ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂ້າພະເຈົ້າຈະລົງທະບຽນຍາ ຕ້ອງເຮັດແນວໃດ

໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າຕ້ອງການລົງທະບຽນຍາ ຂໍ ອຍ. ຕ້ອງພົວພັນນຳໄຜ ເຮັດແນວໃດ ຄ່າໃຊ້ຈ່າຍຫຼາຍປານໃດ
ຂໍທິດຊີ້ນຳແນ

ຂໍຂອບໃຈ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
...ລົງທະບຽນຍາ ຫລື ຢາ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາ ຫຼື ຍາ? ງົງ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຄັນລົງທະບຽນ ຢາ ຄົງຈະເປັນຢາພື້ນເມືອງຕິ ໃຫ້ທ່ານ ພົວພັນກັບພະແນກສາທາລະນະສຸກເດີ ມັນຈະມີອົງການ
ອາຫານ ແລະ ຢາ ເພິ່ນເຮັດວຽກສ່ວນນີ້ຢູ່


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ປະກອບເອກະສານເປັນໃບຢັ້ງຢືນທີ່ຢູ່ ຫລື ບັດປະຈຳ ຂອງຜູ້ຄອບຄອງຢາພື້ນເມືອງນັ້ນ
- ຂຽນໜັງສືສະເໜີໄປຫາພະແນກສາທາລະນະສຸກ ເຊິ່ງຈະມີຫລາຍໜ່ວຍງານແຕ່ໜ່ວຍງານທີ່ກ່ຽວຂ້ອງຄື ອຢ ປະຈຳແຂວງຫລືນະຄອນຫລວງ ທີ່ທ່ານຂື້ນສຳມະໂນຄົວຢູ່
- ນຳຕົວຢ່າງພືດທີ່ຕ້ອງການຂື້ນທະບຽນ ໃຫ້ທາງ ອຢ ເປັນຜູ້ກວດສອບ ຫລືວິໄຈ (ໄວ້ສຸດແມ່ນ 2 ທິດ)
- ເມື່ອຮູ້ຜົນກວດແລ້ວ ກໍ່ທຳການຂໍຂື້ນທະບຽນເລກທີ ອຢ ພ້ອມດ້ວຍເອກະສານການວິໄຈຄັດຕິດໄປພ້ອມ
ສ່ວນເຫລື່ອງທີ່ວ່າຈະທຳການ-ຄ້າຂາຍນັ້ນຍັງມີອີກທອດໜຶ່ງຕ່າງຫາກ...
ຄ່າໃຊ້ຈ່າຍໃນການກວດນີ້ໜ້າຈະບໍ່ເກີນ 1 ລ້ານກີບ ເພາະເຄີຍເອົາເຄື່ອງດື່ມໄປກວດກ່ອນຂື້ນທະບຽນນີ້ກະມີແຕ່ 5-6 ແສນກີບແຕ່ມັນມາຈ່າຍຫລາຍ
ຢູ່ແຕ່ກ້ອງໂຕະນີ້ແລະ ມີເງິນໄປກະໄດ້ໄວ ຄັນເງິນບໍ່ທັນກະໄດ້ຊ້າາາາາາາ


໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ແມ່ນແລ້ວ ຂ້າພະເຈົ້າຕ້ອງການລົງທະບຽນຢາ ເພື່ອຈະທຳການຄ້າຂາຍ
ຂໍຂອບໃຈທຸກໆ ຄຳເຫັນ ໂດຍສະເພາະ ທ່ານ Thy