ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫຍັງຫຼາຍຄົນຈຶ່ງຢາກເປັນລັດຖະກອນ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ສົງໃສມາດົນວ່າ ເປັນຫຍັງຫຼາຍຄົນຈຶ່ງຢາກເປັນລັດຖະກອນ? ໜໍາບໍ່ຊ້ຳຍັງສົ່ງເສີມໃຫ້ລູກຫຼານເຂົ້າການລັດ ພາກັນຝາກລູກຝາກຫຼານເຮັດວຽກນຳລັດ? ທັ້ງໆທີ່ພາກັນຈົ່ມຕ່າງໆນານາ ເຊັ່ນ: ເງິນເດືອນບໍ່ພໍກິນລະ ແນວນັ້ນແນວນີ້.

^_^ sleepy girl

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ມີຫລາຍສາເຫດ
1. ເງິນເດືອນຫນ້ອຍ ແຕ່ຊ່ອງທາງການຫາເງິນຈາກຫນ້າທີ່ຫລາຍ
2. ຮຽນບໍ່ເກັ່ງ ບໍ່ສາມາດສະມັກວຽກທີ່ໄດ້ເງິນເດືອນຫລາຍໆໄດ້
3. ບໍ່ຕ້ອງດີ້ນລົນຫຍັງຫລາຍ ລັດລ້ຽງດູຈົນຕາຍ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນຫລາຍແມ່ນຄິດວ່າໄດ້ກິນຍາວນານ ສ່ວນຫລາຍຕ່ຳແຫນ່ງຕ່ຳບໍ່ລວຍດອກ
ນອກຈາກເປັນນັກການເມືອງ ຄູນີ້ອາໄສກິນຍາຍນານເອົາໄປສຳຫລວດມາແລ້ວຫນ້ອຍຫນຶ່ງ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນອົງການຈັດຕັ້ງໜຶ່ງທີ່ລັດເບິ່ງແຍງກວ້າງຂວາງທົ່ວປະເທດ, ເຊື່ອໝັ້ນວ່າໝັ້ນຄົງ, ນະໂຍບາຍ ສະຫວັດດີການສູງ, ສະເໝີພາບ, ສະບາຍກກາຍໃຈ(ຖ້າມັກ), ລັດສົ່ງເສີມໃຫ້ຮຽນ, ເຮັດວຽກອື່ນເສີມກໍ່ໄດ້, ລັດສົ່ງເສີມໃຫ້ມີວຽກນອກເພີ່ມ, ລັດເອົາໃຈໃສ່ປົກປ້ອງ...


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ເຮັດວຽກນໍາເອກະຊົນສ່ວນຫຼາຍຄູດຮີດແຮງງານ ນາຍຈ້າງເອົາລັດເອົາປຽບ...ວຽກງານບໍ່ໝັ້ນຄົງ


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ເຮັດວຽກນໍາເອກະຊົນສ່ວນຫຼາຍຄູດຮີດແຮງງານ ນາຍຈ້າງເອົາລັດເອົາປຽບ...ວຽກງານບໍ່ໝັ້ນຄົງ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ເປັນອົງການຈັດຕັ້ງໜຶ່ງທີ່ລັດເບິ່ງແຍງກວ້າງຂວາງທົ່ວປະເທດ, ເຊື່ອໝັ້ນວ່າໝັ້ນຄົງ, ນະໂຍບາຍ ສະຫວັດດີການສູງ, ສະເໝີພາບ, ສະບາຍກກາຍໃຈ(ຖ້າມັກ), ລັດສົ່ງເສີມໃຫ້ຮຽນ, ເຮັດວຽກອື່ນເສີມກໍ່ໄດ້, ລັດສົ່ງເສີມໃຫ້ມີວຽກນອກເພີ່ມ, ລັດເອົາໃຈໃສ່ປົກປ້ອງ...



ແຕ່ເງິນເດືອນຫນ້ອຍໆ​ ໄດ້ກິນຍາວນານ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...
ເຮັດວຽກນໍາເອກະຊົນສ່ວນຫຼາຍຄູດຮີດແຮງງານ ນາຍຈ້າງເອົາລັດເອົາປຽບ...ວຽກງານບໍ່ໝັ້ນຄົງ



ວຽກງານບໍ່ໝັ້ນຄົງ ແຕ່ໄດ້ເງິນເດືອນຫລາຍ ຫລາຍຄົນກະເລີຍມັກໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ເປັນລັດຖະກອນແລ້ວມີຄວາມສຸກກວ່າເປັນອາສາສະໝັກ



໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ລັດກຳອຳນາດ,ໄດ້ປຽບຄົນອື່ນ

ເຮັດກໍ່ໄດ້ກິນ,ບໍ່ເຮັດກໍ່ໄດ້ກິນ

ພັນທະຫົວໃຈ::

໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
1. ເງີນເດືອນຫຼາຍ
2. ບຸລິມະສິດຫຼາຍ ຫຼື ສະວັດດີການ”າຍ
3. ໝັ້ນຄົງ ຖາວອນ ຕະຫຼອດໄປ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຫລາຍສາເຫດຄືຫລາຍທ່ານກ່າວມາຫັ້ນແຕ່ສຳລັບຂ້ອຍແລ້ວຄິດວ່າຫລັກໆ:
01.ເຮັດວຽກສະບາຍໄປສວາຍເລີກສວາຍ...
02.ສະຫວັດດີການດີ...
03.ເງິນເດືອນຫນ້ອຍແຕ່ກໍ່ມີຊ່ອງຫ່ວາງຫລາຍ...
04.ໄດ້ເຂົ້າແລ້ວເຮັດວຽກເປັນຫລືບໍ່ເປັນ(ໄດ້ຫລືບໍ່ໄດ້ກໍ່ໄດ້ເຮັດ)...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແຕ່ວ່າພວກທີ່ເປັນລັດຖະກອນສ່ວນຫລາຍແມ່ນ ເອົາປຽບຜູ້ອອກແຮງກຸ່ມອື່ນ ທີ່ເສຍພາສີໃຫ້ລັດ ເພິ່ນເຮັດວຽກມື້ໜຶ່ງ ບໍ່ແມ່ນ ບໍ່ຮອດ 4 ຊົ່ວໂມງຊ້ຳວະ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ phantahoijai ຂຽນວ່າ...
ລັດກຳອຳນາດ,ໄດ້ປຽບຄົນອື່ນ

ເຮັດກໍ່ໄດ້ກິນ,ບໍ່ເຮັດກໍ່ໄດ້ກິນ


ຮ່າາາາາາາ ແມ່ນຄວາມໄປການຕອນເຊົ້າບາງຄົນເກົ້າໂມງຍັງບໍ່ຮອດຫ້ອງການ ອ້າງວ່າຄາວຽກ. ຕິດໄຟແດງ. ລົດຫລາຍ ສີ່ໂມງສາມໂມງເຄິ່ງກະເລີ້ມບໍ່ເຮັດວຽກລະທະຍອຍກັນກັບບ້ານ ບໍ່ຊັ້ນກະຕີໝາກບູນ ບາງຫ້ອງການຍັງຫລິ້ນຮອດໄພ້ພຸ້ນຕ່ວາ
ແບບນີ້ໂກງເວລາລາດສະການ ກາຍນັ້ນໄປກະເວົ້າຂັວນກັນຢ້ານລື່ນ ຢ້ານເຫລືອ ຫລິ້ນເສັ້ນຫລິ້ນສາຍຍົກເປັນທີ່ໜຶ່ງໃນອົງກອນຂອງປະເທດ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍຄົນເວົ້າມາກະມີເຫດຜົນດີ... ແຕ່ເຫດຜົນນື່ງກໍ່ໜ້າຈະມາຈາກການເຫັນຂ້າລັດຖະການບາງພາກສ່ວນຮັ່ງມີດີໄດ້ຢ່າງໄວວາ ກໍ່ເລີຍຄິດວ່າເຂົ້າເຮັດການນຳລັດວັນນື່ງຂ້າງໜ້າອາດມີໂອກາດລ້ຳລວຍຄືເຂົາ.


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະຖືກປູກຝັງຈິດສຳນຶກມາແບບນັ້ນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ຂ້ອຍນຶກວ່າຫລາຍຄົນຢາກເຮັດວຽກລັດຫລາຍກ່ວາ ໃນປັດຈຸບັນນີ້

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ຍ້ອນຢາກຮັບໃຊ້ປະເທດຊາດນັ້ນບັນຫາ1
ບັນຫາ 2 ແມ່ນມີໂອກາດໄດ້ສຶກສາຮ່ຳຮຽນ, ມີຄວາມໜັ້ນຄົງໃນໜ້າທີ່ວຽກງານ, ມີນະໂຍບາຍທີ່ດີ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາແຕ່ສິວ່າສະ... ທຸກຄົນຍ່ອມມີໂອກາດ ພຽງແຕ່ເຮົາຫັ້ນແລະບໍ່ໄຝ່ຫາເອງ


໑ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ເຫັນຫລາຍຄົນວ່າ ເຮັດວຽກນຳລັດເງິນເດືອນໜ້ອຍ ແຕ່ໃນປະຈຸບັນໃຜກໍ່ຍາກເຮັດວຽກນຳລັດ ແລະ ການສອບເສັງ ເພື່ອບັນຈຸເຂົາເປັນລັດຖະກອນລັດນັ້ນ ກໍ່ບໍ່ໄດ້ງ່າຍເລີຍ ຜົນດີຂອງການເຮັດວຽກນຳລັດແມ່ນຫຍັງ

- ມີໂອກາດໄດ້ໄປຍົກລະດັບ, ທັດສະນະສຶກສາ, ແລະ ສຶກສາຕໍ່ ທັງພາຍໃນ ແລະ ຕ່າງປະເທດ ຕາມຄວາມສາມາດຂອງຜູ້ກ່ຽວ
- ຕາງໜ້າລັດຖະບານໄປປະຈຳການຢູ່ຕ່າງປະເທດ
- ເຮັດວຽກ ແລະຮັບເງິນເດືອນປົກກະຕິ ຈົນເຂົ້າບຳນານ
ທ້າຍນີ້: ການຊິເຮັດວຽກນຳພາກສ່ວນໃດແມ່ນບໍ່ສຳຄັນ ສຳຄັນທີ່ເຮົາພໍໃຈກັບວຽກທີ່ກຳລັງເຮັດຢູ່ນັ້ນຫລືບໍ່.......


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ເຮັດວຽກ ແລະຮັບເງິນເດືອນປົກກະຕິ ຈົນເຂົ້າບຳນານ


໒ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
ຄອບຄົວ, ຍາດພີ່ນ້ອງ ເຊື້ອສາຍວົງຕະກູນ ມີສ່ວນໃນການຕັດສິນໃຈຫຼາຍທີ່ສຸດ
ສິເຂົ້າລັດຕ້ອງມີເສັ້ນ
ເສັ້ນເປັນຕໍ່ຄວາມສາມາດເປັນຮອງ


໐ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
1.ເພື່ອຄວາມໝັ້ນຄົງ
2.ບໍ່ໄດ້ເຮັດວຽກຫລາຍໜ້າທີ່ແບບເອກະຊົນ
3.ໃນອະນາຄົດອັນໃກ້ນີ້ ພາກລັດຈະໄດ້ຍົກລະດັບເງີນເດືອນພື້ນຖານໃຫ້ຫລາຍຂື້ນກວ່າເກົ່າ
..........ແຕ່ສຳຫລັບຄົນບໍ່ມີເສັ້ນສາຍນິຫາໂອກາດເຂົ້!ຍາກ ຂພຈ ກະຢາກເປັນລັດຖະກອນເຊັ່ນກັນ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຊ່າງວ່າ ແຕ່ ເຮົາ ເຮັດວຽກກັບເອກະຊົນ ໜົດໂຄງການກະ ຊອກ ໂຄງການໄຫມ່ໄປເລື້ອຍໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໗ ກະທູ້
໑໖໔ ໂພສ
ນັກການກະທູ້
ມັນກະມີທັງດີແລະບໍ່ດີຕ່າງກັນ ລອງເຮັດຫຼືເຮັດໄປດົນຫາກຊິຮູ້


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເປັນຕອນນີ້...ໃຜກະຢາກເປັນລັດຖະກອນແທ້!!

ເພາະເງິນເດືອນພະນັກງານລັດກຳລັງຊິຂຶ້ນລະເດ!!!

ຂພຈ ກະຊິໄດ້ເຊົາເຮັດທຸລະກິດລະ...ຊິໄປເຮັດວຽກນຳລັດເອົາ!!! ອິໆໆໆ




໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ເຮັດວຽກນຳລັດ ຫມັ້ນຄົງ


໖ ກະທູ້
໒໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ຖ້າເປັນຕອນນີ້...ໃຜກະຢາກເປັນລັດຖະກອນແທ້!!

ເພາະເງິນເດືອນພະນັກງານລັດກຳລັງຊິຂຶ້ນລະເດ!!!

ຂພຈ ກະຊິໄດ້ເຊົາເຮັດທຸລະກິດລະ...ຊິໄປເຮັດວຽກນຳລັດເອົາ!!! ອິໆໆໆ





ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ຖ້າເປັນຕອນນີ້...ໃຜກະຢາກເປັນລັດຖະກອນແທ້!!

ເພາະເງິນເດືອນພະນັກງານລັດກຳລັງຊິຂຶ້ນລະເດ!!!

ຂພຈ ກະຊິໄດ້ເຊົາເຮັດທຸລະກິດລະ...ຊິໄປເຮັດວຽກນຳລັດເອົາ!!! ອິໆໆໆ









໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ເງີນ ຄ່ານິຍົມ ແນວວ່າໝັ້ນຄົງ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>