ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກະທູ້ສຳລັບຄົນມັກກາບກອນ,ກະວີ,ຄຳຄົມ...

ໜ້າທີ່ 3 ຈາກທັງໝົດ 11 ໜ້າ <<<12345 ... 7891011>>>

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ງາມເດນ້ອງ ສາວຊ່າສາວຊຳ
ງາມລື່ນຄຳ ກ່າວຂານຄົນເວົ້າ
ງາມຕອນເຈົ້າ ຂັບຮ້ອງໃສ່ແຄນ
ແອະແອ່ນພອນ ແສນສະອອນຍາມໃດ້ເບິ່ງ (.....)

ຊ່າງແຕ່ງກອນໃດເນາະນີ້-------------ຄືວ່າຫາກໍ່ມາເຫັນມາ
ດີແລ້ວບໍ່ເປັນຫຍັງນະ------------------ມາຮ່ວມແຕ່ງກອນກໍ່ດີແລ້ວ
ມາແຕ່ງກອນພັດແພ້ວ-----------------ໂພຍໄປໜີໄປໄກອື່ນ
ຍັງໄດ້ສົດຊື່ນຍ້ອນ----------------------ກອນເຈົ້າກໍ່ມ່ວນແລ້ວເດ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ງາມເດນ້ອງ ສາວຊ່າສາວຊຳ
ງາມລື່ນຄຳ ກ່າວຂານຄົນເວົ້າ
ງາມຕອນເຈົ້າ ລຳຮ້ອງໃສ່ແຄນ
ງາມຫລາຍແດນ ແຫ່ງປະຫວັດສາດ (......)

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ງາມເດນ້ອງ ສາວຊ່າສາວຊຳ
ງາມລື່ນຄຳ ກ່າວຂານຄົນເວົ້າ
ງາມຕອນເຈົ້າ ລຳຮ້ອງໃສ່ແຄນ
ງາມຫລາຍແດນ ແຫ່ງປະຫວັດສາດ (......)

+ໂດຍ!ຂອບໃຈໃດທີ່ວ່າອົດສາຍ້ອງ..........................ແປງປ່ອງກອນຈາ
ບໍ່ສົມຄຳລືຊາ.....................................................ກ່າວຈາຍໍຍ້ອງ
ນ້ອງນີ້ແນວນາມບົ້ງ..............................................ໃຜປະສົງກໍ່ຢາກເບື່ອ
ຢູ່ແດນເຫນືອແລະໄກລ້າ........................................ວາຈາໄດ້ໄຕ່ບໍ່ເຖີງ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

ໂອສອນເອີຍເຈົ້າ--------------------------------ເປັນຍິງແທ້ຫຼືຊາຍ
ຢ່າປອມຕົວຄືແທນເຂົາຫຼາຍ-------------------ຄືບໍ່ເອົາຕົວຈິງມາເວົ້າແທ້
ຄິດໄປມັນບໍ່ຄືນະຫັ້ນ-----------------------------ມັນຊິຜັນໄປຫຼາຍຕໍ່
ເຈົ້າຊິສັບສົນທາງເພດ-------------------------ປອມປີ້ນປ່ຽນໄປ ແທ້ເດ ຮາໆໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

+ຂ້ອຍ+ເຂົາ+ເຈົ້າ.................................ເຮົາຄົນຖີ່ນເມືອງຊຳ
ບໍ່ຕ້ອງໄປຄິດນຳ...................................ໃນຄຳຈາກະວີນ້ອຍ
ເຂົາຫລືຂ້ອຍ........................................ບໍ່ມີຍັງຫຍັງຍາກ
ທຸກໆຄຳປາກເວົ້າ..................................ເຂົາຮູ້ແລະອ່ານນຳ.ພຸ້ນຫນາ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
[url=null]null[/url][url=null]null[/url][img]null[/img][img]null[/img][url=null]null[/url]

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...

+ຂ້ອຍ+ເຂົາ+ເຈົ້າ.................................ເຮົາຄົນຖີ່ນເມືອງຊຳ
ບໍ່ຕ້ອງໄປຄິດນຳ...................................ໃນຄຳຈາກະວີນ້ອຍ
ເຂົາຫລືຂ້ອຍ........................................ບໍ່ມີຍັງຫຍັງຍາກ
ທຸກໆຄຳປາກເວົ້າ..................................ເຂົາຮູ້ແລະອ່ານນຳ.ພຸ້ນຫນາ

ປ໋າໂທະປານນັ້ນພຸ້ນນະ---------------------------ຖາມອີ່ຫຼີແນ່ເດີ
ເຈົ້າກັບລາວ---------------------------------------ແຕ່ງເອົາກັນລະບໍຫັ້ນ
ເວົ້າປານຢູ່ນຳກັນແລ້ວ----------------------------ຂ້ອຍລະງົງຊ້ຳດອກ
ໃຫ້ລາວທຽວມາອ່ານນັ້ນ--------------------------ບໍ່ໃຫ້ລາວຫັນມາແຕ່ງກອນນຳແດ່ບໍ ແຮໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ປ໋າໂທະປານນັ້ນພຸ້ນນະ---------------------------ຖາມອີ່ຫຼີແນ່ເດີ
ເຈົ້າກັບລາວ---------------------------------------ແຕ່ງເອົາກັນລະບໍຫັ້ນ
ເວົ້າປານຢູ່ນຳກັນແລ້ວ----------------------------ຂ້ອຍລະງົງຊ້ຳດອກ
ໃຫ້ລາວທຽວມາອ່ານນັ້ນ--------------------------ບໍ່ໃຫ້ລາວຫັນມາແຕ່ງກອນນຳແດ່ບໍ ແຮໆ

+ໂອຍ!ຂ້ອຍກັບລາວພຽງຮູ້.......................ວ່າເປັນໝູ່ໄທດຽວ
ບໍ່ໄດ້ກ້ຽວໄດ້ພັນ...................................ແຕ່ງງານກັນຄືເຈົ້າເວົ້າ
ສອງຄົນເຮົາພຽງຮູ້................................ຄືວ່າໝູ່ທີ່ຈີງໃຈ
ມີຄວາມໃນຫຍັງບໍ່ປິດ............................ເປີດແປນໃຫ້ເຫັນຮູ້.ດອກຫນາ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ ເຮົາກໍ່ຄິດວ່າແຕ່ງງານແລ້ວ----------------------ເປັນຜົວແກ້ວເມຍທິບ
ເອົາກັນປານຟ້າລິບ----------------------------------ຕອນໃດເຮົາບໍ່ຮູ້
ຂ້ອຍເລີຍເວົ້າໄປຍູ້-----------------------------------ວ່າເປັນຜົວເມຍຕໍ່
ທີ່ແທ້ຍັງບໍ່ໄດ້-----------------------------------------ເອົາກັນຊ້ຳເດເຈົ້າເອີຍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອໍ ເຮົາກໍ່ຄິດວ່າແຕ່ງງານແລ້ວ----------------------ເປັນຜົວແກ້ວເມຍທິບ
ເອົາກັນປານຟ້າລິບ----------------------------------ຕອນໃດເຮົາບໍ່ຮູ້
ຂ້ອຍເລີຍເວົ້າໄປຍູ້-----------------------------------ວ່າເປັນຜົວເມຍຕໍ່
ທີ່ແທ້ຍັງບໍ່ໄດ້-----------------------------------------ເອົາກັນຊ້ຳເດເຈົ້າເອີຍ

+ ຂ້ອຍແລະເຂົາສອງເຮົາຮຽນປີທ້າຍ............ພຽງຫມາຍກັນຊື່ໆ
ບໍ່ຫ່ອນຄືເພີ່ນເວົ້າ...................................ວ່າເຮົາເຂົ້າວິວາ
ເອົາໄວ້ການສຶກສາ.................................ເລີກລາຫລືຈົບສີ້ນ
ຫາກຊິຍີນຫລືຮູ້......................................ໝູ່ນັ້ນສົ່ງບັດເຊີນ.ແທ້ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍເຂົ້າໃຈແລ້ວ---------------------ວ່າແຕ່ເຈົ້າໄປທາງໃດ
ຄືບໍ່ເຫັນມາແຕ່ງກອນ-------------ຕອບກາບກັນແດ່ນັ້ນ
ໄປເຮັດຫຍັງຢູ່ຊັ້ນ-----------------ບໍ່ເຫັນມາຖາມໄຖ່
ຈາກໄປຫຼາຍມື້ແລ້ວ---------------ບໍ່ເຫັນເຈົ້າ ຕັ້ງວ່າ 3 ມື້ພຸ້ນນະ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ເມືອງລາວ

ຟັງເນີ ມາຟັງກອນກອດກ້ຽວ......................ເກາະກ່າຍເປັນຜະຫຍາ
ຂ້ອຍຊິວາຈາໄຂ.....................................ເລື່ອງເມືອງລາວທີ່ຄວນຮູ້
ຈະກ່າວເປັນກະວີກ້ອມ..............................ມາກ່ອມໃຈຄົນຍຸກໃຫມ່
ຊິກ່າວທັງເຫນືອແລະໄຕ້............................ກາງພ້ອມຄູ່ກັນ
-ແຂວງທີ່ຫນື່ງມີທີ່ຕັ້ງ................................ເຫນືອສຸດແຫ່ງດິນລາວ
ມີຫມອກຂາວໃບຊາງາມ............................ຊື່ວ່າຜົ້ງສາລີເຈົ້າ
ເຂົານັ້ນພາກັນສ້າງ...................................ມີຫລາຍເມືອງຕັ້ງຢູ່
ແມ່ນ້ຳອູແລະພູຟ້າ....................................ເປັນສັນຍາລັກເຈົ້າຄູ່ເມືອງແທ້ແລ້ວ
- ສອງນັ້ນແມ່ນແຂວງບໍ່ແກ້ວ........................ປາກທ່າຫົວຂອງ
ເມືອງເອກແມ່ນຫ້ວຍຊາຍ............................ແລະຫລາຍເມືອງກໍ່ມີຕັ້ງ
ສຸວັນນະໂຄມຄຳເຈົ້າ...................................ເມືອງບູຮານນາຄາຢູ່
ປະຫວັດລາວບອກໄຫ້ຮູ້...............................ນາຄີນັ້ນສ້າງເມືອງພຸ້ນໄດ
-ຖັດລົງມາທາງໄຕ້......................................ແມ່ນແຂວງໃຫມ່ຫລວງນ້ຳທາ
ຫນ້າເຂົ້າຊອຍເມືອງສິງ.................................ຊື່ສຽງກັງວານກ້ອງ
ເຜົ່າໄທດຳພີ່ນ້ອງ.........................................ຮ່ວມໃຈກັນເປັນຫນື່ງ
ມີພະທາດຊຽງຕື້ງ..........................................ທັງອຸທິຍານນ້ຳຫ້າ ນ້ຳທາພ້ອມຄູ່ກັນ
-ແຂວງທີ່ສີ່ກ່າວເຖີງນັ້ນ..................................ຂື້ນຊື່ອຸດົມໄຊ
ທາດມີ່ງເປັນແກນ.........................................ຕັ້ງສຸງພຽງຟ້າ
ພະແຊກຄຳມີພ້ອມ........................................ຢູ່ເມືອງຫລາບໍ່ນ້ຳອຸ່ນ
ແຊບເດເສັ້ນເຂົ້າປຸ້ນ.......................................ນາຊ້າວທີ່ເລື່ອງລື
-ແຂກທຽວໄປທຸກໆມື້......................................ເມື່ອງໃຫຍ່ມໍລະດົກລາວ
ຊື່ວ່າຫລວງພະບາງ.........................................ຖິ່ນແດນອາຣາມແຈ້ງ
ມີພະບາງເອກອ້າງ...........................................ສະຖິດກາງວັດໃຫຍ່
ໄຄແຜ່ນທັງແຈ໋ວບອງພ້ອມ..................................ນາງສັງຂານນັ້ນກໍ່ເລື່ອງລື
-ເມືອງແຫ່ງເຜົ່າໄທລື້..........................................ຊື່ວ່າໄຊຍະບູລີ
ມີປະເພນີງານບຸນ..............................................ແຫ່ທິດາດອກຝ້າຍ
ນອກນັ້ນມີບຸນຊ້າງ............................................ມະໂຫລານຫຍິ່ງໃຫຍ່
ແບ່ງເປັນເມືອງເຫນືອໄຕ້.....................................ສຽງຈາຕ້ານກໍ່ຕ່າງກັນ
-ແຂວງທີ່ເຈັດວ່ານັ້ນ...........................................ແມ່ນຫົວພັນຊຳເຫນືອ
ເມືອງວຽງໄຊອາດຫານ…………………………….ຖິ່ນແດນແຫ່ງຄົນກ້າ
ອານາແຂວງເຂດແຄ້ວນ……………………………ຖານເກົ່າຕີອາເມຣິກາ
ແກ້ວຫລັກເມືອງສ່ອງຟ້າ…………………………..ແຈ໋ວປາບ້ຳກໍ່ແຊບຊ້ອຍ ຂື້ນຊື່ແທ້ຫົວພັນ
-ແຂວງທີ່ແປດພາກເຫນືອນັ້ນ…………………..ຊື່ເມື່ອງພວນຊຽງຂວາງ
ປະຫວັດລາວກ່າວເຖີງ…………………………..ກອງພັນທີ່ສອງກ້າ
ຕີຜ່າວົງປິດລ້ອມ…………………………………ຫມາພານຮຸກຮານຊາດ
ຈົນມັນເສຍພາບແພ້……………………………...ຫນີຕາຍພ້ອມເກືອບບໍ່ທັນ
-ຍັງບໍ່ຫມົດພຽງເທົ່ານັ້ນ………………………….ແຫລ່ງທ່ອງທ່ຽວກໍ່ມີຫລາຍ
ຂື້ນຊື່ແມ່ນໄຫຫີນ.............................................ຂອງບູຮານເຜົ່າເຈືອງສ້າງ
ວັດເພຍຊື່ສຽງກ້ອງ………………………………ເມືອງເອກພວນຊຽງເກົ່າ
ບໍ່ນ້ຳອຸ່ນເມືອງຄຳເຈົ້າ…………………………….ຕາດຄາຫອງແຮດພ້ອມ ງາມແທ້ມາແວ່ຢາມແດ່ເນີ
-ແມ່ນພິເລີສຳນຽງນ້ອງ……………………………ສາວລ້ອງງື່ມແຂວງວຽງຈັນ
ຖິ່ນແຫ່ງສຽງຂັບລຳ………………………………..ປະສານແຄນມ່ວນແມ້ງ
ລຳເດີນຂັບງື່ມພ້ອມ………………………………..ຟັງຍາມໄດບໍ່ມີເບື່ອ
ເມືອເບີ່ງເດີນລາຍງ້າວ.........................................ຢາມເມືອງເກົ່າໄຜ່ຫນາມ
-ນະຄອນຫລວງເອກອ້າງ.....................................ເມືອງເອກຂອງລາວ
ມີທາດຫລວງສະຫງ່າງາມ......................................ປະຕູໄຊຫໍຄຳແກ້ວ
ວັດເກົ່າອາຮາມນັ້ນ...............................................ມີອະນັນຄືບ່ອນອື່ນ
ສວນເຈົ້າອານຸກໍ່ຄຶກຄື້ນ...........................................ສວນຟ້າງຸ່ມກໍ່ເຮື່ອງແຈ້ງ ງາມແທ້ຊູ້ຍາມ
-ສາວເມີ້ຍງາມເຫລືອລ້ຳ.........................................ຖານຖິ່ນບໍລິຄຳໄຊ
ໄມ້ເກດລາຄາແພງ.................................................ໂຕເສົາຫລານາແຊງກວ້າງ
ພະບາດໂພນສັນນັ້ນ...............................................ພ້ອມພາກັນໄປຢ້ຽມກາບ
ກຸຫລາບງາມເລີດລ້ຳ...............................................ກິ່ນຫອມກົ້ວທົ່ວແດນ
-ຄຳມ່ວນເປັນເຂດແຄ້ວນ..........................................ຖານຖິ່ນລຳມະຫາໄຊ
ຊຸບຫນໍ່ໄມ້ກໍ່ໂດ່ງດັງ.....................................................ແກງສານກໍ່ແຊບພ້ອມ
ເຂົ້າຫົນມປ່ານກໍ່ຫອມແທ້.........................................ໄປແວ່ນຢາມກາບພະທາດ
ທ່າແຂກອາດຫານກ້າ................................................ຈາລຶກໄວ້ໃນປື້ມຄຳພຸ້ນໄດ
-ແຜ່ນດິນຄຳເພີ່ນກ່າວໄວ້..............................................ວ່າແມ່ນສະຫວັນນະເຂດລາວກາງ
ເຊີ່ງມີປາງບຸນງັນ.......................................................ທາດອີງຮັງຊູ່ປີແທ້
ເປັນບ່ອນກຳເນີດຂື້ນ....................................................ລຳຜະຫຍາສີ່ຢ່າງ
ໄດໂນເສົາເອກອ້າງ.....................................................ມີຄ່າລ້ຳຄູ່ເມືອງ
-ສາລະວັນລືທົ່ວເຟື້ອງ..................................................ຫລາຍສິ່ງນາປະການ
ທັງເຫລົ້າຂາວສາວລາວເທິງ...........................................ບ້ານນາໄຊແດນຫມາກພ້າວ
ປີ້ງໄກ່ກໍ່ລືກ້ອງ............................................................ໃຜບໍ່ຊີມມາບໍ່ຮອດ
ລຳສາລະວັນກອດກ້ຽວ...................................................ພາຄູ່ຟ້ອນເຕ້ຍລົງ
-ພູນາງລາວປະດັບເອ້.....................................................ຄຽງຄູແຂວງເຊກອງ
ລອງພາກັນດື່ມເຫຼົ້າໄຫ.....................................................ເມືອງດາກຈຶງຂອງດີແທ້
ສາຍທາລາເຢັນລ້ຳ........................................................ມາພາກັນລົງອາບ
ຕາດແສກງາມດັ່ງນ້ອງ..................................................ສາວເຊກອງນັ້ນຍີ້ມງາມ
-ອັດຕະປືກໍ່ມີເຄົ້າ...........................................................ບໍ່ມີໄກ່ຕ້ອງຂາຍຄຳ
ສະແດງເຖີງຄວາມຮັ່ງມີ...................................................ມາແຕ່ຄາວປະຖົມພຸ້ນ
ພະອົງແສນສະຖິດຕັ້ງ………………………………………ປະດັບແດນເມືອງໃຫຍ່
ລຳທານແລະປ່າໄມ້…………………………………………ຂຽວສະອຸ້ຊຸ່ມເຢັນ
-ສຸດທ້າຍຂໍກ່າວເນັ້ນ..............................................ແດນໄຕ້ສຸດແຫ່ງດິນລາວ
ຊື່ວ່າຈຳປາສັກ.......................................................ວັດພູຫີນສະຖິດຕັ້ງ
ມີວັງປ່າຂ່າແກ້ວ.......................................................ຄອນພະເພັງຫລີ່ຜີຊ່າ
ກາເຟຫອມຂອງດີແທ້................................................ສີພັນດອນນັ້ນກໍ່ເລົ່າລື
-ຂໍຈົບພຽງເທົ່ານີ້......................................................ກອນກ່າວພັນລະນາ
ແຕ່ວ່າຍັງບໍ່ຫມົດ.......................................................ຍົກມາພຽງໃຫ້ນຶກຍ້ອນ
ຫາກວ່າໃຜຢາກໄປຄົ້ນ...............................................ຫາຄວາມຈິງວ່າມີບໍ່
ຮຽນຂໍ່ເຊີນທ່ານໄປພໍ້.................................................ບາດແລ້ວຊິບໍ່ລືມ ຊັ້ນໄດ໋

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nol ຂຽນວ່າ...

+ຂ້ອຍຂໍຊົມເຊີຍເຈົ້າ....................................ແຕ່ງກອນເກັ່ງແລະດີຫລາຍ
ບັນລະຍາຍໄດ້ດີ........................................ແຖມຍັງມີຄວາມຫມາຍດີອີກພ້ອມ
ເຊີນມາຂຽນກອນກ້ອມ..................................ຖະຫນອມໄວ້ວາດບົດກອນ
ຊ່ວຍມາສອນແລະແນະນຳ.............................ເພື່ອວິລະກຳຂອງລາວຈະເລີນກ້າວ.ໃດທ່ານເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອໍເຂົ້າໃຈແລ້ວ---------------------ວ່າແຕ່ເຈົ້າໄປທາງໃດ
ຄືບໍ່ເຫັນມາແຕ່ງກອນ-------------ຕອບກາບກັນແດ່ນັ້ນ
ໄປເຮັດຫຍັງຢູ່ຊັ້ນ-----------------ບໍ່ເຫັນມາຖາມໄຖ່
ຈາກໄປຫຼາຍມື້ແລ້ວ---------------ບໍ່ເຫັນເຈົ້າ ຕັ້ງວ່າ 3 ມື້ພຸ້ນນະ

+ ຫັ້ນຫນ່າ!!!ຂ້ອຍຢູ່ໜີ້ລະເຈົ້າ.....................ເຮົາບໍ່ໄດ້ໄປໃສດອກໃດສ່ຽວ
ມາລໍ່າດຽວແລຢື້.................................... ກະທູ້ກອນທຸກເຊົ້າຄໍ່າ
ຍັງຈົດຈຳຢູ່ສູ້ມື້......................................ບໍ່ຄືເຈົ້າກ່ວາວ່າມາ
ຍັງບໍ່ໄລລືມລາ......................................ທຸກຄຳຈາໃນກອນນີ້.ເພື່ອນເອີຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ ຄັນວ່າຊັ້ນ-----------------ກໍ່ດີແລ້ວເດ
ມາແຕ່ງກອນຮາເຮ---------ໃຫ້ພໍມ່ວນແມ້ງ
ຢ່າທຳເປັນແກ້ງ-------------ບໍ່ໃຫ້ເຫັນລີ້ຢູ່
ຜູ້ຕິດຕາມທາງນີ້-----------ຄິດວ່າໜີໄປໃສແລ້ວ ຊັ້ນດອກນ໋າ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອໍ ຄັນວ່າຊັ້ນ-----------------ກໍ່ດີແລ້ວເດ
ມາແຕ່ງກອນຮາເຮ---------ໃຫ້ພໍມ່ວນແມ້ງ
ຢ່າທຳເປັນແກ້ງ-------------ບໍ່ໃຫ້ເຫັນລີ້ຢູ່
ຜູ້ຕິດຕາມທາງນີ້-----------ຄິດວ່າໜີໄປໃສ ຊັ້ນດອກນ໋າ

+ມື້ໃດຫາກໄດ້ເຂົ້າ...................ພັນລາວເຮົາຂ້ອຍຕ້ອງຕອບ
ປະກອບຄວາມເຫັນພ້ອມ.............ບໍ່ຄອມໄປງ່າຍໆ
ບໍ່ເຂົ້າມາຫລາຍລ້າ...................ຕ້ອງໄດ້ຈາຂານຕອບ
ປະກອບຄອມເມັນໃຫ້.................ສົມໃຈຈັ່ງຊິອອກ.ພຸ້ນໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
+ ໄປໃສເດ ພາສຸກ ເຈົ້າ..................ຄືເຫງົາໄປມິດຈີ່ຫລີ່
ມິດອີ່ຫລີບໍ່ໄດ້ຍີນສຽງເວົ້າ.................ຂອງເຈົ້າລ່າຍກອນ
ໄປເຫງົານອນຢູ່ເບື້ອງ......................ທາງໃດເດລະສ່ຽວ
ມາກ້ຽວກອນກັບຂ້ອຍ.......................ກະວີນ້ອຍສົ່ງຫາ.ແດ່ໃດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ໄປໃສເດ ພາສຸກ ເຈົ້າ..................ຄືເຫງົາໄປມິດຈີ່ຫລີ່
ມິດອີ່ຫລີບໍ່ໄດ້ຍີນສຽງເວົ້າ.................ຂອງເຈົ້າລ່າຍກອນ
ໄປເຫງົານອນຢູ່ເບື້ອງ......................ທາງໃດເດລະສ່ຽວ
ມາກ້ຽວກອນກັບຂ້ອຍ.......................ກະວີນ້ອຍສົ່ງຫາ.ແດ່ໃດ

ໂອ ບໍ່ໄດ້ໄປໃສດອກສ່ຽວເຈົ້າ-------------ນັ່ງເຫງົານອນຢູ່ນີ້ລະ
ຖ້າມີກອນຕອບມາ---------------------------ຫາກຊິຕອບໄປດອກເຈົ້າ
ພຽງແຕ່ເຈົ້າເອີ່ຍເວົ້າ------------------------ຈາເປັນກອນກາບ
ເວລາຫວ່າງຫາກໄດ້-----------------------ຕໍ່ກອນກ້ຽວນຳກັນ ດອກນ໋າ :)

+ ຄິດວ່າໄປທາງຫນ້າ......................ບໍ່ດຽວມາແລລໍ່າ
ປະໃຫ້ວິລະກຳນ້ອຍ.........................ກະວີຂ້ອຍໂລດຫງຽບເຫງົາ
ບາດໄດ້ຍີນສຽງເຈົ້າ........................ກະວີເຫົງາກັບສົດຊື່ນ
ຕື່ນຂື້ນມາກັບບາດພ້ອມ.....................ກະວີກ້ອມໂລດສົ່ງຫາ.ນັ້ນຫນາ

ບໍ່ຫງຽບເຫົງາດອກເຈົ້າ----------------ແຕ່ງໂລດແຕ່ງກອນໄປ
ແຕ່ໄດ້ຫຼາຍໆ---------------------------ກາບກອນຫຍັງກໍ່ໄດ້
ຈະເປັນກອນຮັກໄຄ້---------------------ຫຼືກອນທ່ອງທ່ຽວ
ແຕ່ງເອົາໄວ້ອ່ານໂລດ-----------------ພໍອ່ານຫຼິ້ນມ່ວນກັນ ແທ້ແລ້ວ :)

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaikeoTBS ຂຽນວ່າ...
+ ໄປໃສເດ ພາສຸກ ເຈົ້າ..................ຄືເຫງົາໄປມິດຈີ່ຫລີ່
ມິດອີ່ຫລີບໍ່ໄດ້ຍີນສຽງເວົ້າ.................ຂອງເຈົ້າລ່າຍກອນ
ໄປເຫງົານອນຢູ່ເບື້ອງ......................ທາງໃດເດລະສ່ຽວ
ມາກ້ຽວກອນກັບຂ້ອຍ.......................ກະວີນ້ອຍສົ່ງຫາ.ແດ່ໃດ

ໂອ ບໍ່ໄດ້ໄປໃສດອກສ່ຽວເຈົ້າ-------------ນັ່ງເຫງົານອນຢູ່ນີ້ລະ
ຖ້າມີກອນຕອບມາ---------------------------ຫາກຊິຕອບໄປດອກເຈົ້າ
ພຽງແຕ່ເຈົ້າເອີ່ຍເວົ້າ------------------------ຈາເປັນກອນກາບ
ເວລາຫວ່າງຫາກໄດ້-----------------------ຕໍ່ກອນກ້ຽວນຳກັນ ດອກນ໋າ :)

+ ຄິດວ່າໄປທາງຫນ້າ......................ບໍ່ດຽວມາແລລໍ່າ
ປະໃຫ້ວິລະກຳນ້ອຍ.........................ກະວີຂ້ອຍໂລດຫງຽບເຫງົາ
ບາດໄດ້ຍີນສຽງເຈົ້າ........................ກະວີເຫົງາກັບສົດຊື່ນ
ຕື່ນຂື້ນມາກັບບາດພ້ອມ.....................ກະວີກ້ອມໂລດສົ່ງຫາ.ນັ້ນຫນາ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນກອນໂລດ--------------ຢ່າຄິດຫຍັງຫຼາຍ
ຂຽນໄປໄກ------------------ຍິ່ງດີໄປໜ້າ
ຄິດແນວກ້າ-----------------ຫານສະແດງອອກ
ບອກກໍ່ຮູ້---------------------ກອນເຈົ້າມ່ວນຫຼາຍ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຂຽນກອນໂລດ--------------ຢ່າຄິດຫຍັງຫຼາຍ
ຂຽນໄປໄກ------------------ຍິ່ງດີໄປໜ້າ
ຄິດແນວກ້າ-----------------ຫານສະແດງອອກ
ບອກກໍ່ຮູ້---------------------ກອນເຈົ້າມ່ວນຫຼາຍ

ສ່ຽວເພີ່ນແຕ່ງກອນເຈັດຫລືຄຳປະຈຳບ່ອນວ່າຄັກເນາະ...ຂໍຕໍ່ນຳໃດ..

+ຄິດອ່າວໂອ້........................ນຳເພີ່ນຂຽນກອນ
ແສນອອນຊອນ......................ມ່ວນມັນກອນເຈົ້າ
ຄຳກອນເວົ້າ..........................ສາວພາແສນມ່ວນ
ຄິດຄໍ່າຄ້ອຍ...........................ໃຈນ້ອຍມ່ວນມັນ.ແທ້ເດ
+ເຊີນສ່ຽວເຈົ້າ........................ມາຕໍ່ຈາກອນ
ກະວີວອນ..............................ສົ່ງຫາຈາຕ້ານ
ຄິດຮອດບ້ານ..........................ເມືອງຊຳເດສ່ຽວ
ມາຢູ່ພີ້...................................ໃຈນີ້ຮໍ່າຫາ.ເດໜໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກອນຄັກແທ້------------ເຕີມແຕ່ງໄປໂລດ
ເຈົ້າຈະໂພສ------------ຈົ່ງແຕ່ງໄປໃຫ້
ເປັນກອນໄດ້------------ກໍດີເຕີມຕໍ່
ກອນກາບນັ້ນ-----------ມ່ວນແລ້ວຢູ່ເດີ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກອນຄັກແທ້------------ເຕີມແຕ່ງໄປໂລດ
ເຈົ້າຈະໂພສ------------ຈົ່ງແຕ່ງໄປໃຫ້
ເປັນກອນໄດ້------------ກໍດີເຕີມຕໍ່
ກອນກາບນັ້ນ-----------ມ່ວນແລ້ວຢູ່ເດີ

+ຄິດຮໍ່າຮູ້...............ຍາມຢູ່ໄກຕາ
ຍາມຈາກລາ............ຮໍ່າຫາເຖີງບ້ານ
ເຮົາຈາຕ້ານ.............ເມືອງຊຳບໍສ່ຽວ
ກອນກ່າວກ້ຽວ...........ເຖີງບ້ານຖີ່ນຫລັງ.

+ ມາຢູ່ພີ້.................ມີບໍ່ຫວນຫາ
ຄະນີງນຳ.................ບໍ່ເດທາງບ້ານ
ລອງກ່າວຕ້ານ..........ຈາຂານໃດສ່ຽວ
ຫລືຢູ່ພີ້....................ລືມແລ້ວຖີ່ນຫລັງ.ບໍ່ໜໍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາໂລດແລ້ວ--------------ເລົ່າເລື່ອງວຽງໄຊ
ແຕ່ກ່ອນໄກ------------------ຂ້ອຍຢູ່ທີ່ນັ້ນ
ເປັນທີ່ໝັ້ນ-------------------ປະຫວັດສາດລຶກ
ຮູ້ສຶກແທ້---------------------ຄິດແລ້ວບໍ່ລືມ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ອີກນ່ຶງກະທູ້......................ຫວັງຊ່ວຍຍູ້ ...........ຄວາມຮູ້ເລື່ອງກອນ
ເປັນບ່ອນປັ້ນ....................ສັນສ້າງກະວີ...........ຜູກໄມຕຣີ
ຄັນຮັກມັກ........................ໃນລົດກອນ............ອອນຊອນຫວານ
ຮ່ວມປະສານ....................ວາດທະສິນ............ກິ່ນກະວີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາມເດິກແລ້ວ--------------ເຮົາກໍ່ຈະນອນ
ມາອ່ານກອນ----------------ກ່ອນນອນດີແລ້ວ
ຝັນເຫັນແກ້ວ---------------ເພັດງາມໃສສ່ອງ
ບາດເບິ່ງແທ້---------------ແມ່ນແວ່ນຂ້າງຝາ ແທ້ເດ ແຮໆ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຍາມເດິກແລ້ວ--------------ເຮົາກໍ່ຈະນອນ
ມາອ່ານກອນ----------------ກ່ອນນອນດີແລ້ວ
ຝັນເຫັນແກ້ວ---------------ເພັດງາມໃສສ່ອງ
ບາດເບິ່ງແທ້---------------ແມ່ນແວ່ນຂ້າງຝາ ແທ້ເດ ແຮໆ

ເປັນເຊັ່ນນັ້ນ.................................ຝັນມ່ວນຊວນຫາ
ມີເວລາ......................................ແມ່ນມາຈາເວົ້າ
ກາບກອນເຈົ້າ..............................ຈາໄປແສນມ່ວນ
ມັນມ່ວນແມ້ງ................................ຍາມຂ້ອຍພົບເຫັນ.ແທ້ເດ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມ່ວນກາບເຈົ້າ-------------ຍິ່ງອ່ານຍິ່ງຫວານ
ມ່ວນສຳລານ--------------ບໍ່ຢາກຈະເວົ້າ
ຍາມກິນເຂົ້າ---------------ຄິດຮອດກອນກາບ
ຍາມອາບນ້ຳ--------------ກໍ່ເວົ້າເປັນກອນ