ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂ່າວສະເທືອນຂວັນຄາຕະກຳຢູ່ດອນໜູນແມ່ນເລື່ອງຈິງບໍ່?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ມີຂ່າວຊຸບຊິບກັນຢູ່ໂດຍທົ່ວໆໄປກ່ຽວກັບຂ່າວລືສະເທືອນຂວັນຢູ່ບ້ານດອນໜູນແມ່ນເລື່ອງຈິງແທ້ບໍ່? ໃຜຮູ້ເວົ້າສູ່ຟັງແດ່?

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນຊຸມແມ່ບ້ານເພິ່ນໂສກັນຢູ່ແຕ່ບໍ່ເຫັນກະຕາກະເລີຍຟັງຫູໄວ້ຫູຄືກັນ!

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນເລື່ອງຈິງລ້ານເປີເຊັນ ໄດ້ຍິນຫມູ່ເວົ້າວ່າເປັນແມ່ລູກອ່ອນຊ້ຳຖຶກຍິງຕາຍວ່າຊັ້ນ ເຫດເກີດວັນທີ 26/10/2012

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຢູ່ໃນໂທລະທັດຄືບໍ່ເຫັນມີຂ່າວແບບນີ້ນະ ໂດຍສະເພາະຊ່ອງຕຳຫລວດນະ ເພາະຕິດຕາມຕະຫລອດ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sos ຂຽນວ່າ...
ຢູ່ໃນໂທລະທັດຄືບໍ່ເຫັນມີຂ່າວແບບນີ້ນະ ໂດຍສະເພາະຊ່ອງຕຳຫລວດນະ ເພາະຕິດຕາມຕະຫລອດ

ບໍ່ເຜີຍແພ່ບໍ່ຫມາຍຄວາມວ່າບໍ່ມີ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວນີ້ຄົນຈິດໃຈຊົ່ວຊາມຢູ່ລາວກະມີຫລາຍຈົນຕຳຫລວດບໍ່ສາມາດປາບປາມໄດ້ເໝິດ ຂໍໃຫ້ເພື່ອນໆມີສະຕິລະວັງຕົວໄວ້ສະໝີ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ແມ່ນເລື່ອງຈິງລ້ານເປີເຊັນ ໄດ້ຍິນຫມູ່ເວົ້າວ່າເປັນແມ່ລູກອ່ອນຊ້ຳຖຶກຍິງຕາຍວ່າຊັ້ນ ເຫດເກີດວັນທີ 26/10/2012

ຂ້ອຍກະຢູ່ດອນໜູນແຕ່ບໍ່ມີຂ່າວຄາວຫຍັງເລີຍມັນເປັນເລື່ອງຂີ້ຕົວກັນຫຼີ້ນຊື່ໆຕິເບາະ ຖ້າແມ່ນເລື່ອງຈິງມັນກະດັງຄຶກໂຄມທົ່ວປະເທດແລ້ວ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າລະອຽດດູ ເປັນແນວໃດ

໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ຂ່າວແມ່ນມີມູູນຄວາມຈິງ

໗ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ບໍ່ເຊື່ອດອກ ວ່າມັນຈະເກີດຂຶ້ນຈິງ

໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ແມ່ນຄວາມຈິງ
ໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ
ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ
ມີຮ້ານຊຸບເປີແຄມທາງໃຫຍ່
ໂຈນເຂົ້າມາປຸ້ນເອົາຄຳນຳລາວ
ແລ້ວຍິງສອງນັດ ຕາຍຄາທີເລີຍ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ແມ່ນຄວາມຈິງ
ໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ
ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ
ມີຮ້ານຊຸບເປີແຄມທາງໃຫຍ່
ໂຈນເຂົ້າມາປຸ້ນເອົາຄຳນຳລາວ
ແລ້ວຍິງສອງນັດ ຕາຍຄາທີເລີຍ

ແມ່ນແທ້ວະນີ ຮ້ານໂຕໃດລະ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ແມ່ນຄວາມຈິງ
ໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ
ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ
ມີຮ້ານຊຸບເປີແຄມທາງໃຫຍ່
ໂຈນເຂົ້າມາປຸ້ນເອົາຄຳນຳລາວ
ແລ້ວຍິງສອງນັດ ຕາຍຄາທີເລີຍ

ແມ່ນແທ້ວະນີ ຮ້ານໂຕໃດລະ

^^^ ຫັ້ນແລະຢູ່ແຕ່ປ່າ ແຕ່ພູຫລາຍເລີຍບໍ່ຮູ້ຈັກຫຍັງເຈົ້າຫັ້ນ ອິອິ

໖ ກະທູ້
໙໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ sos ຂຽນວ່າ...
ຢູ່ໃນໂທລະທັດຄືບໍ່ເຫັນມີຂ່າວແບບນີ້ນະ ໂດຍສະເພາະຊ່ອງຕຳຫລວດນະ ເພາະຕິດຕາມຕະຫລອດ

ໂອ້ຍຄັນມີກາຕ້ອງແມ່ນສະຫລຸບຂ່າວປະຈຳເດືອນຫລືປະຈຳອາທິດພຸ້ນສະຫາຍເອີຍອັນຂ່າວປະຈຳວັນຫລືຂ່າວສົດຫັ້ນຕ້ອງ
ແມ່ນຂ່າວກອງປະຊຸມບໍ່, ຂ່າວການຈັດງານລ້ຽງບໍ່, ຂ່າວສາຍພົບພັນລາວຫວຽດນາມບໍ່ ສ່ວນອັນເລື່ອງແນວບໍ່ດີຫັ້ນບໍ່ມີດອກດີ
ຫມົດ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tuktik ຂຽນວ່າ...
ແມ່ນຄວາມຈິງ
ໝູ່ຂ້ອຍຢູ່ແຖວບ້ານຜູ້ຕາຍ
ຜູ້ຕາຍເປັນຜູ້ຍິງ ອາຍຸ 35ປີ
ມີຮ້ານຊຸບເປີແຄມທາງໃຫຍ່
ໂຈນເຂົ້າມາປຸ້ນເອົາຄຳນຳລາວ
ແລ້ວຍິງສອງນັດ ຕາຍຄາທີເລີຍ

ແມ່ນແທ້ວະນີ ຮ້ານໂຕໃດລະ

^^^ ຫັ້ນແລະຢູ່ແຕ່ປ່າ ແຕ່ພູຫລາຍເລີຍບໍ່ຮູ້ຈັກຫຍັງເຈົ້າຫັ້ນ ອິອິ

ອາວມາຫາເງີນເດຊັ້ນນາ ຖ້າບໍ່ມາຫາແລ້ວຊິມີເງີນໃຊ້ວະ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບື່ອທີ່ສຸດ ເຂົາວ່າ ເຂົາວ່າ ເຂົາວ່າ ເຂົາວ່າ ຫມູ່ຂ້ອຍວ່າຫັ້ນໄປຖາມຫມູແທ້ໆໆ ກະແມ່ນ ເຂົາວ່າຄືເກົ່າ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ເບື່ອທີ່ສຸກ ເຂົາວ່າ ເຂົາວ່າ ເຂົາວ່າ ເຂົາວ່າ ຫມູ່ຂ້ອຍວ່າຫັ້ນໄປຖາມຫມູາແທ້ໆໆ ກະແມ່ນ ເຂົາວ່າຄືເກົ່າ

ແມ່ນໆໆໆໆໆໆໆໆໆ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໗ ກະທູ້
໑໖໔ ໂພສ
ນັກການກະທູ້
ບ້ານເມືອງດຽວນີ້ຄືມາໂຫດແທ້

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງໄປຖາມຢູ່ຫ້ອງການບ້ານດອນຫນູນເບິ່ງເພື່ອພິສູດ

ສ່ວນທີ່ບໍ່ເປັນຂ່າວດັງ ແມ່ນເຈົ້າຫນ້າເພິ່ນເຫັນວ່າຈະມີຜົນເສຍຫາຍດ້ານຄວາມປອດໄພ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍີນເຂົາຊ່າເຂົາໂສກັນຢູ່ແຕ່ບໍ່ຮູ້ວ່າມີຈີງຫລືບໍ່...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖ ກະທູ້
໒໙໒ ໂພສ
ນັກການກະທູ້
ຄືບໍ່ມີລາຍລະອຽດແນ່
ເພີ່ນບໍ່ລົງຂ່າວບໍ ລ້າຫລັງແທ້

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີຈິງດັ່ງວ່າກໍ່ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ປະສົເຄາະຮ້າຍຄັ້ງນີ້ດ້ວຍ!
ສ່ວນສະຖານີຕຳຫຼວດຫັ້ນແມ່ນມີໜ້າທີ່ໂຄສະນາຄວາມສຳພັນແບບພິເສດລະຫວ່າງສອງຊາດໂດຍສະເພາະ ໂຄສະນາແຕ່ເຊົ້າຈົນຄ່ຳ ເດິກໆດື່ນໆກະຍັງໂຄຢູ່ ຈະເຮົາອີ່ຫຍັງກັນໜັກກັນໜາຫວະ?ຟັງຍາມໄດຂົນຄີງສະແຕນອັບ!

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ siiphone ຂຽນວ່າ...
ຄືບໍ່ມີລາຍລະອຽດແນ່
ເພີ່ນບໍ່ລົງຂ່າວບໍ ລ້າຫລັງແທ້

ເພິນຂ່ວແຕ່ເລື່ອງຍົກຍ້ອງ, ເລື່ອງຜູ້ນຳຮັບແຂກຕ່າງປະເທດ ເລື່ອງມິດຕະພາບແບບພິເສດ ສ່ວນເລື່ອງອື່ນພວກເຮົາຕ້ອງມາຖາມກັນເອງແບບນີ້ລະ.
ສິດທິຮັບຮູ້ຂໍ້ມູນຂ່າວສານຂອງພົນລະເມືອງໄດ້ຮູ້ພຽງວ່າ"ໄດ້ຍິນເຂົາວ່າ"ຈະເລີນ!

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແລ້ວ
ແຕ່ບໍ່ເວົ້າ
ຂ່າວແບບນີ້ມັກຍິນຢູ່ ເພາະຄົນບໍ່ດີກໍ່ຫຼາຍ

໑ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ເປັນເລື່ອງຈິງແນ່ນອນເພາະໄປເບິ່ງມາກັບຕາ. ເຫດເກີດຕອນສວາຍຂອງວັນທີ 26/10/12 ມີໂຈນ 2ຄົນ ຂີ່ລົດຈັກສະແມດເຂົ້າມາຈອດຕໍ່ຫນ້າໂຣງສີ (ເຊິ່ງເປັນບ່ອນເກີດເຫດ ທາງຂ້າງເປັນຣ້ານຂາຍເຄື່ອງຂາຍເຂົ້າປຽກ) ແລ້ວລົງຈາກລົດເມື່ອເຂົ້າມາຄົນຂີ່ທາງຫລ້ງໄດ້ຈົກປືນອອກມາຍິງເຈົ້າຂອງເຊິ່ງເປັນຜູ້ຍິງແມ່ລູກອ່ອນໃສ່ຂາເບື້ອງລະນັດ ເຊິ່ງລາວແລະແມ່ຂອງລາວໄດ້ຂໍຣ້ອງເອົາຊີວິດວ່າຢາກໄດ້ຫຍັງເອົາໄປເລີຍ ໄດ້ເອົາເງິນໃຫ້ໂຈນແຕ່ມັນບໍ່ເອົາມັນເອົາຄຳ5ບາດ ບາດສິຍ່າງອອກໄປແຕ່ມ້ນກັບຫັນມາຍິງຊໍ້າໃສ່ເອິກແມ່ລາວໄດ້ແຕ່ໃຫ້ກັບຣ້ອງຂໍວ່າຍ່າຍິງລູກລາວອີກເລີຍແລ້ວໂຈນກໍຄັບລົດຫນີໄປ   ຫລັງຈາກນັ້ນກໍໄດ້ພາລາວໄປໂຣງຫມໍແຕ່ບໍ່ທັນ ໂຈນແມ່ນຍ້ງຫນຸ່ມຢູ່ເພາະວ່າຕອນຍິງບໍ່ໃສ່ຫມວກກັນນ໋ອກ ມື້ນັ້ນຜົວຜູ້ຕາຍບໍ່ຢູ່ໄປສົ່ງເຂົ້າ
ຂໍໂທດທີ່ຕ້ອງໃຊ້ໂຕ ຣ ເພາະພິມນຳgoogle

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ໂຈນນັ້ນ ຕຳຫຼວດຈັບໄດ້ແຕ່ວັນທີ 28/10/2012 ພຸ້ນ ແຕ່ເພິ່ນບໍ່ຂ່າວ ເພາະມັນມີກອງປະຊຸມອາເຊມ9
ສ່ວນຄຳ 5 ບາດ ແລະ ເງິນ 20 ກວ່າລ້ານກີບນັ້ນ ຍັງເຫຼືອແຕ່ 5 ລ້ານກີບທີ່ກູ້ຄືນໄດ້ນຳໂຈນ
ລໍຖ້າເບິ່ງຂ່າວວ່າ ຕຳຫຼວດຈະສະຫຼູບໃຫ້ເປັນຂ່າວຕອນໃດ ໃນຊ່ອງຕຳຫຼວດເດີ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ໂຈນນັ້ນ ຕຳຫຼວດຈັບໄດ້ແຕ່ວັນທີ 28/10/2012 ພຸ້ນ ແຕ່ເພິ່ນບໍ່ຂ່າວ ເພາະມັນມີກອງປະຊຸມອາເຊມ9
ສ່ວນຄຳ 5 ບາດ ແລະ ເງິນ 20 ກວ່າລ້ານກີບນັ້ນ ຍັງເຫຼືອແຕ່ 5 ລ້ານກີບທີ່ກູ້ຄືນໄດ້ນຳໂຈນ
ລໍຖ້າເບິ່ງຂ່າວວ່າ ຕຳຫຼວດຈະສະຫຼູບໃຫ້ເປັນຂ່າວຕອນໃດ ໃນຊ່ອງຕຳຫຼວດເດີ

ຢ້ານເສຍໜ້າໄດ໋ເນາະຄັນອອກຂ່າວໃນຊ່ວງນີ້

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>