ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » (^_^) ການໃຫ້ອະໄພທີ່ຖືກລືມ (^_^)

໒ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ

ຢູ່ນຳກັນກໍ່ຄວນຮັກແພງກັນແມ່ນບໍ ?
ຄົນເຮົານີ້ມັກມີພຶດຕິກຳແປກໆເນາະ
ເຫັນເຂົານຸ່ງເສື້ອສີຂາວ…ສີຂາວເຕັມທັງຫມົດຜືນເລີຍ
ແຕ່ຖ້າມີຈຸດໃດຈຸດຫນຶ່ງດຳຢູ່ຈຸດດຽວ
ເວລາເຮົາເບິ່ງເສື້ອນີ້ ເຮົາເບິ່ງຈຸດຂາວ ຫລືຈຸດດຳ ? ເບິ່ງຈຸດດຳ

ເຫັນບໍ່ວ່າ ?
ຄົນບາງຄົນສ້າງຄວາມດີມາເກືອບຕະຫລອດຊີວິດ..ມາເຮັດຜິດພາດເທື່ອດຽວ
ເຮົາໄປເວົ້າແຕ່ເລື່ອງຄວາມຜິດພາດຂອງລາວຕະຫລອດ
ປານວ່າລາວໄດ້ສ້າງແຕ່ຄວາມຊົ່ວຕະຫລອດຊີວິດຂອງລາວ
ເຮົາກັບບໍ່ເວົ້າເລື່ອງລາວຄວາມດີຂອງລາວທີ່ສ້າງມາເກືອບທັງຫມົດຊີວິດ
ເວລາເຮົາເຮັດຄວາມຜິດ….ເຮົາຢາກໃຫ້ຄົນອຶ່ນເຫັນໃຈເຮົາ
ແຕ່ເວລາຄົນອື່ນເຮັດຜິດ...ເຮົາກັບລືມທີ່ຈະເຫັນໃຈເຂົາ
ເວລາເຮົາເຮັດຄວາມຜິດ….ເຮົາຢາກໃຫ້ຄົນອຶ່ນໃຫ້ອະໄພເຮົາ
ແຕ່ເວລາຄົນອື່ນເຮັດຜິດ...ເຮົາກັບລືມທີ່ຈະໃຫ້ອະໄພເຂົາ

ຂົງເບັ້ງເຄີຍກ່າວໄວ້ວ່າ:
‘’ເມື່ອຄົນໃຊ້ມືຈົກລົງໄປໃນຂຸມ…ແຕ່ຈົກບໍ່ຮອດກົ້ນຂຸມ
ກໍມັກໂທດວ່າຂຸມນັ້ນເລິກ...ບໍ່ເຄີຍຄິດວ່າມືໂຕເອງສັ້ນ ‘’
ຄືດັ່ງຫມູ່ຂ້ອຍທ້າວພູສີ …ລາວເປັນນັກສຶກສາມາຈາກປາກເຊ ຮູບຮ່າງເຕ້ຍ
ຫລັງຈາກໄປຊື້ໂສ້ງທີ່ຕະຫລາດກັບມາ…ລາວຈົ່ມວ່າໂສ້ງນັ້ນຂາຍາວໂພດ
ກັບບໍ່ຄິດໂທດວ່າຕົນເອງຂາສັ້ນ…ແມ່ນບໍ່ລະ ?

ໃຜບອກໃຫ້ຂ້ອຍເຂົ້າມາຫວະ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ດີໆ ຂໍເອົາໄປເຜີຍແພ່ແດ່ເດີ