ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເລີກໆໃນກົ້ນບຶງຫົວໃຈ

໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ຫົວໃຈກໍ່ຄືຈິດໃຈ ທີ່ມັນຂາວສະອາດ ປາສະຈາກຮອຍເປື້ອນແລະມົນທິນ ໃນຕອນທີ່ເຮົາລອດຈາກຕີນສີ້ນແມ່ ແລະຈະເລີນໄວ ໃນອ້ອມກອດຂອງແມ່ນັ້ນ ມັນຊ່າງ
ປອດໂປງຂາວໃສ ບໍລິສຸດ ປຽບປະດຸດດັ່ງໄຍຝ້າຍເບົາໆ ແລະ ຂາວໆເຢືອກເຢັນດັ່ງຫິມະ ໃນຂົ້ວໂລກເໜືອ ມັນຊ່າງສະບາຍສະຫງົບ ແລະ ສຸກໃນຈິດໃນໃຈ ຢ່າງເຫຼືອ ຫຼາຍຄະນານັບ ແທ້ໆ ....ວັນເວລາເຄື່ອນຍ້າຍຈາກວັນເປັນທິດເປັນເດືອນເປັນປີ ດວງໃຈອັນນ້ອຍໆຄ່ອຍໆຈະເລີນໄວ ແລະຮັບເອົາເລື່ອງລາວ ທັງດີຊົ່ວເຂົ້າໄປ ,ວັນເວລາຜ່ານໄປເທົ່າໃດ ຍິ່ງຮັບເອົາເລື່ອງລາວທີ່ຫຼາກຫຼາຍເທົ່ານັ້ນ....ດວງໃຈດວງນ້ອຍໆທີ່ບໍລິສຸດ ສະຫງົບເຢືອກເຢັນໃນເມື່ອກ່ອນ ມັນແທນທີ່ດ້ວຍບັນຫາຕ່າງໆ
ທີ່ເປັນພາລະໃຫ້ແກ່ດວງໃຈ ບາງຄັ້ງກໍ່ມີສິ່ງທີ່ມາບຳລຸງຫົວໃຈໃຫ້ຊຸ່ມຊືນ ແຕ່ບາງຄັ້ງ(ຫຼືເລື້ອຍໆ) ກໍ່ມີສິ່ງທີ່ມາທຳຮ້າຍຈິດໃຈ ໃຫ້ບອບຊໍ້າ ຫງ່ອມເຫງົາ ຊໍ້າໃຈ ....
ມໍລະສຸມ ໃນຈິດໃຈຍິ່ງເພີ່ມຂື້ນທຸກມື້ ຈິດໃຈທີ່ບໍລິສຸດ ມັນຄ່ອຍໆເຄື່ອນຍ້າຍລົງໄປ 'ເລີກໆໃນກົ້ນບຶງຫົວໃຈ' ມັນຖ້ວມລົ້ນໄປດ້ວຍຄວາມມືດມົນ ຮອຍເປື້ອນ ແລະມົນທິນ .
ໂອ໋! ຟ້າ ມັນຊ່າງເປັນແນວນີ້ ,ສັງມາລະທົມທຸກ ຂະມອດໄມ້ ກັບຈິດໃຈ ຂ້ອຍເດ.
ຄິດຮອດເດ ຄາວກ່ອນກີ້ ທີ່ຢູ່ໃນອ້ອມກອດຂອງແມ່ ມັນຊ່າງສຸກໃຈ ເຫຼືອຄະນາ ທີ່ປຽ່ມລົ້ນໄປດ້ວຍຄວາມບໍລິສຸດ ສະອາດຜຸດຜ່ອງ ປາສະຈາກບັນຫາໃດໆ...
ທີ່ສຸດແລ້ວຂ້ອຍກໍ່ຈະພະຍາຍາມຂຸດຄົ້ນແລະດຶງເອົາຄວາມສະຫງົບສະບາຍໃຈ ສະອາດບໍລິສຸດ ທີ່ມັນລົງໄປຢູ່ໃນ 'ເລີກໆໃນກົ້ນບຶງຫົວໃຈ' ກັບມາອີກຄັ້ງ ແລະຂ້ອຍຈະ ຖະໜອມມັນຢ່າງດີ ໃຫ້ຖ້ວມລົ້ນໃນຈິດໃຈ ຂອງຂ້ອຍອີກຄັ້ງ ແລະ ກາລະນານ .....
ບັນຫາເອີຍຈົ່ງໝົດໄປ
ຂ້ອຍຈະພະຍາຍາມແກ້ມັນ.

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ຄືສິເມືອຍນໍ້

ສອຍໆ ຄຸສອງໜ່ວຍ ເປັນຫາບ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກົ້ນບຶງ ກໍ່ມີແຕ່ຕົມພຸ້ນແລ້ວ


໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກົ້ນບຶງ ກໍ່ມີແຕ່ຕົມພຸ້ນແລ້ວ


ແມ່ນ ຂ້ອຍຈຶ່ງພະຍາຍາມດຶງຂື້ນບໍ່ໃຫ້ຈົມຢູ່ໃຕ້ບຶງ

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ຄືຊິເສົ້າແທ້ເນາະ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກົ້ນບຶງ ກໍ່ມີແຕ່ຕົມພຸ້ນແລ້ວ


ແມ່ນ ຂ້ອຍຈຶ່ງພະຍາຍາມດຶງຂື້ນບໍ່ໃຫ້ຈົມຢູ່ໃຕ້ບຶງ


ມັນຢູ່ທີ່ໃຈຂອງເຮົານີ້ນະ ຄິດແຕ່ສິ່ງດີໆກໍ່ພໍແລ້ວ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ສິໄປ ເຊຍບານ ບັນຫາຊ່າງມັນ 555
ລາວສູ້ໆ

ແສງຈັນສ່ອງກາຍ ແສງປະກາຍຂອງທັມມະສ່ອງໃຈ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...
ສິໄປ ເຊຍບານ ບັນຫາຊ່າງມັນ 555
ລາວສູ້ໆ

ດີແລ້ວ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ airsbh ຂຽນວ່າ...
ສິໄປ ເຊຍບານ ບັນຫາຊ່າງມັນ 555
ລາວສູ້ໆ

ອໍຫໍ ດີໄວເນາະ