ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ~ລອງມາເປີດໃຈໃສ່ກັນເບີ່ງດຸໂລກນີ້ຄືສິເປັນຕາຢູ່ຫຼາຍຂື້ນ~

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
... ມັນຄົງເປັນເລື່ອງທີ່ໜ້າເສົ້າຫາກຄົນເຮົາຕ້ອງບິດບຽນຄວາມຈິງໃນໃຈ ແລ້ວຫັນໄປໃສ່ໜ້າກາກເຂົ້າຫາກັນ ຊີວິດກໍ່ມີແຕ່ຄວາມວາດລະແວງ ພາໃຫ້ຢູ່ບໍ່ເປັນສຸກ ເຖິງຈະສຸກກໍ່ເປັນຄວາມສຸກທີ່ຈອມປອມ ຫາຊື່ນຊົມໃຈໄດ້ຍາກ.

... ມາໆ ເຮົາລອງມາຖອດໜ້າກາກອອກດີບໍ່ ? ຈິ່ງຈະບໍ່ໄດ້ວາດລະແວງຕໍ່ກັນອີກ ຈະເປັນຫຍັງໄປຫາກວ່າຄົນອື່ນ ຈະອ່ານສາຍຕາຂອງເຮົາໄດ້ ຫຼື ແມ້ກະທັ້ງມອງທະລຸເຂົ້າໄປຮອດຫົວໃຈຂອງເຮົາ ເພາະເມື່ອໃດກໍ່ຕາມທີ່ເຮົາບໍ່ໄດ້ປິດບັງ, ອຳພາງ, ບໍ່ຕ້ອງວາງທ່າທີ ຫຼື ເລ່ຫ່ຽມໃດໆອອກມາ.

.... ເມື່ອນັ້ນໃຈຂອງເຮົາຈະໄດ້ມີພະລັງຢ່າງເຕັມທີ່ ທີ່ຈະສ້າງສັນສິ່ງດີໆໃຫ້ມັນເກີດຂື້ນ ແລ້ວເຮົາກໍ່ຈະໄດ້ຄົ້ນພົບພະລັງແຫ່ງຄວາມຈິງໃຈ ມັນເປັນພະລັງທີ່ເກີດຂື້ນຢ່າງລຽບງ່າຍ ເປັນທຳມະຊາດ ແຕ່ມີອານຸພາບເຫຼືອປະມານ.

.... ສະນັ້ນບໍ່ຕ້ອງໄປຢ້ານເລີຍທີ່ຈະເປັນຄົນຈິງໃຈ ເປັນຄົນຊື່ໆ ໃສໆ ປາກກັບໃຈຕົງກັນ ເຖິງເຮົາຈະບໍ່ເກັ່ງ ບໍ່ດີ ບໍ່ເດັ່ນ ບໍ່ໄດ້ເປັນຄົນສຳຄັນ ຂໍພຽງເຮົາມີຄວາມຈິງໃຈຕໍ່ກັນ ໂລກນີ້ກໍ່ຈະມີແຕ່ຄວາມສຸກແລະໜ້າຢູ່ແລ້ວວວວວວ


ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຄົນດີບໍ່ມີທີ່ຢູ່ໃນໂລກຂອງຄວາມເປັນຈິງ ແຕ່ຂ້ອຍກະຄິດວ່າຂ້ອຍຜູ້ໜຶ່ງລະທີ່ບໍ່ໄດ້ໃສ່ໜ້າກາກນະ
ເຂົ້າຂ້າງໂຕເອງໄວ້ກ່ອນ.................

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຮູ້ແຕ່ວ່າດີມາ ກະດີໄປ ອີກຢ່າງຂ້ອຍຈະເປັນຄົນທີ່ມັກໃຫ້ຄົນອື່ນ ໂດຍສະເພາະແມ່ນຄົນຂໍທານ. ຄົນພິການ
ໃນຄວາມຮູ້ສຶກເດີ ຖ້າກິນທານຫລາຍເທົ່າໃດຍິ່ງຮູ້ສຶກວ່າຍິ່ງມີຄວາມສຸກ ແລະຈະໄດ້ກັບຄືນມາຫລາຍໆເທົ່າຕົວທີ່ທານໄປ (ອາດເປັນເພາະເຮົາເຄີຍລົ້ມ) ສິ່ງທີ່ບໍ່ຄິດວ່າຈະໄດ້ກະໄດ້ມີສອງຄັ້ງທີ່ຄົນຮູ້ຈັກຢູ່ຕ່າງແຂວງເປັນໜີ້ໄດ້ 5 ກ່ວາປີແຕ່ມັນນານມາແລ້ວຈົນລືມ ແລະກະບໍ່ເຄີຍຄິດວ່າຈະໄປຖາມເມື່ອບໍ່ໄດ້ແລ້ວກະແລ້ວໄປ ຈຳນວນເງິນກະບໍ່ໄດ້ຫລາຍດອກ ແຕ່ກະພໍຕັ້ງເນື້ອຕັ້ງຕົວໄດ້
ຢູ່ໆມາເດືອນແລ້ວຫັ້ນລະໂທຫາຈັກໄດ້ເບີມາແຕ່ທາງໃດເພາະຂ້ອຍກະເປັນຄົນມັກປ່ຽນເບີຢູ່ແລ້ວ
ໃນທີ່ສຸດເຂົາກະຢືນຢູ່ໄດ້ດ້ວຍເງິນກ້ອນນັ້ນທີ່ເຮົາໃຫ້ໄປ ແລະພ້ອມທີ່ຈະໄຊ້ແທນເຮົາ ນີ້ແລະຄືຄວາມສຸກທີ່ເຮົາຫາໄດ້
ເກີດເປັນຄົນຢ່າໄດ້ໄປຫວັງແຕ່ເອົາລັກເອົາປຽບຄົນອື່ນ ຄວນຮູ້ຈັກຜ່ອນສັ້ນຜ່ອນຍາວໃຫ້ກັນ ທີ່ສຳຄັນຢ່າເວົ້າດູຖູກ ແລະເວົ້າປະໝາດຄົນອື່ນ
ເພາະຄົນເຮົາມັນບໍ່ມີຫຍັງທີ່ເປັນຂອງເຮົາດອກ ເຮົາມາຕົວເປົ່າ ເຮົາກະຕ້ອງກັບໄປຕົວເປົ່າ


໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ມັນຂື້ນກັບການສຶກສາ ແລະປູກຈິດສຳນຶກ ຄົນລາວໄວທຳງານໃນຍຸກນີ້ໄດ້ປູກຈິດສຳນຶກໄວ້ແບບນີ້ !







໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ໜ້າຄິດ

ສອຍໆ ຄຸສອງໜ່ວຍ ເປັນຫາບ