ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ

໖ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ສະບາຍດີ ພີ່ນ້ອງພັນລາວ
ຂ້ອຍມີເລື່ອງຫນຶ່ງທີ່ຄາໃຈຢາກຈະຖາມພີ່ນ້ອງພັນລາວວ່າ ຖ້າເລື່ອງທີ່ຈະເລົ່າຕໍ່ໄປນີ້ເກີດກັບທ່ານ ທ່ານຈະເຮັດແນວໃດ ??
ອະແຮມ.....ເລື່ອງມີຢູ່ວ່າ
ຂ້ອຍມີໝູ່ທີ່ຄົບຫາກັນມາຕັ້ງແຕ່ເລີ່ມຮູ້ຈັກຄຳວ່າໂຮງຮຽນແລະຫມູ່ເພື່ອນພຸ້ນແຫລະ
ຕະຫຼອດເວລາທີ່ຄົບກັນຕ່າງຄົນຕ່າງຊ່ວຍເຫລືອຊຶ່ງກັນແລະກັນ ມີຫຍັງກະປຶກສາກະລົມກັນຈົນຮອດຊ່ວງເລີມຕົ້ນເຂົ້າມໍປາຍຕ່າງກໍໄດ້ພົບເພື່ອນໃຫມ່ມາກໜ້າຫລາຍຕາ
ແລ້ວເວລາຜ່ານໄປໄວປານຂີ້ຕວັະຈາກເພື່ອນໃໝ່ກໍກາຍເປັນເພື່ອນທີ່ສະໜິດສະໜົມກັນຊື່ງມີໝູ່ໃນກຸ່ມທີ່ໄປໃສໄປນຳກັນ ກິນຫຍັງ ກິນນຳກັນຊ່ວຍເຫລືອກັນມາຕະຫລອດແລ້ວຫລັງຈາກຈົບມໍ6 ໄປແລ້ວຕ່າງຄົນກໍແຍກຍ້າຍກັນໄປຮຽນຕາມສະຖາບັນສຶກສາຕ່າງໆແຕ່ກໍຍັງໄປມາຫາສູ່ກັນຢູ່ຄືເກົ່າ
(ມັກມີງານຊຸມແຊວກັນຕະຫລອດໄປທ່ຽວຫັັ້ນທ່ຽວນີ້ຕາມພາສາໄວໜຸ່ມ)
ແຕ່ຂ້ອຍເອງບໍ່ຄ່ອຍໄດ້ອອກໄປໃສນຳໝູ່ເລີຍເພາະເລື່ອງຮຽນແນ່ ພໍ່ ແມ່ບໍ່ມັກໃຫ້ທ່ຽວແນ່ ມັນອາດເປັນເຫດທີ່ເຮັດໃຫ້ຂ້ອຍກາຍເປັນຄົນທີ່ບໍ່ສຳຄັນ ຫຼື ອາດຈະເປັນຄົນທີ່ຖືກລືມເລີຍຕິເບາະ
ຕອນເຊົ້າຂອງວັນທີ່16ສິງຫາ ທີ່ຜ່ານມາພໍ່ຂ້ອຍໄດ້ຈາກໂລກນີ້ໄປຢ່າງບໍ່ມີວັນຫວນກັບມາ ແລ້ວເນື່ອງຈາກບັນດາໝູ່ທີ່ແສນດີ(ມີທັງໝົດ9ຄົນ)ຂອງຂ້ອຍນັ້ນມັກມາຫລິ້ນບ້ານຂ້ອຍຂ່ອນຂ້າງຈະສະນິດນຳຄອບຄົວຂ້ອຍ...
ຂ້ອຍກະເລີຍSMSບອກວ່າ ພໍ່ເສຍແລ້ວ ໝູ່ມັນກະSMS ຕອບກັບມາວ່າ "ຊ່ວງນີ້ກູຄາວຽກຄ່ຳໆກູຈັ່ງຊິອອກໄປເດີ" ຕອບແບບນີ້ເກືອບທຸກຄົນເລີຍ ແຕ່ກະຫາຍຈ້ອຍບໍ່ມີໃຜມາແລເລີຍ ຈົນມື້ສົ່ງສະການຈັ່ງເຫັນຂ້ອຍກະບໍ່ໄດ້ຄິດຫຍັງຮູ້ແຕ່ໝູ່ຄາວຽກຈົນຮອດເຊົ້າວັນທີ່ 19 ຂ້ອຍກະSMSຄືເກົ່າແຕ່4ໂມງພຸ້ນແຫລະສົ່ງນະສົ່ງໄປວ່າ
"ວ່າງໆລົງມາຊ່ວຍວຽກແນ່ເດີມື້ນີ້ເຮັດທານນະແຂກຫລາຍຢ້ານຮັບແຂກບໍ່ທັນ"
ຂະເຈົ້າກະຕອບມາວ່າ
”ບໍ່ທັນໄປດອກວຽກຫລາຍນະ(U)” ອີກຄົນກະວ່າ
“ບໍ່ທັນເດີແລງໆພຸ້ນແຫລະ(K)” ອີກຄົນກະວ່າ
“ບໍ່ມີລົດມາ(kh)”
ອີກຄົນກະວ່າ
“ຊ່ວງນິພໍ່ໄປວຽກຢູ່ຫວຽດໄປໃສບໍ່ໄດ້ບໍ່ມີຄົນຢູ່ນຳແມ່(N)”
ຂ້ອຍກະເຂົ້າໃຈໝູ່ແນວຫມູ່ຄາວຽກເນາະງານແບບນິຊິໄປບັງຄັບຂະເຈົ້າກະບໍ່ໄດ້ມັນຕ້ອງອິງຕາມຈິດໃຈສັດທາເຂົາ ແມ່ນບໍພີ່ນ້ອງພັນລາວ ແຮ່ໆ ແລະໃນມື້ນັ້ນມີໝູ່ມາຄົນດຽວທັງໆທີ່ລາວມີລວມໃດ໋ຫັນລາວມາແຕ່6ໂມງເລີຍລະລາວກະໄປລວມຕອນ10ໂມງ
ແລ້ວກັບມາຊ່ວຍວຽກຈົນຮອດເດິກ
ຕົກມາຮອດຕອນຄ່ຳປະມານ8ໂມງນິແຫລະກະເຫັນສ່ຽວ4ໂຕຢ່າງເຂົ້າມາ
ເຮົາກະເຂົ້າໄປທັກທາຍຖາມໝູ່ກິນເຂົ້າກິນນ້ຳລະຫວາດ້ວຍຄວາມເປັນຫ່ວງເປັນໃຍ :D ເຮີໆ ລະໝູ່ກະມານັ່ງໂຕະລະກະຫາເຂົ້າປາອາຫານມາຮັບໝູ່ ແລ້ວກະລົມກັນໄປເລື້ອຍໆແຫລະຈົນຮອດ 10ໂມງເຄິ່ງ ພວກມັນກະກັບແຂກກະເລີ່ມຫມົດລະ ຂ້ອຍກັບໝູ່ຄົນນື່ງລະກະນ້ອງຮັກອີກ3-4ຄົນກະມ້ຽນເຄື່ອງຂອງຈົນຮອດ11:30
ໝູ່ຄົນນັ້ນກະກັບແລ້ວ ເວລາທີ່ຂ້ອຍເສຍຄວາມຮູ້ສຶກກະຍັບເຂົ້າມາ ຂ້ອຍກັບນ້ອງສາວຊິພາກັນນັ່ງເຝົ້າກອງທານຢ້ານຫລັບປະເລີຍເອົາຄອມມາຫລິ້ນເນັດ ເຂົ້າເວບອອນລາຍເລີຍໄປສະດຸດຕາກັບພາບໜຶ່ງທີ່ທ້າວໝູ່ຂ້ອຍຄົນໜຶ່ງໂພສລົງແຖມຍັງແທັກມາໃຫ້ອີກ ພາບບັນດາໝູ່ທີ່ແສນດີຂອງຂ້ອຍເກືອບທັງກຸ່ມກຳລັງມ່ວນກັບການຫລິ້ນຕາດວ່າຊັ້ນເດ
ເຮີໆ ເຫັນແລ້ວພໍໆກັນກັບຄົນອົກຫັກໝູ່ກະພິລຶກໂພດຕິເບາະອັນຕັວະເຮົາແນວນັ້ນແນວນີ້ບາດເອົາແທ້ໆພາກັນໄປທ່ຽວເສີຍ
ເລີຍບອກເຮົາດີໆກະໄດ້ແບບນີ້ມັນເສຍຄວາມຮູ້ສຶກ ຕັວະກັນແລ້ວຖ່າຍຮູບມາໃຫ້ກັນເບິ່ງນິ ທຳອິດເຮົາຄິດວ່າຮູບແຕ່ດົນຊັ້ນດອກ ເຮົາລະຖາມໄປວ່າ
"ໄປມື້ໃດນິຄືຊິມ່ວນເນາະ"
ລະມີໝູ່ຂອງໝູ່(ເປົ້າ)ຊຶ່ງຂ້ອຍກະຮູ້ຈັກ ລາວກະຕອບມາວ່າ
"ໄປມື້ນິແຫລະບັກມ່ວນໆເລີຍເສຍດາຍເພິ່ນບໍ່ມາ" ວ່າຊັ້ນເດ
ເຮົາເຫັນລະມັນໂຄດເສຍຄວາມຮູ້ສຶກໝູ່ຄົບກັນມາຕັ້ງທໍ່ໃດປີຕັວະກັນເລື່ອງແບບນີ້ໃນເວລາທີ່ເຮົາກຳລັງເສຍໃຈ ກຳລັງເສົ້າ 
ໂອຍເອື້ອຍອ້າຍເຮົາລະຖາມຫາໝູ່ກຸ່ມນີ້ວ່າຄືບໍ່ເຫັນແນວວ່າສະນິດກັນນະມານອນບ້ານເຮົາ ກິນເບຍເມົາລະກະນອນ ມາຫລິ້ນມາກິນຕະຫລຼອດ ບາດຍາມວຽກແນວນີ້ພັດບໍ່ເຫັນຫົວເລີຍ
ເຮົາລະໄປຄອມເມັ້ນຮູບພວກເພິ່ນກຳລັງຍົກຈອກCheer…..ຢູ່ຫັ້ນວ່າ “ມ່ວນເນາະ”
ແລ້ວຫມູ່ອີກຄົນກະມາຕອບເມັ້ນວ່າ”ສ່ຽວເຮົາຂໍໂທດໆໆໆໆໆໆໆໆ”
ເຮີ ເຮົາເຫັນແລ້ວຢາກຖາມ “ກູແມ່ນສ່ຽວສູຫວາ “
ນັບແຕ່ບັດນັ້ນມາເຮົາຍັງບໍ່ໄດ້ເວົ້ານຳຂະເຈົ້າເລີຍ ຈັກຊິເອີ້ນສ່ຽວ ໝູ່ ຫລື ເພື່ອນກິນ ດີ ??????
ເຮົາເຮັດຖືກຢູ່ຫວາທີ່ພະຍາຍາມຫ່າງຈາກໝູ່ພວກນີ້ ??????
ແມ່ນແທ້ເດີຊິໝູ່ຫລິ້ນໝູ່ກິນໝູ່ອິຫຍັງ ກະຊິໄດ້ເຫັນຕອນເຮົາທຸກນີ້ແຫລະເດີພີ່ນ້ອງເອີຍຈາກໝູ່ເປັນສິບເຫລືອຄົນດຽວ(ຍັງດີແຕ່ເຫລືອເນາະ)

ໝູນ້ອຍ & ແມວນ້ອຍ
FOREVER

໖ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຂ້ອຍຈະຂຽນຍາວເກິນໄປເນາະວ່າບໍ່

ໝູນ້ອຍ & ແມວນ້ອຍ
FOREVER

໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ຫມູ່ແທ້ຕ້ອງເບີ່ງກັນ, ຊ່ວຍເຫລືອກັນຍາມທຸກຍາກ ຍາມມີບັນຫານີ້ລະ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ສົມຄວນທີ່ຈະມີເຍຶ້ໃຍຫຍັງກັບພວກເຂົາແລ້ວ ອັນສ່ຳຫມູ່ຫັ້ນນ່າບໍ່ໄດ້ຊອກຍາກ ດອກຂໍໃຫ້ ຈຂກທ ເຊົາພົວພັນຊາ ບໍ່ຕ້ອງໄຫ້ໂອກາດໃດໆໆທັງນັ້ນ
ໃຫ້ກຳລັງໃຈເຈົ້າເດີ້ ສູ້ໆໆໆໆໆ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຄັນເລື່ອງນີ້ເປັນຄວາມຈິງ ຖິ້ມໂລດ ແນວນີ້ຊິຄົບໄວ້ຫາພະແສງຫຍັງ...... ມີຫມູ່ທີ່ຈິງໃຈຄົນດຽວດີ ມີຫມູ່ແບບນີ້ເປັນພັນ
ຂ້ອຍແນະນຳວ່າ ເຊົາຄົບໂລດ ມັນຈັງໄຮເກີນລະແບບນີ້


໖ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ບໍ່ສົມຄວນທີ່ຈະມີເຍຶ້ໃຍຫຍັງກັບພວກເຂົາແລ້ວ ອັນສ່ຳຫມູ່ຫັ້ນນ່າບໍ່ໄດ້ຊອກຍາກ ດອກຂໍໃຫ້ ຈຂກທ ເຊົາພົວພັນຊາ ບໍ່ຕ້ອງໄຫ້ໂອກາດໃດໆໆທັງນັ້ນ
ໃຫ້ກຳລັງໃຈເຈົ້າເດີ້ ສູ້ໆໆໆໆໆ


ໂດຍຂອບໃຈເດີ :)

ໝູນ້ອຍ & ແມວນ້ອຍ
FOREVER

໖ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຄັນເລື່ອງນີ້ເປັນຄວາມຈິງ ຖິ້ມໂລດ ແນວນີ້ຊິຄົບໄວ້ຫາພະແສງຫຍັງ...... ມີຫມູ່ທີ່ຈິງໃຈຄົນດຽວດີ ມີຫມູ່ແບບນີ້ເປັນພັນ
ຂ້ອຍແນະນຳວ່າ ເຊົາຄົບໂລດ ມັນຈັງໄຮເກີນລະແບບນີ້


,ໂດຍ ມັນເປັນຄວາມຈິງຂ້ອຍບໍ່ຄິດວ່າໝູ່ຊິເປັນແບບນີ້

ໝູນ້ອຍ & ແມວນ້ອຍ
FOREVER

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍສະແດງຄວາມເສຍໃຈນຳຕໍ່ການເສຍພໍ່ໄປ! ແລະຂໍໃຫ້ດວງວິນຍານຂອງທ່ານໄປສູ່ສຸກຂະຕິເຖີນ!
ເລື່ອງໝູ່ຂອງເຈົ້າມັນເປັນການກະທຳທີ່ໜ້າລັງກຽດທີ່ສຸດ ແລະບໍ່ນ່າຈະໃຫ້ອະໄພໄດ້! ແຕ່ຢ່າງໄດກໍ່ຕາມຄວນຕຳນິເຂົ້າໜ້າຕໍ່ໜ້າ ດ້ວຍຄວາມຈິງໃຈ ເພາະແນວໄດກະເປັນໝູ່ກັນ!!


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າ ເພື່ອນກິນຫາຍາກ ເພື່ອນຕາຍຫາງ່າຍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ blackbear ຂຽນວ່າ...
ສະບາຍດີ ພີ່ນ້ອງພັນລາວ
ຂ້ອຍມີເລື່ອງຫນຶ່ງທີ່ຄາໃຈຢາກຈະຖາມພີ່ນ້ອງພັນລາວວ່າ ຖ້າເລື່ອງທີ່ຈະເລົ່າຕໍ່ໄປນີ້ເກີດກັບທ່ານ ທ່ານຈະເຮັດແນວໃດ ??
ອະແຮມ.....ເລື່ອງມີຢູ່ວ່າ
ຂ້ອຍມີໝູ່ທີ່ຄົບຫາກັນມາຕັ້ງແຕ່ເລີ່ມຮູ້ຈັກຄຳວ່າໂຮງຮຽນແລະຫມູ່ເພື່ອນພຸ້ນແຫລະ
ຕະຫຼອດເວລາທີ່ຄົບກັນຕ່າງຄົນຕ່າງຊ່ວຍເຫລືອຊຶ່ງກັນແລະກັນ ມີຫຍັງກະປຶກສາກະລົມກັນຈົນຮອດຊ່ວງເລີມຕົ້ນເຂົ້າມໍປາຍຕ່າງກໍໄດ້ພົບເພື່ອນໃຫມ່ມາກໜ້າຫລາຍຕາ
ແລ້ວເວລາຜ່ານໄປໄວປານຂີ້ຕວັະຈາກເພື່ອນໃໝ່ກໍກາຍເປັນເພື່ອນທີ່ສະໜິດສະໜົມກັນຊື່ງມີໝູ່ໃນກຸ່ມທີ່ໄປໃສໄປນຳກັນ ກິນຫຍັງ ກິນນຳກັນຊ່ວຍເຫລືອກັນມາຕະຫລອດແລ້ວຫລັງຈາກຈົບມໍ6 ໄປແລ້ວຕ່າງຄົນກໍແຍກຍ້າຍກັນໄປຮຽນຕາມສະຖາບັນສຶກສາຕ່າງໆແຕ່ກໍຍັງໄປມາຫາສູ່ກັນຢູ່ຄືເກົ່າ
(ມັກມີງານຊຸມແຊວກັນຕະຫລອດໄປທ່ຽວຫັັ້ນທ່ຽວນີ້ຕາມພາສາໄວໜຸ່ມ)
ແຕ່ຂ້ອຍເອງບໍ່ຄ່ອຍໄດ້ອອກໄປໃສນຳໝູ່ເລີຍເພາະເລື່ອງຮຽນແນ່ ພໍ່ ແມ່ບໍ່ມັກໃຫ້ທ່ຽວແນ່ ມັນອາດເປັນເຫດທີ່ເຮັດໃຫ້ຂ້ອຍກາຍເປັນຄົນທີ່ບໍ່ສຳຄັນ ຫຼື ອາດຈະເປັນຄົນທີ່ຖືກລືມເລີຍຕິເບາະ
ຕອນເຊົ້າຂອງວັນທີ່16ສິງຫາ ທີ່ຜ່ານມາພໍ່ຂ້ອຍໄດ້ຈາກໂລກນີ້ໄປຢ່າງບໍ່ມີວັນຫວນກັບມາ ແລ້ວເນື່ອງຈາກບັນດາໝູ່ທີ່ແສນດີ(ມີທັງໝົດ9ຄົນ)ຂອງຂ້ອຍນັ້ນມັກມາຫລິ້ນບ້ານຂ້ອຍຂ່ອນຂ້າງຈະສະນິດນຳຄອບຄົວຂ້ອຍ...
ຂ້ອຍກະເລີຍSMSບອກວ່າ ພໍ່ເສຍແລ້ວ ໝູ່ມັນກະSMS ຕອບກັບມາວ່າ "ຊ່ວງນີ້ກູຄາວຽກຄ່ຳໆກູຈັ່ງຊິອອກໄປເດີ" ຕອບແບບນີ້ເກືອບທຸກຄົນເລີຍ ແຕ່ກະຫາຍຈ້ອຍບໍ່ມີໃຜມາແລເລີຍ ຈົນມື້ສົ່ງສະການຈັ່ງເຫັນຂ້ອຍກະບໍ່ໄດ້ຄິດຫຍັງຮູ້ແຕ່ໝູ່ຄາວຽກຈົນຮອດເຊົ້າວັນທີ່ 19 ຂ້ອຍກະSMSຄືເກົ່າແຕ່4ໂມງພຸ້ນແຫລະສົ່ງນະສົ່ງໄປວ່າ
"ວ່າງໆລົງມາຊ່ວຍວຽກແນ່ເດີມື້ນີ້ເຮັດທານນະແຂກຫລາຍຢ້ານຮັບແຂກບໍ່ທັນ"
ຂະເຈົ້າກະຕອບມາວ່າ
”ບໍ່ທັນໄປດອກວຽກຫລາຍນະ(U)” ອີກຄົນກະວ່າ
“ບໍ່ທັນເດີແລງໆພຸ້ນແຫລະ(K)” ອີກຄົນກະວ່າ
“ບໍ່ມີລົດມາ(kh)”
ອີກຄົນກະວ່າ
“ຊ່ວງນິພໍ່ໄປວຽກຢູ່ຫວຽດໄປໃສບໍ່ໄດ້ບໍ່ມີຄົນຢູ່ນຳແມ່(N)”
ຂ້ອຍກະເຂົ້າໃຈໝູ່ແນວຫມູ່ຄາວຽກເນາະງານແບບນິຊິໄປບັງຄັບຂະເຈົ້າກະບໍ່ໄດ້ມັນຕ້ອງອິງຕາມຈິດໃຈສັດທາເຂົາ ແມ່ນບໍພີ່ນ້ອງພັນລາວ ແຮ່ໆ ແລະໃນມື້ນັ້ນມີໝູ່ມາຄົນດຽວທັງໆທີ່ລາວມີລວມໃດ໋ຫັນລາວມາແຕ່6ໂມງເລີຍລະລາວກະໄປລວມຕອນ10ໂມງ
ແລ້ວກັບມາຊ່ວຍວຽກຈົນຮອດເດິກ
ຕົກມາຮອດຕອນຄ່ຳປະມານ8ໂມງນິແຫລະກະເຫັນສ່ຽວ4ໂຕຢ່າງເຂົ້າມາ
ເຮົາກະເຂົ້າໄປທັກທາຍຖາມໝູ່ກິນເຂົ້າກິນນ້ຳລະຫວາດ້ວຍຄວາມເປັນຫ່ວງເປັນໃຍ :D ເຮີໆ ລະໝູ່ກະມານັ່ງໂຕະລະກະຫາເຂົ້າປາອາຫານມາຮັບໝູ່ ແລ້ວກະລົມກັນໄປເລື້ອຍໆແຫລະຈົນຮອດ 10ໂມງເຄິ່ງ ພວກມັນກະກັບແຂກກະເລີ່ມຫມົດລະ ຂ້ອຍກັບໝູ່ຄົນນື່ງລະກະນ້ອງຮັກອີກ3-4ຄົນກະມ້ຽນເຄື່ອງຂອງຈົນຮອດ11:30
ໝູ່ຄົນນັ້ນກະກັບແລ້ວ ເວລາທີ່ຂ້ອຍເສຍຄວາມຮູ້ສຶກກະຍັບເຂົ້າມາ ຂ້ອຍກັບນ້ອງສາວຊິພາກັນນັ່ງເຝົ້າກອງທານຢ້ານຫລັບປະເລີຍເອົາຄອມມາຫລິ້ນເນັດ ເຂົ້າເວບອອນລາຍເລີຍໄປສະດຸດຕາກັບພາບໜຶ່ງທີ່ທ້າວໝູ່ຂ້ອຍຄົນໜຶ່ງໂພສລົງແຖມຍັງແທັກມາໃຫ້ອີກ ພາບບັນດາໝູ່ທີ່ແສນດີຂອງຂ້ອຍເກືອບທັງກຸ່ມກຳລັງມ່ວນກັບການຫລິ້ນຕາດວ່າຊັ້ນເດ
ເຮີໆ ເຫັນແລ້ວພໍໆກັນກັບຄົນອົກຫັກໝູ່ກະພິລຶກໂພດຕິເບາະອັນຕັວະເຮົາແນວນັ້ນແນວນີ້ບາດເອົາແທ້ໆພາກັນໄປທ່ຽວເສີຍ
ເລີຍບອກເຮົາດີໆກະໄດ້ແບບນີ້ມັນເສຍຄວາມຮູ້ສຶກ ຕັວະກັນແລ້ວຖ່າຍຮູບມາໃຫ້ກັນເບິ່ງນິ ທຳອິດເຮົາຄິດວ່າຮູບແຕ່ດົນຊັ້ນດອກ ເຮົາລະຖາມໄປວ່າ
"ໄປມື້ໃດນິຄືຊິມ່ວນເນາະ"
ລະມີໝູ່ຂອງໝູ່(ເປົ້າ)ຊຶ່ງຂ້ອຍກະຮູ້ຈັກ ລາວກະຕອບມາວ່າ
"ໄປມື້ນິແຫລະບັກມ່ວນໆເລີຍເສຍດາຍເພິ່ນບໍ່ມາ" ວ່າຊັ້ນເດ
ເຮົາເຫັນລະມັນໂຄດເສຍຄວາມຮູ້ສຶກໝູ່ຄົບກັນມາຕັ້ງທໍ່ໃດປີຕັວະກັນເລື່ອງແບບນີ້ໃນເວລາທີ່ເຮົາກຳລັງເສຍໃຈ ກຳລັງເສົ້າ 
ໂອຍເອື້ອຍອ້າຍເຮົາລະຖາມຫາໝູ່ກຸ່ມນີ້ວ່າຄືບໍ່ເຫັນແນວວ່າສະນິດກັນນະມານອນບ້ານເຮົາ ກິນເບຍເມົາລະກະນອນ ມາຫລິ້ນມາກິນຕະຫລຼອດ ບາດຍາມວຽກແນວນີ້ພັດບໍ່ເຫັນຫົວເລີຍ
ເຮົາລະໄປຄອມເມັ້ນຮູບພວກເພິ່ນກຳລັງຍົກຈອກCheer…..ຢູ່ຫັ້ນວ່າ “ມ່ວນເນາະ”
ແລ້ວຫມູ່ອີກຄົນກະມາຕອບເມັ້ນວ່າ”ສ່ຽວເຮົາຂໍໂທດໆໆໆໆໆໆໆໆ”
ເຮີ ເຮົາເຫັນແລ້ວຢາກຖາມ “ກູແມ່ນສ່ຽວສູຫວາ “
ນັບແຕ່ບັດນັ້ນມາເຮົາຍັງບໍ່ໄດ້ເວົ້ານຳຂະເຈົ້າເລີຍ ຈັກຊິເອີ້ນສ່ຽວ ໝູ່ ຫລື ເພື່ອນກິນ ດີ ??????
ເຮົາເຮັດຖືກຢູ່ຫວາທີ່ພະຍາຍາມຫ່າງຈາກໝູ່ພວກນີ້ ??????
ແມ່ນແທ້ເດີຊິໝູ່ຫລິ້ນໝູ່ກິນໝູ່ອິຫຍັງ ກະຊິໄດ້ເຫັນຕອນເຮົາທຸກນີ້ແຫລະເດີພີ່ນ້ອງເອີຍຈາກໝູ່ເປັນສິບເຫລືອຄົນດຽວ(ຍັງດີແຕ່ເຫລືອເນາະ)



ບໍ່ຕ້ອງຄິດຫລາຍ ເພິ່ນກະຍັງມີອີກຫລາຍໆຄົນເດທີ່ຍັງຮັກ ແລະ ເປັນຫວ່ງເພິ່ນສະເຫມີ ສູ້ໆ ເຂົາເປັນກຳລັງໃຈໃຫ້ຢູ່ຂ້າງໆ


໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ເສຍຫຍັງກະເສຍໄດ້ ແຕ່ຢ່າເສຍຄວາມຮູ້ສຶກ, ໝູ່ແນວນີ້ກະຍອມຄືກັນແຫລະ.