ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » (^_^) ການເບິ່ງໂລກໃນແງ່ດີ (^_^)

໒ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ການທີ່ເຮົາເບິ່ງໂລກດ້ວຍຈິດໃຈທີ່ໃສສະອາດ…ໂລກທັງໂລກມັນກໍໃສສະອາດ…ແມ່ນບໍ່ ?
ມັນຂຶ້ນຢູ່ກັບໃຈເຮົາທີ່ເລືອກສິເບິ່ງໂລກໃນແງ່ມຸມໃດ..ມັນບໍ່ໄດ້ຂຶ້ນຢູ່ກັບໂລກ…ໂລກມັນເປັນແນວໃດ..ມັນກໍເປັນຂອງມັນແນວນັ້ນແລະ ບໍ່ປ່ຽນແປງຫຍັງ..ມັນຂຶ້ນກັບໃຈເຮົາຕ່າງຫາກທີ່ສິເລືອກເບິ່ງໂລກໃນມຸມໃດ…
ເຮົາມັກເຫັນສື່ຕ່າງໆດັ່ງປະເທດພື່ອນບ້ານອອກມາໃຫ້ເຫັນບໍ່ເວັ້ນແຕ່ລະວັນ ແລະເວົ້າວ່າ:
‘’ ພຣະທີ່ວັດບໍ່ດີ…ຄູອາຈານມັກດ່າ…ຜູ້ພິພາກສາມັກກິນສິນບົນ…ຫມໍມັກຂູດຮີດຄ່າຮັກສາປິ່ນປົວ…‘’
ແມ່ຕູ້ເຕືອນເຮົາໄວ້ວ່າ:
ບໍ່ມີພຣະບໍ່ດີດອກລູກ...ເພາະຄົນທີ່ບໍ່ດີບໍ່ແມ່ນພຣະ
ບໍ່ມີຄູອາຈານທີ່ມັກດ່າ…ເພາະຄົນທີ່ມັກດ່າບໍ່ແມ່ນຄູ
ບໍ່ມີຜູ້ພິສາທີ່ມັກກິນສິນບົນ…ເພາະຄົນທີ່ກິນສິນບົນບໍ່ແມ່ນຜູ້ພິພາກສາ
ບໍ່ມີຫມໍທີ່ຂູດຮີດຄ່າປິ່ນປົວດອກ…ເພາະຄົນທີ່ຂູດຮີດຄ່າປິ່ນປົວບໍ່ແມ່ນຫມໍ
ບໍ່ມີໃຜຜິດໃຜຖືກດອກລູກ ທຸກຄົນຕ່າງເປັນໄປຕາມຄັນລອງຂອງຕົນ

ຖ້າເຈົ້າພະຍາຍາມທີ່ຈະຄົ້ນຫາຄວາມຊົ່ວຂອງຄົນອຶ່ນ
ຄວາມຊົ່ວທັງຫມົດສິມາໂຮມຢູ່ຫົວເຈົ້າ
ປາກມີຫນ້າທີ່ເວົ້າ…ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງເວົ້າດີກັບເວົ້າຊົ່ວ
ໃຈມີຫນ້າທີ່ຄິດ...ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງຄິດດີກັບຄິດຊົ່ວ
ຢ່າເວົ້າຊົ່ວສິເປັນລາງປາກ…ຢ່າຄິດຊົ່ວສິເປັນລາງໃຈ
ສິເຮັດຫຍັງທຳຫຍັງກໍຕາມ…ຂໍໃຫ້ຄິດໃນສິ່ງທີ່ດີ…ເວົ້າໃນສິ່ງທີ່ດີ…ເຮັດໃນສິ່ງທີ່ດີ..
ຊີວິດຂອງເຮົາກໍຈັກໄປດ້ວຍດີ …ແມ່ນບໍ?

ໃຜບອກໃຫ້ຂ້ອຍເຂົ້າມາຫວະ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລືອກເອົາແຕ່ສິ່ງທີ່ດີ ນັ້ນຄືບັນດິດໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໓ ກະທູ້
໑໕໙ ໂພສ
ນັກການກະທູ້
ແມ່ນໆ
ຄົນຈະດີຫຼືຊົ່ວ ຢູ່ທີການກະທຳ...ຖ້າເຈົ້າກະທຳແຕ່ຄວາມດີ ກໍສະແດງວ່າເຈົ້າເປັນຄົນດີ^_^


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ແມ່ນໆ

ຄົນຈະດີຫຼືຊົ່ວ ຢູ່ທີການກະທຳ





໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຄັນຄົນເບິ່ງໄດ້ແບບນີ້ສັງຄົມຈະສະຫງົບສຸກທີ່ສຸດ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ເປັນຄຳສອນທີ່ດີຫລາຍ