ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ໃຜເຂົ້າໃຈວ່າ ເກີດເປັນຜູ້ຍິງ (ແມ່ຍິງ) ສະບາຍ ອ່ານເອົາເດີ…ລະຈະເຂົ້າໃຈຕື່ມ.

໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ວັນທີ 8 ມີນາ ວັນແມ່ຍິງມາຮອດແລ້ວ......ຂໍໃຫ້ແມ່ຍິງທຸກໆ ຄົນມີຄວາມສຸກ,​ແຂງແຮງ ແລະ ງົດງາມຕະຫລອດເດີ..

ມີບົດຄວາມກ່ຽວກັບຊີວິດຂອງຜູ້ຍິງມາຝາກເດີ...

ມີຊາຍຄົນໜື່ງຮູ້ສຶກເບື່ອໜ່າຍກັບຊີວິດ ທີ່ຕ້ອງໄດ້ໄປເຮັດວຽກຢູ່ຫ້ອງການ ທຸກວັນແຕ່ໃນຂະນະ ທີ່ຝ່າຍພັນລະຍາຂອງລາວ ຢູ່ທີ່ເຮືອນຂອງຕົນຢ່າງສະບາຍໃຈ.
ຝ່າຍຜົວຈື່ງຕ້ອງການໃຫ້ເມຍຂອງລາວຮັບຮູ້ກັບສີ່ງທີ່ຜູ້ເປັນຜົວໄດ້ພົບພໍ້ໃນແຕ່ລະວັນ ຄື: ລາວຕ້ອງໄດ້ອອກໄປເຮັດວຽກແຕ່ 8 ໂມງເຊົ້າ ຮອດ 5 ໂມງແລງ (08ຊົ່ວໂມງຕໍ່ມື້) ໃນຂະນະທີ່ຜູ້ເປັນເມຍ ໄດ້ນັ່ງຢູ່ບ້ານຢ່າງສຸກສະບາຍກາຍໃຈ. ສະນັ້ນ, ລາວຈື່ງໄດ້ຂໍ ກັບພະຜູ້ເປັນເຈົ້າວ່າ ຂໍໃຫ້ພະອົງອະນຸຍາດໃຫ້ສະຫລັບຮ່າງກາຍກັນ ຈັກມື້ໜື່ງ ເຖີດ.
ເຊົ້າມື້ຕໍ່ມາ ພະຜູ້ເປັນເຈົ້າ ຈື່ງໄດ້ອະນຸມັດຕາມຄໍາຂໍ ຕາມຄວາມປະສົງຂອງລາວ. ລາວໄດ້ຕື່ນຂື້ນມາໃນສະພາບທີ່ເປັນຜູ້ຍີງ ຊື່ງລາວຕ້ອງໄດ້ຕື່ນແຕ່ 6 ໂມງ ເຄີ່ງເພື່ອ ມາເຮັດອາຫານເຊົ້າໃຫ້ລູກ ແລະ ຜົວຂອງລາວກິນ…ລາວຕ້ອງໄດ້ປຸກລູກຕືນຈາກຕຽງນອນ…ອາບນໍ້ານຸ່ງເຄື່ອງ… ປ້ອນອາຫານເຊົ້າ…..ຫໍ່ເຂົ້າໃຫ້ລູກ….ໄປສົ່ງລູກທີ່ໂຮງຮຽນ…
ຫລັງຈາກນັ້ນ, ກັບບ້ານ ກໍ່ຕ້ອງໄປແວ່ຕະຫລາດ… ຊື່ອາຫານການກິນ… ແວ່ຈ່າຍຄ່າໄຟຟ້າ, ນໍ້າປະປາ…ກັບບ້ານກໍ່ຕ້ອງໄປຊັກເຄື່ອງ … ລ້ຽງໝາແມວ… ຕອນສວຍຕ້ອງໄດ້ອານາໄມເຮືອນ… ດູດຝຸ່ນ…ເຊັດພື້ນ…ຫົດນໍ້າຕົ້ນໄມ້ ຕອນແລງກໍ່ຕ້ອງໄປຮັບລູກ…ຊື້ເຂົ້ານົມ,ນົມໃຫ້ເຂົາກິນ…. ແລະ ຊ່ວຍເບີ່ງບົດຝຶກຫັດໃຫ້ລູກອີກ…
ຕອນຄໍ່າ ລາວຕ້ອງໄດ້ກຽມອາຫານຄໍ່າ… ລ້າງຜັກ… ປອກໝາກໄມ້….ຊອຍຊີ້ນ…. ແລະ ປຸງອາຫານໃຫ້ຄອບຄົວ… ຫລັງຈາກກິນເຂົ້າແລງແລ້ວ… ລາວຕ້ອງໄປລ້້າງຖ້ວຍ….ຫລີດເຄື່ອງ…..ອາບນໍ້າໃຫ້ລູກ….ແລະ ພາເຂົ້າເຂົ້ານອນ.
ຢູ່ທີ່ຕຽງຂອງລາວ ກັບ ຜົວ ລາວຕ້ອງອ່ອນເພຍ ຍ້ອນຄວາມອິນເມື່ອຍ… ເຖີງວຽກເຮືອນຈະແລ້ວ… ແຕ່ກໍ່ຍັງວຽກບ້ານກາງຄືນກັບຜົວຂອງລາວຕື່ມອີກ….
ເຊົ້າວັນຕໍ່ມາ ລາວຕື່ນຂື້ນ ຈື່ງຄຸກເຂົາໃນທັນທີ ພ້ອມສະລະພາບກັບພະຜູ້ເປັນເຈົ້າວ່າ…. ລາວເຂົ້າໃຈຜິດມາຕະຫລອດວ່າ ທີ່ລາວອິດສາເມຍລາວ ວ່າຢຸ່ສະບາຍ ບໍ່ໄດ້ເຮັດຫຍັງ…ທັງທີ່ຄວາມຈີງນີ້ບໍ່ເປັນດັ່ງທີ່ລາວຄິດເລີຍ… ສະນັ້ນ,ລາວຈື່ງອະທິຖານຂໍໃຫ້ຮ່າງກາຍຂອງລາວກັບມາສູ່ສະພາບເດີມດີກວ່າ…ແລະ ຮູ້ສຶກຂອບໃຈທີ່ມີເມຍຂອງລາວ ຢູ່ຄຽງຂ້າງ ແລະ ຊ່ວຍເຫຼືອລາວມາຕະຫລອດ.
ແຕ່ ພະເຈົ້າໄດ້ບອກອອກໄປວ່າ.. ດີແລ້ວທີ່ເຈົ້າໄດ້ຮັບບົດຮຽນດັ່ງກ່າວ ພະເຈົ້າຈະໃຫ້ອະໄພ ແລະ ຄືນຮ່າງຂອງເຈົ້າໃຫ້ສູ່ສະພາບເດີມ… ແຕ່ໜ້າເສຍດາຍເຈົ້າຕ້ອງໄດ້ລໍຖ້າໄປຕື່ມອີກ 09 ເດືອນ ເພາະວ່າມື້ຄືນນີ້ເຈົ້າໄດ້ມີລູກແລ້ວ….ຮາຮາ…..


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້



໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ