ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຖ້າຫາກວ່າຄວາມຈິງຖືກປິດບັງ...​

໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ສະບາຍດີ... ໃຜໄດ້ຟັງລາຍການວິທະຍຸລົມເລື່ອງຂ່າວທຸກໆວັນຈັນຫາສຸກ ເວລາປະມານ 21ມ ຫາ 22 ມ.
ປະຈຸບັນ ພວກເຮົາຈະບໍ່ໄດ້ຍິນໄດ້ຟັງອີກແລ້ວ ເພາະໄດ້ຖືກປິດ.

ລາຍການລົມເລື່ອງຂ່າວ ເປັນລາຍການຂອງນັກຈັດວິທະຍຸ ທີ່ໄດ້ນໍາເອົາສະພາບຄວາມຈິງ, ເຫດການທີ່ເກີດຂື້ນຢູ່ປະເທດເຮົາ ຢູ່ບັນດາຕົວເມືອງ, ເຂດຊົນນະບົດ,​ສະພາບການເປັນຢູ່ຂອງຊາວບ້ານ, ບັນຫາການພັດທະນາເສດຖະກິດທີ່ກະທົບກັບຊີວິດການເປັນຢູ່ ຂອງ ປະຊົນ. ແລະ ການຕໍາໜິສົ່ງຂ່າວ ຕໍ່ພາກລັດ ຫລື ພາກສ່ວນທີ່ກ່ຽວຂ້ອງໃຫ້ແກ້ໄຂ.

ປະຈຸບັນໄດ້ຍິນວ່າໄດ້ຖືກລົບອອກຈາກລາຍການແລ້ວ ແຕ່ 02 ອາທິດແລ້ວ.

ຄໍາຖາມ: ເປັນຫຍັງ ເພີ່ນຕ້ອງປິດ ໃນເມື່ອມາເປັນການລາຍງານຄວາມເປັນຈິງທີ່ເກີດຂື້ນ ແລະ ສັງຄົມກໍ່ໃຫ້ຄວາມສົນໃຈ. ມັນຜີດນະໂຍບາຍພັກລັດ ບໍ່)



໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທູ້ນີ້ຊ້ຳໆໆເດີ



໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bearm ຂຽນວ່າ...
ກະທູ້ນີ້ຊ້ຳໆໆເດີ



ກະບໍ່ຢາກໃຫ້ມັນງຽບ.... ໂດຍບໍ່ມີເຫດຜົນ.


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຍ້ອນຜູ້ກ່ຽວຂ້ອງບໍ່ຍາກໄດ້ຍິນຫຍັງບາດຫູເນາະ ເຖິງເລື່ອງນັ້ນໆສິແມ່ນສະພາບຄວາມຈິງ


໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
-


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຖິງນ້ຳມັນຊິທັງເປື້ອນ(ເລິກ)ແລະກິ່ນເໝັນເນົ່າ ເພິ່ນກະເອົານ້ຳຫອມມາສີດກົບເກືອນ

I believe in the IMPOSSIBLE

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກສາພາບພົດຂອງສັງຄົມ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນຫຍັງລະ? ກະແນວທຸກຢ່າງລ້ວນແລ້ວແຕ່ແມ່ນຄົນເຮັດເອົາ ມີອຳນາດຊະຢ່າງ ພັກ-ລັດ ບໍ່ເຄີຍໃຫ້ຫຍັງກັບປະຊາຊົນມີແຕ່ມາຂູດຮີດປະຊາຊົນຫັ້ນຄືຢູ່ ຄັນວ່າໄປບໍລິຈາກນ້ຳຖ້ວມ ຫລືອຸທົກກະໄພຕ່າງໆກະລ້ວນແລ້ວແຕ່ແມ່ນເງິນຈາກພາກສ່ວນບໍລິສັດຫ້າງຮ້ານແລະປະຊາຊົນ ຊ້ຳບໍ່ພໍຍັງໄປໂກງກິນເງິນບໍລິຈາກຫັ້ນອີກ ໂອ້ຈັ່ງແມ່ນມັນຂວາງໃຜທີ່ເຮັດແນວນີ້ນະມັນບໍ່ຕາຍດີດອກ ແຕ່ກະຍອມຮັບຜູ້ທີ່ສື່ສັດກະສື່ແທ້ສື່ວ່າ ບາດຕຳແໜ່ງຊະວ່າມີແຕ່ຫລຸດລົງເອີແປກດີ...


໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
Freedom Of expression


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນຫາຢູ່ທີ່ທຸກຄົນຕ້ອງຮ່ວມແຮງຮ່ວມໃຈກັນ ບໍ່ແມ່ນຊິເວົ້າຊິຕໍ່ຕ້ານແຕ່ພັກ-ລັດ
ການຕໍ່ຕ້ານກັນເປັນທີ່ມາຂອງຄວາມຂັດແຍ່ງ ການຂັດແຍ່ງ ເປັນທີ່ມາຂອງຄວາມບໍ່ສະຫງົບສຸກ
ປະເທດເຮົາຕ້ອງການຄວາມສະຫງົບ ຫຼາຍກວ່າຄວາມວຸ້ນວາຍ
ທຸກໆບັນຫາຕ້ອງຄ່ອຍໆແກ້ໄຂໄປເທື່ອລະກ້າວ ບໍ່ແມ່ນຊິກະໂດດຂັ້ນບາດດຽວ
ບໍ່ມີໃຜປາຖະໜາຄວາມທຸກຍາກດອກ ແຕ່ຖ້າໃຜໆກໍ່ສູ້ຊົນເພື່ອຄວາມຢູ່ດີກິນດີ ຮັ່ງມີເປັນສຸກຂອງປະຊາຊົນ
ມື້ໜຶ່ງສິ່ງນັ້ນຈະເປັນຈິງ ແຕ່ເຊື່ອວ່າຄົນເຮົາຄົນບໍ່ປາຖະໜາຄວາມວຸ້ນວາຍໃນບ້ານເມືອງ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ລາວຊິກາຍເປັນ ຄອມມມູນິດ ແບບປະເທດເກົາຫຼີເໜືອເຕັມຕົວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Jame ຂຽນວ່າ...
ລາວຊິກາຍເປັນ ຄອມມມູນິດ ແບບປະເທດເກົາຫຼີເໜືອເຕັມຕົວ


ເປັນແນວໃດ?


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Jame ຂຽນວ່າ...
ລາວຊິກາຍເປັນ ຄອມມມູນິດ ແບບປະເທດເກົາຫຼີເໜືອເຕັມຕົວ



ເລື່ອງການເມືອງຊັບຊ້ອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄິດວ່າຫຼາຍປະເທດໃນໂລກຕ້ອງການກ້າວຂຶ້ນສູ່ສັງຄົມນິຍົມ ແຕ່ຍາກ ແຕ່ກໍ່ພະຍາຍາມ
ຂ້ອຍຄິດວ່າ: ຄອມມູນິດກັບສັງຄົມນິຍົມແມ່ນອັນດຽວກັນບໍ່? ຄືຊິແມ່ນຫັ້ນລະ


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ຂ້ອຍເອງກໍ່ຟັງຕະຫຼອດໃນຊ່ວງຫຼັງໆນີ້ ຂ້ອຍຄິດວ່າເປັນລາຍການທີ່ດີຫຼາຍ ແຕ່ບໍ່ເຂົ້າໃຈວ່າ ເປັນຫຍັງຈຶ່ງຖືກປິດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນໄປຕາມລະບອບປະຊາທິປະໄຕ ເວົ້າຫລາຍກະວ່າຕໍ່ຕ້ານ ທີພັກ-ລັດເຮັດຫຍັງກະຖືກໝົດ
ຄິດວ່າຄົນລາວແທ້ໆ ທີ່ຍັງຢູ່ພື້ນແຜ່ນດິນເກີດບໍ່ລວມຫໍ້ ແລະແກວແມ່ນມີແຕ່ໜຶ່ງສ່ວນເທົ່ານັ້ນ ສ່ວນທີ່ເຫລືອອີກສອງສ່ວນແມ່ນໄປຢູ່ຕ່າງປະເທດ ນັບແຕ່ປີ 1975-1995


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຂ້ອຍຄິດວ່າຫຼາຍປະເທດໃນໂລກຕ້ອງການກ້າວຂຶ້ນສູ່ສັງຄົມນິຍົມ ແຕ່ຍາກ ແຕ່ກໍ່ພະຍາຍາມ
ຂ້ອຍຄິດວ່າ: ຄອມມູນິດກັບສັງຄົມນິຍົມແມ່ນອັນດຽວກັນບໍ່? ຄືຊິແມ່ນຫັ້ນລະ



ແມ່ນແທ້ຫຼາຍກວ່າ2


໑໘ ກະທູ້
໒໘໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບັນຫາຢູ່ທີ່ທຸກຄົນຕ້ອງຮ່ວມແຮງຮ່ວມໃຈກັນ ບໍ່ແມ່ນຊິເວົ້າຊິຕໍ່ຕ້ານແຕ່ພັກ-ລັດ
ການຕໍ່ຕ້ານກັນເປັນທີ່ມາຂອງຄວາມຂັດແຍ່ງ ການຂັດແຍ່ງ ເປັນທີ່ມາຂອງຄວາມບໍ່ສະຫງົບສຸກ
ປະເທດເຮົາຕ້ອງການຄວາມສະຫງົບ ຫຼາຍກວ່າຄວາມວຸ້ນວາຍ
ທຸກໆບັນຫາຕ້ອງຄ່ອຍໆແກ້ໄຂໄປເທື່ອລະກ້າວ ບໍ່ແມ່ນຊິກະໂດດຂັ້ນບາດດຽວ
ບໍ່ມີໃຜປາຖະໜາຄວາມທຸກຍາກດອກ ແຕ່ຖ້າໃຜໆກໍ່ສູ້ຊົນເພື່ອຄວາມຢູ່ດີກິນດີ ຮັ່ງມີເປັນສຸກຂອງປະຊາຊົນ
ມື້ໜຶ່ງສິ່ງນັ້ນຈະເປັນຈິງ ແຕ່ເຊື່ອວ່າຄົນເຮົາຄົນບໍ່ປາຖະໜາຄວາມວຸ້ນວາຍໃນບ້ານເມືອງ



ເກີດບັນຫາຫຍັງຂື້ນ,ໜ້າຈະເອົາມາເລົ່າສູ້ຟັງໄດ້


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຫນ້າເສຍດາຍເນາະທີ່ປິດຂ້ອຍກໍ່ຟັງຕະຫລອດແຕ່ຖຶກປິດກໍ່ເປັນຕາເສຍດາຍ ເສຍໃຈເນາະ ປິດເຮັດຫຍັງຫວາ ຢ້ານຄວາມຈິງນຳທຸກມາໃຫ້ຕິເບາະ!