ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ບໍ່ພໍໃຈຕໍ່ການບໍລິການຂອງຜູ້ປະມູນຮັບຝາກລົດຢູ່ຄິວລົດສາຍເໜືອ (ດົງນາທອງ)

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຫລາຍທ່ານຄົງເຄີຍໄປເນາະຄິວລົດເມສາຍເໜືອ (ດົງນາທອງ) ຈັກແມ່ນຫຍັງພໍແຕ່ຂີ່ລົດໄປຮອດກະມີແຕ່ມາໄລ່ໃຫ້ໄປຝາກຢ່າງດຽວໃຊ້ສິດອຳນາດຂອງໂຕເອງເກີນຂອບເຂດບາງຄັ້ງບາງທີຮ້າຍແຮງໄປກວ່ານັ້ນເອົາກຸນແຈມາລ໋ອກໄວ້ ທັ້ງໆທີ່ເຮົາຍັງນັ່ງລົດຢູ່ການບໍລິການແບບບັງຄັບແບບນີ້ເປັນການເອົາປຽບລູກຄ້າຢາກໄດ້ແຕ່ເງິນຢ່າງດຽວ ບໍ່ຮູ້ວ່າຄົນທີ່ມາປະມູນການຝາກລົດຫັ້ນແມ່ນຄົນລາວສາຍເລືອດລາວບໍ່? ຄືແລ້ງນ້ຳໃຈແທ້....
ຢາກໃຫ້ອຳນາດການປົກຄອງພາກສ່ວນກ່ຽວຂ້ອງເບິ່ງຄືນຕື່ມກ່ຽວກັບບັນຫານີ້.... (ຂໍອະໄພທີ່ບໍ່ໄດ້ເອົາຮູບມາໂຊໃຫ້ເບິ່ງ)

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອຍນະນຳຄືກັນ


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ພວກທີ່ມີພຶດຕິກຳແບບນີ້ຕ້ອງຖືກວິພາກວິຈານຢ່າງໜັກ
ເຂົ້າມາເລີຍມາວິຈານມັນຊ່ວຍກັນພີ່ນ້ອງເຮົາ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເຄີຍເຈິ ມັນພິລຶກແທ້ໆໆເດ້ ພວກຫ່າ ນິນ່ະ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄປເທື່ອໜຶ່ງ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄປແຕ່ສາຍໃຕ້

ແຕ່ຫາກເປັນແບບນີ້ ກະຮັບບໍ່ໄດ້ ຄືກັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຂ້ອຍໄປສົ່ງທິມງານໄປອຸດົມໄຊ ນັ່ງຢູ່ໃນລົດຖ້າຮອດໂມງລົດອອກຢູ່ ບໍ່ເຫັນຊິມີໃຜມາໄລ່ ຫລື ວ່າເປັນບາງມື້ບໍ ?


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳແທ້ໆ



໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຄິວລົດສາຍໃຕ້ຍັງເປັນລະບຽບດີກວ່າ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຊັງແທ້ໆເນາະ ອັນພວກເຈົ້າບໍ່ເຂົ້າຫູນີ້ນ່າ ເຄີຍເຈີມາຄືກັນ ຍັງດີທີ່ບໍ່ມີການຕາຍເກີດຂື້ນ ຊັ້ນລະຮູ້ດຳຮູ້ແດງກັນໂລດ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຂ້ອຍໄປສົ່ງທິມງານໄປອຸດົມໄຊ ນັ່ງຢູ່ໃນລົດຖ້າຮອດໂມງລົດອອກຢູ່ ບໍ່ເຫັນຊິມີໃຜມາໄລ່ ຫລື ວ່າເປັນບາງມື້ບໍ ?



ຂ້ອຍກະຄືກັນ ໄປນັ່ງຖ້າຮັບໝູ່ເປັນຊົ່ວໂມງ ຄືບໍ່ເຫັນໄຜມາວ່າຫຍັງ ຫຼືວ່າ ເປັນນຳບາງມື້ຄືພໍ່ອອກນິເວົ້າບໍ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄປ ແຕ່ບໍໄດ້ຖືກແບບນັ້ນ

ຮັກແທ້ຄືແມ່

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ Jame ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຂ້ອຍໄປສົ່ງທິມງານໄປອຸດົມໄຊ ນັ່ງຢູ່ໃນລົດຖ້າຮອດໂມງລົດອອກຢູ່ ບໍ່ເຫັນຊິມີໃຜມາໄລ່ ຫລື ວ່າເປັນບາງມື້ບໍ ?



ຂ້ອຍກະຄືກັນ ໄປນັ່ງຖ້າຮັບໝູ່ເປັນຊົ່ວໂມງ ຄືບໍ່ເຫັນໄຜມາວ່າຫຍັງ ຫຼືວ່າ ເປັນນຳບາງມື້ຄືພໍ່ອອກນິເວົ້າບໍ


ເຈົ້າຍັງບໍ່ຖືກເທື່ອ ລອງໄປເບິ່ງຕີ ຂະໜາດໄປສົ່ງໝູ່ຢູ່ຄິວລົດຊື່ໆມັນກະຍັງໃຫ້ເອົາລົດໄປຝາກໄວ້ຄອກມັນຢ່າງດຽວ ຍັງບໍ່ທັນໄດ້ເອົາເຄື່ອງລົງຈາກກະຕ່າລົດຊ້ຳ

ມືໃໝ່ຫັດຫລີ້ນພັນລາວ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຫນ້າທີ່ກ່ຽວຂ້ອງຄວນກວດກາ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ຂ້ອຍກະຍອມຄືກັນເລື່ອງກົດລະບຽບຢູ່ລາວເຮົາມັນບໍ່ຍຸດຕິທຳຫຼາຍຢ່າງເຊັ່ນ:
ລົດຈັກຕ້ອງໄດ້ຝາກ ສ່ວນລົດໃຫຍ່ຈອດຟຼີ
ລົດຈັກຕ້ອງລົງຈູງ ສ່ວນລົດໃຫຍ່ເຂົ້າໄປເລີຍ

ຄິດເອົາວ່າມັນຢຸດຕິທຳແລ້ວບໍ


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ເຄີຍໄປຢູ່ແຕ່ກະບໍ່ມີໃຜມາໄລ່ແບບນີ້


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Amnath ຂຽນວ່າ...
ເຄີຍໄປຢູ່ແຕ່ກະບໍ່ມີໃຜມາໄລ່ແບບນີ້


ໜ້າຕາເຈົ້າເປັນຕາຢ້ານໂພດຕີ໋ ເຂົາຈຶ່ງບໍ່ກ້າມາໄລ່ ລອງເຮັດແບບແຕ່ງໂຕທຳມະດາເບິ່ງແລ້ວໄປລໍຖ້າຮັບໝູ່ເບິ່ງຢູ່ໜ້າຄິວລົດສາຍເໜືອ ຄິດວ່າບໍ່ຮອດພໍ2ນາທີຊ້ຳດອກມັນມາໄລ່ໃຫ້ໄປຝາກໄວ້ຄອກພຽງຢ່າງດຽວ ຢາກໄດ້ເງິນຄ່າຝາກ3000ກີບພຸ້ນນະ ໂຄດເຊັງ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ຈອດຢູ່ນອກພີ້ ດີທີ່ສຸດ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ຈອດຢູ່ນອກພີ້ ດີທີ່ສຸດ


ບໍ່ໄດໝາຍຄວາມວ່າເຮົາຈອດດົນອີ່ຫຍັງນະ ພຽງແຕ່ໄປສົ່ງໝູ່ຊື່ເຄື່ອງຍັງບໍ່ທັນໄດ້ເອົາລົງຈາກກະຕ່າລົດຊ້ຳມາບອກໃຫ້ໄປຝາກລະເດ ຊິບໍ່ເຊັງຈັ່ງໃດລະ? ເຮັດຄືພໍ່ເຂົາເຈົ້າເປັນເຈົ້າຂອງຄິວລົດນີ້ນະ ເປັນຕາຊັງຫຼາຍ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນແນວນັ້ນລະແນວຄົນບໍມີເສັ້ນນາ....ຄືຂ້ອຍນີ້ໄປຈອດປະໄວ້ຫມົດມື ກະບໍເປັນຫຍັງ..5555 ອິດສາຂ້ອຍບໍ!!!


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ເປັນແນວນັ້ນລະແນວຄົນບໍມີເສັ້ນນາ....ຄືຂ້ອຍນີ້ໄປຈອດປະໄວ້ຫມົດມື ກະບໍເປັນຫຍັງ..5555 ອິດສາຂ້ອຍບໍ!!!


ຕ້ອງແມ່ນຄົນທີ່ເສຍເສັ້ນເທົ່ານັ້ນແມ່ນບໍ່ເຂົາຈື່ງບໍ່ກ້າມາໄລ່? ຂ້ອຍແມ່ນຄົນບໍ່ມີເສັ້ນເນາະເຂົາຈຶ່ງມາໄລ່ ສົງໄສພວກນັ້ນແມ່ນພວກດຽວກັນບໍ່ກັບອານັນດານີ້ນ່າ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໙ ກະທູ້
໑໐໑ ໂພສ
ນັກການກະທູ້
ບ໊ະ...ຖ້າເປັນແນວນັ້ນແທ້ຂ້ອຍມີວິທີແກ້ເຂັດມັນຢູ່ ຄ່າຝາກລົດເທົ່າໃດລະ(ລົດໃຫຍ່ຫລືລົດຈັກ) ສົມມຸດຄ່າຝາກລົດ 10ພັນກີບເຫັນມັນຢ່າງມາຫາ ເອົາເງິນໃຫ້ມັນເລີຍຈັກ15ພັນຖ້າມັນຈະທອນກໍ່ບອກມັນວ່າບໍ່ຕ້ອງທອນສ່ວນທີ່ເຫລືອກູໃຫ້ທານໃຫ້ມຶງ ແລ້ວບອກມັນພ້ອມວ່າກູບໍ່ເອົາໄປຈອດດອກກູຈະກັບແລ້ວ ກູແວ່ມາເຮັດທານຊື່ໆ....


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ poojingwin ຂຽນວ່າ...
ບ໊ະ...ຖ້າເປັນແນວນັ້ນແທ້ຂ້ອຍມີວິທີແກ້ເຂັດມັນຢູ່ ຄ່າຝາກລົດເທົ່າໃດລະ(ລົດໃຫຍ່ຫລືລົດຈັກ) ສົມມຸດຄ່າຝາກລົດ 10ພັນກີບເຫັນມັນຢ່າງມາຫາ ເອົາເງິນໃຫ້ມັນເລີຍຈັກ15ພັນຖ້າມັນຈະທອນກໍ່ບອກມັນວ່າບໍ່ຕ້ອງທອນສ່ວນທີ່ເຫລືອກູໃຫ້ທານໃຫ້ມຶງ ແລ້ວບອກມັນພ້ອມວ່າກູບໍ່ເອົາໄປຈອດດອກກູຈະກັບແລ້ວ ກູແວ່ມາເຮັດທານຊື່ໆ....


ຄວາມຄິດເຈົ້າສ້າງສັນດີເນາະ ເອົາໃຫ້ທານມັນຊື້ເຂົ້າໄປເກືອສຸນັກໃນວັດຍັງຊິໄດ້ກຸສົນຫລາຍກວ່າ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້