ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກຮູ້ວ່າຜູ້ຍິງທີ່ມັກເຮົາແທ້ ເຮົາຄວນເບີ່ງແນວໃດ

໑໒ ກະທູ້
໓໖ ໂພສ
ຂາປະຈຳເວັບບອດ
ຢາກຮູ້ວ່າຜູ້ຍິງທີ່ມັກເຮົາແທ້ ເຮົາຄວນເບີ່ງແນວໃດ ແລະ ເຂົາເຈົ້າຈະມີພຶດຕິກຳແນວໃດກັບເຮົາ
ສາວໆຊ່ວຍຕອບແນ່ເດີ

taloe

໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ຢາກຕອບຢູ່ ເສຍດາຍວ່າລະວ່າສາວໆວ່າຊັ້ນ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຖາມສາວໆລະບໍຕອບລະ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດເບິ່ງກ່ອນເດີ
ອາດຈະມີທ່າທາງອາຍໆເວລາຢູ່ຕໍ່ໜ້າ
ອາດຈະສຸພາບ, ເກງໃຈ, ເອົາໃຈ, ເທັກແຄ...
ອາດຈະຫຶງ, ຫວງ, ງອນ, ຄຽດ ເວລາເຮົາທຳທ່າໄປມັກຄົນອື່ນ
ອາດຈະມັກແອບຍິ້ມໆຫວານໆມາໃສ່
ອາດຈະມັກລັກແນມຕະຫຼອດ
ອາດຈະເວົ້າຊື່ເຮົາແຕ່ສິ່ງທີ່ດີໆ
ອາດຈະຊວນໄປໃສກໍ່ໄປເພື່ອເອົາໃຈ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ເວລາເຮົາເຈັບປ່ວຍເຂົາກະເບິ່ງ
2.ເວລາເຮົາຂາດເງິນເຂົາກະຊ່ວຍ
3.ເວລາທີ່ເຂົາມີໂອກາດພໍ້ຄົນໃໝ່ທີ່ດີກ່ວາເຮົາເຂົາກະບໍ່ຫນີ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PANOYVMK ຂຽນວ່າ...
ຢາກຕອບຢູ່ ເສຍດາຍວ່າລະວ່າສາວໆວ່າຊັ້ນ


5555 ຂ້ອຍກະວ່າຄືເຈົ້າແລະ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ບໍ່ຊ່າງຊິຕອບຜູ້ຍິງແຕ່ລະຄົນຄິດບໍ່ຄືກັນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຊາຍກໍ່ຄືກັນຫັ້ນຕິບໍ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງວ່າເຂົາເຂົ້າມາຫາເຮົາດ້ວຍຄວາມຈິງໃຈແທ້ບໍ່ ບາງຄົນເຂົາກະຄົບນຳເພາະຖານະຫນ້າຕາ..ແຕ່ເຂົາບໍ່ຈິງໃຈກະມີ(ຂ້ອຍເຊື່ອວ່າຜູ້ຊາຍກະເຄີຍມີ ຄົບຜູ້ຍິງຍ້ອນຫວັງຜົນຕອບແທນ) ຖ້າຄົນທີ່ເຂົາຈະຮັກເຈົ້າແທ້ເຂົາຈະບໍ່ໄດ້ຂໍຮ້ອງໃຫ້ເຈົ້າຊື້ນັ້ນໃຫ້ຊື້ນີ້ໃຫ້.. ເຮັດນັ້ນໃຫ້ເຮັດນີ້ໃຫ້ເກີນຄວາມສຳມາດຂອງເຈົ້າ ໂດຍບໍ່ຄຳນຶງເຖິງຈິດໃຈຂອງອີກຝ່າຍດອກ.
ເພາະຖ້າເຂົາຈະເຮັດຫຍັງເຂົາຈະຄິດໃຫ້ກຽດເຊີ່ງກັນແລະກັນ.. ຝ່າຍຊາຍກະເຊັ່ນກັນ.

ສັງເກດເບີ່ງພຶດຕິກຳເຂົາວ່າເຂົາເປັນໂຕຂອງໂຕເອງບໍ່ເວລາຢູ່ນຳເຈົ້າຖ້າເຂົາສະບາຍໃຈບໍ່ແອບ ບໍ່ເຮັດທຳທ່າເປັນຄົນດີ ມັນກະຈະເຮັດໃຫ້ເຈົ້າໝັ້ນໃຈຫລາຍຂື້ນວ່າເຂົາຈະຮັກເຈົ້າ
...

ສຳຫລັບຂ້ອຍເວລາຂ້ອຍຮັກໃຜກະຄື ຂ້ອຍຈະຢູ່ນຳລາວໃຫ້ກຳລັງໃຈບໍ່ຖີ້ມລາວ ຢູ່ໃນເວລາທີ່ລາວຕ້ອງການລະກະບໍ່ຄ່ອຍຢາກເຮັດໃຫ້ລາວຄິດນຳຫລາຍ ເຮັດໃຫ້ລາວຮູ້ວ່າເວລາລາວຢູ່ນຳເຮົາລະລາວມີຄວາມສຸກ ກະພໍ
..ລະອີກຢ່າງສຳຫລັບຂ້ອຍມັນຈະເລົ່າເລື່ອງທຸກຢ່າງໃຫ້ຄົນທີ່ເຮົາຮັກຟັງກະຄືມີເລື່ອງຫຍັງມາກະມາແຊນຳກັນ

... ແຕ່ສຳຫລັບຄົນທີ່ບໍ່ຮັກກະຄື ບໍ່ສົນ ຈະເສຍໃຈກະຢ່າເຂົາ 55+++(ຊົ່ວ ໃນກໍລະນີນີ້ ຖ້າບໍ່ຮັກກະຄືບໍ່ສົນ) ນັ້ນລະຄວາມຄິດສ່ວນໂຕ

ຫວັງວ່າຈະຊ່ວຍຫຍັງ ຈຂກທ ແນ່ຈັກຫນ່ອຍ 1 ຫລື ບໍ່ຊ່ວຍຫຍັງເລີຍ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປລ. ຖ້າເຂົາຈະຮັກເຮົາກະຄືເຂົາຈະຮັບທຸກຢ່າງທີ່ເປັນເຮົາໄດ້ ລະກະຍອມຟັງເຫດຟັງຜົນ ຖ້າສີ່ງທີ່ເຮົາເຮັດໄປລະບອກວ່າບໍ່ດີເຂົາກະພ້ອມທີ່ຈະປ່ຽນແປງເພື່ອເຮົາ ^^


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ບໍ່ຊ່າງຊິຕອບຜູ້ຍິງແຕ່ລະຄົນຄິດບໍ່ຄືກັນ



ອັນນີ້ຖືກ...


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PANOYVMK ຂຽນວ່າ...
ຢາກຕອບຢູ່ ເສຍດາຍວ່າລະວ່າສາວໆວ່າຊັ້ນ


5555 ຂ້ອຍກະວ່າຄືເຈົ້າແລະ

ຄືກັນເລີຍຈານທີ ...... ວ່າຈະມາຕອບພັດໆວ່າສາວໆ ບາດໂຕເຖິກຫມົດສິດຕອບລະ LOL


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝົດສິດຕອບເລີຍ.......


໑໒ ກະທູ້
໓໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ gt701 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ບໍ່ຊ່າງຊິຕອບຜູ້ຍິງແຕ່ລະຄົນຄິດບໍ່ຄືກັນ



ອັນນີ້ຖືກ...

ຂອບໃຈຫລາຍໆ

taloe

໑໒ ກະທູ້
໓໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ໝົດສິດຕອບເລີຍ.......

ຜູ້ຊາຍກະຕອບໄດ້

taloe