ຫມົດທຸກປະເທດ ໂດຍສະເພາະຈີນ ເຂົາຊິສົນຫົວແຕກອີ່ຫຍັງກັບ SOPA ຢ່າລືມວ່າບັນດາເວັບໄຊໃຫຍ່ເຫລົ່ານີ້ບໍ່ໄດ້ມີລູກຄ້າແຕ່ພວກ ອາເມລິກາ ຂີ້ມາດເດີ ລູກຄ້າປະເທດອື່ນມີຖົມເຖໄປ ຖ້າເກີດແທ້ໆ ພວກເຂົາເອງຫັ້ນລະຊີເດືອດຮ້ອນ ເຫີໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຊວຍແລ້ວບາດນີ້ໆ
ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ຖ້າ ກູເກິ້ລ ປິດ ນິກະຢາກວ່າເປັນບັນຫາໃຫຍ່(ສຳລັບ ຂພຈ) ແມ່ນແລ້ວສະຫມອງເຮົາກະຝາກຢູ່ google ທັງສະໝອງ ທັງຊີວີແຫຼະ ຮະຮະຮະ ເພາະລຳພັງເຮົາເອງ ຄືຊິໄປຊອກຂໍ້ມູນຢູ່ໃສໄດ້ຫຼາຍປານນັ້ນບໍ່ໄດ້ ແລ້ວອາຈານກູ(ເກິ້ລ) ໄປລະເມີດລິຂະສິດອັນໃດ?? ຕາມທີ່ຟັງ ຊ່ຽວຊານ ເພິ່ນເວົ້າວ່າ: ໃນກໍລະນີ ທີ່ ອ້າຍ ກູເກີ ເພີ່ນໄປ post links ທີ່ມີລິຂະສິດ ຫລື link ທີ່ເຈົ້າຂອງລິຂະສິດ ບໍ່ອະນຸຍາດ ກໍ່ຈະຖືວ່າມີສ່ວນຮ່ວມໃນການສົງເສີມການລະເມີດ. ຕົວຢ່າງ: ການຊອກຫາ ໄຟສ ເພງ ທີ່ມີລິຂະສິດ ເພື່ອຈະດາວໂຫລດເອົາ ໂດຍຜ່ານກູເກິ ຈະຖືວ່າເປັນການຮ່ວມມືລະເມີດລິຂະສິດ. ປະມານນີ້ລະ.... ແຕ່ຕາມຫລັກການແລ້ວ ຖ້າເຈົ້າຂອງລິຂະສິດ ເພີ່ນບໍ່ທັກທ້ວງ ກໍ່ອາດຈະບໍ່ມີບັນຫາຫຍັງ... |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຊວຍໃຫຍ່ໂລດແຫຼະເຮົາ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ HukLao2011 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ຖ້າ ກູເກິ້ລ ປິດ ນິກະຢາກວ່າເປັນບັນຫາໃຫຍ່(ສຳລັບ ຂພຈ) ແມ່ນແລ້ວສະຫມອງເຮົາກະຝາກຢູ່ google ທັງສະໝອງ ທັງຊີວີແຫຼະ ຮະຮະຮະ ເພາະລຳພັງເຮົາເອງ ຄືຊິໄປຊອກຂໍ້ມູນຢູ່ໃສໄດ້ຫຼາຍປານນັ້ນບໍ່ໄດ້ ແລ້ວອາຈານກູ(ເກິ້ລ) ໄປລະເມີດລິຂະສິດອັນໃດ?? ຕາມທີ່ຟັງ ຊ່ຽວຊານ ເພິ່ນເວົ້າວ່າ: ໃນກໍລະນີ ທີ່ ອ້າຍ ກູເກີ ເພີ່ນໄປ post links ທີ່ມີລິຂະສິດ ຫລື link ທີ່ເຈົ້າຂອງລິຂະສິດ ບໍ່ອະນຸຍາດ ກໍ່ຈະຖືວ່າມີສ່ວນຮ່ວມໃນການສົງເສີມການລະເມີດ. ຕົວຢ່າງ: ການຊອກຫາ ໄຟສ ເພງ ທີ່ມີລິຂະສິດ ເພື່ອຈະດາວໂຫລດເອົາ ໂດຍຜ່ານກູເກິ ຈະຖືວ່າເປັນການຮ່ວມມືລະເມີດລິຂະສິດ. ປະມານນີ້ລະ.... ແຕ່ຕາມຫລັກການແລ້ວ ຖ້າເຈົ້າຂອງລິຂະສິດ ເພີ່ນບໍ່ທັກທ້ວງ ກໍ່ອາດຈະບໍ່ມີບັນຫາຫຍັງ... ໂອອອອອ ຈັ່ງຊີ້ນີ້ເອງ ຮະຮະຮະ ແຕ່ກົດໝາຍ ໂຟຊາ ຫຼື ປີປາ ທີ່ສ້າງຂຶ້ນມັນກະຢາກວ່າຄືໆກັບມີດສອງຄົມເນາະ ຖ້າວ່າຖືກເອົາມານຳໃຊ້ ເຫິໆ ຄືໄຟຣ໌ເພງ ໄຟຣ໌ວີດີໂອ ໃນຂະນະທີ່ປິດບໍ່ໃຫ້ດາວໂຫຼດໄຟລ໌ຂອງເພິ່ນ ຄົນຢູ່ປະເທດອື່ນກໍ່ບໍ່ສາມາດເບິ່ງຫຼືຕິດຕາມຜົນງານອັບເດດໄດ້ ລະຊິໃຫ້ຊື້ອັນຖືກລິຂະສິດ(ທີ່ປະເທດນັ້ນບໍ່ຄ່ອຍມີຂາຍ) ເອົາໄປເອົາມາ ເຈົ້າຂອງລິຂະສິດຈະລົ້ມລະລາຍຍ້ອນຄວາມຖືກລິຂະສິດຊ້ຳແຫຼະ :-P
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຊ່າງມາປິດລູງກອງກົ້ນ(Google) ແລະ ສາວຢູ່ຕູບ ຂ້ອຍກະຫມົດທາງລະ ຮາາາ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
|