ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ...ຖ້າມີຄົນສອງຄົນຖາມເຮົາວ່າຈະເລືອກໃຜ ຈະເຮັດແນວໃດ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫດການຈິງທີ່ເກີດຂຶ້ນກັບຂ້າພະເຈົ້າ ປະມານຫລາຍປີກ່ອນ ,ມືຫນຶ່ງສາວທັ້ງສອງ(ງາມທັງ2)ໄດ້ນັດກັນ(ແຕ່ບໍ່ບອກຂ້າພະເຈົ້າ ) ຢູ່ທີ່ 3ດາວ2 ເວລາ 2ໂມງແລງ
ເມື່ອໄປຮອດກະເຫັນອີກຜູ້ຫນຶ້ງ ນັ່ງຖ້າຢູ່ ຫົວໃຈຂພຈ ເຕັນຕູມໆໆຮ້າຍກວ່າຈັງຫວະHIPHOP ແລ້ວເຂົາກະນັ່ງລະຫວ່າງກາງຂພຈ ແລ້ວສະຕ້າດ
ຄຳເວົ້າໂລກແຕກວ່າ ((ບອກມາໂລດ ງ່າຍໆນະ......ເພິ່ນຈະເລືອກໃພ ບອກມາຕາມຕົງສະ!!)) ໃຈແທ້ຢາກເລືອກທັ້ງ 2 ຄົນ ແຕ່ເປັນໄປບໍ່ໄດ້


....... ສຸດທ້າຍຂ້າພະເຈົ້າກະ ລຸກຂຶ້ນລະກະຍາງໄປຂຶ້ນລົດລະກະຂັບຫນີ.....ຂ້າພະເຈົ້າຄິດມາຕະຫລອດວ່າເຮັດຖືກຫຼືຜິດ


ສົມມຸດວ່າຖ້າແມ່ນເພື່ອນຍິງແລະເພື່ອນຊາຍເດ໋ , ຈະເຮັດແນວໃດ....?


ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຖ້າແມ່ນຂພຈແມ່ນລົມຄົນດຽວແຕ່ທຳອິດ

"no one is perfect"

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື້ອກສອງຄົນເລີຍ


໐ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ຖາມໃຈໂຕເອງວ່າຕ້ອງການໃຜຫຼາຍກວ່າກັນ


໘ ກະທູ້
໒໑໕ ໂພສ
ນັກການກະທູ້
ໂອຍຍຍຍຍ ຢາກເກັບເຈົ້າເອົາໄວ້ທັງສອງຄົນ...


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ຄນນ່າຕາດີຍູ່ແລ້ວ ສອກເອາໃຫມ່ດຸ 555


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນັດຢູ່ສາມດາວສອງອີກ ເລືອກຍາກເລີຍ

~Vਕਆpïrєی™~

໘ ກະທູ້
໒໑໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ນັດຢູ່ສາມດາວສອງອີກ ເລືອກຍາກເລີຍ


ປ່ຽນບ່ອນນັດແດ່ດຸຫັ້ນ


໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາທັງສອງເລີຍ

you will when you believe

໘ ກະທູ້
໒໑໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
ເອົາທັງສອງເລີຍ


ໂລບມາກລາບຫາຍເດີ້ ຄຸນຊາຍ


໘ ກະທູ້
໒໑໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
ເອົາທັງສອງເລີຍ


ໂລບມາກລາບຫາຍເດີ້ ຄຸນຊາຍ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ceng ຂຽນວ່າ...
ຖ້າແມ່ນຂພຈແມ່ນລົມຄົນດຽວແຕ່ທຳອິດ



ເອົາໄປເລີຍ 3 ດາວ...


໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ເລື້ອກສອງຄົນເລີຍha22222

ຄົນໄກບ້ານ........ຍາກກັບບ້ານເດ່

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຕອບບໍ່ໄດ້ຄືກັນ ເພາະຕອນນີ້ກໍ່ກຳລັງຜະເຊີນກັບບັນຫາຄ້າຍໆກັນຢູ່

ຫວານຕົ້ນຈືດປາຍ

໘ ກະທູ້
໒໑໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...
ຕອບບໍ່ໄດ້ຄືກັນ ເພາະຕອນນີ້ກໍ່ກຳລັງຜະເຊີນກັບບັນຫາຄ້າຍໆກັນຢູ່


ພັດວ່າຊ້ານນນນນນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ແໝ໋ ຜູ້ສາວຍາດກັນ ອິດສາເດ້

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ອິດສາ ຮິຮິຮິ ເຮົາບໍ່ເຄີຍມີຈັງຊີຈັກເທື່ອ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຣົຖມັນຊົນກັນຊັ້ນເບ໋າະ?

ໝີໄປຈັ່ງຊັ້ນມັນກະ ບໍ່ປານໃດລະ ເປັນຫຍັງບໍ່ສເນິໃຫ້ເຂົາເຈົ້າຕົກລົງປົງໃຈກັນເອັງວ່າໃຜຈະພົບວັນຈັນ ຫຼຶວັນຄານ!?


໖ ກະທູ້
໑໐໖ ໂພສ
ນັກການກະທູ້
ເອົາທັງ 2


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ບໍ່ເອົາຈັກຄົນ ໄປຫາຄົນໃໝ່ດີກ່ວາ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຣົຖມັນຊົນກັນຊັ້ນເບ໋າະ?
ໝີໄປຈັ່ງຊັ້ນມັນກະ ບໍ່ປານໃດລະ ເປັນຫຍັງບໍ່ສເນິໃຫ້ເຂົາເຈົ້າຕົກລົງປົງໃຈກັນເອັງວ່າໃຜຈະພົບວັນຈັນ ຫຼຶວັນຄານ!?


ຮະຮະ......

ສວກຍອກ............

ແມ່ນໆ...... ຖ້າເປັນເຮົາໆຈະບໍ່ຫັນຫລັງໃຫ້ປັນຫາ.......
ປັນຫາມີໄວ້ໃຫ້ແກ້.. ບໍ່ໄດ້ມີໄວ້ໃຫ້ແລ່ນຫນີ................


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປັນຫາມີໄວ້ໃຫ້ແກ້.. ບໍ່ໄດ້ມີໄວ້ໃຫ້ແລ່ນຫນີ................<=====



ທີ່ຂພຈ ຕ້ອງຍ່າງຫນີ ຍ້ອນວ່າ ທັງ2 ໄດ້ລົມກັນແລ້ວ ວ່າ ຖ້າຂພຈ ເລືອກແລ້ວ ຜູ້ຫນຶ່ງຕ້ອງບໍ່ມາວົນອີກ ບໍ່ຊັ້ນຊິໄຫ້ຫມູ່ລັດຕີ

(ເວົ້າງ່າຍໆກະນັກເລງທັງ2)ແລະຕອນທີ່ຊ໊ອດເດັດທີ່ສຸດແມ່ນຕອນທີ່ຂ້າພະເຈົ້າເວົ້າວ່າຮັກທັງສອງຄົນ ເຮັດໄຫ້2 ສາວບໍ່ພໍໃຈຈົນຜູ້ຫນຶ່ງດຶງຄໍເສື້ອຂພຈ ລຸກຂຶ້ນຈາກຕັ່ງແລ້ວຮ້ອງບອກວ່າ((ບໍ່ເຈົ້າຕ້ອງເອົາຜູ້ດຽວບໍ່ຂ້ອຍກະລາວ!!))

ຕໍ່ໜ້າຄົນ20-3ຄົນທີ່ພາກັນແນມເບິ່ງ ...ຄິດພາບເອງສະ....ຂພຈ ພຍາມບໍ່ຢາກເລົ່າຄວາມຈິງຕອນນີ້ ເກີດມາບໍ່ເຄີຍຖືກໃຜຈີກຫນ້າຕໍ່ຫນ້າຄົນແບບນີ້!!! (ຄວາມຄິດຕອນນັ້ນແມ່ນ Kuໄປດີກວ່າ)

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຢ່າງຄັນເຮົາຮູ້ຢູ່ແລ້ວວ່າໄປບໍ່ໄດ້ແລ້ວກໍ່ຢ່າຝືນໄຫ້ມັນບານປາຍ ອອກມາສະຮັກສາສະພາບໄວ້ດີກວ່າ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍສົມຄວນ.............



໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ບໍ່ມີຫຍັງ ຢູ່ໃນກໍໄຜ


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ

"no one is perfect"

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອຸກໃຈນຳຢູ່..​ອິອິ

<-----ຄົນໃຈດີແຟນຄລັບ

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄັນແມ່ນຂ້ອຍກໍ່ຈະປະທັງ 2 ເພາະຍຸດຕິທຳທີ່ສຸດ ບໍມີຄົນດີໃຈແລະ-ໍມີຄົນສະໃຈ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂາດເທີກໍ່ເຫງົາ ຂາດເຂົາກໍ່ເສຍໃຈ ປະມານນັ້ນແມ່ນເບາະ ເຮິເຮິເຮິ



໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຖ້າມີຄຳຖາມໂລກແຕກໃນຕອນທີ່ເຮົາບໍ່ທັນໄດ້ຕັ້ງໂຕມັນກາຕອບຍາກຄືກັນ ແຕ່ວ່າ ໃນຕອນນັ້ນເຈົ້າຄືບໍ່ຖາມໂຕເອງວ່າຕ້ອງການໃຜຫຼາຍກວ່າ ຫຼືວ່າເຈົ້າລົມທັງສອງໂດຍບໍ່ຄິດຈະຈິງຈັງກັນແທ້ ແລະຖ້າເຈົ້າຮັກ1ໃນ2ຄົນນັ້ນເປັນຫຍັງຄືບໍ່ເວົ້າອອກໄປເລີຍໂລດ(ຄັນໃຫ້ມາເວົ້າຄືນຕອນນີ້ກາບໍ່ໄດ້ຊ່ວຍຫຍັງລະແຫຼະ ເພາະມັນຜ່ານມາຫຼາຍປີແລ້ວແມ່ນບໍ່)


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>