ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມີບໍລິສັດແຫ່ງໜຶ່ງຜະລິດເກີບອອກຈຳໜ່າຍ ແລະ ສົ່ງພະນັກງານສອງຄົນໄປເບີ່ງທ້ອງຕະຫຼາດທີ່ທະວີບອາຟຣິກາ.
ພະນັກງານຜູ້ທີ່ໜຶ່ງໄປສັງເກດການເຫັນວ່າ ປະຊາຊົນພົນລະເມືອງຢູ່ທະວີບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບຈັກຄົນເລີຍ. ດັ່ງນັ້ນ, ລາວຈິ່ງໂທກັບໄປຫາບໍລິສັດແລ້ວແຈ້ງຄວາມວ່າປະຊາຊົນພົນລະເມືອງຂອງທະວິບອາຟຣິການີ້ ບໍ່ມີໃຜພາກັນໃສ່ເກີບເລີຍ ລາວກໍ່ເລີຍຫ້າມບໍ່ໃຫ້ທາງບໍລິສັດນຳເອົາໄປຂາຍເພາະຢ້ານວ່າຈະບໍ່ມີຄົນຊື້ ແລະ ໃນເວລາດຽວກັນນັ້ນພະນັກງານຜູ້ທີ່ສອງ ທີ່ທາງບໍລິສັດສົ່ງໄປນັ້ນກໍ່ໂທມາຫາບໍລິສັດ ແລະ ແຈ້ງຄວາມວ່າ ປະຊາພົນພົນລະເມືອງໃນທະວີບນີ້ບໍ່ມີໃຜໃສ່ເກີບ ຫາກເຮົາເອົາເກີບໄປຂາຍໃຫ້ເຂົາກໍ່ຄືສິມີຄົນຊື້ ແລະ ໄດ້ຂາຍດີ. ດັ່ງນັ້ນ, ລາວຈິ່ງໂທສັ່ງໃຫ້ບໍລິສັດຂອງລາວໃຫ້ເອົາເກີບ ໄປຂາຍໃຫ້ປະຊາຊົນຄົນອາຟຣິກາ...
... ນີ້ຄືຕົວຊີ້ວັດລະຫວ່າງຄົນທັງສອງຄົນ ຄື: ຄົນທີ່ໜຶ່ງຄິດໃນແງ່ລົບ ສ່ວນຄົນທີ່ສອງຄິດໃນແງ່ບວກ. ຢູ່ໃນຊີວິດຂອງເຮົາກໍ່ເໝືອນກັນ ຫາກເຮົາຄິດໃນແງ່ລົບຫຼາຍເກີນໄປ ມັນກໍ່ມອງບໍ່ເຫັນໂອກາດ. ດັ່ງນັ້ນ, ຈິ່ງຢາກໃຫ້ທຸກທ່ານມອງໂລກໃນແງ່ດີແດ່ ເພື່ອຊີວິດຈະໄດ້ດີຂື້ນ ສັງຄົມກໍ່ຈະໜ້າຢູ່ກວ່ານີ້ ດຽວພໍຊ່ຳນີ້ສະເນາະເວົ້າຫຼາຍມັນກໍ່ມີແຕ່ສະຍາວ ເອົາເປັນວ່າຂໍຝາກຄຳຄົມໄວ້ກອນໜຶ່ງສະ ຄື: ບາງສິ່ງບາງຢ່າງທີ່ທ່ານເຫັນອາດບໍ່ເປັນດັ່ງທີ່ທ່ານຄິດ...ສະເໝີໄປ...
ຈະເລີນທັມມມມມມມມມມມມມມມມ !
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|