![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ມີຂ່າວຊຸບຊິບກັນຢູ່ໂດຍທົ່ວໆໄປກ່ຽວກັບຂ່າວລືສະເທືອນຂວັນຢູ່ບ້ານດອນໜູນແມ່ນເລື່ອງຈິງແທ້ບໍ່? ໃຜຮູ້ເວົ້າສູ່ຟັງແດ່?
ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່
![]() |
|
![]() ![]() |
|
![]() ໄດ້ຍິນຊຸມແມ່ບ້ານເພິ່ນໂສກັນຢູ່ແຕ່ບໍ່ເຫັນກະຕາກະເລີຍຟັງຫູໄວ້ຫູຄືກັນ! |
|
![]() ແມ່ນເລື່ອງຈິງລ້ານເປີເຊັນ ໄດ້ຍິນຫມູ່ເວົ້າວ່າເປັນແມ່ລູກອ່ອນຊ້ຳຖຶກຍິງຕາຍວ່າຊັ້ນ ເຫດເກີດວັນທີ 26/10/2012 ![]() |
|
![]() ຢູ່ໃນໂທລະທັດຄືບໍ່ເຫັນມີຂ່າວແບບນີ້ນະ ໂດຍສະເພາະຊ່ອງຕຳຫລວດນະ ເພາະຕິດຕາມຕະຫລອດ |
|
![]() ອ້າງເຖິງຂໍ້ຄວາມຈາກ sos ຂຽນວ່າ... ຢູ່ໃນໂທລະທັດຄືບໍ່ເຫັນມີຂ່າວແບບນີ້ນະ ໂດຍສະເພາະຊ່ອງຕຳຫລວດນະ ເພາະຕິດຕາມຕະຫລອດບໍ່ເຜີຍແພ່ບໍ່ຫມາຍຄວາມວ່າບໍ່ມີ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
![]() ດຽວນີ້ຄົນຈິດໃຈຊົ່ວຊາມຢູ່ລາວກະມີຫລາຍຈົນຕຳຫລວດບໍ່ສາມາດປາບປາມໄດ້ເໝິດ ຂໍໃຫ້ເພື່ອນໆມີສະຕິລະວັງຕົວໄວ້ສະໝີ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
![]() ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ... ແມ່ນເລື່ອງຈິງລ້ານເປີເຊັນ ໄດ້ຍິນຫມູ່ເວົ້າວ່າເປັນແມ່ລູກອ່ອນຊ້ຳຖຶກຍິງຕາຍວ່າຊັ້ນ ເຫດເກີດວັນທີ 26/10/2012ຂ້ອຍກະຢູ່ດອນໜູນແຕ່ບໍ່ມີຂ່າວຄາວຫຍັງເລີຍມັນເປັນເລື່ອງຂີ້ຕົວກັນຫຼີ້ນຊື່ໆຕິເບາະ ຖ້າແມ່ນເລື່ອງຈິງມັນກະດັງຄຶກໂຄມທົ່ວປະເທດແລ້ວ
ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ
![]() |
|
![]() ເວົ້າລະອຽດດູ ເປັນແນວໃດ |
|
![]() ຂ່າວແມ່ນມີມູູນຄວາມຈິງ |
|
![]() ບໍ່ເຊື່ອດອກ ວ່າມັນຈະເກີດຂຶ້ນຈິງ |
|
![]() ແມ່ນຄວາມຈິງ ໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ ມີຮ້ານຊຸບເປີແຄມທາງໃຫຍ່ ໂຈນເຂົ້າມາປຸ້ນເອົາຄຳນຳລາວ ແລ້ວຍິງສອງນັດ ຕາຍຄາທີເລີຍ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ... ແມ່ນຄວາມຈິງໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ ມີຮ້ານຊຸບເປີແຄມທາງໃຫຍ່ ໂຈນເຂົ້າມາປຸ້ນເອົາຄຳນຳລາວ ແລ້ວຍິງສອງນັດ ຕາຍຄາທີເລີຍ ແມ່ນແທ້ວະນີ ຮ້ານໂຕໃດລະ
ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ
![]() |
|
![]() ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ... ແມ່ນຄວາມຈິງໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ ມີຮ້ານຊຸບເປີແຄມທາງໃຫຍ່ ໂຈນເຂົ້າມາປຸ້ນເອົາຄຳນຳລາວ ແລ້ວຍິງສອງນັດ ຕາຍຄາທີເລີຍ ແມ່ນແທ້ວະນີ ຮ້ານໂຕໃດລະ ^^^ ຫັ້ນແລະຢູ່ແຕ່ປ່າ ແຕ່ພູຫລາຍເລີຍບໍ່ຮູ້ຈັກຫຍັງເຈົ້າຫັ້ນ ອິອິ |
|
![]() ອ້າງເຖິງຂໍ້ຄວາມຈາກ sos ຂຽນວ່າ... ຢູ່ໃນໂທລະທັດຄືບໍ່ເຫັນມີຂ່າວແບບນີ້ນະ ໂດຍສະເພາະຊ່ອງຕຳຫລວດນະ ເພາະຕິດຕາມຕະຫລອດໂອ້ຍຄັນມີກາຕ້ອງແມ່ນສະຫລຸບຂ່າວປະຈຳເດືອນຫລືປະຈຳອາທິດພຸ້ນສະຫາຍເອີຍອັນຂ່າວປະຈຳວັນຫລືຂ່າວສົດຫັ້ນຕ້ອງ ແມ່ນຂ່າວກອງປະຊຸມບໍ່, ຂ່າວການຈັດງານລ້ຽງບໍ່, ຂ່າວສາຍພົບພັນລາວຫວຽດນາມບໍ່ ສ່ວນອັນເລື່ອງແນວບໍ່ດີຫັ້ນບໍ່ມີດອກດີ ຫມົດ
ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ
|
|
![]() ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ... ແມ່ນຄວາມຈິງໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ ມີຮ້ານຊຸບເປີແຄມທາງໃຫຍ່ ໂຈນເຂົ້າມາປຸ້ນເອົາຄຳນຳລາວ ແລ້ວຍິງສອງນັດ ຕາຍຄາທີເລີຍ ແມ່ນແທ້ວະນີ ຮ້ານໂຕໃດລະ ^^^ ຫັ້ນແລະຢູ່ແຕ່ປ່າ ແຕ່ພູຫລາຍເລີຍບໍ່ຮູ້ຈັກຫຍັງເຈົ້າຫັ້ນ ອິອິ ອາວມາຫາເງີນເດຊັ້ນນາ ຖ້າບໍ່ມາຫາແລ້ວຊິມີເງີນໃຊ້ວະ
ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ
![]() |
|
![]() ເບື່ອທີ່ສຸດ ເຂົາວ່າ ເຂົາວ່າ ເຂົາວ່າ ເຂົາວ່າ ຫມູ່ຂ້ອຍວ່າຫັ້ນໄປຖາມຫມູແທ້ໆໆ ກະແມ່ນ ເຂົາວ່າຄືເກົ່າ
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
![]() ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ... ເບື່ອທີ່ສຸກ ເຂົາວ່າ ເຂົາວ່າ ເຂົາວ່າ ເຂົາວ່າ ຫມູ່ຂ້ອຍວ່າຫັ້ນໄປຖາມຫມູາແທ້ໆໆ ກະແມ່ນ ເຂົາວ່າຄືເກົ່າແມ່ນໆໆໆໆໆໆໆໆໆ
ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ
![]() |
|
![]() ບ້ານເມືອງດຽວນີ້ຄືມາໂຫດແທ້ |
|
![]() ລອງໄປຖາມຢູ່ຫ້ອງການບ້ານດອນຫນູນເບິ່ງເພື່ອພິສູດ ສ່ວນທີ່ບໍ່ເປັນຂ່າວດັງ ແມ່ນເຈົ້າຫນ້າເພິ່ນເຫັນວ່າຈະມີຜົນເສຍຫາຍດ້ານຄວາມປອດໄພ |
|
![]() ຍີນເຂົາຊ່າເຂົາໂສກັນຢູ່ແຕ່ບໍ່ຮູ້ວ່າມີຈີງຫລືບໍ່...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
![]() ຄືບໍ່ມີລາຍລະອຽດແນ່ ເພີ່ນບໍ່ລົງຂ່າວບໍ ລ້າຫລັງແທ້
ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ
|
|
![]() ຖ້າມີຈິງດັ່ງວ່າກໍ່ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ປະສົເຄາະຮ້າຍຄັ້ງນີ້ດ້ວຍ! ສ່ວນສະຖານີຕຳຫຼວດຫັ້ນແມ່ນມີໜ້າທີ່ໂຄສະນາຄວາມສຳພັນແບບພິເສດລະຫວ່າງສອງຊາດໂດຍສະເພາະ ໂຄສະນາແຕ່ເຊົ້າຈົນຄ່ຳ ເດິກໆດື່ນໆກະຍັງໂຄຢູ່ ຈະເຮົາອີ່ຫຍັງກັນໜັກກັນໜາຫວະ?ຟັງຍາມໄດຂົນຄີງສະແຕນອັບ! |
|
![]() ເພິນຂ່ວແຕ່ເລື່ອງຍົກຍ້ອງ, ເລື່ອງຜູ້ນຳຮັບແຂກຕ່າງປະເທດ ເລື່ອງມິດຕະພາບແບບພິເສດ ສ່ວນເລື່ອງອື່ນພວກເຮົາຕ້ອງມາຖາມກັນເອງແບບນີ້ລະ. ສິດທິຮັບຮູ້ຂໍ້ມູນຂ່າວສານຂອງພົນລະເມືອງໄດ້ຮູ້ພຽງວ່າ"ໄດ້ຍິນເຂົາວ່າ"ຈະເລີນ! |
|
![]() ຮູ້ແລ້ວ ![]() ແຕ່ບໍ່ເວົ້າ ![]() ຂ່າວແບບນີ້ມັກຍິນຢູ່ ເພາະຄົນບໍ່ດີກໍ່ຫຼາຍ ![]() |
|
![]() ເປັນເລື່ອງຈິງແນ່ນອນເພາະໄປເບິ່ງມາກັບຕາ. ເຫດເກີດຕອນສວາຍຂອງວັນທີ 26/10/12 ມີໂຈນ 2ຄົນ ຂີ່ລົດຈັກສະແມດເຂົ້າມາຈອດຕໍ່ຫນ້າໂຣງສີ (ເຊິ່ງເປັນບ່ອນເກີດເຫດ ທາງຂ້າງເປັນຣ້ານຂາຍເຄື່ອງຂາຍເຂົ້າປຽກ) ແລ້ວລົງຈາກລົດເມື່ອເຂົ້າມາຄົນຂີ່ທາງຫລ້ງໄດ້ຈົກປືນອອກມາຍິງເຈົ້າຂອງເຊິ່ງເປັນຜູ້ຍິງແມ່ລູກອ່ອນໃສ່ຂາເບື້ອງລະນັດ ເຊິ່ງລາວແລະແມ່ຂອງລາວໄດ້ຂໍຣ້ອງເອົາຊີວິດວ່າຢາກໄດ້ຫຍັງເອົາໄປເລີຍ ໄດ້ເອົາເງິນໃຫ້ໂຈນແຕ່ມັນບໍ່ເອົາມັນເອົາຄຳ5ບາດ ບາດສິຍ່າງອອກໄປແຕ່ມ້ນກັບຫັນມາຍິງຊໍ້າໃສ່ເອິກແມ່ລາວໄດ້ແຕ່ໃຫ້ກັບຣ້ອງຂໍວ່າຍ່າຍິງລູກລາວອີກເລີຍແລ້ວໂຈນກໍຄັບລົດຫນີໄປ ຫລັງຈາກນັ້ນກໍໄດ້ພາລາວໄປໂຣງຫມໍແຕ່ບໍ່ທັນ ໂຈນແມ່ນຍ້ງຫນຸ່ມຢູ່ເພາະວ່າຕອນຍິງບໍ່ໃສ່ຫມວກກັນນ໋ອກ ມື້ນັ້ນຜົວຜູ້ຕາຍບໍ່ຢູ່ໄປສົ່ງເຂົ້າ ຂໍໂທດທີ່ຕ້ອງໃຊ້ໂຕ ຣ ເພາະພິມນຳgoogle |
|
![]() ເປັນເລື່ອງຈິງແນ່ນອນເພາະໄປເບິ່ງມາກັບຕາ. ເຫດເກີດຕອນສວາຍຂອງວັນທີ 26/10/12 ມີໂຈນ 2ຄົນ ຂີ່ລົດຈັກສະແມດເຂົ້າມາຈອດຕໍ່ຫນ້າໂຣງສີ (ເຊິ່ງເປັນບ່ອນເກີດເຫດ ທາງຂ້າງເປັນຣ້ານຂາຍເຄື່ອງຂາຍເຂົ້າປຽກ) ແລ້ວລົງຈາກລົດເມື່ອເຂົ້າມາຄົນຂີ່ທາງຫລ້ງໄດ້ຈົກປືນອອກມາຍິງເຈົ້າຂອງເຊິ່ງເປັນຜູ້ຍິງແມ່ລູກອ່ອນໃສ່ຂາເບື້ອງລະນັດ ເຊິ່ງລາວແລະແມ່ຂອງລາວໄດ້ຂໍຣ້ອງເອົາຊີວິດວ່າຢາກໄດ້ຫຍັງເອົາໄປເລີຍ ໄດ້ເອົາເງິນໃຫ້ໂຈນແຕ່ມັນບໍ່ເອົາມັນເອົາຄຳ5ບາດ ບາດສິຍ່າງອອກໄປແຕ່ມ້ນກັບຫັນມາຍິງຊໍ້າໃສ່ເອິກແມ່ລາວໄດ້ແຕ່ໃຫ້ກັບຣ້ອງຂໍວ່າຍ່າຍິງລູກລາວອີກເລີຍແລ້ວໂຈນກໍຄັບລົດຫນີໄປ ຫລັງຈາກນັ້ນກໍໄດ້ພາລາວໄປໂຣງຫມໍແຕ່ບໍ່ທັນ ໂຈນແມ່ນຍ້ງຫນຸ່ມຢູ່ເພາະວ່າຕອນຍິງບໍ່ໃສ່ຫມວກກັນນ໋ອກ ມື້ນັ້ນຜົວຜູ້ຕາຍບໍ່ຢູ່ໄປສົ່ງເຂົ້າ ຂໍໂທດທີ່ຕ້ອງໃຊ້ໂຕ ຣ ເພາະພິມນຳgoogle |
|
![]() ໂຈນນັ້ນ ຕຳຫຼວດຈັບໄດ້ແຕ່ວັນທີ 28/10/2012 ພຸ້ນ ແຕ່ເພິ່ນບໍ່ຂ່າວ ເພາະມັນມີກອງປະຊຸມອາເຊມ9 ສ່ວນຄຳ 5 ບາດ ແລະ ເງິນ 20 ກວ່າລ້ານກີບນັ້ນ ຍັງເຫຼືອແຕ່ 5 ລ້ານກີບທີ່ກູ້ຄືນໄດ້ນຳໂຈນ ລໍຖ້າເບິ່ງຂ່າວວ່າ ຕຳຫຼວດຈະສະຫຼູບໃຫ້ເປັນຂ່າວຕອນໃດ ໃນຊ່ອງຕຳຫຼວດເດີ ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ... ໂຈນນັ້ນ ຕຳຫຼວດຈັບໄດ້ແຕ່ວັນທີ 28/10/2012 ພຸ້ນ ແຕ່ເພິ່ນບໍ່ຂ່າວ ເພາະມັນມີກອງປະຊຸມອາເຊມ9ສ່ວນຄຳ 5 ບາດ ແລະ ເງິນ 20 ກວ່າລ້ານກີບນັ້ນ ຍັງເຫຼືອແຕ່ 5 ລ້ານກີບທີ່ກູ້ຄືນໄດ້ນຳໂຈນ ລໍຖ້າເບິ່ງຂ່າວວ່າ ຕຳຫຼວດຈະສະຫຼູບໃຫ້ເປັນຂ່າວຕອນໃດ ໃນຊ່ອງຕຳຫຼວດເດີ ຢ້ານເສຍໜ້າໄດ໋ເນາະຄັນອອກຂ່າວໃນຊ່ວງນີ້ ![]() |
|
![]() ![]() ![]() ![]() ![]() ![]() ![]() ![]() |