ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໃຜສົນໃຈ Role-Playing ມາລົງຊື່ແນ່~

໘ ກະທູ້
໑໕໘ ໂພສ
ນັກການກະທູ້
Project "Role-Playing" ທີ່ຄິດຈະເຮັດມາດົນແລ້ວ ແຕ່ຢ້ານບໍ່ມີຄົນຫຼິ້ນນຳ ເລີຍພັບໂຄງການມາດົນ

ມື້ນີ້ຢາກມາຂໍຄວາມເຫັນນຳແຕ່ລະຄົນ ວ່າຊິມີໃຜສົນໃຈບໍ່ນໍ້

ຄິດວ່າຄົນລາວເຮົາຄົງຈະບໍ່ຄຸ້ນເຄີຍກັບ Role-Playing ສຳລັບໃຜທີ່ຍັງສົງໃສວ່າມັນແມ່ນຫຍັງ

Project "Role-Playing" = ຄືການຫຼິ້ນສວມບົດບາດເປັນຕົວລະຄອນໃດໜຶ່ງທີ່ເຮົາສ້າງຂຶ້ນມາ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບໂລກຈິງແຕ່ປະການໃດ ດັ່ງນັ້ນຈະເອົາຕົວລະຄອນຂອງທ່ານໄປຊອກໝູ່ ຈີບສາວ ຈີບຫນຸ່ມ ສ້າງສັດຕູ ກໍ່ຕາມແຕ່ຕ້ອງການ

Role-Playing ເປັນຄ້າຍໆກັບເຮົາຫຼິ້ນເກມເກມໜຶ່ງ ເຊິ່ງເກມນັ້ນ ເຮົາຫຼິ້ນເປັນຕົວລະຄອນຕົວໜຶ່ງ ແລະດຳເນີນໄປຕາມເນື້ອເລື່ອງ

ແຕ່ໂປຣເຈັກນີ້ຈະຕ່າງໄປຈາກຫຼິ້ນເກມໜ້ອຍໜຶ່ງ ຄືຈະມີຜູ້ຫຼິ້ນຢູ່ຫຼາຍຄົນ (ຄ້າຍໆກັບເກມອອນໄລນ) ເຊິ່ງເຮົາເອົາຕົວລະຄອນຂອງເຮົາ ທີ່ເຮົາສ້າງຂຶ້ນມາ ມາລົມກັນຫຼິ້ນ ເຊິ່ງວ່າເຮົາຕ້ອງສວມບົດບາດ ວ່າເຮົາເປັນຕົວລະຄອນນັ້ນໆ ນິໃສແບບນັ້ນໆ ມາລົມກັບຕົວລະຄອນຄົນອື່ນ

ອາດຈະລົມກັນເລື້ອຍເປື່ອຍ ທັກທາຍກັນ ຈີບກັນ (ບໍ່ກ່ຽງວ່າຈະຈີບຍິງຫຼືຊາຍ ຮະໆໆ) ຫາເລື້ອງໃສ່ກັນ ຫຼືສ້າງເຫດການບາງຢ່າງຂຶ້ນມາຮ່ວມກັນ ກໍ່ຕາມແຕ່ສະດວກ

ຕົວຢ່າງເນາະ ຕົວລະຄອນຂອງມີ່ ເປັນຜູ້ຊາຍ ຊື່ວ່າເທ້

ເທ້: "ສະບາຍດີ ເຂົາຊື່ເທ້~ ເປັນນັກຮຽນ ມ.7 ຍິນດີທີ່ໄດ້ຮູ້ຈັກ~"
ມິນ: ສະບາຍດີ...!! ຂ້ອຍມິນທະດາ "ມິນ" => ເປັນນັກຮຽນຊັ້ນ ມ.7 ຍິນດີທີ່ໄດ້ຮູ້ຈັກເຊັ່ນກັນ .^ ^.
ເທ້: "ເພິ່ນຢູ່ຊົມຮົມຫຍັງນະ ' w '~"
ມິນ: ຍັງບໍ່ຮູ້ວ່າຈະເຂົ້າຊົມຮົມຫຍັງດີນ໋ະ...ເພາະມິນຫາກໍ່ຍ້າຍມາຮຽນໃໝ່(... ນັກຮຽນໃໝ່...ຮຸຮຸຮຸ) ເທ້ເດຢູ່ຊົມຮົມຫຍັງນ໋ະ !...
ເທ້: "ຟັງແລ້ວຢ່າຕົກກະໃຈ~ ເຂົາເປັນຫົວໜ້າຄະນະກຳມະການນັກຮຽນ~ ເພິ່ນສົນໃຈມາເປັນຄະນະກຳມະການບໍ່ ກຳລັງຫາສະມາຊິກຢູ່ >w<"

ອັນນີ້ ມີ່ເອົາຕົວລະຄອນມີ່ໄປລົມກັບໝູ່ ເຊິ່ງຕົວລະຄອນຂອງລາວຊື່ວ່າມິນ ຮະໆ ຕອນນີ້ແມ່ນ ຫາກໍ່ຮູ້ຈັກກັນໃໝ່ໆ

ຈຸດປະສົງ

- ເພື່ອຄວາມມ່ວນ (ອັນນີ້ແນ່ນອນ)
- ລອງເຮັດສິ່ງໃຫມ່ໆ (ກະຕ້ອງມີແມ່ນບໍ່ ສິ່ງທີ່ປົກກະຕິເຮົາບໍ່ໄດ້ເຮັດ ຫຼືຄຳເວົ້າບາງຄຳທີ່ປົກກະຕິເຮົາບໍ່ເວົ້າ)
- ເສີມສ້າງຈິນຕະນາການ
- ລະດົມໃຫ້ມີການຂຽນແລະການອ່ານ


ຕອນນີ້ກຳລັງຄິດຢູ່ວ່າ ຈະສ້າງເປັນໂຮງຮຽນມັດທະຍົມສົມບູນໃນລາວ ຫຼື ເອົາເປັນໂຮງຮຽນເວດມົນດີ (ປະມານ Harry potter ນ່ະ ຮະໆ)

ເອົາເປັນວ່າແຕ່ລະຄົນມັກແນວໃດ ລອງອອກຄວາມເຫັນເບິ່ງ ຫຼື ຖ້າຍັງສົງໃສບ່ອນໃດກະຖາມໄດ້

ຍັງບໍ່ຮູ້ວ່າຈະມີຄົນສົນໃຈຈະຫຼິ້ນນຳຫຼາຍບໍ່ ສ້າງກຸ່ມໄວ້ແລ້ວ ແຕ່ຍັງບໍ່ຮັບສະມາຊິກ *,* ເອົາໄວ້ເບິ່ງກະແສຕອບຮັບກ່ອນ ແລ້ວຈຶ່ງຊິຕັ້ງກະທູ້ຮັບສະມາຊິກ ເພາະຢາກໃຫ້ມີຕົວລະຄອນກ່ອນ ແລ້ວຈຶ່ງຈະຮັບເຂົ້າກຸ່ມນ່ະ

ໃຜສົນໃຈລະບອກແນ່ວ່າ ຢາກໃຫ້ເຮັດເປັນໂຮງຮຽນມັດທະຍົມໃນລາວ ຫຼື ຈະເຮັດເປັນໂຮງຮຽນເວດມົນດີ~


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຊິມ່ວນດີ


໒ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
เล่นยังไงละ อยากเล่น


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ musiclover ຂຽນວ່າ...
เล่นยังไงละ อยากเล่น



ວິທີຫຼິ້ນ ດ໋ຽວຈະບອກລະອຽດທີຫຼັງ ຕອນນີ້ແມ່ນກຳລັງເບິ່ງກະແສກ່ອນວ່າມີຄົນສົນໃຈຫຼາຍບໍ່ >w<


໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເເຜ່ນການນີ້ຄືເຄີຍໄດ້ຍີນຜ່ານໆຫູ

ຢາກຊ່ວຍຢູ່ ເເຕ່ວ່າ...
ຕົວຢ່າງເນາະ ຕົວລະຄອນຂອງມີ່ ເປັນຜູ້ຊາຍ ຊື່ວ່າເທ້

ເທ້: "ສະບາຍດີ ເຂົາຊື່ເທ້~ ເປັນນັກຮຽນ ມ.7 ຍິນດີທີ່ໄດ້ຮູ້ຈັກ~"
ມິນ: ສະບາຍດີ...!! ຂ້ອຍມິນທະດາ "ມິນ" => ເປັນນັກຮຽນຊັ້ນ ມ.7 ຍິນດີທີ່ໄດ້ຮູ້ຈັກເຊັ່ນກັນ .^ ^.
ເທ້: "ເພິ່ນຢູ່ຊົມຮົມຫຍັງນະ ' w '~"
ມິນ: ຍັງບໍ່ຮູ້ວ່າຈະເຂົ້າຊົມຮົມຫຍັງດີນ໋ະ...ເພາະມິນຫາກໍ່ຍ້າຍມາຮຽນໃໝ່(... ນັກຮຽນໃໝ່...ຮຸຮຸຮຸ) ເທ້ເດຢູ່ຊົມຮົມຫຍັງນ໋ະ !...
ເທ້: "ຟັງແລ້ວຢ່າຕົກກະໃຈ~ ເຂົາເປັນຫົວໜ້າຄະນະກຳມະການນັກຮຽນ~ ເພິ່ນສົນໃຈມາເປັນຄະນະກຳມະການບໍ່ ກຳລັງຫາສະມາຊິກຢູ່ >w<"

ອ່ານເເຕ່ ເລື້ອງຕົວຢ່າງກະຂົນໜາວລຸກລະ
ຂໍເປັນກຳມະກອນໜ່ວຍວີຈານໄດ້ບໍຫັ້ນ?!


໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເຖີງເປັນຄົນບໍ່ມັກການສະເເດງຢູ່ເເລ້ວ
ເເຕ່ວ່າ ປະໂຫຍກທາງເທີ່ງເກີດມາບໍ່ທັນໃຊ້ຈັກຄຳ

ເຫັນສີ່ງໃໝ່ ຕື່ນເຕັນ ຢາກຫຼີ້ນ ເເຕ່ບໍ່ຢາກສະເເດງ~.~
ຂໍ້ຂໍມູນໃນການຫຼີ້ນເພີ່ມເຕີ່ມ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
...ເລີ້ມງົງ ແຕ່ວ່າ ຢາກຈີບເຈົ້າຂອງກະທູ້!!!

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງສ້າງມາເບິ່ງແລ້ວສິລອງຫຼິ້ນນະ



໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
...ເລີ້ມງົງ ແຕ່ວ່າ ຢາກຈີບເຈົ້າຂອງກະທູ້!!!



ເຈົ້າຂອງກະທູ້ຫຼິ້ນເປັນຜູ້ຊາຍນະ ຊິຈີບກະໄດ້ ຖ້າບໍ່ສົນເລື່ອງເພດ ຮະໆໆໆ (ຫຼືຈະສ້າງຕົວລະຄອນຍິງມາຈີບກະແລ້ວແຕ່~ XD)


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ເຖີງເປັນຄົນບໍ່ມັກການສະເເດງຢູ່ເເລ້ວ
ເເຕ່ວ່າ ປະໂຫຍກທາງເທີ່ງເກີດມາບໍ່ທັນໃຊ້ຈັກຄຳ

ເຫັນສີ່ງໃໝ່ ຕື່ນເຕັນ ຢາກຫຼີ້ນ ເເຕ່ບໍ່ຢາກສະເເດງ~.~
ຂໍ້ຂໍມູນໃນການຫຼີ້ນເພີ່ມເຕີ່ມ



ແບບວ່າ ບໍ່ຕ້ອງສົນໃຈຄວາມເປັນຈິງຫຼາຍກະໄດ້ ຮະໆ ເພາະຈຸດປະສົງຂອງການຫຼິ້ນ ຫຼັກໆກະເພື່ອຄວາມມ່ວນຢູ່ແລ້ວ

ຄິດຊະວ່າຕົວລະຄອນທີ່ເຮົາຫຼິ້ນ ບໍ່ແມ່ນຕົວເຮົາ ແຕ່ເປັນຄົນອື່ນ ທີ່ບໍ່ກ່ຽວຂ້ອງກັບເຮົານ່ະ

ມັນກະບໍ່ໄດ້ຍາກຫຍັງນ່າ ມີແຕ່ສ້າງຕົວລະຄອນມາ ແລ້ວເອົາມາລົມກັນເສີຍໆ... ດ໋ຽວມີ່ຈະເປັນຄົນຈັດກິດຈະກຳຕ່າງໆຂຶ້ນ ເປັນແບບ GM ນ່ະ (ຖ້າຫຼິ້ນແທ້ໆ ກະວ່າຊິຮັບສະໝັກຜູ້ດູແລເພີ່ມເຕີມນຳອີກ)


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍເຫັນ ໃນ TV ມັນ ແນະ ນຳ ເກມນີ້
ແຕ່ ຍັງບໍ່ເຄີຍລອງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
<a href="http://glitter.kapook.com/category.php?category_id=14&amp;sid=08a8f9a393391a903ef82e7f65a1a34b" target="_blank"><img src="http://i.kapook.com/glitter/2012/th/07/T260712_09CC.gif" border="0" alt="คลิกๆๆ รูปสวยๆน่ารักๆไว้ส่งต่อเพียบ..." title="คลิกๆๆ รูปสวยๆน่ารักๆไว้ส่งต่อเพียบ..."></a>
ດີ້ຮິບາລິເດີ
ສ້າງເປັນໂຮງຮຽນເອນີເມະໂລດ