ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຂພຈ ສັງເກດເຫັນຫຼາຍເສັ້ນທາງມີການແປງຄືນເຊິ່ງຄວາມຄິດໂດຍສ່ວນຕົວເຫັນວ່າທາງດັ່ງກ່າວມັນກະດີຢູ່ແລ້ວ ເປັນຫຍັງໄປແປງ ໄປຢຽບຢາງໃສ່ຕື່ມ ຮູ້ສືກເສຍດາຍງົບທີ່ໄປແປງທາງເສັ້ນເກົ່ານັ້ນທີ່ດີຢູ່ແລ້ວນຄວນໄປແປງທາງເສັ້ນອື່ນທີ່ເປເພທິ່ຖືກປ່ອຍປະມາດົນນານນັ້ນດີກ່ວາ ອີກຢ່າງການສ້ອມແປງແມ່ນເຫັນວ່າແປງໃນໂມງລັດຖະການເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການສັນຈອນ ບາດກາຍໄປຕອນກາງຄືນ ບໍ່ເຫັນມີການກໍ່ສ້າງໃດໆທັງນັ້ນ ອ້າຍນ້ອງວິຊາການຄວນມີການເສຍສະຫຼະແດ່ ຄົນມັກຈົ່ມເດີ້
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ໄຄຕ່ວາເອົາໄປຖົມຄືນ ມາເບິ່ງຕໍ່ຫນ້າສະຫາມກິລາຫລັກ 16 ແມ໋ເອົາລົດໄມໂຄພຸ້ນລະເບາະຫື້ໂຕເກົ່າຖິ້ມຫມົດແປງຕະຫລອດທາງບ່ອນນີ້ເປັນອັນວ່າບໍ່ແລ້ວຈັກເທື່ອ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເພິ່ນຍາກໃຫ້ໄດ້ຄຸນນະພາບມາດຕາຖານກວ່າເກ່າຕິເບາະ ແຕ່ເຮັດຕອອນທຳອິດ ຄຶບໍ່ເຮັດໃຫ້ມັນຄັກໆໄປເທື່ອດຽວໂລ້ດບຸຈັກລະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ... ຂພຈ ສັງເກດເຫັນຫຼາຍເສັ້ນທາງມີການແປງຄືນເຊິ່ງຄວາມຄິດໂດຍສ່ວນຕົວເຫັນວ່າທາງດັ່ງກ່າວມັນກະດີຢູ່ແລ້ວເປັນຫຍັງໄປແປງ ໄປຢຽບຢາງໃສ່ຕື່ມ ຮູ້ສືກເສຍດາຍງົບທີ່ໄປແປງທາງເສັ້ນເກົ່ານັ້ນທີ່ດີຢູ່ແລ້ວນຄວນໄປແປງທາງເສັ້ນອື່ນທີ່ເປເພທິ່ຖືກປ່ອຍປະມາດົນນານນັ້ນດີກ່ວາ ອີກຢ່າງການສ້ອມແປງແມ່ນເຫັນວ່າແປງໃນໂມງລັດຖະການເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການສັນຈອນ ບາດກາຍໄປຕອນກາງຄືນ ບໍ່ເຫັນມີການກໍ່ສ້າງໃດໆທັງນັ້ນ ອ້າຍນ້ອງວິຊາການຄວນມີການເສຍສະຫຼະແດ່ ຄົນມັກຈົ່ມເດີ້ ເຫັນວ່າທາງໃນວຽງຈັນມີແຜນ overlay ຄືນຫມົດ, ມັນເປັນການເພີ່ມຄວາມແຂງແຮງໃຫ້ເສັ້ນທາງ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ... ເພິ່ນຍາກໃຫ້ໄດ້ຄຸນນະພາບມາດຕາຖານກວ່າເກ່າຕິເບາະ ແຕ່ເຮັດຕອອນທຳອິດ ຄຶບໍ່ເຮັດໃຫ້ມັນຄັກໆໄປເທື່ອດຽວໂລ້ດບຸຈັກລະ ມັນຂື້ນກັບງົບປະມານທີ່ໄດ້ມານຳຕີ່ເບາະ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມັນເປັນເສັ້ນທາງຫລັກ ເພື່ອໃຫ້ໄດ້ມາດຕະຖານກວ່າເກົ່າ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຢາກໃຫ້ແປງຕອນກາງຄືນ ບໍ່ລົບກວນການສັນຈອນຕອນສວຍ
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມີເງິນເຮັດຫຍັງກໍ່ບໍ່ໜ້າລັງກຽດ! ມັນຍາກເຮັດຍາມໄດມັນກໍ່ເຮັດເພາະເງິນມັນເອງ! |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ... ເຫັນວ່າທາງໃນວຽງຈັນມີແຜນ overlay ຄືນຫມົດ, ມັນເປັນການເພີ່ມຄວາມແຂງແຮງໃຫ້ເສັ້ນທາງ ..... ຂ້ອຍຄຶດວ່າ ຖ້າຂ້ອຍສ້າງຫຍັງ ເຮັດຫຍັງ ແປງຫຍັງ ຂ້ອຍຈະບໍ່ໃຫ້ມັນໄດ້ແປງໃຫມ່ອີກ ຢ່າງຂີ້ລ້າຍກະຈົນຄົບອາຍຸການໃຊ້ງານຂອງມັນ ໄລ່ກັນເປັນປີປີ ຖ້າແມ່ນເຕໍຄື່ອງນ້ອຍ ແຕ່ເລື້ອງທາງ ລະດັບຊາດ ເປັນຫຍັງຄືບໍ່ເຮັດມັນມາດຕະຖານໄປເລີຍເນາະ ແບບວ່າ ຢາກເຮັດຄືຂີ້ຮາດຂອນໂພດ ເຮັດພໍເສຍຫຍ້າຖົມຂີ້ຫມາ ເຮັດດີແລ້ວ ກະມາຂຸດອີກ ແລ່ນໄຟ ລະກະຖົມ ແລ້ວລະກະມາຂຸດແລ້ນນ້ຳ ແລ້ວກະຖົມ ແລ້ວກະມາຂຸດອີກແລ່ນສາຍອິນເຕີເນດ ໂທລະສັບ ລະກະຖົມ ມາບາດນີ້ພັດເຮັດໃຫມ່ໃຫ້ແຂງກວ່າເກົ່າ ວ່າຊັ້ນ ຍອມແນວຄິດ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ເຮັດດີກະຢ້ານໂຄງການຍຸບເພາະຫາກິນແບບນີ້ເດ້ ໃຜຊິໄປກວດກາກັນໄດ້ແນວຜີໂຕດຽວກັນ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ເຮັດດີກະຢ້ານໂຄງການຍຸບເພາະຫາກິນແບບນີ້ເດ້ ໃຜຊິໄປກວດກາກັນໄດ້ແນວຜີໂຕດຽວກັນແມ່ນຊັ້ນເບາະ ຄິດວ່າແມ່ນພວກປ່ຽນແປງຈາກໜ້າມືເປັນຫຼັງມືຊັ້ນດອກ ລະບອບເກົ່າ ສໍ້ລາດບັງຫຼວງ . . . . . . . . ພັດ ສໍ້ຫຼວງບັງລາດ ເຮົາກໍ່ເສຍພາສີຊ່ອຍຊາດ ມັນກະແມ່ນເຮົາຜູ້ໜຶ່ງ ທີ່ຊ່ວຍໃຫ້ເງິນເພື່ອໃຫ້ພວກເຂົາໂກງ ຈັກໜ່ອຍພວກເຮົາທີ່ເສຍພາສີຊ່ອຍຊາດນີ້ລະ ທີ່ຈະຖືກຂໍ້ກ່າວຫາວ່າ ສະໜັບສະໜູນການສໍ້ຫຼວງບັງລາດ 55555555555555
ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄືໄດ້ຍິນ ຂ່າວຈາກວິທະຍຸ ເອເຊຍ ເສລີ ວ່າ ລັດທະບານ ໄດ້ ຊື້ລົດ ຫລາຍຮ້ອຍຄັນ ມາໄວ້ ຮັບໃຊ້ ຜູ້ນຳທີ່ ມາປະຊຸມນຳອີກ ແຕ່ລົດຫັຍງ ຍີ້ ຫຍໍ້ ຫັຍງນະ ບໍ່ຈື່ແລ້ວ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ແປງແລ້ວແປງ ອີກ ແປງ ເລື້ອຍໆໄປ ບາດຍາມໃກ້ຊິດຮອດມື້ປະຊຸມແທ້ຫັ້ນ ເພິ່ນຈັ່ງຂ້ຽວພາກັນເຮັດ ລະດົມທັງຄົມໝົດມື້ໝົດຄືນ ເປັນຫຍັງໃຜເປັນວິຊາການ ແປງທາງມາ ແບ່ງປັນຄວາມຮູ້ໄດ້ບໍ່
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ... ຂພຈ ສັງເກດເຫັນຫຼາຍເສັ້ນທາງມີການແປງຄືນເຊິ່ງຄວາມຄິດໂດຍສ່ວນຕົວເຫັນວ່າທາງດັ່ງກ່າວມັນກະດີຢູ່ແລ້ວເປັນຫຍັງໄປແປງ ໄປຢຽບຢາງໃສ່ຕື່ມ ຮູ້ສືກເສຍດາຍງົບທີ່ໄປແປງທາງເສັ້ນເກົ່ານັ້ນທີ່ດີຢູ່ແລ້ວນຄວນໄປແປງທາງເສັ້ນອື່ນທີ່ເປເພທິ່ຖືກປ່ອຍປະມາດົນນານນັ້ນດີກ່ວາ ອີກຢ່າງການສ້ອມແປງແມ່ນເຫັນວ່າແປງໃນໂມງລັດຖະການເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການສັນຈອນ ບາດກາຍໄປຕອນກາງຄືນ ບໍ່ເຫັນມີການກໍ່ສ້າງໃດໆທັງນັ້ນ ອ້າຍນ້ອງວິຊາການຄວນມີການເສຍສະຫຼະແດ່ ຄົນມັກຈົ່ມເດີ້ ເພີ່ນຄິດວ່າປະເທດລາວແມ່ນແຕ່ເຂດນະຄອນຫລວງວຽງຈັນຕິເບາະ,ເວລາແຂກມາຢາມເພີ່ນກະພາທ່ຽວແຕ່ເຂດນະຄອນຫລວງຕິແບບວ໋າງາມພາຍນອກແຕ່ຂ້າງໃນເປັນໝາກເດື່ອ, ອອກໄປທາງເລກທີ່ 13 ເໜືອເປເພບັກຫລາຍໆ ແລະ ມີຕັ້ງວ່າ 8 ແຂວງໃຊ້ເສັ້ນດ່ຽວກັນຫັ້ນເພີນຄືບໍ່ສົນລະ. |