ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກະທູ້ສຳລັບຄົນມັກກາບກອນ,ກະວີ,ຄຳຄົມ...

ໜ້າທີ່ 1 ຈາກທັງໝົດ 11 ໜ້າ <<<123 ... 7891011>>>


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາບກອນ,ກະວີ,ຄຳຄົມ...ແມ່ນວັນນະຄະດີຂອງລາວປະເພດຫນື່ງນອກຈາກມ່ວນ,ອອນຊອນ...ໃນເວລາອ່ານແລ້ວ
ຍັງມີຄວາມຫມາຍທີ່ເລິກແລບແອບແຝງຢູ່ໃນທີ່ເປັນຄະຕິເຕືອນໃຈ,ບັນລະຍາຍບາງສີ່ງຢ່າງ...ຊື່ງເຮັດໃຫ້ຜູ້ອ່ານ
ນຳໄປຄົ້ນຄິດຕຶກຕອງຫາຈຸດປະສົງແລະຄວາມຫມາຍທີ່ແທ້ຈີງ...ແນວໃດກໍ່ດີເພື່ອເປັນການສົ່ງເສີມແລະປົກປັກຮັກສາ
ວັນນະຄະດີອັນດີງາມປະເພດນີ້ໄວ້ເຮົາຄົນລຸ່ນໃຫ່ມລອງມາພ້ອມກັນແຕ່ງແລະສະແດງຄວາມຄິດເຫັນນຳກັນເບີ່ງເນາະ
ບັນດາທ່ານ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາບກອນລາວມ່ວນແມ້ງ..................ມັນມ່ວນມະໂນຈິດ
ນັກປາດລາວເພີ່ນຄົ້ນຄິດ.................ມີມານານດົນແລ້ວ
ຍັງສົດໃສຍີ່ງກ່ວາແກ້ວ...................ມະນີໂຊດວງປະເສີດ
ມາເທີດມາພີ່ນ້ອງ.........................ປະຄອງສ້າງສືບສານ.ໄວ້ທ້ອນ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ງາມເດ!ແດນດ່ານດ້າວ..........................ຜືນແຜ່ນດີນລາວ
ນ້ຳໃຈໃສປອດຂາວ..................................ຂອງປະຊາຊາວເຊື້ອ
ໃຈອາລີໂອບເອື້ອ.....................................ມິດໄມຕີທີ່ໂລກຊ່າ
ຊ່ວຍພາກັນຮັກສາໄວ້................................ຢ່າມີໄດ້ຈືດຈາງຫາຍ...ຊອບແລ້ວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++++ຄຳຄ່າລົ້ນ....................ຄົດຂອດເປັນແຫວນ
ສີແດງສຸກ...........................ກໍເພາະມີຫົວແກ້ວ
ຄືຄົນຮູ້...............................ວິຊາດີຫລາຍຢ່າງ
ກິລິຍາຊ່ວຍຍູ້.......................ຊູຂື້ນຈີ່ງຄ່ອຍເຮືອງ.ແທ້ແລ້ວ
++++ຍີງຮູບຮ້າຍ..................ຄອງວັດພາງາມ
ຊາຍຮູບຊາມ.........................ວິຊາພາຮຸ່ງ
ໃຈໃຫ້ສະເໝີນໍ້າ.....................ຄຸງຄາສະຫມຸດໃຫ່ຍ
ໃຫ້ເຈົ້າຄິດຖີ່ຖ້ວນ....................ດີແລ້ວຈີ່ງຄ່ອຍຈາ.ຊອບແລ້ວ
ພາສິດບູຮານລາວ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+++++++++++++ຈາກບ້ານເພື່ອສຶກສາ+++++++++++++++++
++ຮຽມນີ້!ຈອນຈາກບ້ານ...............................ຖານຖີ່ນດິນນາ
ໄກວິດອນມານດາ.......................................ເພື່ອນແພງສະຫາຍແກ້ວ
ເຂົ້າມາວຽງຈັນແລ້ວ....................................ເພື່ອສຶກສາຮຽນຮໍ່າ
ສັງມາຄິດເຖີງກ້ຳ........................................ຄະນີງບ້ານບ່ອນຫລັງ.ເດໜໍ
++ຄິດຫລາຍເດຄິດຮອດບ້ານ........................ເຮືອນຊານຖານຖີ່ນເກົ່າ
ຄິດຮອດເດພໍ່ແມ່ຜູ້ແກ່ເຖົ້າ.............................ທີ່ຄອຍຖ້າຢູ່ນາ
ຍາມເມື່ອລູກຈາກມາ....................................ໃຜເດໜໍຊິເບີ່ງເຈົ້າ
ພໍ່ກໍ່ແກ່ແມ່ກໍ່ເຖົ້າ.........................................ຄິດເຖີງເຈົ້າລູກຫ່ວງຫາ.ແມ່ເອີຍ
++ຄິດຮອດເດຄິດຮອດຊູ້..............................ຜູ້ທີ່ຢູ່ຄອຍຊາຍ
ທຸກວັນຄືນບໍ່ມີຫາຍ......................................ຮໍ່າຄະນີງນຳເຈົ້າ
ທຸກວັນຄືນຄໍ່າເຊົ້າ........................................ຊາຍໂອ້ອ່າວຄະນີງນາງ
ຮັກຫວານຊື່ນບໍ່ມີຈາງ....................................ໃຈມີນາງບໍ່ແປປ່ຽນ.ນາງເອີຍ
++ມາຮອດວຽງຈັນແລ້ວ.................................ຊິຕັ້ງຕໍ່ຮໍ່າຮຽນ
ບຸກບືນອົດທົນພຽນ........................................ສຶກສາໃຫ້ຈົນໄດ້
ຄວາມຫວັງຕັ້ງໃຈໄວ້.....................................ໃຫ້ມັນໄດ້ປະລິນຍາ
ແລ້ວຈີ່ງຈະກັບມາ.........................................ຫາທຸກຄົນທີ່ຄອຍຖ້າ.ວ່າໜາ
**************
By : ST TBS



ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຜູ້ເອົາແຕ່ຄວາມໂກ້............ເພື່ອຍໍໂຕຂົ່ມຜູ້ອື່ນ
ຕາບໍ່ມືນມີແຕ່ເວົ້າ..................ເຂົາເອີ້ນວ່າບໍ່ແມ່ນຄົນ
ຊາດທີ່ເປັນຄົນນີ້....................ເສຍໃຈໂຕໄດ້ໃຈຫມູ່
ແມ່ນຊິມຸດມອດມ້ຽນ...............ເພີ່ນຍັງເອີ້ນວ່າຍອດຄົນ...

ບໍ່ຮູ້ຜູ້ແຕ່ງ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
..................................... ເມືອງຊຳ...

++ຂ້ອຍຂໍຂຽນຂີດແຕ້ມ .....................................ກ່າວກາບກອນໄຂ

ໃນດິນແດນດອນບ້ານ ............................................. ຖານຖິ່ນເມືອງຊຳ

ເປັນຕຳນານເນືອງນັນ ................................................ເລົ່າລືກັນໄກກ້ອງ

ຜູງເຜົ່າພັນພີ່ນ້ອງ ................................................... ມີມຸນເຊື້ອໂລກເລົ່າລື

++ເມືອງຊຳເປັນທີ່ຕັ້ງ .....................................ຄາວຫລັງຕອນຕີຕ່ອຍ

ເປັນເຂດປົດປ່ອຍແລະທີ່ຫມັ້ນ.........................................ຄາວນັ້ນທ່ານຜູ້ນຳ

ເມືອງຊຳມີຫລາຍຖໍ້າ...................................................ເຮືອນຜູ້ນຳແຕ່ຄາວກ່ອນ

ເປັນບ່ອນເພີ່ນຢູ່ລີ້ ................................................... ຈົນຕີໄດ້ປົດປ່ອຍລາວ.ພຸ້ນແລ້ວ

++ ງາມເດ! ນໍ້າຕົກຕົນຕາດຕ້ອງ................................. ເຟືອງຟາດຟອງກະແສ

ເປັ່ງແປໄປໄຫລລົງ ..................................................ໃສ່ສາຍຊຳຍາວກ້ວາງ

ເຮືອລ່ອງລອຍແລ່ນໄດ້.................................................ນໍ້າໄຫລກ້ຽວກອດກັນ

ປູປານາໆພັນ............................................................. ກໍ່ມາກມາຍຫລາຍລົ້ນ

++ງາມເດ! ພູຜາຕັ້ງ ...................................................ລຽນກັນເກາະກ່າຍ

ຜາຫິນລາຍສູງຊັ້ນ .....................................................ແຖວຖ້ານຖີ່ຖັນ

ເປັນປ່າດົງສູງຊັນ ......................................................ລຽນກັນຊ້ອນຊໍ່

ອອນຊອນນໍທະນີສົ່ງສຽງຮ້ອງ .......................................ດັງກ້ອງທົ່ວຟົງໄພ.ພຸ້ນເດ

++ ງາມເດ! ຜຶນແຜ່ນຜ້າ ..............................................ແພວາດີດົກດອກ

ອອກຈາກໄຫມແມ່ມ້ອນ............................................... ມານດາສ້າງສືບສານ

ສຽງກ່າວຂານເນືອງນອງ ...........................................ທົ່ວແດນດິນດ້າວ

ຊາວລາວຊົມເຊີຍຍ້ອງ ..............................................ຂອງຜ້າແຜ່ນແດນເມືອງຊຳ.ຊອບແລ້ວ

............................................ ***

By : ST TBS

*************************************************************
++ໃຜຜູ້ປັນຍາກ້ວາງ ...........................ຢ່າເຄືອງໃຈຂ້ອຍຂຽນແຕ່ງ

ຊ່ວຍມາແຍງແປງພ້ອມ ............................ແລ້ວເຕືອນຂ້ອຍຜູ້ແຕ່ງກອນ

ຫລອນວ່າປັນຍາປູ້ ...........................ຍັງຊິຮູ້ໄດ້ປ່ຽນແປງ

ຂໍເປັນສິດຮັກຫລືຫມູ່ແພງ ............................. ຕໍ່ໄປພາຍຫນ້າ,ແດ່ທ້ອນ

*******************************************************************************


ຫວັງປະລິນຍາໄດ້ມານໍ້າຕາແມ່.

++ ນາງໄດ້ຈອນຈາກບ້ານ ......................................... ຖານຖີ່ນດິນນາ

ມາເພື່ອນການສຶກສາ...................................................ຫາວິຊາຄວາມຮູ້

ຢູ່ໃນເມືອງຫລວງກ້ວາງ............................................... ວຽງຈັນອັນລືຊ່າ

ເຫັນສີແສງເຈີດຈ້າ....................................................ຢ່າໄດ້ບ້າປ່ວງຕາມ. ລູກແມ່ເດີ

++ ພໍ່ແມ່ນາງທຸ້ມເທໃຫ້ ..........................................ທັງກາຍໃຈພ້ອມຊັບສີ່ງເງິນທອງ

ເພື່ອໃຫ້ນາງໄດ້ຄອງ .................................................ໃບປະລີນຍາຄວາມຮູ້

ຮຽນນໍາຄູຜູ້ສອນຊີ້ .................................................... ວິຊາດີຄວາມຮູ້ໃຫມ່

ວິຊາການກໍໃຫ້ໄດ້ .................................................... ໃບປະກາດພ້ອມສົມໃຈເຈົ້າແມ່ວ່າມາ.ຫັ້ນຫນາ

++ ນາງເອີຍ! ມາຮອດວຽງຈັນແລ້ວ .............................ແນວໃຈຫລາຍຄົນປ່ຽນ

ໄປຮຽນຄືໄປຫລີ້ນ .................................................... ຍີນແຕ່ສຽງຈາ

ສົນທະນານໍາສາຍ .................................................. ບັນລະຍາຍເລື່ອງຊູ້

ອາຈານສອນຫຍັງເຈົ້າບໍ່ຮູ້ .........................................ຄູສອນຫຍັງເຈົ້າບໍ່ກ່ຽວ.ຊ່າງເປັນນໍ

++ ຍາມແລງມາພາກັນໃສ່ສະເກິດສັ້ນ ...................... ຊ້ອນລົດກັນອອກໄປທ່ຽວ

ເລື່ອງບົດຮຽນເຈົ້າບໍ່ກ່ຽວ ............................................ ຫາທ່ຽວເທັກທ່ຽວບາ

ໄປນໍາຊາຍສະລາ ...................................................ຜົວເຂົາເຖົ້າແກ່

ໄປຫາແວ່ບ່ອນຫັ້ນ .................................................. ໄປນໍາກັນບ່ອນໜີ້.ຊ່າງເຮັດໄດ້ອາຍນໍ

++ ສຸດທ້າຍການຮຽນກໍບໍ່ໄດ້ ...................................ຊິກັບບ້ານກໍ່ບໍ່ຫານ

ຫາເຮັດການກະບໍ່ໄດ້ .............................................. ກາຍເປັນໄຟສັງຄົມໃຫຍ່

ພໍ່ແມ່ນາງໄດ້ແຕ່ໄຫ້ ................................................ເມື່ອຮູ້ຂ່າວຕອນປາຍ

ຄວາມຫວັງແມ່ຝັງທະລາຍ ...................................... ທັງອັບອາຍຊາວບ້ານ.ຊິເປັນບໍ

...............................................***

By : ST TBS

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
............................ມາປູກໄມ້ນຳກັນ...................
ວັນທີ 6 ມີຖຸນາ...................................ສປປລາວຕັ້ງມາໃຫ້ເປັນວັນປູກຕົ້ນໄມ້
ຊາວລາວເໜືອເຖີງໃຕ້..........................ມາຮ່ວມໃຈກັນປູກປ່າ
ປູກພຶກສາສາດໄມ້..............................ໃຫ້ມັນໄດ້ທຸກໆຄົນ
ຜູ້ລະຕົ້ນສອງຕົ້ນ................................ລວມພົນເຂົ້າຫາກຊິຫລາຍ.ທ່ານເອີຍ!

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ມ່ວນຫລາຍໆ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຂ້ອຍແຕ່ງບໍ່ເປັນ ແຕ່ຂ້ອຍມັກອ່ານ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຫລັກການໃນການແຕ່ງກາບກອນລາວ...ໃຜຮູ້ລະອຽດລະຊ່ວຍປະກອບໃຫ້ຕື່ມແດ່ໃດ...
ກາບກອນລາວທີ່ເພີ່ນມັກແຕ່ງກັນຫລາຍລະມີຢູ່04ປະເພດຄື:
01.ແບບແຕ່ງຕາມຄຳປະຈຳບ່ອນ.
02.ແບບແຕ່ງລຽນອັກສອນ.
03.ແບບແຕ່ງສຳພັດນອກ.
04.ແບບແຕ່ງສຳພັດໃນ.
ມື້ນີ້ຂໍເອົາຫລັກການແບບແຕ່ງຕາມຄຳປະຈຳບ່ອນມາໃຫ້ເບີ່ງ:
0 ່ ້.............0 ່ 0 0
0 0 0.............່ 0 0 ້
0 0 ້.............0 0 0 ່
0 ່ ້.............0 ້ ່ 0
ຕົວຢ່າງ :
ຕອນກ່ອນກີ້..........ເຄີຍຮ່ວມສຶກສາ
ມາເຖີງຄາວ..........ທີ່ສອງເຮົາໄດ້
ໄກກັນແລ້ວ..........ຈຳໃຈຈາກໝູ່
ກັບສູ່ຫ້ອງ...........ຄືນບ້ານຖີ່ນເດີມ.
ໃຜຮູ້ກໍ່ມາເສີມໃຫ້ແດ່ໃດ...ເອົາມື້ລະປະໂຫຍກ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າສຶກສາຫລັກການແຕ່ງກອນຕ່າງໄດ້ທີ່ນີ້
https://sites.google.com/site/laopoemsandbooks/home/h/k

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນວ່າຜູ້ຂ້ານີ້ ສຸດທີ່ມັກ ກາບກອນ ນາ ຫາກແຕ່ງ ບໍເປັນຊື່ໆ
ວາດສະຫນາພໍໄດ້ແຕ່ ອ່ານຂອງຄົນອື່ນ ແຕ່ງຫ້ານແຫລ້ວ

ຮັກແທ້ຄືແມ່

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SoneTBS ຂຽນວ່າ...
ບາງຫລັກການໃນການແຕ່ງກາບກອນລາວ...ໃຜຮູ້ລະອຽດລະຊ່ວຍປະກອບໃຫ້ຕື່ມແດ່ໃດ...
ກາບກອນລາວທີ່ເພີ່ນມັກແຕ່ງກັນຫລາຍລະມີຢູ່04ປະເພດຄື:
01.ແບບແຕ່ງຕາມຄຳປະຈຳບ່ອນ.
02.ແບບແຕ່ງລຽນອັກສອນ.
03.ແບບແຕ່ງສຳພັດນອກ.
04.ແບບແຕ່ງສຳພັດໃນ.
ມື້ນີ້ຂໍເອົາຫລັກການແບບແຕ່ງຕາມຄຳປະຈຳບ່ອນມາໃຫ້ເບີ່ງ:
0 ່ ້.............0 ່ 0 0
0 0 0.............່ 0 0 ້
0 0 ້.............0 0 0 ່
0 ່ ້.............0 ້ ່ 0
ຕົວຢ່າງ :
ຕອນກ່ອນກີ້..........ເຄີຍຮ່ວມສຶກສາ
ມາເຖີງຄາວ..........ທີ່ສອງເຮົາໄດ້
ໄກກັນແລ້ວ..........ຈຳໃຈຈາກໝູ່
ກັບສູ່ຫ້ອງ...........ຄືນບ້ານຖີ່ນເດີມ.
ໃຜຮູ້ກໍ່ມາເສີມໃຫ້ແດ່ໃດ...ເອົາມື້ລະປະໂຫຍກ...


ຢາກແຕ່ງເປັນເດ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ໂອແມ່ຂ້າ........ຮັກແມ່ອີຫລີ
ຍາມຈາຫນີ......ຫ່ວງຫລາຍເຫລືອລົ້ນ
...............................................
..............................................


ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ...
ໂອແມ່ຂ້າ........ຮັກແມ່ອີຫລີ
ຍາມຈາຫນີ......ຫ່ວງຫລາຍເຫລືອລົ້ນ
...............................................
..............................................



ຂໍອະນຸຍາດແປງແລະຕື່ມໃຫ້ມັນເຕັມບາດໃຫ້ໃດບໍ່ວ່າຫຍັງຕິນ້ອງສາວ...
ໂອແມ່ຂ້າ...................ຮັກແມ່ອີຫລີ
ຍາມຈາກໜີ.................ຫ່ວງຫລາຍເຫລືອລົ້ນ
ສັບສົນເສົ້າ................ຄະນີງນຳແມ່
ຄິດຫ່ວງແທ້...............ໃຈເສົ້າຫ່ວງຫາ.ແມ່ເອີຍ
ແຕ່ງຕໍ່ໃດ!!!ຊິເປັນແຮງໃຈເຊຍເຕັມທີ່.....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໔ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ເຮົາຫ່າງໄກກັນລ້ຳ ຄົນລະກ້ຳທໍລະນີ
ຈັກຢູ່ດີຫລືແນວໃດ ດວງຕາບໍ່ເຫັນໄດ້
ພຽງແຕ່ໄຂກ່າວເວົ້າ ເອົາຫົວໃຈສານຕໍ່
ນ້ອງເລີ້ມທໍ້ແລ້ວອ້າຍ ຫົວໃຈເລີ່ມຫວັ່ນໄຫວ

ຕັ້ງແຕ່ລໍຖ້າອ້າຍ ຫລາຍເຕີບເກີນນານ
ຂໍໃຫ້ຂານຈາໄຂ ຈະເອົາຈັ່ງໃດແທ້
ຈະໃຫ້ແມ່ມາຂໍຫມັ້ນ ກໍ່ວ່າກັນສາກ່ອນ
ຈັກນ່ອຍຖອນໃຈແລ້ວ ບໍ່ເຫັນຈ້ອຍຮອດເງົາ ເນີ

ຄວາມອົດທົນຄົນເຮົານັ້ນ ມັນມີຂີດຈຳກັດ
ບໍ່ແມ່ນຕັດທາງທຽວ ໃຫ້ຊາຍຫມົດທາງເວັ້ນ
ພຽງແຕ່ເປັນຫ່ວງອ້າຍ ຢ້ານນອນກາຍໂດດດ່ຽວ
ຫນັງກໍ່ຫ່ຽວແຫ້ງແລ້ວ ຫວັງເມຍຊ້ອນຕອນບຳນານ ຫັ້ນບໍ??


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vidachanh ຂຽນວ່າ...
ເຮົາຫ່າງໄກກັນລ້ຳ .................ຄົນລະກ້ຳທໍລະນີ
ຈັກຢູ່ດີຫລືແນວໃດ ...................ດວງຕາບໍ່ເຫັນໄດ້
ພຽງແຕ່ໄຂກ່າວເວົ້າ ..................ເອົາຫົວໃຈສານຕໍ່
ນ້ອງເລີ້ມທໍ້ແລ້ວອ້າຍ .................ຫົວໃຈເລີ່ມຫວັ່ນໄຫວ

ຕັ້ງແຕ່ລໍຖ້າອ້າຍ .....................ຫລາຍເຕີບເກີນນານ
ຂໍໃຫ້ຂານຈາໄຂ.................... ຈະເອົາຈັ່ງໃດແທ້
ຈະໃຫ້ແມ່ມາຂໍຫມັ້ນ ................ກໍ່ວ່າກັນສາກ່ອນ
ຈັກນ່ອຍຖອນໃຈແລ້ວ.............. ບໍ່ເຫັນຈ້ອຍຮອດເງົາ ເນີ

ຄວາມອົດທົນຄົນເຮົານັ້ນ.................. ມັນມີຂີດຈຳກັດ
ບໍ່ແມ່ນຕັດທາງທຽວ .......................ໃຫ້ຊາຍຫມົດທາງເວັ້ນ
ພຽງແຕ່ເປັນຫ່ວງອ້າຍ ....................ຢ້ານນອນກາຍໂດດດ່ຽວ
ຫນັງກໍ່ຫ່ຽວແຫ້ງແລ້ວ .....................ຫວັງເມຍຊ້ອນຕອນບຳນານ ຫັ້ນບໍ??


.................................******.................................
++ໃຜນໍ!ຄືວ່າໃຈດຳແທ້...................ປະປ່ອຍໃຫ້ນາງລໍ
ຫລາຍປີບໍ່ມາຂໍ..............................ປະໃຫ້ລໍຄອຍເຈົ້າ
ນາງຄົນຄອຍໃຈໂສກເສົ້າ.................ເອົ້າອັ່ງຄະນີງຫາ
ຖ້າແຟນນາງຫາກບໍ່ມາ.....................ໄດ້ບໍ່ຫນາຊິຂໍມາລົມຕໍ່....ຮິຮິຮິ...


ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ສະໜຸກ ສຸກໃຈ....
ໃນເມື່ອກອນກ່າຍກ້ອນ..............ວາງວາດກະວີຂຽນ
ຜູ້ເພິ່ນພຽນແພງສານ................ອ່ານນຳກໍ່ສຸກແລ້ວ
ແນວວ່າ ວາຈາຕ້ານ................ເປັນສຳນວນກອນກ່າຍ
ໝາຍເພື່ອ ຍໍຍົກໃຫ້.................ປະສົງແລກປ່ຽນກັນ

ອັນໜຶ່ງ ຂ້ອຍຍື່ນຕ້ອນ...............ສອງສີ່ຫົກເຈັດ ຕາມມາ
ພາສາ ສັນຍາຮັກ....................ລະຫວ່າງຊົນຊາວເຊື້ອ
ພັນລາວເໝືອຫລືໃຕ້............... ໃນອານາແລະ ຕ່າງຊາດ
ປະກາດ “ຮັກ” ຮ່ວມຕ້ອມ.............ບໍ່ໄລຮ່າງຫ່າງກັນ ຊອບແລ້ວ.....


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
https://sites.google.com/site/laopoemsandbooks/home/h/k

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຝົນຕົກທາງນັ້ນ ຫນາວເຖີງຄົນທາງນີ້
ອ້າຍກໍ່ຄິດຮອດນ້ອງ ເປັນໄຂ້ຈົນຫນາວສັ່ນ
ກິນບໍ່ໄດ້ນອນບໍ່ຫລັບ ທັງຄືນທັງວັນ
ນ້ອງຢູ່ທາງນັ້ນ ສິຄິດຮອດກັນບໍເດ ໆໆ.......................ໃຊ້ໄດ້ບໍ ??

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
https://sites.google.com/site/laopoemsandbooks/home/h/k

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
khuk noc......


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ຄິດຮອດເດຄົນເຄົ້າ........................ຜູ້ສາວເກົ່າຢູ່ວຽງໄຊ
ນານຫລາຍປີຈາກໄປ.........................ຍັງບໍ່ລືມນາງໄດ້
ໄປຢູ່ເໜືອຫລືໃຕ້..............................ທາງໃດບໍ່ຮູ້ຂ່າວ
ຫົວໃຈແສນປວດຣ້າວ........................ຄະນີງນ້ອງບໍ່ລືມ.ນາງເອີຍ
++ໄປຢູ່ໃສແລ້ວດຽວນີ້.......................ແຕ່ງງານແລ້ວຕີຄົນຮັກເກົ່າ
ຂ້ອຍຍັງຄິດຮອດເຈົ້າ.........................ຢູ່ຄືເກົ່າຄາວຫລັງ
ອ້າຍນີ້ພຽງແຕ່ຫວັງ...........................ວ່າຢາກມາພົບນ້ອງ
ມີຄູ່ຄອງແລ້ວບໍເຈົ້າ...........................ລືມຄົນເກົ່າແຟນຫລັງ.ແລ້ວບໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ໃຜຜູ້ຈອນຈາກບ້ານ.....................ຖານຖີ່ນມາໄກ
ມາອາໃສໃນເມືອງ...........................ທີ່ຮຸ່ງເຮືອງວຽງຈັນພີ້
ມັນຫາກເຕັມທີແລ້ວ.........................ແນວສັບສົນວຸນວາຍຍາກ
ຄວາມລຳບາກເຕັມອື້ຕື້......................ນີ້ຄືຜູ້ສອນສັ່ງເຮົາ.ເພື່ອນເອີຍ
++ອຸປະສັກມີລົ້ນຟ້າ.........................ໃຫ້ຖືວ່າເປັນຄູສອນ
ເປັນສັງຫອນຄະຕິໃຈ........................ໃຫ້ເຮົາກ້າເກັ່ງ
ຢ່າສຸເຊັງນຳມັນທ່ອນ........................ຢ່າອາທອນນຳຄວາມຍາກ
ລໍ້າບາກຫາກສູ້ໄດ້...........................ໃນມື້ຫນ້າຫາກຊິດີ.ດອກຫນາ


ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາອ່ານກອນ



໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
++ເຮົາຮັກກັນຫລາຍລົ້ນ..............................ແສນດົນນານຫລາຍປີຜ່ານ
ຄວາມຮັກຫວານຊື່ນຊ້ອຍ..............................ຍີ່ງກ່ວາອ້ອຍເດືອນສາມ
ຄວາມຮັກເຮົາແສນງາມ...............................ບໍ່ມີຫຍັງປຽບປານໄດ້
ຄິດວ່າໃນຊາດນີ້.......................................ມີຮັກແທ້ແຕ່ເທື່ອດຽວ.ວ່າຫນາ
++ບັດນີ້!ຊາຍໄດ້ຈອນຈາກບ້ານ....................ຍັງບໍ່ນານໄດ້ຍີນຂ່າວ
ບອກວ່າສາວນາດນ້ອງ...............................ຄອງຮັກຊ້ອນຜູ້ໃຫ່ມແທນ
ແຕ່ວ່າຊາຍກໍ່ຍັງຫນັກແຫນ້ນ........................ວ່າບໍ່ແມ່ນຄວາມຈີງຫນໍ
ນານບໍ່ພໍທໍ່ໃດວັນ......................................ມາຂາດກັນລົງເປັນບັ້ນຍ້ອນບັດເຊີນນັ້ນນ້ອງສົ່ງຊາຍ.ຫັ້ນຫນາ


ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

ໜ້າທີ່ 1 ຈາກທັງໝົດ 11 ໜ້າ <<<123 ... 7891011>>>