ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມິຕິແແລະເວລາ

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ໃນຄວາມຄິດສ່ວນຕົວ ຄົນເຮົາຖືກທໍາມະຊາດສ້າງມາ ໃຫ້ມີຄວາມສາມາດ ດໍາລົງຊີວິດ ຢູ່ໃນສະພາບແວດລ້ອມທີ່ຈໍາກັດທີ່ສຸດເຊັ່ນ:
ມີເງືອນໄຂເໝາະສົມໃນການດໍາລົງຊີວິດຢູ່ພຽງບົນໜ້າໂລກ ໄປມາດ້ວຍການ ຄານ ຍ່າງ ແລ່ນ ການໂດດ ແຕ່ສຸດທ້າຍກໍ່ຕົກລົງມາບົນໜ້າໂລກດ້ວຍແຮງດຶງດູດຂອງ
ໜ່ວຍໂລກຄືເກົ່າ...
ຖ້າຄົນເຮົາມີຄວາມສາມາດ ເອົາສະນະແຮງດຶງດູດຂອງໜ່ວຍໂລກ ຄົງຈະດີ...ລອງຄິດເບິ່ງວ່າເຮົາໄປຢືນຢູ່ໜ້າຝາແລ້ວກ້າວຍ່າງອອກໄປໂດຍບໍ່ຕົກລົງມາທີ່ກົ້ນເຫວ
ນັ້ນຄົງເປັນເລື້ອງທີ່ວິເສດ...
ຄວາມຈິງແລ້ວ ລອງຄິດເບິ່ງ ຢູ່ນອກໂລກທີ່ ຫ່າງອອກໄປ ຈາກແຮງດຶງດູູດຂອງໜ່ວຍໂລກ ຄົງຈະ ເປັນອີກມີຕິ ຕ່າງຫາກ ທີ່ຄົນເຮົາບໍ່ຄຸ້ນເຄີຍ ອາດມີເວລາ ການເຄື້ອນທີ່ ແຕກຕ່າງໄປຈາກໂລກນີ້....





໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຂ້ອຍກະເຄີຍຄິດຢູ່ເລື່ອງນີ້ ແຕ່ວ່າຂ້ອຍບໍ່ມີຄວາມສາມາເຮັດໄດ້ ກະເລີຍບໍ່ຄິດສະ ຫາຄິດແຕ່ອັນທີ່ຂ້ອຍສາມາດເຮັດໄດ້ກະພໍແລະ


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ່ານ3ຮອບແລ້ວຍັງງົງວ່າ ຈຂກທ ຕ້ອງການສື່ສານເລື່ອງອິຫຍັງແທ້ ອ່ານຊື່ກະທູ້ ມິຕິແລະເວລາ ແຕ່ອ່ານເນື້ອໃນແມ່ນແຮງດຶງດູດຂອງໂລກວ່າຊັ້ນ ງົງ+ມຶນ



໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Nikonlao ຂຽນວ່າ...
ຂ້ອຍກະເຄີຍຄິດຢູ່ເລື່ອງນີ້ ແຕ່ວ່າຂ້ອຍບໍ່ມີຄວາມສາມາເຮັດໄດ້ ກະເລີຍບໍ່ຄິດສະ ຫາຄິດແຕ່ອັນທີ່ຂ້ອຍສາມາດເຮັດໄດ້ກະພໍແລະ


ທີ່ຕັ້ງກະທູ້ກໍ່ພຽງແຕ່ມີຄວາມຮູ້ສຶກວ່າມັນມີເລື້ອງທີ່ໜ້າອັດສະຈັນ ແລະລຶກລັບເກີນຈິນຕະນາການ...ທີ່ເຮົາບໍ່ທັນຮູ້ ແລະຄິດບໍ່ເຖິງ ກ່ຽວກັບເລື້ອງມິຕິລະເວລາ
ຖ້າທໍາມະຊາດບໍ່ໄດ້ກໍານົດຫຼືວ່າຖ້າມີໃຜຄົ້ນຄິດຮໍ່າຮຽນຮູ້ແລະສາມາດເອົາຊະນະກົດເກນເຫຼົ່ານີ້ໄດ້ເຊັ່ນວ່າເອົາຊະນະກົດເກນເວລາເທິງໜ່ວຍໂລກຫຼຸດໄປຢູ່ ຕົກຢູ່ພາວະຫຼືມິຕິຂອງໂລກອຶ່ນດາວອຶ່ນຂອງຈັກກະວານໃຊ້ເວລາຂອງມິຕິອຶ່ນທີ່ແຕກຕ່າງເວລາຂອງໂລກທີກໍານົດເອົາການແຈ້ງມຶດຫຼືມາດຕາເກນຂອງໂລກນີ້ການທີ່ຈະເຄື້ອນຍ້າຍຈາກຈຸດໜ່ຶງໄປຫາຈຸດໜຶ່ງຄົງເປັນເລື້ອງທີ່ໜ້າອັດສະຈັນ ດັ່ງແນວຄວາມຄິດແລະຈິນຕະນາການລົມໆແລ້ງໆບ້າໆບໍ່ໆນີ້ເນາະ...
ເອໄດ້ຍິນຕໍານານຫຼືການກ່າວຂານວ່າມີພະລືຜູ້ມີວິຊາສາມາດຫາຍຕົວຫຼືເດີນທາງໄກໄດ້ພຽງຊົ່ວອຶດໃຈເພິ່ນໆເຫຼົ່ານັ້ນຄົງຈະຮຽນຮູ້ຫຼືເອົາຊະນະກົດເກນທໍາມະຊາດ
ທີ່ເຮົາບໍ່ຮູ້ກໍ່ເປັນໄດ້...ຫຼືມີພາຫະນະທີສາມາດໄປທຸກແຫ່ງຫົນກໍ່ເປັນໄດ້...


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ອ່ານ3ຮອບແລ້ວຍັງງົງວ່າ ຈຂກທ ຕ້ອງການສື່ສານເລື່ອງອິຫຍັງແທ້ ອ່ານຊື່ກະທູ້ ມິຕິແລະເວລາ ແຕ່ອ່ານເນື້ອໃນແມ່ນແຮງດຶງດູດຂອງໂລກວ່າຊັ້ນ ງົງ+ມຶນ


ງົງໄປເຖາະຜູ້ຕັ້ງກະທູ້ກໍ່ຍັງງົງ... ເປັນຫັຍງເຮົາຍ່າງແຕ່ຈຸດກ ຫາຈຸດ ຂ ຈິ່ງຊ້າກ່ວາການແລ່ນ ເປັນຫັຍງ ການຂີ່ລົດ ຫຼື ປ່ຽນໄປ ຂີ່ເຮືອບິນຈິ່ງໄວ ແລະໃຊ້ເວລາ ໄປເຖິງຈຸດໝາຍຕ່າງກັນ ...ເປັນຫັຍງແມ່ນໍ້າກ້ວາງໃຫ່ຍ ເຮົາຈິ່ງຍ່າງຕາມໜ້ານໍ້າບໍ່ໄດ້ ແຕ່ຂີ່ເຮືອຂ້າມໄປແສນງ່າຍ
ເປັນຫັຍງເພິ່ນປ່ອຍດາວທຽມຂຶ້ນເທິງວົງໂຄຈອນມັນຈິ່ງໃຊ້ເວລາໝູນອ້ອມໂລກແຕ່ລະຮອບບໍ່ດົນ ແຕ່ເວລາຢູ່ໜ້າໂລກມັນກໍ່ເປັນພຽງວັດຖຸທີ່ເຄື້ອນເໜັງບໍ່ໄດ້ ແທນທີ່ຈະໝູນອ້ອມໂລກໄດ້ຄືຕອນມັນຢູ່ວົງໂຄຈອນ ນີ້ຄືຄວາມແຕກຕ່າງຂອງການໃຊ້ເວລາ... ບັນຫາໂລກແຕກເນາະ...