ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂໍເພງ ກ່ຽວກັບກຳມະບານ ແລະ ຊາວຫນຸ່ມລາວ

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຂພຈ ຕ້ອງການໃຊ້ເພງກ່ຽວກັບກຳມະບານ ແລະ ຊາວຫນຸ່ມລາວ ເພື່ອປະກອບເຂົ້າບົດລາຍງານ (ດ່ວນໆໆໆໆ)
ທ່ານໃດມີຊ່ວຍອັບລົງໃຫ້ແດ່ ຫລື ບໍ່ກໍ່ຮູ້ວ່າມີຢູ່ເວັບໃດກໍ່ໄດ້ ເພາະຫາເອງແລ້ວກໍ່ຈົນປັນຍາ
ຊິບໍ່ລືມພະຄູນໄປຢ່າງຍິ່ງ

ຂອບໃຈຫລາຍໆ

[img]null[/img]

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ໄປຫລິ້ນບຸນຊ່ວງເຮືອຫມົດບໍ່ເດ ພີ່ນ້ອງພັນລາວທັງຫລາຍນິ

ຢາກໄດ້ເພງເດ

[img]null[/img]

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງດີໆແບບນີ້ລາວເຮົາບໍ່ຄ່ອຍມີ ມີແຕ່ເລື່ອງຄວາມຮັກບ້າໆ
ຮ້ອງຕິດຮູຄໍຢູ່ ຄືສິຫາຍໃຈບໍ່ໄດ້ນີ່ ຟັງແລ້ວອາຍ
ເພງສົ່ງເສີມຄວາມດີ ວັດທະນະທຳ ມິດຕະພາບດີໆບໍ່ຄ່ອຍມີໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗ ກະທູ້
໑໔໑ ໂພສ
ນັກການກະທູ້
ມັນສິໄປມີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈື່ໄດ້ແຕ່ເພງ: ຊາວໜຸ່ມເຮົາສຸມກຳລັງ ບໍ່ຢຸດບໍ່ຢັ້ງວຽກງານ........... ປະມານນີ້ ບໍ່ຈື່ຊື່ເພງແລ້ວ ແລະ ບໍ່ມີລິ້ງໃຫ້ອີກ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ບົດລາຍງານເຈົ້ານິ ຕ້ອງໃສ່ແຜ່ນຊີດີເພງແນບໃສ່ນຳບໍ໋? ຫລືວ່າ ເອົາແຕ່ຊື່ເພງ ຫລືວ່າ ເອົາເນື້ອເພງນຳ
ຂ້ອຍກໍ່ບໍ່ຄ່ອຍຮູ້ປານໃດນະ ແຕ່ຄັນເວົ້າແບບສາວພາຫັ້ນກໍ່ພໍມີຢູ່ຫນ້ອຍຫນຶ່ງ ແຕ່ບໍ່ຮູ້ຊື່ເພງໃດລະ

ເຊິນໄປຢາມ...................ທົ່ງນາແຊງບ້ານນ້ອງ
ສຽງລຳສຽງຮ້ອງ.............ດັງກ້ອງໄປທົ່ວທົ່ງນາ
ມີຫມໍໃດບຸ ໄປອັບໂຫລດຢູ່ ຢູທູບ ເພງ ເຊິນໄປຢາມທົ່ງນາແຊງບ້ານນ້ອງ
ແຕ່ບາດວ່າເປີດເບິ່ງລະ ຟາດແມ່ນ ເພງ ເມືອງຊຳລຳລຶກ ເລີຍແລ້ວຊາດ ບໍ່ໄດ້ຊ້ຳ.

ມີອີກເພງຫນຶ່ງ ຈື່ໄດ້ຫລາຍກວ່າເພງເມື່ອກີ້.

ໂອນໍນາງເອີຍ...................ຈັ່ງແມ່ນງາມເດ໋ນ້ອງ..........ວາຈາ ວາດຄອງ
ກິລິຍາພຽບພ້ອມ................ມອງແລ້ວ.......................ບໍ່ຢາກໄລ
ງາມວິໄລ........................ຍຸກສະໄຫມ.....................ຍິງລາວກ້າວ
ນຸ່ງຖື............................. ຕາມປະເພນີ...................ຂອງລາວ
ສາວງາມແດນດອກຈຳປາ....ສົມຊື່ແລ້ວຫນາ............... ທັງຈົບ ທັງງາມ

ໃຜກໍ່ຊົມເຊີຍຍ້ອງ.....ແງັດໆ.. ແງັດໆ...............(ຈື່ໄດ້ສ່ຳນີ້ແຫລະຫວັງວ່າຄົງເປັນປະໂຫຍດ ບໍ່ຫລາຍກະຫນ້ອຍ).



໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ: ເມື່ອປີທີ່ແລ້ວ ສູນກາງກຳມະບານລາວໄດ້ຜລິດເພງອອກມາໜຶ່ງຊຸດ ແລະ ໄດ້ເຮັດເປັນແຜ່ນ DVD ຂາຍແບບບໍລິການເຖິງເຮືອນ ໃນນັ້ນມີຫລາຍເພງທີ່ພໍຟັງ, ສ່ວນເພງກ່ຽວກັບຊາວໜຸ່ມ ກໍມີຫລາຍເພງຂອງວົງດົນຕຣີ“ໜຸ່ມດອກໄມ້ແດງ” ຖືກນຳມາຮ້ອງຄືນໃໝ່...ຖ້າມີເວລາເຂົ້າມາຂໍນຳວິທະຍຸກະຈາຍສຽງແຫ່ງຊາດລາວ ຫລື ໂທລະພາບແຫ່ງຊາດລາວ ເພິ່ນກໍຄົງຊ່ວຍໄດ້...


໘ ກະທູ້
໒໘໕ ໂພສ
ນັກການກະທູ້
ຂອບໃຈສຳລັບຄຳເຫັນ ແລະ ຄຳແນະນຳຕ່າງໆ

ກໍ່ແປກດີທີ່ເພງເຫລົ່ານີ້ຫາຍາກໃນໂລກໄຊເບີ້ ຄົ້ນຫາສອງມື້ລະ ຍັງບໍ່ໄດ້ຊ້ຳ

ທ່ານໃດມີກໍ່ອັບລົງໃຫ້ແດ່ ເພາະຈະສົ່ງວັນເສົານີ້

Help me plz

[img]null[/img]

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ໂທດເດີສະຫາຍບໍ່ຮູ້