ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ສົມມຸດວ່າມີຄູ່ຮັກ 1 ຄູ່ ໂດຍທ້າວ ກ ເປັນແຟນກັບນາງ ຂ ສ່ວນມືທີ່ 3 ນັ້ນຊື່ວ່າທ້າວ ຄ. ທ້າວ ກ ນັ້ນເປັນຄົນບໍ່ດີ ມັກຫຼິ້ນມັກທ່ຽວກິນເຫຼົ້າກິນເບຍຕະລອດ ແລະ ຍັງມີກິກຫຼາຍຄົນອີກ ເຮັກໃຫ້ນາງ ຂ ຕ້ອງເສຍໃຈຕະລອດ ສ່ວນທ້າວ ຄ ນັ້ນເປັນຄົນທີ່ແອບຮັກນາງ ຂ ແຕ່ບໍ່ກ້າທີ່ຈະບອກຮັກ, ທ້າວ ຄ ເຫັນນາງ ຂ ເປັນແນວນັ້ນຈຶ່ງພະຍາຍາມປອບໃຈ ແລະ ເຮັດດີນຳນາງ ຂ ຈົນນາງ ຂ ເລີ່ມຮູ້ແລ້ວວ່າຄົນທີ່ຮັກລາວແທ້ແມ່ນທ້າວ ຄ ແລະ ທ້າວ ຄ ກໍ່ເຮັດດີກັບນາງ ຂ ຕະລອດຈົນນາງ ຂ ນັ້ນຕັດສິນໃຈເລີກກັອທ້າວ ກ ແລ້ວມາເປັນແຟນກັບທ້າວ ຄ. ຖ້າຫາກເປັນແນວນີ້ທ້າວ ຄ ຈະຖືກເອີ້ນວ່າເປັນມືທີ່ສາມທີ່ເຮັດໃຫ້ຄົນອື່ນເລີກກັນບໍ່? ແລະ ທ້າວ ຄ ຈະຖືກເອີ້ນວ່າເປັນຄົນຊົ່ວທີ່ໄປຍາດແຟນຄົນອື່ນຫຼືບໍ່?


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດຢ່າງເປັນທາງການ,,,,,,,,


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ້າວ ຄ ບໍ່ໄດ້ຍາດ ພຽງແຕ່ລາວນຳຄົນເຈັບ ຄືນາງ ຂ ໄປປິ່ນປົວ...
ອີກຢ່າງຖ້າມີຄົນມາບອກເລີກເຮົາ ເຮົາກະຕ້ອງຍອມຮັບ ແລະຖອຍທັບໜຶ່ງກ້າວເພື່ອມາທົບທວນເບິ່ງຕົວເຮົາຄືນວ່າເປັນຫຍັງເຂົາຈຶ່ງບອກເລີກ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຄວາມຄິດເຫັນຂ້ອຍ
ທ້າວ ກ ຫັ້ນມີຫຼາຍຄົນ ກໍ່ຖືວ່າບໍ່ດີແລ້ວ ໄປໃສກໍ່ໄປສາ ມັກໃຜກໍ່ໄປສາ ຖ້າແມ່ນຂ້ອຍ ກໍ່ບໍ່ເລືອກທ້າວ ກ ດອກ, ເລື່ອງຮັກບໍ່ຮັກ ບໍ່ສຳຄັນ ຖ້າເປັນຄົນຫຼາຍໃຈແລ້ວ ຂ້ອຍຕ້ອງເລີກທັນທີ ແຮະໆ

ຖ້າທ້າວ ຄ ດີປານນັ້ນແທ້ ກໍ່ບໍ່ຖືວ່າເປັນມືທີ່ສາມດອກ, ທ້າວ ກ ມີຄົນອື່ນແລ້ວເດ ກໍ່ໄປຮັກຄົນອື່ນສາ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກເປັນຂ້ອຍ ຂ້ອຍຈະບໍ່ເລືອກ ທັງ ກ ແລະ ຄ
ທ້າວ ກ ເປັນຄົນບໍ່ດີ(ຂ້ອຍບໍ່ເລືອກລາວຢູ່ແລ້ວ)
ສ່ວນທ້າວ ຄ ລາວເປັນຄົນດີຫຼາຍ ລາວມີນ້ຳໃຈທີ່ຈະຊ່ວຍເຫຼືອຄົນອື່ນ
ແຕ່ກະຄືວ່າຫັ້ນລະຄົນເຮົາຮູ້ໜ້າແຕ່ວ່າບໍ່ຮູ້ໃຈ,ຕັບ,ໃຕ,ໄສ້,ພຸງກະແຮ່ງວ່າໄກ
ຕອນຮັກກະດີນຳຢູ່ດອກບາດວ່າໝົດຮັກແລ້ວ ຄວາມດີບໍມີເຫຼືອ
ສະຫຼຸບແລ້ວ ບໍ່ເລືອກໃຜ


ເພາະຂ້ອຍມີ ນາງ ງ ຢູ່ໃນໃຈແລ້ວ



໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ ທ້າວ ຄ ຄ້າຍໆກັບຂ້ອຍເລີຍ ແຕ່ຂ້ອຍກໍ່ບໍ່ໄດ້ແຍກຂະເຈົ້າຢ່າງໃດດອກ ພຽງແຕ່ຮູ້ວ່າແຟນຂອງຂະເຈົ້າເລີ່ມຮູ້ສຶກມັກເຮົາກໍ່ເທົ່ານັ້ນເອງ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bearm2020Lesbian ຂຽນວ່າ...
ຫາກເປັນຂ້ອຍ ຂ້ອຍຈະບໍ່ເລືອກ ທັງ ກ ແລະ ຄ
ທ້າວ ກ ເປັນຄົນບໍ່ດີ(ຂ້ອຍບໍ່ເລືອກລາວຢູ່ແລ້ວ)
ສ່ວນທ້າວ ຄ ລາວເປັນຄົນດີຫຼາຍ ລາວມີນ້ຳໃຈທີ່ຈະຊ່ວຍເຫຼືອຄົນອື່ນ
ແຕ່ກະຄືວ່າຫັ້ນລະຄົນເຮົາຮູ້ໜ້າແຕ່ວ່າບໍ່ຮູ້ໃຈ,ຕັບ,ໃຕ,ໄສ້,ພຸງກະແຮ່ງວ່າໄກ
ຕອນຮັກກະດີນຳຢູ່ດອກບາດວ່າໝົດຮັກແລ້ວ ຄວາມດີບໍມີເຫຼືອ
ສະຫຼຸບແລ້ວ ບໍ່ເລືອກໃຜ


ເພາະຂ້ອຍມີ ນາງ ງ ຢູ່ໃນໃຈແລ້ວ


khun br leuak la dai u pen sod dhai


໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ດອກ
ທ້າວ ກ ລາວມີເພັດແທ້ຫາກບໍ່ຮູ້ຮັກສາເອງ
ຈັກໜ້ອຍຈະໄດ້ເພັດປອມ


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ...
ບໍ່ດອກ
ທ້າວ ກ ລາວມີເພັດແທ້ຫາກບໍ່ຮູ້ຮັກສາເອງ
ຈັກໜ້ອຍຈະໄດ້ເພັດປອມ



ແມ່ນຫວານ້ອງສາວ


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ໂດຍສ່ວນຕົວຄິດວ່າທ້າວ ຄ. ບໍ່ແມ່ນມືທີ່3ດອກເດີ້, ແມ່ນຢູ່ວ່າທ້າວຄໍເຄິຍແອບຮັກນາງຂໍ,
ໃນຂະນະທີ່ນາງຂໍເອງກໍກຳລັງຄົບຫາດູໃຈຢູ່ກັບທ້າວກໍ. ແຕ່ທ້າວຄໍເອງກໍ່ແອບຮັກຢູ່ໃນຂອບເຂດ
ແລະບໍ່ໄດ້ກ້າວກາຍຫລືສະແດງໂຕຍາດຊິງນາງຂໍຈາກທ້າວກໍແຕ່ຢ່າງໃດ໋. ທ້າວກໍເອງຕ່າງຫາກທີ່ປ່ອຍປະ
ລະເລີຍຄວາມສຳພັນແລະເກີດເຮັດໃຫ້ນາງຂໍຮູ້ສຶກນ້ອຍເນື້ອຕຳໃຈແລະຂໍເປັນຝ່າຍຫລີກທາງຫນີຈາກທ້າວກໍ.
ສະຫລຸບກໍ່ຄືທັ້ງສາມຄົນບໍ່ມີໃຜຖືກຈັກຄົນ ທຸກຄົນລ້ວນແຕ່ຜິດນຳກັນທັ້ງຫມົດນັ້ນລະ......

There's a thin line between Life and Death, I wish for a Miracle to happen...

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາກໍ່ຕ້ອງເລືອກສີ່ງທີ່ດີທີ່ສຸດໃຫ້ ກັບ ໂຕເອງ
ບໍຜິດດອກ ຍ້ອນວ່າ ທ້າວ ກ ກະມີ ຫລາຍຄົນ ຢູ່ ແລ້ວ ລາວ ຄົງບໍ່ຮັກ ນາງ ຂ ແລ້ວ ເຖິງ ໄດ້ ເຮັດໃຫ້ ເສຍໃຈ ຕະຫລອດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາກໍ່ຕ້ອງເລືອກສີ່ງທີ່ດີທີ່ສຸດ