ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ພະຫຍາສຸພາສິດ.

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ໃຜມີ ຫຼື ຮູ້ກອນພະຫຍາຫຍ່ອຍເອົາມາເວົ້າຊູ່ຟັງແດ່ເດີ້.....ເຊັ່ນວ່າ:
ເຈົ້າຜູ້ມີເຂັມແລ້ວ..........................ໃຫ້ຖາມໄໜເບີ່ງກ່ອນ
ໄໝບໍ່ມີຮ້ອຍກົ້ນ​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​​............................ສົນໄດ້ກໍ່ບໍ່ງາມ
ຄັນຊິທໍຜືນຜ້າ...............................ໃຫ້ຖາມຄູຜູ້ເພີ່ນຊ່າງ
ເພີ່ນນັ້ນເປັນຜູ້ເຢາະຢ່ອງແຕ້ມ............ແປງໄຫ້ກໍ່ຈິ່ງງາມ .....


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຢ່າຫຼົງໄຫຼໄຝ່ເພີ້......................ນຳສີ່ງຜິດກົດໝາຍ
ຢ່າໄປຂາຍແນວຜິດ....................ທີ່ເພີ່ນເຄີຍຫວງຫ້າມ
ເຮົານີ້ແນວນາມເຊື້ອ.....................ຄົນລາວຜູ້ດຸໝັ່ນ
ຕ້ອງຂະຫຍັນໝັ່ນສ້າງ..................ຜົນໄດ້ຊິຮັ່ງມີ ທ່ານເອີຍ...


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳກອນແລະສຸພາສິດເຂົ້າອ່ານໄດ້ທີ່ນີ້:
http://www.soudaly.com/proverblao/proverblao.htm

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດເລີຜະຫຍາເທິງຫັ້ນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໃຜຜູ້ເອົາແຕ່ຄວາມໂກ້............ເພື່ອຍໍໂຕຂົ່ມຜູ້ອື່ນ
ຕາບໍ່ມືນມີແຕ່ເວົ້າ..................ເຂົາເອີ້ນວ່າບໍ່ແມ່ນຄົນ
ຊາດທີ່ເປັນຄົນນີ້....................ເສຍໃຈໂຕໄດ້ໃຈຫມູ່
ແມ່ນຊິມຸດມອດມ້ຽນ...............ເພີ່ນຍັງເອີ້ນວ່າຍອດຄົນ...

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໙ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ

ປາກການ້ອຍຄອຍຄຳຕອບ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຊບ ເວີ້ຍ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ
ไพเราะดีครับ มาโพสเยอะๆนะครับกำลังหัดอ่านหัดแปล


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ເກີດເປັນຄົນ..................ຕ້ອງຮຽນຮູ້.................ຮູ້ທຸກອັນ
ສິ່ງສຳຄັນ.....................ຫມັ່ນນຳໃຊ້.................ໃຫ້ເກີດຜົນ
ຖ້າບໍ່ໄດ້.......................ຜ່ານການ.....................ຝຶກຝົນ
ເກີດເປັນຄົນ..................ກໍ່ຮູ້ລ້າ.........................ບໍ່ກ້າຫານ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ການສຶກສາເປັນບ່ອນບັ້ນ....................ປັນຍາເກີດມີມາ
ຢ່າໄດ້ພາກັນຄິດ...............................ຫນ່າຍຊັງບັງຫນ້າ
ສຶກສາດີມີຄູນລົ້ນ..............................ຫລາຍປະການເກີນປຽບ
ແສງອາທິດບໍ່ທຽບໄດ້..........................ປັນຍາສ້ຽມສ່ອງໃສ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ


໖ ກະທູ້
໙໗ ໂພສ
ນັກການກະທູ້
ມື້ຄືນນອນຝັນຮ້າຍ...........................ຈົນສະດຸ້ງຕື່ນໃຈຜະຫວາ
ຝັນວ່າຝຸງຫມາພານ...........................ເຂົ້າມາເຕັມເມືອງບ້ານ
ມັນຫອນສົ່ງສຽງກ້າ............................ຂົ່ມປະຊາໃຫ້ໃຈສັ່ນ
ຫາກມີໃຜຂືນຕໍ່ຕ້ານ...........................ຫມາຝຸງນັ້ນກໍ່ເຫລົ່າລຸມ
ມີບາງຄົນສົ່ງສຽງຮ້ອງ.........................ຍ້ອນວ່າຢ້ານຄົມແຂ້ວຫມາ
ແຕ່ບາງຄົນພັດກ້າແຂງ........................ຂູ່ຄືນຫມາພານຮ້າຍ
ແຕ່ເນື່ອງວ່າຕົນແຮງນ້ອຍ......................ບໍ່ມີຄົນມາຂູ່ຊ່ວຍ
ຈັກຊິມຸດມອດມ້ວຍ...............................ມື້ໄດແທ້ເກີດແກ່ຕົນ
ອັນທ່ອນກາງຄວາມຝັນນັ້ນ......................ຝັນເຫັນຝູງເພັດສະຄາດ
ມັນກໍ່ເຫົລ່າພາກັນ..................................ໄລ່ມັດຝູງຫມາພານຮ້າຍ
ພ້ອມກ່າວວາຈາຕ້ານ...............................ຂົ່ມປະຊາໃຫ້ແຕກຕື່ນ
ຫາກມີໃຜກ້າລຸກຂື້ນ.................................ກ້າຂັດຂວາງທາງນາຍຂ້ອຍ..............ຊິປ່ອຍແທ້ຝຸງຫມາພານອີກເດີ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຄັນແມ່ນເຈົ້າ .........................ໄດ້ຂີ່ຊ້າງ
ກັ້ງຄັນຮົ່ມ....................................ເປັນພະຍາ
ໃຫ້ແນມເບິ່ງ..................................ປະຊາຊົນ
ຄົນຢູ່ດິນ........................................ນອນຟື້ນຫຍ້າ ແດ່ເດີ !

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າຍນີ້....................ປຽບດັ່ງເປັດໂຕນ້ອຍ
ຫວັງຮ່ວມ ................ຄອນນຳໄກ່
ຕີນເປີ່ມເປິ.................ເປີ່ມເປີ້ຍປີນຂຶ້ນຜລາດພະລາດລົງ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ
ขออีก


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ເກີດເປັນຄົນ.......................ຄົ້ນໃຫ້ທົ່ວ
ຊົ່ວບໍ່ເອົາ...........................ເມົາບໍ່ມີ ! ນີ້ລະຄົນ
ຖ້າເປັນຄົນ.........................ຄົ້ນບໍ່ທົ່ວ
ຊົ່ວກໍເອົາ............................ເມົາກໍມີ ! ນີ້ລະຄວາຍ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໒ ກະທູ້
໒໒໑ ໂພສ
ນັກການກະທູ້
ຢ່າໄຝ່ຝັນຢາກໄດ້.....................ເກີນໂພດຊິພາເສຍ
ຢ່າຟຸມເຟືອຍເງີນຄຳ..................ຈ່າຍໄປແປນກ້ຽງ
ຈ່າຍຈົນໝົດຈົບສ້ຽງ....................ປັດຖົງປັດໄຖ່
ໄປຫາຢືມເພີ່ນໃຊ້.......................ພໍໄດ້ຄ່າກິນ ບໍ່ດີນ່າ.....


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເດັດໆທັງນັ້ນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳນຽມລາວກ່າວໄວ້ໃຫ້ຮັກແຂກແພງຄົນ
ມີນິໄສໃຈຄໍອ່ອນຫວານຂານຕ້ອນ
ທີທ່າອາວອນໄຫວ້ປະນົມມືກ່ອນຖາມຕອບ
ສະບາຍດີມອບໃຫ້ຜູ້ມາຢື້ຢ່ອງຢາມ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ເອົາຜົວຄູ ລ້ຽງໝູດີກ່ວາ ນີ້ແມ່ນຄຳເວົ້າທີ່ສຽດສີຊີວິດຄູໂດຍກົງ ທັງຯທີຄູເປັນຜູ້ມີບົດບາດແລະຄວາມສຳຄັນໃນການອົບຮົມສັງສອນ, ດັ່ງນັ້ນຈີ່ງຂໍຮ້ອງສັງຄົມຈົ່ງປ່ຽນຄຳເວົ້ານີ້ເປັນ " ເອົາຜົວກູ ລ້ຽງໝູດີກ່ວາ " ເພາະມັນຊົ່ວ ມັນຈີ່ງນອກໃຈກູ


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ເອົາຜົວຄູ ລ້ຽງໝູດີກ່ວາ ນີ້ແມ່ນຄຳເວົ້າທີ່ສຽດສີຊີວິດຄູໂດຍກົງ ທັງຯທີຄູເປັນຜູ້ມີບົດບາດແລະຄວາມສຳຄັນໃນການອົບຮົມສັງສອນ, ດັ່ງນັ້ນຈີ່ງຂໍຮ້ອງສັງຄົມຈົ່ງປ່ຽນຄຳເວົ້ານີ້ເປັນ " ເອົາຜົວກູ ລ້ຽງໝູດີກ່ວາ " ເພາະມັນຊົ່ວ ມັນຈີ່ງນອກໃຈກູ


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ພີ່ນ້ອງເອີຍ ພວກເຮົາເຄີຍໄດ້ຍີນສຸພາສິດທີ່ວ່າ: ມີເງີນເຕັມພາ ເອົາເທວະດາມາເຮັດເມຍກໍ່ໄດ້. ແຕ່ຢູ່ໃນສັງຄົມປະຈຸບັນນີ້ເຫັນວ່າມັນບໍ່ຖືກແລ້ວເດີ, ຖ້າຈະໃຫ້ຖືກແລ້ວແມ່ນ : ມີເງີນເຕັມພາ ເອົາໝາ ມາເຮັດເມຍກໍ່ໄດ້, ພວກເຮົາລອງຄິດນຳກັນເບີ່ງເດີ ຜູ້ເພີ່ນມີເງີນນັ້ນເຮັດຫຍັງຜິດ ກໍ່ຍັງມີຄົນນັບໜ້າຖືຕາຢູ່ ຍ້ອນສັງຄົມປະຈຸບັນມີພວກລູບແຄ່ງເລຍຂາຫລາຍ, ບາງຄົນສໍ້ໂກງສັງຄົມຈົນຮັ່ງ ກະຍັງໄປຍ້ອງວ່າ ມັນລວຍ. ຄົນທຸກຍາກຄືພວກເຮົາ ລອງເອົາໝາມາເຮັດເມຍເບີ່ງແມ້ ຄັນເພີ່ນບໍ່ເນລະເທດອອກຈາກບ້ານ


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຢາເສບຕິດ ເປັນພິດ ເປັນໄພ,ດັ່ງນັ້ນບໍ່ສົມຄວນ ທີ່ຈະໄປໃຫ້ລາຄາມັນ. ຂໍຮ້ອງນຳເຈົ້າໜ້າທີ່ ຫລື ສືມວນຊົນ ຖ້າລົງຂ່າວກ່ຽວກັບການປາບປາມຢາເສບຕິດແລ້ວ, ໃຫ້ລົງແຕ່ຈຳນວນຢ່າເສບຕິດ, ຢ່າໃຫ້ລາຄາມັນເລີບ. ຖ້າຫາກກົດໝາຍກຳນົດໄວ້ໃນການຕັດສີນໂທດ ຈາກມູນຄ່າລາຄາ ກໍ່ຂໍໃຫ້ແກ້ກົດໝາຍກຳນົດໂທດ ເປັນຈຳນວນ ຫລື ນ້ຳໜັກຂອງຢາເສບຕິດ