ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ່ານ ພ້ອມຫລືຍັງ ທີ່ຈະເຂົ້າປະຊາຄົມອາຊຽນ AEC

໘ ກະທູ້
໒໘໕ ໂພສ
ນັກການກະທູ້
[img]null[/img]

ຊ່ວຍອອກຄຳເຫັນນຳກັນແນ່ເດີ້ວ່າ........
ປະຊາຄົມອາຊຽນ ຫລື AEC ຄືຫຍັງ?
ເປັນຫຍັງເຮົາຈິ່ງຕ້ອງເຂົ້າຮ່ວມ, ເຂົ້າຮ່ວມແລ້ວໄດ້ຜົນປະໂຫຍດຫຍັງ?


ຖ້າໄດ້ຄຳຕອບຂ້າງເທິງແລ້ວ ຊ່ວຍແນະນຳຕື່ມອີກແດ່ວ່າ......

ແລະ ທ່ານພ້ອມຫລືຍັງທີ່ຈະເຂົ້າຮ່ວມ ແລະ ມີວິທີການກຽມຕົວແນວໃດ

[img]null[/img]

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄິດວ່າຍັງບໍ່ພ້ອມແນ່ນອນໂດຍສະເພາະແມ່ນດ້ານສີມືແຮງງານ ເຊື່ອໂລດວ່າໂຮງງານ ຮ້າງຮ້ານໃນບ້ານເຮົາມີແຕ່ຫວຽດເຕັມ
ແຕ່ແຮງງານລາວຈະຂ້າມຝັ່ງ ເຫດຜົນພາກລັດບໍ່ມີນະໂຍບາຍພັດທະນາດ້ານສີມືແຮງງານຄືປະເທດອື່ນ
ເພາະທຸກຢ່າງແມ່ນປະຊາຊົນກຸ້ມຕົນເອງ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວເຮົມມີຄວາມແຕກໂຕນກັນຫຼາຍຢ່າງກັບບັນດາປະເທດອາຊຽນ ດັ່ງທ່ານນາຍົກ ທອງສິງເວົ້າວ່າ "ຄວາມຝັນຂອງຂ້າພະເຈົ້າ ເຮັດແນວໄດກໍ່ເຮັດຢາກໃຫ້ອາຊຽນລົບລ້າງຄວາມແຕກໂຕນກັນ..." ນີ້ມັນກະເປັນຄຳຕອບແລ້ວວ່າລາວເຮົາບໍ່ມີຄວາມພ້ອມ. ຄວາມແຕກໂຕນຂອງລາວມີຢູ່ຫຼາຍດ້ານໂດຍສະເພາະດ້ານການເມືອງທີ່ຍັງເປັນຜະເດັດການ ບໍ່ເປັນປະຊາທິປະໄຕ ເຊຶ່ງບັນດາປະເທດອື່ນໆເຂົ້າໄດ້ພັດທະນາໃຫ້ເປັນປະຊາທິປະໄຕໄປແລ້ວກ່ອນເຂົ້າຮ່ວມປະຊາຄົມອາຊຽນ ເຊັ່ນ ກຳປູເຈຍ ແລະມຽນມ້າ.


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທັດສະນະສ່ວນຕົວເບີ່ງແລ້ວບໍ່ມີຫຍັງພ້ອມເທື່ອແລະມີແຕ່ເສຍປຽບຫລາຍກ່ວາ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ພ້ອມແລ້ວ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ມີຫຍັງເສຍປຽບດອກພີ່ນ້ອງເອີຍ ມີແຕ່ຈະໄດ້ປຽບເພາະເຮົາຈະໄດ້ຮັບການຊ່ວຍເຫຼືອຫຼາຍດ້ານ ການຮວມຕົວກັນບໍ່ແມ່ນແຂ່ງຂັນກັນວ່າໃຜໄດ້ໃຜເສຍ ແຕ່ເປັນການກ້າວໄປຂ້າງຫນ້າດ້ວຍກັນ ປະເທດໃດມີທ່າແຮງຫຼາຍກ່ວາຫຼືສູງກວ່າກໍ່ຊວ່ຍປະເທດທີ່ດ້ອຍກວ່າ ເພື່ອໃຫ້ເສດຖະກິດແຖບອາຊຽນເຂັ້ມແຂງ ສາມາດຕໍ່ລອງການຄ້າກັບກູ່ມປະເທດຢູໂລບແລະອາເມລິກາ ສະນັ້ນບໍ່ຕ້ອງຢ້ານວ່າເຮົາຈະເສຍປຽບ ຂ້ອຍເຫັນວ່າມີແຕ່ໄດ້ກັບໄດ້ ເຫັນບໍ່ວ່າເງິນເດືອນພະນັກງານກໍ່ເພີ້ມຂຶ້ນສູງດັ່ງທີ່ບໍ່ເຄີຍມີມາ ຈົນຮອດປີ 2015 ເຫັນວ່າໄດ້ຮອດສອງຫາສາມລ້ານພູ້ນ


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ພ້ອມກັບຄືນໄປລາວແນ່ນອນ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ພ້ອມແລ້ວລະ

ຢາກໃຫ້ຮອດ 2015 ສາ,ຢາກເຫັນວ່າມີຍັງຈະເກີດຂຶ້ນ

ພັນທະຫົວໃຈ::

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ໄຄກ່ວາຢູ່ລ້າ......

ການປ່ຽນແປງ...ໃຫ້ຜົນສາມຢ່າງຄື:
- ດີກ່ວາເກົ່າ
- ເທົ່າເກົ່າ
- ຮ້າຍກ່ວາເກົ່າ

ຖ້າຢ້ານ...ກໍ່ຕ້ອງຢູ່ຊ້ຳເກົ່າ......


໘ ກະທູ້
໒໘໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Swiftlet ຂຽນວ່າ...
ບໍ່ມີຫຍັງເສຍປຽບດອກພີ່ນ້ອງເອີຍ ມີແຕ່ຈະໄດ້ປຽບເພາະເຮົາຈະໄດ້ຮັບການຊ່ວຍເຫຼືອຫຼາຍດ້ານ ການຮວມຕົວກັນບໍ່ແມ່ນແຂ່ງຂັນກັນວ່າໃຜໄດ້ໃຜເສຍ ແຕ່ເປັນການກ້າວໄປຂ້າງຫນ້າດ້ວຍກັນ ປະເທດໃດມີທ່າແຮງຫຼາຍກ່ວາຫຼືສູງກວ່າກໍ່ຊວ່ຍປະເທດທີ່ດ້ອຍກວ່າ ເພື່ອໃຫ້ເສດຖະກິດແຖບອາຊຽນເຂັ້ມແຂງ ສາມາດຕໍ່ລອງການຄ້າກັບກູ່ມປະເທດຢູໂລບແລະອາເມລິກາ ສະນັ້ນບໍ່ຕ້ອງຢ້ານວ່າເຮົາຈະເສຍປຽບ ຂ້ອຍເຫັນວ່າມີແຕ່ໄດ້ກັບໄດ້ ເຫັນບໍ່ວ່າເງິນເດືອນພະນັກງານກໍ່ເພີ້ມຂຶ້ນສູງດັ່ງທີ່ບໍ່ເຄີຍມີມາ ຈົນຮອດປີ 2015 ເຫັນວ່າໄດ້ຮອດສອງຫາສາມລ້ານພູ້ນ[/quo
ເຫັນດີນຳ

[img]null[/img]

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຂ້ອຍວ່າຖ້າປະເທດລາວເຂົ້າເປັນປະຊາຄົມອາຊຽນແລ້ວປະຊາຊົນທຸກຈົນກວ່າເກົ່າແນ່ນອນຍ້ອນຂາດທີ່ຢູ່ອາໃສ ແລະ ທີ່ທຳມາຫາກິນ, ປະຈຸບັນຍັງບໍ່ທັນໄດ້ເຂົ້າກໍ່ຍັງຊຳນີ້ແລ້ວເຫັນບໍ່,ເຂດໃດທີ່ປະຊາຊົນຢູ່, ທຳມາຫາກິນມາແລ້ວ, ຫລື ບາງເຂດທີ່ມີຊັບພະຍາກອນທີ່ສຳຄັນກໍ່ໄລໃຫ້ປະຊາຊົນອອກ ແລ້ວມອບໃຫ້ອ້າຍຫວຽດ, ອ້າຍຈີນຂອງເຮົາໄປໝົດແລ້ວແດ່, ມີແຕ່ຊ່ວຍເຫລື່ອ ເລັກໆໜ້ອຍໆເທົ່ານັ້ນຊື້ເຂົ້າຈີ່ປາເຕ໋ມື້ນີ້ແລ້ວໝົດມື້ອື່ນຕ້ອງຂໍທານຫລືອົດຕໍ່ໄປ, ສະນັ້ນຂ້ອຍວ່າບໍ່ພ້ອມ ແລະ ບໍ່ຄວນເຂົ້າ, ຢູ່ແບບລາວໆ, ຂ້ອຍເປັຂ້ອຍໄປດີກວ່າ, ນຳໃຊ້ຄົນກັນເອງພັດທະນາດີກວ່າ, ທຸກຄົນຈະໄດ້ມີກິນກັນຕະຫລອດໄປ, ດີກວ່າໄດ້ແຕ່ໃບໜ້າ.


໖ ກະທູ້
໑໕໕ ໂພສ
ນັກການກະທູ້
ພ້ອມແລ້ວ ຢາກເຫັນການປ່ຽນແປງ ວ່າມັນຊິດີຂື້ນ ຫຼື ຖ່ອຍລົງ