ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສະແດງຄວາມຍິນດີນຳບັນດິດໃຫມ່ທີ່ ມຊ ໃນວັນນີ

໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຍິນດີນຳຜົນສຳເລັດແຫ່ງການສຶກສາ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນດີນຳ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ດວງ­ຕາເວັນ­ພຸ່ງ­ພົ້ນ ທາງ­ທິດ­ບົວ­ລະ­ພາ
ສັກ­ກຸນາ­ບັນເລງ­ສຽງ ສ່າງ­ຊື່ນ­ໃນ­ໃຈ­ຊ້ອຍ
ວັນ­ຄອງ­ຄອຍ­ລໍຖ້າ ປະ­ລິນຍາກອນ­ໜ້າ­ໃໝ່
­ໄດ້ຍັບມາ­ມໍ່­ໃກ້ ເຖິງ­ມື້ນັດ­ໝາຍ

ສາຍ­ລົມເຢັນ­ຜ່ານດອກ­ໄມ້ ຫອມ­ອ່ອນໆ­­ໃນ­ດັງ
ສ້າງ­ພະ­ລັງ­ຄວາມ­ຫວັງ ເພື່ອ­ທຸກ­ຄົນເດີນ­ກ້າວ
ມີ­ຈິດ­ໃຈ­ຫັນ­ຫ້າວ ບຸກ­ບືນ­ຜ່ານ­ຜ່າ
ອຸປະ­ສັກ­ໃຫຍ່ນ້ອຍ ກຽມ­ພ້ອມເພື່ອ­ຜ່າ­ໄປ

ພໍພິ­ທີ­ໄຂເລີ້ມ ຕ່າງ­ຊ້ອຍ­ຊື່ນ­ສົດ­ໃສ
ກັບ­ຫົວ­ອົກ­ຄວາມ­ພູມ­ໃຈ ຕໍ່­ສິ່ງ­ຕົນ­ທໍາ­ໄດ້
ຂໍ­ໃຫ້­ຄວາມ­ພູມ­ໃຈ­ນີ້ ເປັນ­ຄວາມ­ດີ­ປະ­ເສີດ­ຄ່າ
ປະ­ລິນຍາ­ໄດ້­ຮັບ­ແລ້ວ ຈົ່ງ­ຫັນ­ຫ້າວ­ສູ່ວຽກງານ

ຂໍພວກເຈົ້າ­ຢ່າກຽດ­ຄ້ານ ເອົາ­ແຕ່­ທ່ຽວເພີນ­ຈິດ
ຈົ່ງ­ໃສ່­ໃຈ­ໃນ­ຊີວິດ ຄິດ­ທໍາ­ສິ່ງ­ດີ­ໄວ້
ພາກ­ພູມ­ໃຈ­ຫັນ­ຫ້າວ ໃນການງານ­ແລະ­ໜ້າ­ທີ່
ຜືນ­ແຜນ­ດິນ­ຖິ່ນ­ນີ້ ຫວັງເຈົ້າ­ຊ່ວຍ­ສ້າງ­ສາ

­ໃຫ້­ພວກເຈົ້າ­ຕັ້ງ­ໜ້າ ເຜີຍ­ແຜ່­ຄວາມ­ດີ
ດ້ວຍ­ສັກ­ສີ­ຊີວິດ ຜູ້­ຜ່ານການ­ຮຽນ­ຮູ້
ຊ່ວຍ­ຟື້ນ­ຟູເມືອງ­ບ້ານ ແດນ­ກັນດານ­ມີ­ໜ້າ­ໃໝ່
ສ້າງ­ຊາດ­ລາວເໜືອ­ຮອດ­ໃຕ້ ໃຫ້­ໃສເຫຼື້ອມ­ພັດ­ທະ­ນາ

ສປປລາວ­ໃນ­ຕໍ່­ໜ້າ ຈະ­ເຮືອງ­ຮຸ່ງ­ສີວິ­ໄລ
ກໍ່ອາ­ໃສ­ລູກ­ຫຼານ­ລາວ ຜູ້­ທີ່ມີ­ຄວາມ­ຮູ້
ຖະ­ນຸຖະ­ໜອມ­ສ້າງ ແດນ­ສາທາ­ໃຫ້ມີ­ຮັ່ງ
ຊາດ­ມຸ່ງ­ຫວັງ­ຕໍ່ເຈົ້າ ໂຮມ­ໃຈ­ສ້າງ­ຖິ່ນ­ລາວ

­ໃຫ້­ຊາດ­ລາວ­ມຸ່ງ­ກ້າວ ຂຶ້ນ­ສູ່­ຄວາມ­ສຸກ­ສົມ
­ແດນ­ສັງ­ຄົມ­ນິຍົມ ພັກ­ລັດເຮົາຫວັງ­ໄວ້
ຫວັງ­ໃຫ້­ຊາວ­ລາວ­ໄດ້ ຄວາມ­ສົດ­ໃສ­ຖ້ວນ­ຖີ່
ຄວາມ­ຮັ່ງ­ມີ­ພຽບ­ພ້ອມ ສະ­ເໝີ­ໜ້າ­ທຸກໆ­ຄົນ ພຸ້ນເນີ.

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມຊ ຮັບໃບປະກາດມື້ນີ້ 31 ສິງຫາ 2012
ຍິນດີ ນຳ ບັນດິດໃຫມ່ ທຸກຄົນ
ຂໍໃຫ້ ເປັນຊັບພະຍາກ່ອນມະນຸດທີ່ ດີ ຊວ່ຍ ພັດທະນາຊາດແລະສັງຄົມລາວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ມື້ແລງມີເມົາ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຍິນດີນຳ ນັກສືກສາທີ່ຮັບໃບປະກາດເດີ້ ມື້ນີ້ ຍິນດີ ຍິນດີ


໖ ກະທູ້
໒໙໒ ໂພສ
ນັກການກະທູ້

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳທຸກຄົນ ແລະຂໍໃຫ້ໄດ້ງານທຳດັ່ງຫວັງ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ດວງ­ຕາເວັນ­ພຸ່ງ­ພົ້ນ ທາງ­ທິດ­ບົວ­ລະ­ພາ
ສັກ­ກຸນາ­ບັນເລງ­ສຽງ ສ່າງ­ຊື່ນ­ໃນ­ໃຈ­ຊ້ອຍ
ວັນ­ຄອງ­ຄອຍ­ລໍຖ້າ ປະ­ລິນຍາກອນ­ໜ້າ­ໃໝ່
­ໄດ້ຍັບມາ­ມໍ່­ໃກ້ ເຖິງ­ມື້ນັດ­ໝາຍ.............


ຊ່າງແຕ່ງກອນເນາະສາວຈິດວິໄລນີ້


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ໂດຍ: ຄຳ​ກອງ ທຳ​ມະ​ເທ­ວາ

ຜູ້​ໃດ​ທີ່​ມີ​ໂອ­ກາດ​ໄດ້​ຮຽນຈົບ​ໄດ້​ໃບ​ປະ­ລິນ­ຍາ​ຕີ, ປະ­ລິນ­ຍາໂທປະ­ລິນ­ຍາ​ເອກຖື​ໄດ້​ວ່າ​ແມ່ນ “ບັນ­ດິດ” ຫມາຍ​ເຖິງ​ຜູ້​ທີ່​ປ່ຽມລົ້ນ​ໄປ​ດ້ວຍ​ສະ­ຕິ​ປັນ­ຍາ ແລະ ຄວາມ​ຮູ້, ຄວາມ​ສາ­ມາດ.

ການ​ໄດ້​ຮັບ​ໃບ​ປະ­ລິນ­ຍາ​ຖືວ່າ​ແມ່ນ​ກຽດ​ສັກ​ສີ​ອັນ​ສຳ­ຄັນຂອງ​ຄົນ​ຜູ້​ຫນຶ່ງ​ໃນ​ສະ­ຕະ­ວັດ​ທີ 21 ແມ່ນ​ຍຸກ​ແຫ່ງ​ການ​ແຂ່ງ­ຂັນໃນ​ເລື່ອງ​ຄວາມ​ຮູ້Œຄວາມ​ສາມາດ, ຄົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດແມ່ນ​ສັງ­ຄົມ​ກຳ­ລັງ​ຕ້ອງການ​ຫລາຍ​ທີ່​ສຸດ​ມີ​ຫລາຍ​ປະເທດ​ເຂົາ​ຈະ​ຈ້າງ​ຄົນ​ພວກ​ນີ້​ໃນລາ­ຄາ​ທີ່​ສູງ ເພື່ອ​ເຂົ້າ​ເຮັດ​ວຽກໃຫ້​ແຕ່​ລະ​ອົງ​ກອນ​ຫນ່ວຍ​ງານຂອງ​ເຂົາ­ເຈົ້າ.

ເວົ້າ​ເລື່ອງ​ການ​ສະ­ຫລອງ​ໃບປະ­ລິນ­ຍາ​ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ທຸກຄົນ​ຕ້ອງ​ມີ​ສະ­ຕິ​ນຳ​ກັນ​ຍັງ​ອີກ​ບໍ່ດົນ​ກໍ່​ຈະ​ມີ​ພິ­ທີ​ມອບ​ໃບ​ປະ​ລິນຍາ, ສະ­ນັ້ນ ການ​ສະ­ຫລອງ​ຜົນສຳ­ເລັດ​ກໍ່​ຕ້ອງ​ໃຫ້​ມັນ​ພໍ​ເຫມາະພໍ­ດີ, ອີງ­ໃສ່​ລາຍ​ໄດ້​ຕົວ​ຈິງ​ແລ້ວ, ສຳ­ຄັນ​ຢ່າ​ເຮັດ​ໃຫ້​ມັນ​ໂລດ​ໂພນເກີນ​ໃບ​ປະ­ລິນ­ຍາ! ຢ່າ​ເຮັດ​ເກີນຄວາມ​ຮູ້​ທີ່​ໄດ້​ຮັບ! ມີ​ບາງ​ຄົນ​ສະຫລອງ​ຈົນ​ຫມົດ​ເນື້ອ​ຫມົດ​ຕົວ, ໃຫ້​ພໍ່​ແມ່​ໄປ​ຊອກ​ຢືມ; ເອົາ​ນຳຄົນ​ອື່ນໆ ເພື່ອ​ມາ​ລ້ຽງ​ຫມູ່­ຄູ່​ໃຫ້ສົມ​ກັບ​ໃບ​ຫນ້າ​ໃບ​ຕາ​ຂອງ​ຕົນ, ກິນ​ຈົນ​ມຶນ­ເມົາ​ແລ້ວ​ລົງ​ແຂ່ງ​ລົງຂາ​ຂັບ​ຂີ່​ລົດ​ມີ​ບາງ​ກໍ­ລະ­ນີ​ໂຊກ​ບໍ່ດີ​ເກີດ​ອຸ­ບັດ­ເຫດ​ເສຍ​ຊີ­ວິດ, ເສຍອົງ­ຄະ​ຊ້ຳກ່ອນ​ຈະ​ໄດ້​ໃຊ້​ໃບ​ປະລິນ​ຍາ; ເຈົ້າ​ຂອງ​ໃບ​ປະ­ລິນ­ຍາກໍ່​ຕ້ອງ​ເຂົ້າ­ໃຈ​ວ່າ​ນີ້​ແມ່ນ​ພຽງຜົນ­ສຳ­ເລັດ​ໃນ​ອັນ​ຕົ້ນ​ເທົ່າ​ນັ້ນ, ເບື້ອງ​ຫລັງ​ຂອງ​ຄວາມ​ສຳ­ເລັດນີ້​ມາ​ຈາກ​ໃສແມ່ນ​ໃຜ​ສົ່ງ­ເສີມ, ຜູ້​ຫນູນ​ໃຫ້​ເຮົາ​ມີ​ໂອ­ກາດ ແລະ ເງື່ອນ­ໄຂ​ໄດ້​ເຂົ້າ​ຮຽນ​ຈົນ​ໄດ້​ຮັບໃບ​ປະ­ລິນ­ຍາ​ຄື​ໃນ​ມື້­ນີ້, ແລ້ວ​ມື້ຮັບ​ໃບ​ປະ­ລິນ­ຍາ​ນີ້​ເຮົາ​ຄວນ​ຈະເຮັດ​ແນວ­ໃດ​ໃຫ້​ຜູ້​ຊ່ວຍ​ຊູ​ຍູ້​ຫນູນເຮົາ​ພໍ່​ແມ່​ເຮົາ​ໃຫ້​ເພິ່ນ​ມີ​ຄວາມພູມ­ໃຈ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ຮັບ.

ຢ່າ​ສ້າງ​ຄວາມ​ຫຍຸ້ງ­ຍາກ​ລຳບາກ​ໃຫ້​ພໍ່​ແມ່ ຫລື ຄົນ​ຂ້າງ­ຄຽງໃນ​ມື້​ຮັບ​ປະ­ລິນ­ຍາ​ດ້ວຍ​ການ​ສະຫລອງ​ຜົນ­ສຳ­ເລັດ​ນັ້ນ. ຕ້ອງ​ເຂົ້າໃຈ​ວ່າ​ຜ່ານ​ມາ​ເພິ່ນ​ຫຍຸ້ງ­ຍາກ​ມາພໍ­ແຮງ​ແລ້ວ, ໃຫ້​ເພິ່ນ​ໄດ້​ນອນຫລັບ​ສະ­ບາຍ​ໃຈ​ແດ່​ໃນ​ມື້​ທີ່​ລູກຂອງ​ເພິ່ນ​ໄດ້​ຮັບ​ໃບ​ປະ­ລິນ­ຍາ​ນີ້

ຢ່າ​ລືມ​ວ່າ​ໃບ​ປະ­ລິນ­ຍາ​ພຽງ ແຕ່​ເປັນ​ການ​ຢັ້ງ­ຢືນ​ຄຸນ​ວຸດ​ທິການ​ສຶກ​ສາ​ທີ່​ເຮົາ​ໄດ້​ຮັບ ແລະ ຮຽນ​ຈົນ​ເທົ່າ​ນັ້ນ ແຕ່​ຄວາມ​ຮູ້​ຕົວ ຈິງ​ຄື​ສິ່ງ​ທີ່​ຢັ້ງ­ຢືນ​ເຖິງ​ຄຸນ​ນະພາບ​ຂອງ​ຄົນ​ຜູ້​ນັ້ນ.

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້​ໃດ​ທີ່​ມີ​ໂອ­ກາດ​ໄດ້​ຮຽນຈົບ​ໄດ້​ໃບ​ປະ­ລິນ­ຍາ​ຕີ, ປະ­ລິນ­ຍາໂທປະ­ລິນ­ຍາ​ເອກຖື​ໄດ້​ວ່າ​ແມ່ນ “ບັນ­ດິດ”
ຫມາຍ​ເຖິງ​ຜູ້​ທີ່​ປ່ຽມລົ້ນ​ໄປ​ດ້ວຍ​ສະ­ຕິ​ປັນ­ຍາ ແລະ ຄວາມ​ຮູ້, ຄວາມ​ສາ­ມາດ.

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການ​ໄດ້​ຮັບ​ໃບ​ປະ­ລິນ­ຍາ​ຖືວ່າ​ແມ່ນ​ກຽດ​ສັກ​ສີ​ອັນ​ສຳ­ຄັນຂອງ​ຄົນ​ຜູ້​ຫນຶ່ງ​ໃນ​ສະ­ຕະ­ວັດ​ທີ 21

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າ​ສ້າງ​ຄວາມ​ຫຍຸ້ງ­ຍາກ​ລຳບາກ​ໃຫ້​ພໍ່​ແມ່ ຫລື ຄົນ​ຂ້າງ­ຄຽງໃນ​ມື້​ຮັບ​ປະ­ລິນ­ຍາ​ດ້ວຍ​ການ​ສະຫລອງ​ຜົນ­ສຳ­ເລັດ​ນັ້ນ. ຕ້ອງ​ເຂົ້າໃຈ​ວ່າ​ຜ່ານ​ມາ​ເພິ່ນ​ຫຍຸ້ງ­ຍາກ​ມາພໍ­ແຮງ​ແລ້ວ, ໃຫ້​ເພິ່ນ​ໄດ້​ນອນຫລັບ​ສະ­ບາຍ​ໃຈ​ແດ່​ໃນ​ມື້​ທີ່​ລູກຂອງ​ເພິ່ນ​ໄດ້​ຮັບ​ໃບ​ປະ­ລິນ­ຍາ​ນີ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນດີນຳບັນດິດໃຫມ່ທັງຫລາຍ ໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຍິນດີນຳ